ວັນທີ 21 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ເຂດພູດອຍ, ເຂດຊາຍແດນຂອງບັນດາແຂວງຄື ເງະອານ, ກວ໋າງບິງ, ກຽນຢາງ… ຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026.
ຍສໝ - ທົ່ວປະເທດໄດ້ມີຮ່າງບັນຊີລາຍຊື່ 866 ຄົນທີ່ມີມາດຕະຖານຢ່າງພຽງພໍເພື່ອອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV.
ຍສໝ - ເພື່ອຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພຢ່າງເດັດຂາດ ແລະ ປະສົບຜົນສຳເລັດຢ່າງຈົບງາມ, ເປັນຕົ້ນແມ່ນໃນເງື່ອນໄຂເກີດໂລກລະບາດໂຄວິດ - 19 ທີ່ພວມມີການຜັນແປຢ່າງສັບສົນຢຸ່ບາງສະຖານທີ່ຈຸດສຸມຄືໃນປັດຈຸບັນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອແນໃສ່ເປົ້າໝາຍ ກວດກາຄືນວຽກງານກະກຽມມາຮອດປັດຈຸບັນ, ຮັບຟັງ ແລະ ແກ້ໄຂບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ...
ຍສໝ - ຢູ່ ສະຖານທີ່ປ່ອນບັດເລືອກຕັ້ງ 20 ຈຸດ ທີ່ເມືອງ ຊອງຕື້ໄຕ, ຊິງໂຕ່ນ ແລະ ເທດສະບານເມືອງ ເຈື່ອງຊາ ໄດ້ປະຕິລັດສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026.
ຍສໝ - ທ່ານ ເຈິ່ນແທັງເໝີນ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າອະນຸກຳມະການບຸກຄະລາກອນ ສະເໜີໃຫ້ອະນຸກຳມະການບຸກຄະລາກອນ ຈົ່ງສືບຕໍ່ຈັດແບ່ງຜູ້ປະຈຳການເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຍ້ອນໂລກລະບາດ, ໄພທຳມະຊາດ, ຍ້ອນຄວາມເປັນລະບຽບຮຽບຮ້ອຍ… ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ.
ຍສໝ - ອີງຕາມແຜນການເຝິກຊ້ອມ, ພະນັກງານຂອງໜ່ວຍງານປ້ອງກັນ ແລະ ສະກັກກັ້ນ ພະຍາດ COVID-19 ໃນບໍລິເວນປິດລ້ອມ ມີອຸປະກອນປ້ອງກັນສ່ວນບຸກຄົນ; ພ້ອມກັນນັ້ນກໍ່ໃຫ້ທິດຊີ້ນຳກ່ຽວກັບວິທີການລົງຄະແນນສຽງ ແລະ ປ້ອງກັນ ແລະ ຄວບຄຸມການລະບາດ.
ໃນຕອນເຊົ້າວັນທີ 16 ພຶດສະພາ, ຜູ້ມີສິດເລືອກຕັ້ງຢູ່ 2 ເມືອງເກາະ ຊິງໂຕນ, ຊອງຕືໄຕ ແລະ ເທດສະບານ ເຈື່ອງຊາ ໄປປ່ອນບັດເລືອກຕັ້ງກ່ອນເວລາກຳນົດ.
ຍສໝ - ຕອນເຊົ້າວັນທີ 16 ພຶດສະພາ, ມີຜູ້ມີສິດເລືອກຕັ້ງທັງໝົດ 4.800 ຄົນ ຢູ່ 6 ຕາແສງ ຢູ່ເມືອງ ນາມຢາງ ໄປປ່ອນບັດເລືອກຕັ້ງ ກ່ອນເວລາກຳນົດ, ບັນລຸອັດຕາ 100% ຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ.
ຍສໝ - ທ່ານນາງ ຟ້າມທິແທງຈ່າ ລັດຖະມົນຕີກະຊວງພາຍໃນ, ກຳມະການສະພາເລືອກຕັ້ງແຫ່ງຊາດ ສະເຫນີໃຫ້ຄະນະກຳມະການເລືອກຕັ້ງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຕິດຕາມໃກ້ຊິດ ແລະ ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນຳກ່ຽວກັບບັນດາມາດຕະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເພື່ອຈັດຕັ້ງການເລືອກຕັ້ງໃຫ້ເໝາະສົມ.
