ຍສໝ - ວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ,ຄະນະກໍ່ສ້າງເລກທີ 64 - ຫົວໜ່ວຍຂຶ້ນກັບກະຊວງຄົມມະນາຄົມຂົນສົ່ງ (ປະຈຸບັນແມ່ນກະຊວງກໍ່ສ້າງ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ, ໂດຍການເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ບັນດາການນໍາກະຊວງ, ສະຖານທູດ ແລະ ພະນັກງານ-ລັດຖະກອນ 300 ກວ່າຄົນ.
ຍສໝ - ວັນທີ 20 ມິຖຸນາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ໄດ້ສົມທົບກັບສະມາຄົມສົ່ງເສີມການຄ້າ, ການລົງທຶນຫວຽດນາມ ປະຈໍາ Kyushu (ຍີ່ປຸ່ນ) ຈັດຕັ້ງກອງປະຊຸມສຳມະນາ“ການຮ່ວມມືດ້ານຊັບພະຍາກອນມະນຸດຫວຽດນາມ ສໍາລັບວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ພາກພື້ນ Kyushu”.
ຍສໝ - ກ່າວຄຳປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາທິການໃຫຍ່ ໂຕເລິມ ຫວນຄືນ ແລະ ຕີລາຄາສູງເສັ້ນທາງ 100 ປີຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃນການຮ່ວມເດີນທາງກັບຊົນຊາດ.
ຍສໝ - 100 ປີຜ່ານມາ, ສື່ມວນຊົນປະຕິວັດໄດ້ກາຍເປັນເຫຼົ່າຮົບທີ່ຫຼັກແຫຼ່ງໃນສະໜາມຮົບແນວຄິດ - ວັດທະນະທຳ, ຮ່ວມເດີນທາງພ້ອມກັບພາລະກິດແຫ່ງການປະຕິວັດຜ່ານທຸກເສັ້ນທາງປະຫວັດສາດຂອງຊາດ.
ຍສໝ - ວັນທີ 17 ມິຖຸນານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ດຳເນີນການພົບປະ ແລະ ເຮັດວຽກກັບຜູ້ຕາງໜ້າບັນດາອົງການຂ່າວລາວ ແລະ ອົງການຂ່າວຫວຽດນາມ ປະຈຳ ລາວ. ກອງປະຊຸມເພື່ອແນໃສ່ຕີລາຄາ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພື່ອເພີ່ມທະວີການສົມທົບກັນຢ່າງມີປະສິດທິຜົນໃນວຽກງານການໂຄສະນາ, ຖະແຫຼງຂ່າວຕ່າງປະເທດ - ຂົວເຊື່ອມຕໍ່ທີ່ສຳຄັນ ປະກອບສ່ວນເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ລາວ.
ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ພະຍາດມະເຮັງ, ຫົວໃຈແຕ່ກໍາເນີດ…ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາ “ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Jang Chin Hyuk.
ຍສໝ - ວັນທີ 15 ມິຖຸນາ, ຢູ່ເຂດທ່ອງທ່ຽວວັດທະນະທໍາ ຊວຍຕ໋ຽນ (ນະຄອນໂຮ່ຈີມິນ), ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງໂຄງການພົບປະແລກປ່ຽນວັດທະນະທຳ - ມິດຕະພາບ 2025.
ຍສໝ - ດ້ວຍອັດຕາ 96,44% ສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ຕອນເຊົ້າວັນທີ 12 ມິຖຸນາ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.
ຍສໝ - ບັນດາການເຄື່ອນໄຫວນີ້ຊ່ວຍກວດພົບບັນດາບັນຫາກ່ຽວກັບສຸຂະພາບໂດຍໄວ, ພິເສດແມ່ນໃນເງື່ອນໄຂອາກາດຮ້າຍແຮງ ແລະ ສະພາບການເຮັດວຽກທີ່ມີຄວາມກົດດັນຫຼາຍຢ່າງຢູ່ຊູດັງໃຕ້.
ຍສໝ - ຄາດວ່າ, ປະລິມານໝາກລິນຈີ່ຂອງ ຫວຽດນາມ ໃນປີນີ້ບັນລຸ 303.000 ລ້ານໂຕນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2024.
ຍສໝ - ທີ່ການເຮັດວຽກ, ອີກຄັ້ງ ທ່ານເລຂາທິການໃຫຍ່ ໂຕເລິມ ໜຶ່ງຢັ້ງຢືນການໂຮມນະຄອນ ເຂົ້າກັບສອງທ້ອງຖິ່ນພັດທະນາທີ່ມີຄວາມຂະຫຍັນຂັນເຄື່ອນ ແຖວໜ້າແມ່ນ ບິ່ງເຢືອງ ແລະ ບ່າເຣ້ຍຫວູງເຕົາ ໄດ້ເປີດໄລຍະພັດທະນາໃໝ່ ໃຫ້ແກ່ນະຄອນໂຮ່ຈີມິນ.
