ຍສໝ - ວັນທີ 14 ພະຈິກ, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Khon Kaen (ໄທ) ໄດ້ປະສານສົມທົບກັບວິທະຍາໄລນັກວິຊາການອາຊີ (CAS) ຈັດພິທີເປີດສູນຫວຽດນາມສຶກສາແຫ່ງທີ 3 ໃນພາກຕາເວັນອອກສຽງເໜືອຂອງໄທ, ປະກອບສ່ວນຂະຫຍາຍການຮ່ວມມືດ້ານການສຶກສາ, ການແລກປ່ຽນວັດທະນະທຳ ແລະ ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 17 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເຈິ່ນ ແທງ ເໝິ້ນ, ປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ຫວຽດນາມພ້ອມແລ້ວທີ່ຈະແບ່ງປັນປະສົບການ, ສະໜັບສະໜູນຕິມໍແລັດສະເຕໃນການປະຕິບັດບັນດາຄຳໝັ້ນສັນຍາພາຍໃນອາຊຽນ ແລະ ກະກຽມຮັບຕຳແໜ່ງປະທານອາຊຽນໃນປີ 2029.
ຍສໝ - ວັນທີ 17 ພະຈິກ, ຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງຈຳປາສັກ (ລາວ), ໄດ້ຈັດໂຄງການ “ນ້ອງຮັກພາສາຫວຽດນາມ” ດ້ວຍຫຼາຍກິດຈະກຳຮຽນຮູ້ປະຫວັດສາດ, ວັດທະນະທຳ ແລະ ສະແດງຄວາມສາມາດພິເສດ. ໂຄງການໄດ້ປະກອບສ່ວນຊຸກຍູ້ໃຫ້ນັກຮຽນຮັກສາພາສາຫວຽດນາມ, ລະນຶກເຖິງຮາກເຫງົ້າຂອງຕົນ ແລະ ເສີມສ້າງສາຍພົວພັນມິດຕະພາບພິເສດຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 17 ພະຈິກ, ຢູ່ Manila (ຟີລິບປິນ), ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໄດ້ປິດລົງຢ່າງເປັນທາງການ ພາຍຫຼັງດຳເນີນວຽກງານເປັນເວລາ 3 ວັນ. ຄະນະຜູ້ແທນຂັ້ນສູງຫວຽດນາມ ນຳໂດຍທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມຢ່າງເປັນເຈົ້າການ, ຍົກອອກຫຼາຍຂໍ້ສະເໜີ ແລະ ຂໍ້ລິເລີ່ມທີ່ເປັນຮູບປະທຳ, ປະກອບສ່ວນເສີມສ້າງຄວາມສາມັກຄີ, ເພີ່ມທະວີການຮ່ວມມື ແລະ ຍົກສູງບົດບາດໃຈກາງຂອງອາຊຽນ.
ຍສໝ - ວັນທີ 17 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ António Guterres, ເລຂາໃຫຍ່ສະຫະປະຊາຊາດ ໄດ້ຕີລາຄາສູງຕໍ່ວິໄສທັດຍຸດທະສາດຂອງການນຳພັກ ແລະ ລັດຫວຽດນາມ, ພ້ອມທັງບົດບາດໃນການເຊື່ອມຕໍ່ ແລະ ບັນດາການປະກອບສ່ວນທີ່ນັບມື້ນັບຕັ້ງໜ້າຂອງຫວຽດນາມ ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.
ຍສໝ - ແຕ່ວັນທີ 11-14 ພະຈິກ, ສະຖານທູດຫວຽດນາມ ແລະ ຫ້ອງການການຄ້າຫວຽດນາມປະຈຳບຸນກາຣີ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າສາກົນ Interfood & Drink 2026 ຢູ່ນະຄອນຫຼວງ Sofia, ແນະນຳບັນດາຜະລິດຕະພັນອາຫານ ແລະ ເຄື່ອງດື່ມຂອງຫວຽດນາມໃຫ້ແກ່ບັນດາຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍ, ເພື່ອມຸ່ງໄປສູ່ການຂະຫຍາຍຕະຫຼາດຢູ່ບຸນກາຣີ ແລະ ພາກພື້ນເອີຣົບຕາເວັນອອກສຽງໃຕ້.
