ຍສໝ - ໃນລະຫວ່າງວັນທີ 15 - 17/10, ໜ່ວຍເກັບກູ້ອັດຖິທະຫານເສຍສະຫຼະ ສັງກັດກອງບັນຊາການທະຫານນະຄອນໂຮ່ຈີມິນ ຮ່ວມກັບບັນດາກຳລັງງານທີ່ກ່ຽວຂ້ອງ ໄດ້ຄົ້ນຫາ, ຄົ້ນພົບ ແລະ ເກັບກູ້ອັດຖິທະຫານເສຍສະຫຼະທີ່ຝັງແຍກກັນເປັນລາຍບຸກຄົນເພີ່ມອີກ 33 ຊຸດ ຢູ່ສວນສາທາລະນະ ເລ ທິ ຣຽງ, ໃນນັ້ນມີ 11 ຊຸດທີ່ພົບພ້ອມກັບວັດຖຸທີ່ຫຼົງເຫຼືອຢູ່.
ຍສໝ - ເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20/10, ສະມາຄົມແມ່ຍິງຫວຽດນາມຢູ່ໂຮນລັງ ໄດ້ຈັດງານບຸນແລກປ່ຽນວັດທະນະທຳຫວຽດນາມ - ໂຮນລັງ ທີ່ສະຖານທູດຫວຽດນາມ, ເປີດໂອກາດໃຫ້ຊຸມຊົນຊາວຫວຽດນາມ ແລະ ເພື່ອນມິດທ້ອງຖິ່ນໄດ້ແລກປ່ຽນ, ຮຽນຮູ້ບັນດາເອກະລັກອັນໂດດເດັ່ນຂອງວັດທະນະທຳຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 18/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເປັນສັກຂີພິຍານໃນພິທີລົງນາມສັນຍາການຄ້າເສລີລະຫວ່າງຫວຽດນາມກັບບັນດາປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA), ເປັນຂີດໝາຍແຫ່ງບາດກ້າວພັດທະນາທີ່ສຳຄັນໃນສາຍພົວພັນການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງຝ່າຍ.
ຍສໝ - ຕອນເຊົ້າວັນທີ 18/10, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ທ່ານ ເລ ແມ້ງ ຮຸ່ງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ແທນຈາກ 4 ປະເທດສະມາຊິກສະມາຄົມການຄ້າເສລີເອີຣົບ (EFTA) ໄດ້ລົງນາມໃນສັນຍາການຄ້າເສລີຫວຽດນາມ - EFTA (VEFTA). ຄາດວ່າສັນຍາດັ່ງກ່າວຈະຊ່ວຍຂະຫຍາຍຕະຫຼາດສົ່ງອອກ, ດຶງດູດການລົງທຶນຄຸນນະພາບສູງ ແລະ ຊຸກຍູ້ການຮ່ວມມືທາງເສດຖະກິດລະຫວ່າງຫວຽດນາມກັບບັນດາຄູ່ຮ່ວມມືເອີຣົບ.
ຍສໝ - ຄຽງຄູ່ກັບບັນດາມາດຕະການເພີ່ມທະວີການຮ່ວມມືຕ້ານ, ປາບປາມອາຊະຍາກຳ ແລະ ການປະຕິບັດໂທດທາງອາຊາ, ບັນຫາການຜ່ອນຜັນນະໂຍບາຍວີຊາ ແລະ ການຮັບເອົາແຮງງານຫວຽດນາມ ໄດ້ຖືກຄະນະຜູ້ແທນລະດັບສູງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ກະຊວງຍຸຕິທຳ ສາທາລະນະລັດ ເຊັກ ນຳມາປຶກສາຫາລືຢ່າງຕັ້ງໜ້າ ໃນກອງປະຊຸມເຮັດວຽກເມື່ອບໍ່ດົນມານີ້.