ການສຳພາດທາງອອນລາຍ ແມ່ນເພື່ອແນໃສ່ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງ ເຫັນແຈ້ງຄວາມໝາຍ ແລະ ຄວາມສຳຄັນຂອງການເລືອກຕັ້ງ ສສຊ ຊຸດທີ 14 ແລະ ຜູ້ແທນ ສະພາ ປຊຊ ທຸກຂັ້ນ ອາຍຸການ 2021 – 2026.
ຍສໝ - ໃນລະຫວ່າງວັນທີ 14 – 15 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ.
ຍສໝ - ທ່ານປະທານປະເທດຢືນຢັນວ່າ ການຮັກສາ, ເສີມຂະຫຍາຍເນື້ອໃນຈິດໃຈສາມັກຄີແຫ່ງຊາດ ມີຄວາມໝາຍສຳຄັນທີ່ສຸດ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.
ຍສໝ - ຄະນະກຳມະການປະຊາຊົນ ທຸກຂັ້ນ ປະສານສົມທົບກັນຊີ້ນຳຢ່າງແໜ້ນແຟ້ນ ກັບບັນດາອົງການຮັບຜິດຊອບການເລືອກຕັ້ງຢູ່ທ້ອງຖິ່ນ, ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ.
ຍສໝ - ທ່ານປະທານ ໂຮ່ຈີມິນ ເຄີຍເວົ້າວ່າ: “ບັດເລືອກຕັ້ງແຕ່ລະບັດຂອງ ຜູ້ມີສິດເລືອກຕັ້ງເຖິງວ່າມີຂອບຂະໜາດໜ້ອຍ ກໍ່ຕາມ ແຕ່ມັນມີຄຸນຄ່າອັນຍິ່ງໃຫຍ່ທີ່ສຸດ.
ຍສໝ - ກະຊວງສາທາລະນະສຸກສ້າງບັນດາມາດຖານ, ເງື່ອນໄຂສຳລັບບັນດາທ້ອງຖິ່ນຄືແນວໃດແມ່ນມີໂລກລະບາດແລະບັນດາມາດຕະການຢ່າງລະອຽດຕິດຄັດໄປນຳ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງເປັນເຈົ້າການໃນການສ້າງແຜນເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ເກີດໂລກລະບາດໂຄວິດ - 19 ນີ້.
ຍສໝ - ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາແຫ່ງຊາດຈະ ເອົາໃຈໃສ່ເປັນພິເສດເຖິງບັນດາການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດສະເພາະກິດ, ສະມາຊິກສະພາແຫ່ງຊາດ ຄວບຕຳແໜ່ງ ຢ່າງຖືກຕ້ອງຕາມກົດໝາຍ ແລະ ຕາມການກຳນົດທິດເປັນອາຊີບ ແລະ ທັນສະໄໝ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຸຈີ ແລະ ຮ໊ອກມົນ (ນະຄອນໂຮ່ຈີມິນ).
ຕອນເຊົ້າວັນທີ 9 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້, ປະທານຄະນະກຳມະການເລືອກຕັ້ງແຫ່ງຊາດ ໄດ້ເຂົ້າຮ່ວມການພົບປະລະຫວ່າງຜູ້ມີສິດເລືອກຕັ້ງ ແລະ ຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV, ຢູ່ ເມືອງ ຫວິງບ໋າວ, ນະຄອນ ຫາຍຟ່ອງ.
ຍສໝ - ກ່ອນການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນໃນໄລຍະປີ 2021-2026, ວາລະສານຍຸກສະໄໝ ໄດ້ມີການສຳພາດກັບທ່ານ ບູຍວັນເກື່ອງ - ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາແຫ່ງຊາດ, ກ່ຽວກັບການກະກຽມ ແລະ ຄວາມຄິດສ່ວນຕົວພາຍຫຼັງເກືອບໜຶ່ງເດືອນໃນຖານະຕຳແໜ່ງໃໝ່.
ຜ່ານຫຼາຍຮູບການໂຄສະນາທີ່ອຸດົມສົມບູນ ຄື: ພາບໂຄສະນາ, ປ້າຍໂຄສະນາ-ຄໍາຂວັນ, ແຜງໂຄສະນາ, ລົດໂຄສະນາເຄື່ອນທີ່, ງານວາງສະແດງພາບໂຄສະນາຂະໜາດໃຫຍ່... ນີ້ແມ່ນວຽກງານໂຄສະນາການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021-2026 ເຊິ່ງທຸກຂະແໜງການ, ທຸກຂັ້ນ ແລະທ້ອງຖິ່ນຕ່າງໆ ຈັດຕັ້ງປະຕິບັດ.