ຍສໝ - ວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ໄດ້ຈັດການສົນທະນາພາຍໃຕ້ຫົວຂໍ້ “ມະຫາສາມັກຄີໃນຍຸກໃໝ່: ຊາວໜຸ່ມກັບການເຊື່ອມໂຍງສາກົນ” ເພື່ອແລກປ່ຽນບັນດາວິທີແກ້ໄຂໃນການຍົກສູງຄວາມສາມາດເຊື່ອມໂຍງສາກົນຂອງຄົນຮຸ່ນໜຸ່ມ, ສົ່ງເສີມແຫຼ່ງກຳລັງປັນຍາຊົນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ແລະ ຊຸກຍູ້ບັນດາກິດຈະກຳຮ່ວມມືທີ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງປະເທດ.
ຍສໝ - ວັນທີ 17 ພະຈິກ, ຢູ່ແຂວງຢາລາຍ ແລະ ແຂວງເຊີນລາ, ໄດ້ຈັດພິທີໄວ້ອາໄລ, ສົດສະດຸດີ ແລະ ຝັງຊາກກະດູກນັກຮົບພລີຊີບ 20 ຊຸດ ທີ່ໄດ້ຄົ້ນຫາ ແລະ ເຕົ້າໂຮມຢູ່ໃນພື້ນທີ່ຂອງສອງແຂວງ ຢ່າງສົມກຽດຢູ່ບັນດາສຸສານນັກຮົບພລີຊີບ.
ຍສໝ - ເນື່ອງໃນໂອກາດລະນຶກ 76 ປີແຫ່ງວັນມູນເຊື້ອສະຫະພັນບັນດາອົງການມິດຕະພາບຫວຽດນາມ (17/11/1950 - 17/11/2026), ທ່ານ ຟານ ແອງ ເຊີນ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາຮຸ່ນພະນັກງານທີ່ປະຕິບັດວຽກງານການຕ່າງປະເທດປະຊາຊົນຢູ່ສູນກາງ ແລະ ທ້ອງຖິ່ນ.
ຍສໝ - ວັນທີ 16 ພະຈິກ, ຢູ່ Antalya (ຕວກກີ), ຫວຽດນາມ, ອິນໂດເນເຊຍ ແລະ ຟີລິບປິນ ໄດ້ແລກປ່ຽນປະສົບການ, ເຫັນດີກັນກ່ຽວກັບບັນດາທິດທາງການຮ່ວມມືເພື່ອອະນຸລັກ ແລະ ຟື້ນຟູລະບົບນິເວດທາງທະເລ ແລະ ແຄມຝັ່ງທະເລ, ລະດົມແຫຼ່ງກຳລັງເພື່ອພັດທະນາຄາບອນສີຟ້າ, ປະກອບສ່ວນຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຢ່າງຍືນຍົງ.
ຍສໝ - ຕອນເຊົ້າວັນທີ 15 ພະຈິກ, ຊຸມຊົນຊາວຫວຽດນາມຢູ່ມາເລເຊຍ ໄດ້ຈັດໂຄງການເດີນຂະບວນສະແດງຊຸດເຊື້ອຍາວຫວຽດນາມ ຕາມບັນດາຖະໜົນໃຈກາງນະຄອນຫຼວງ Kuala Lumpur, ເພື່ອຂານຮັບວັນບຸນມະຫາສາມັກຄີທົ່ວປວງຊົນເຜົ່າ (18/11) ແລະ ວັນວັດທະນະທຳຫວຽດນາມ (24/11) ປີ 2026.
ຍສໝ - ຕອນບ່າຍວັນທີ 16 ພະຈິກ, ຢູ່ Manila (ຟີລິບປິນ), ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF). ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະຖານະການເສດຖະກິດໂລກ, ທິດທາງການພັດທະນາຂອງຫວຽດນາມ ແລະ ການຮ່ວມມືໃນໄລຍະຕໍ່ໜ້າ, ໃນນັ້ນລວມມີບັນດາກິດຈະກຳໃນຂອບເຂດປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ.
ຍສໝ - ວັນທີ 16 ພະຈິກ, ຢູ່ Manila (Philippines), ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ Anutin Charnvirakul, ນາຍົກລັດຖະມົນຕີໄທ, ເພື່ອແລກປ່ຽນບັນດາມາດຕະການດຳເນີນການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ວິທະຍາສາດ - ເຕັກໂນໂລຊີ.
