ປະທານປະເທດ, ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ

11:02 | 11/05/2021

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຸຈີ ແລະ ຮ໊ອກມົນ (ນະຄອນໂຮ່ຈີມິນ).

ຫວຽດນາມ: ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນໄລຍະຜ່ານມາ ໄດ້ຮັບການປັບປຸງຫຼາຍພໍສົມຄວນ ຫວຽດນາມ: ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນໄລຍະຜ່ານມາ ໄດ້ຮັບການປັບປຸງຫຼາຍພໍສົມຄວນ
ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19 ກະຊວງສາທາລະນະສຸກ: ປະຊາຊົນຫວຽດນາມ ຫລາຍກວ່າ 832,000 ຄົນໄດ້ຮັບການສັກຢາວັກແຊງປ້ອງກັນ COVID-19
ປະທານປະເທດ, ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຮ໊ອກມົນ (ພາບ: TTXVN)

ໂດຍປະຕິບັດລາຍການຂົນຂວາຍຜູ້ມີສິດເລືອກຕັ້ງກ່ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021, ໃນລະຫວ່າງວັນທີ 09 – 10 ພຶດສະພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຸຈີ ແລະ ຮ໊ອກມົນ (ນະຄອນໂຮ່ຈີມິນ). ສະເໜີໂຄງການກະທຳຕໍ່ບັນດາຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ຊີ້ແຈ້ງວ່າ:

“ຕ້ອງພັດທະນານະຄອນໂຮ່ຈີມິນ ໃຫ້ກາຍເປັນສູນກາງໃຫຍ່, ບໍ່ພຽງແຕ່ແມ່ນແກ້ວປະເສີດເຂດຕາເວັນອອກໄກເທົ່ານັ້ນ ຫາກຍັງແມ່ນແກ້ວປະເສີດເຍືອງແສງເຂດຕາເວັນອອກໄກອີກດ້ວຍ. ພິເສດແມ່ນເອົາໃຈໃສ່ເຖິງບັນດາເຂດດິນແດນປະຕິວັດແມ່ນ ກຸຈີ ແລະ ຮ໊ອກມົນ ໃຫ້ຫຼາຍກວ່າອີກ. ຕ້ອງນຳເຂດດິນແດນດັ່ງກ່າວໃຫ້ທຽບເທົ່າກັບບັນດາເຂດດິນແດນແຫ່ງອື່ນໆຂອງນະຄອນໂຮ່ຈີມິນ. ຍ້ອນເຫດນັ້ນ, ບັນດາບັນຫາທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ແມ່ນຊຸກຍູ້ການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫຼຸດຜ່ອນລະບຽບການບໍລິຫານ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ; ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ… ພ້ອມທັງມີໂຄງການພິເສດກວ່າອີກເພື່ອໃຫ້ບັນດາຄອບຄົວນະໂຍບາຍມີຊີວິດການເປັນຢູ່ໃຫ້ທຽບເທົ່າ ຫຼື ສູງກວ່າເມື່ອທຽບໃສ່ປະຊາຊົນທ້ອງຖິ່ນ”.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ປະຊາຊົນ ກຸຈີ, ຮ໊ອກມົນ ເວົ້າສະເພາະ, ນະຄອນ ໂຮ່ຈີມິນ ເວົ້າລວມ ແລະ ປະຊາຊົນໃນທົ່ວປະເທດ, ຈົ່ງຍົກສູງສະຕິໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ເຄົາລົບບັນດາຂໍ້ກຳນົດຂອງທ້ອງຖິ່ນ ແລະ ອົງການສາທາລະນະສຸກ. ພາຍຫຼັງການພົບປະກັບຜູ້ມີສິດເລືອກຕັ້ງຢູ່ 2 ເມືອງດັ່ງກ່າວ, ທ່ານປະທານປະເທດ ຫວຽນຊວັນຟຸກ ໄດ້ພົບປະກັບບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກບວດ ທີ່ຕາງໜ້າໃຫ້ບາງສາສະໜາໃນບໍລິເວນເມືອງ.

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 7.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ຕຽນລາງ, ນະຄອນ ຫາຍຟ່ອງ (ພາບ: haiphong.gov.vn)
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ຕຽນລາງ, ນະຄອນ ຫາຍຟ່ອງ (ພາບ: haiphong.gov.vn)

ແລະກໍ່ໃນວັນດຽວກັນ, ຢູ່ເມືອງ ຕຽນລາງ, ນະຄອນ ຫາຍຟ່ອງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ພ້ອມກັບຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 4 ທ່ານຂຶ້ນກັບຫົວໜ່ວຍເລືອກຕັ້ງທີ 3, ນະຄອນ ຫາຍຟ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍການເລືອກຕັ້ງກັບຜູ້ມີສິດເລືອກຕັ້ງເມືອງ ຕຽນລາງ.

ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ, ຖ້າຫາກໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ທ່ານຈະພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃໝ່, ປັບປຸງ, ຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນໃຫ້ສະພາແຫ່ງຊາດກາຍເປັນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການມີສິດອຳນາດສູງສຸດຂອງລັດຫວຽດນາມ ຢ່າງແທ້ຈິງ.

vovworld.vn

ເຫດການ
302 Found

Found

The document has moved here.