ຍສໝ - ເຫດການ ເວທີປຶກສາຫາລືການທ່ອງທ່ຽວ ຫວຽດນາມ - ອາໂອຕຣິດ ທີ່ຈັດຂຶ້ນໃນວັນທີ 13/10 ຢູ່ ອາໂອຕຣິດ (Austria) ແມ່ນຂົວຕໍ່ທີ່ສຳຄັນ ຊ່ວຍໃຫ້ບັນດາອົງການຄຸ້ມຄອງ ແລະ ວິສາຫະກິດທ່ອງທ່ຽວຂອງສອງປະເທດ ໄດ້ພົບປະ, ເພີ່ມທະວີການເຊື່ອມໂຍງຈຸດໝາຍປາຍທາງ ແລະ ຂຸດຄົ້ນທ່າແຮງການທ່ອງທ່ຽວສອງຝ່າຍ ຢ່າງມີປະສິດທິຜົນ.
ຍສໝ - ວັນທີ 14 ຕຸລາ, ທີ່ນະຄອນຫຼວງ ດິລີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕີມໍແລັດສະເຕ, ຟ້າມບິ່ງດ່າມ ໄດ້ເຂົ້າຢ້ຽມຄຳນັບປະທານສະພາແຫ່ງຊາດ ຂອງປະເທດເຈົ້າພາບ, ທ່ານນາງ Maria Fernanda Lay. ການພົບປະເຮັດວຽກໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບວິວັດທະນາການຮັບຮອງເອົາສັນຍາຍົກເວັ້ນວີຊາ, ພ້ອມທັງເຫັນດີເປັນເອກະພາບເພີ່ມທະວີການແບ່ງປັນບົດຮຽນດ້ານນິຕິບັນຍັດ ແລະ ສະໜັບສະໜູນຊຶ່ງກັນແລະກັນ ຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາພາກພື້ນ.
ຍສໝ - ຕາມທ່ານ Ivo Sieber, ສະມາຊິກເວທີປາໄສເສດຖະກິດສະວິດ - ຫວຽດນາມ (SVEF) ແລ້ວ, ຄວາມໄວ້ວາງໃຈ ແລະ ລັກສະນະການເສີມຈຸດແຂງໃຫ້ແກ່ກັນລະຫວ່າງສອງເສດຖະກິດ ແມ່ນພື້ນຖານສຳຄັນໃນການຊຸກຍູ້ສາຍພົວພັນສອງຝ່າຍ. ການລົງນາມໃນສັນຍາການຄ້າເສລີຫວຽດນາມ - EFTA ຖືກຄາດຫວັງວ່າຈະຂະຫຍາຍໂອກາດດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືໃນຂົງເຂດເຕັກໂນໂລຊີ, ການເງິນ ແລະ ນະວັດຕະກຳ.
ຍສໝ - ວັນທີ 18/10, ຢູ່ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Fukuoka (ຍີ່ປຸ່ນ), ຄະນະຈັດງານໄດ້ແນະນຳງານບຸນມະຫາສາມັກຄີທົ່ວປວງຊົນໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ II ທີ່ Fukuoka ປີ 2026, ສົມທົບກັບງານບຸນວັດທະນະທຳຫວຽດນາມ ວັນທີ 24/11. ຄາດວ່າງານດັ່ງກ່າວຈະຈັດຂຶ້ນໃນສອງວັນ ຄື ວັນທີ 14-15/11, ໂດຍຈະມີຜູ້ເຂົ້າຮ່ວມປະມານ 1.500-2.000 ຄົນ ພ້ອມດ້ວຍກິດຈະກຳດ້ານວັດທະນະທຳ, ກິລາ ແລະ ການແລກປ່ຽນຊຸມຊົນທີ່ຫຼາກຫຼາຍ, ປະກອບສ່ວນຮັກສາເອກະລັກຂອງຊາດ, ເພີ່ມທະວີຄວາມຜູກພັນຂອງຊາວຫວຽດນາມຢູ່ຕ່າງປະເທດ ແລະ ຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນຫວຽດນາມ - ຍີ່ປຸ່ນ.