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຢູ່ນະຄອນດ່ານັງ, ໄດ້ຈັດໂຄງການລະນຶກຄົບຮອບ 77 ປີ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ (30/10/1949 - 30/10/2026) ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນ ແລະ ການເສຍສະຫຼະຂອງຄົນຮຸ່ນກ່ອນ, ພ້ອມທັງສືບຕໍ່ປູກຝັງສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ດົ່ງ ຮຸຍ ເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບ ແລະ ເຮັດວຽກກັບທ່ານນາງ Camila Nieto Hernández, ເຈົ້າຄອງນະຄອນ Valparaíso (ຊີເລ). ສອງຝ່າຍໄດ້ແລກປ່ຽນກ່ຽວກັບໂອກາດໃນການເຊື່ອມໂຍງລະຫວ່າງທ້ອງຖິ່ນ, ວິສາຫະກິດ, ຊຸກຍູ້ການແລກປ່ຽນປະຊາຊົນ ແລະ ການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງ.
ຍສໝ - ວັນທີ 15 ພະຈິກ, ຢູ່ນະຄອນ Fukuoka (ຍີ່ປຸ່ນ), ຊາວຫວຽດນາມຢູ່ຕ່າງປະເທດ, ບັນດາຜູ້ແທນ ແລະ ເພື່ອນມິດຊາວຍີ່ປຸ່ນ ເກືອບ 1.000 ຄົນ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ II ແລະ ວັນບຸນວັດທະນະທຳຫວຽດນາມ ປີ 2026.
ຍສໝ - ໃນຍຸດທະການ 500 ວັນ ແລະ ຄືນ ເພື່ອຄົ້ນຫາ, ເກັບກູ້ ແລະ ກຳນົດຕົວຕົນຂອງຊາກກະດູກນັກຮົບພລີຊີບ, ແຂວງລາວກາຍ ໄດ້ຄົ້ນພົບຊາກກະດູກ 110 ຊຸດ, ພ້ອມທັງຍູ້ແຮງການເກັບກຳຂໍ້ມູນ ແລະ ການເກັບຕົວຢ່າງ ADN ເພື່ອກຳນົດຕົວຕົນ, ຊ່ວຍໃຫ້ບັນດານັກຮົບພລີຊີບມີໂອກາດໄດ້ກັບຄືນສູ່ຄອບຄົວ ແລະ ບ້ານເກີດ.
ຍສໝ - ຍຸດທະການ 500 ວັນ ແລະ ຄືນ ເພື່ອຄົ້ນຫາ, ເກັບກູ້ ແລະ ກຳນົດຕົວຕົນຂອງຊາກກະດູກນັກຮົບພລີຊີບ ພວມໄດ້ຮັບການດຳເນີນຢູ່ຫຼາຍທ້ອງຖິ່ນ. ບັນດາຜົນສຳເລັດໃນເບື້ອງຕົ້ນ ພ້ອມກັບການນຳໃຊ້ເຕັກໂນໂລຊີກວດພິສູດ ADN ໄດ້ເປີດໂອກາດເພີ່ມຂຶ້ນໃນການນຳພາບັນດານັກຮົບພລີຊີບກັບຄືນສູ່ຄອບຄົວ ແລະ ບ້ານເກີດ.
ຍສໝ - ວັນທີ 16 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ (ກຳປູເຈຍ), ໃນຂອບເຂດກອງປະຊຸມສຸດຍອດປະເທດໃຊ້ພາສາຝຣັ່ງ ຄັ້ງທີ 20, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດຫວຽດນາມ ໄດ້ຮ່ວມຮັບປະທານອາຫານເຊົ້າ ແລະ ປຶກສາຫາລືວຽກງານກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດລາວ ແລະ ທ່ານ ຮຸນ ແຊນ, ປະທານພັກປະຊາຊົນກຳປູເຈຍ, ປະທານວຸດທິສະພາກຳປູເຈຍ. ຜູ້ນຳທັງສາມທ່ານໄດ້ແລກປ່ຽນກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງສາມພັກ, ສາມປະເທດ ແລະ ເຫັນດີເປັນເອກະພາບກ່ຽວກັບທິດທາງການປະສານງານໃນໄລຍະຕໍ່ໜ້າ.
ຍສໝ - ໃນການເຈລະຈາວັນທີ 16 ພະຈິກ ຢູ່ຮ່າໂນ້ຍ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ແລະ ທ່ານ José Antonio Kast Rist, ປະທານາທິບໍດີຊີເລ ໄດ້ເຫັນດີຍົກລະດັບສາຍພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມຍຸດທະສາດ, ພ້ອມທັງຈະຮີບຮ້ອນສ້າງແຜນປະຕິບັດງານເພື່ອຜັນຂະຫຍາຍ 6 ເສົາຄ້ຳການຮ່ວມມືຈຸດສຸມໃນຂອບເຂດສາຍພົວພັນໃໝ່.