ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນກວາງເຟືອງ ຕີລາຄາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ມົງໂກລີ ພວມຢູ່ໃນໄລຍະພັດທະນາທີ່ດີງາມທີ່ສຸດ.
ຍສໝ - ຈາກບັນດາໂຄງການແລກປ່ຽນວັດທະນະທຳ-ສິລະປະເຖິງການຮ່ວມມືອະນຸລັກຮັກສາມໍລະດົກ ແລະ ພັດທະນາການທ່ອງທ່ຽວ, ຫວຽດນາມ ແລະ ລາວ ພວມສືບຕໍ່ຢືນຢັນສາຍພົວພັນມິດຕະພາບແບບພິເສດ, ຮ່ວມກັນເພື່ອຊຸກຍູ້ບັນດາຄຸນຄ່າແບບຍືນຍົງໃນໄລຍະໃໝ່.
ຍສໝ - ຕອນເຊົ້າວັນທີ 1 ຕຸລາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ, ໄດ້ຈັດພິທີມອບເງິນຊ່ວຍເຫຼືອໃຫ້ແກ່ຄູອາຈານໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ມອບເງິນຊ່ວຍເຫຼືອນີ້.
ຍສໝ - ໃນຂອບເຂດການປະຕິບັດງານຢູ່ ບຸນກາຣີ, ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດບຸນກາຣີ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Nikolay Pavlov ຮອງລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ.
ຍສໝ - ຕາມບົດບັນທຶກຊ່ວຍຈຳແລ້ວ, ແຕ່ລະປີ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ມອບທຶນສຶກສາປະລິນຍາໂທເຕັມທຶນໃຫ້ແກ່ພະນັກງານແນວລາວສ້າງຊາດ 1 ທຶນ ແລະ ທຶນສຶກສາປະລິນຍາຕີເຕັມທຶນໃຫ້ນັກສຶກສາລາວ 3 ຄົນ ຢູ່ນະຄອນຫຼວງວຽງຈັນ.
ຍສໝ - ຕອນເຊົ້າວັນທີ 27 ກັນຍາ, ກົມແຫ່ງຊາດ ຫວຽດນາມ ສົມທົບກັບໜັງສືພິມວັດທະນະທຳ ໄດ້ຈັດພິທີມອບລາງວັນທ່ອງທ່ຽວ ຫວຽດນາມ ປີ 2025. ລາງວັນທ່ອງທ່ຽວ ຫວຽດນາມ ປີ 2025 ແມ່ນລາງວັນທີ່ມີອິດທິພົນຊື່ສຽງທີ່ສຸດຂອງຂະແໜງທ່ອງທ່ຽວ ຫວຽດນາມ.
ຍສໝ - ກອງປະຊຸມສຳມະນາໄດ້ນຳມາເຊິ່ງບັນດາຄວາມຮູ້ຕົວຈິງ, ວິທີການຜັນຂະຫຍາຍການສຶກສາ STEM ໃຫ້ແກ່ຄູສອນ ແລະ ນັກຮຽນລາວ, ພ້ອມທັງເປີດໂອກາດຮ່ວມມືໃໝ່ ລະຫວ່າງບັນດາຮາກຖານການສຶກສາສອງປະເທດ.
ຍສໝ - ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ເນັ້ນໜັກວ່າ: ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານ ເຈີ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ມີຄວາມໝາຍສຳຄັນໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ, ຄະນະຜູ້ແທນໜັງສືພິມປະຊາຊົນລາວ ນໍາໂດຍທ່ານ ວັນໄຊ ຕະວິນຍານ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າບັນນາທິການໜັງສືພິມປະຊາຊົນລາວ ໄດ້ມີການພົບປະ ແລະເຮັດວຽກກັບສໍານັກຂ່າວສານຫວຽດນາມ.
ຍສໝ - ໃນຂອບເຂດການພົບປະເຈລະຈາ, WIPO ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MoU).
ຍສໝ - ລັດຖະມົນຕີ 2 ທ່ານໄດ້ເປັນເອກກະພາບກັນຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃນເວລາຈະມາເຖິງ
ຍສໝ - ທ່ານປະທານປະເທດຢືນຢັນວ່າ ຫວຽດນາມ ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຕົນ ແລະ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືສຳຄັນຢູ່ລະດັບທ້ອງຖິ່ນ.
ຍສໝ - ຕາມນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳລາວ, ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2025) ແລະ ວັນບຸນປະເພນີຂອງຂະແໜງການທູດຫວຽດນາມ, ຕອນບ່າຍວັນທີ ວັນທີ 19 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດ ຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງງານມະຫາກຳກິລາບານເຕະມິດຕະພາບຫວຽດນາມ - ລາວ 2025.
ຍສໝ - ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.
ຍສໝ - ໃນລະຫວ່າງວັນທີ 22-25 ກັນຍາ, ທ່ານ ຫງວຽນຈ້ອງເຫງ້ຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງ ໄປຢ້ຽມຢາມນິວຊີແລນ-ການຢ້ຽມຢາມຂັ້ນສູງຄັ້ງທໍາອິດ ພາຍຫຼັງທີ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດກວ້າງກາລະໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດ.
ຍສໝ - ລາຍການສະແດງສິລະປະ “ນັກສຶກສາ ຫວຽດນາມ - ລາວ, ເອກອ້າງທະນົງໃຈສືບຕໍ່ກ້າວເດີນ” ໄດ້ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຢູ່ສະໜາມຫຼວງ ຮູບປັ້ນ ໄຊຊະນະ ນຸ໊ຍບ່າ, ຕາແສງ ກາດຕຽນ, ແຂວງ ຢາຣາຍ.
ຍສໝ - ນີ້ແມ່ນຂໍ້ມູນໄດ້ຍົກອອກທີ່ພິທີປິດຊຸດອົບຮົມ “ວິທີສອນພາສາຫວຽດນາມ ໃຫ້ເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ” ໂດຍກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ສົມທົບກັບເຄືອຂ່າຍສອນພາສາຫວຽດນາມ ແລະ ອະນຸລັກຮັກສາວັດທະນະທຳ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຄູອາຈານ 500 ກວ່າຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນ.
ຍສໝ - Émilie Petitpas ແລະ Enora Richard-Mettay ສົມທົບກັບ ESI ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງຢູ່ ຝະລັ່ງ, ວາງອອກເປົ້າໝາຍລະດົມທຶນປະມານ 9.416 USD ແລະ ຈະໄດ້ສົ່ງໃຫ້ສູນເດັກກຳພ້າຢູ່ ຫວຽດນາມ.
ຍສໝ - ທ່ານເອກອັກຄະລັດຖະທູດ ບຸຍວັນຫງິ້ ຢືນຢັນວ່າ: ບຣາຊິນ ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງຫວຽດນາມ ໃນ MERCOSUR ແລະ ການພົວພັນລະຫວ່າງ 2 ປະເທດໄດ້ມີບາດກ້າວທີ່ສຳຄັນຫຼາຍຢ່າງ.
ຍສໝ - ວັນທີ 17 ກັນຍາ 2025, ໃນພື້ນທີ່ສະໜິດສະໜົມ ແລະ ອົບອຸ່ນຢູ່ນະຄອນຫຼວງ Stockholm, ສະຖານທູດ ຫວຽດນາມ ປະຈຳ ຊູແອັດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ດ້ວຍຫົວຂໍ້ວ່າ: “ມິດຕະພາບແບບຍືນຍົງ - ວັດທະນະທຳ ແລະ ອາຫານຫວຽດນາມ ປະການແຈ້ງ ຢູ່ຊູແອດ”.