ຍສໝ - ວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ໄດ້ຕ້ອນຮັບທ່ານ Azeddine Bechka, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ແລະ ປະຊາຊົນ ອານເຊຣີ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຟານແອງເຊີນ ໄດ້ສະເໜີ 3 ຂໍ້ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງປະຊາຊົນຫວຽດນາມ ແລະ ອານເຊຣີ.
ຍສໝ - ສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ສົ່ງຈົດໝາຍສະແດງຄວາມເສຍໃຈມາຍັງ ຫວຽດນາມ ໃນການເສຍຊີວິດຂອງທ່ານພົນຈັດຕະວາ ຮ່ວາງດັກເຮີອງ - ຜູ້ມີບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການປະຕິວັດລາວ ແລະ ການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ.
ຍສໝ - ວັນທີ 14 ມິຖຸນາ, ສະຖານທູດຫວຽດນາມ ປະຈໍາ ບຸນກາຣີ ໄດ້ເຂົ້າຮ່ວມ ງານບຸນອາຊີ (Asian Festival) ດ້ວຍບູດວາງສະແດງແນະນຳວັດທະນະທໍາ, ທ່ອງທ່ຽວ, ອາຫານພື້ນເມືອງ ແລະເຄື່ອງຫັດຖະກໍາຫວຽດນາມ ຢູ່ ສວນສາທາລະນະທາງໃຕ້, Sofia, Bulgaria.
ຍສໝ - ທີ່ກອງປະຊຸມພົບປະປະຈຳປີ 2025 ລະຫວ່າງ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ກວາງນາມ ແລະ ຄະນະກຳມະການແນວໂຮມ ລາວ ສ້າງຊາດ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນມີ: ບຳລຸງສ້າງຊັບພະຍາກອນມະນຸດ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນ; ການປະສານງານໂຄສະນາເພື່ອສ້າງຄວາມຮັບຮູ້ຂອງປະຊາຊົນ ...
ຍສໝ - ວັນທີ 13 ມິຖຸນາ, ຢູ່ນະຄອນ Porto (ປອກຕຸຍການ), ໄດ້ດຳເນີນພິທີເປີດຕົວສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ (ສະມາຄົມ) ຢ່າງເປັນທາງການ.
ຍສໝ - ໃນຕະຫຼອດຫຼາຍປີຜ່ານມາ, ພຸດທະສາສະນິກກະຊົນຂອງວັດ ເຟີດຕິກ ຍາມໃດ ກໍ່ຮັກສາເຮືອນຄົວແຫ່ງການກຸສົນໄວ້ຕະຫຼອດເວລາ, ນຳເອົາເຂົ້າປຽກໄປແຈກຢາຍໃຫ້ຄົນ ເຈັບຢູ່ຕາມໂຮງໝໍແຫ່ງຕ່າງໆຢູ່ລາວດ້ວຍມືຕົນເອງ.
ຍສໝ - ຫວຽດນາມ ໄດ້ກາຍເປັນປະເທດຄູ່ຮ່ວມມືກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ ດ້ວຍຄວາມປາດຖະໜາຢາກປະກອບສ່ວນ, ຍົກສູງສຽງເວົ້າ ແລະ ບົດບາດຂອງບັນດາປະເທດພວມພັດທະນາ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍກວມລວມ, ຮອບດ້ານບົນຈິດໃຈເຄົາລົບກົດໝາຍສາກົນ.
ຍສໝ - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບ ແລະ ມີຈິດໃຈຮັບຜິດຊອບສູງຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຕ້ອງຮັບຟັງຄຳເຫັນຂອງປະຊາຊົນ, ຕິດແທດຕົວຈິງ, ເພີ່ມທະວີຕົວຈິງ, ມຸ່ງໄປເຖິງພື້ນຖານ, ສຳຜັດກັບຕົວຈິງຢ່າງຮອບດ້ານ.
ຍສໝ - ແຕ່ວັນທີ 13-14 ມິຖຸນາ 2025, ຄະນະປະຕິບັດງານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໂດຍທ່ານປະທານຄະນະກຳມະການ ຫງວຽນຈຸງກຽນ ນຳໜ້າໄດ້ໄປຢ້ຽມຢາມ ສ.ເກົາຫຼີ ເພື່ອຜັນຂະຫຍາຍການເຄື່ອນໄຫວໜູນຊ່ວຍ ແລະ ຂົນຂວາຍປະຊາຄົມ. ຢູ່ທີ່ນີ້, ຄະນະໄດ້ມີການພົບປະກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດເກືອບ 20 ຄົນ ເຊິ່ງແມ່ນຜູ້ຕາງໜ້າຂອງບັນດາສະມາຄົມໃຫຍ່ ແລະ ຢ້ຽມຢາມບັນດາວິສາຫະກິດທີ່ດີເດັ່ນຂອງ ຫວຽດນາມ.