ຍສໝ - ວັນທີ 18/10, ສະມາຄົມແມ່ຍິງຫວຽດນາມເຂດ Kansai (ຍີ່ປຸ່ນ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II, ສະໄໝ 2026-2028, ໂດຍກຳນົດທິດທາງຂະຫຍາຍເຄືອຂ່າຍຊ່ວຍເຫຼືອສະມາຊິກ, ຮັກສາເອກະລັກວັດທະນະທຳຂອງຊາດ ແລະ ເພີ່ມທະວີການແລກປ່ຽນກັບບັນດາອົງການແມ່ຍິງຍີ່ປຸ່ນ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 17/10, ຊາວຫວຽດນາມຫຼາຍກວ່າ 20 ຄົນ ຈາກຫຼາຍຮຸ່ນອາຍຸ ໄດ້ເຂົ້າຮ່ວມຂະບວນແຫ່ຊຸດເສື້ອຍາວຢູ່ເຂດ Bankstown, ນະຄອນຊິດນີ (ອົດສະຕຣາລີ), ພາຍໃນຂອບງານບຸນ Viet Soul 3, ປະກອບສ່ວນແນະນຳວັດທະນະທຳຫວຽດນາມໃຫ້ແກ່ປະຊາຊົນທ້ອງຖິ່ນ.
ຍສໝ - ຕອນບ່າຍວັນທີ 17/10, ຢູ່ຮ່າໂນ້ຍ, ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເຈລະຈາກັບທ່ານ Guy Parmelin, ປະທານປະເທດສະວິດ, ໂດຍໄດ້ເຫັນດີຮ່ວມກັນກ່ຽວກັບບັນດາທິດທາງເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງຂຶ້ນ.
ຍສໝ - ແຕ່ວັນທີ 19-24/10, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຈະເດີນທາງຢ້ຽມຢາມຂັ້ນລັດຖະກິດລາຊະອານາຈັກເດນມາກ, ຢ້ຽມຢາມຢ່າງເປັນທາງການສະຫະພາບເອີຣົບ (EU) ແລະ ລາຊະອານາຈັກແບນຊິກ. ຕາມທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລ້ວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນໃນການເສີມສ້າງຄວາມໄວ້ວາງໃຈທາງການເມືອງ, ຍົກລະດັບສາຍພົວພັນກັບບັນດາຄູ່ຮ່ວມມືເອີຣົບ, ພ້ອມທັງຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາທີ່ຍືນຍົງ.
ຍສໝ - ໃນຂອບກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ ຄັ້ງທີ 18, ທ່ານ Rajpal Singh, ເອກອັກຄະລັດຖະທູດສິງກະໂປປະຈຳຫວຽດນາມ ຢືນຢັນວ່າ ສິງກະໂປພ້ອມແບ່ງປັນປະສົບການດ້ານການພັດທະນາທ່າເຮືອທະເລ, ລະບົບຕ່ອງໂສ້ສະໜອງ ແລະ ເພີ່ມທະວີການຮ່ວມມືດ້ານການເດີນເຮືອທາງທະເລກັບຫວຽດນາມ.
ຍສໝ - ຕອນບ່າຍວັນທີ 15/10, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Ville Tapani Tavio, ລັດຖະມົນຕີການຄ້າຕ່າງປະເທດ ແລະ ການພັດທະນາແຟງລັງ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມຫວຽດນາມ ແຕ່ວັນທີ 15-16/10/2026. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການຂະຫຍາຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ການຄ້າ, ການລົງທຶນ ແລະ ເສດຖະກິດສີຂຽວ ພາຍໃຕ້ຂອບສາຍພົວພັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ປີ 2027 ຖືກກຳນົດໃຫ້ເປັນປີແຫ່ງການເລັ່ງລັດ, ສ້າງແຮງຂັບເຄື່ອນໃນການປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໂດຍມີຄາດໝາຍການເຕີບໂຕ GDP ແຕ່ 10% ຂຶ້ນໄປ. ຄຽງຄູ່ກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຍົກສູງຄວາມສາມາດແຂ່ງຂັນ, ສູນກາງພັກໄດ້ເນັ້ນໜັກການປ່ຽນແປງໃໝ່ວິທີການບໍລິຫານ, ຍົກສູງຄວາມຮັບຜິດຊອບຂອງຜູ້ນຳພາ ແລະ ຖືເອົາຜົນການປະຕິບັດເປັນມາດຕະຖານວັດແທກປະສິດທິຜົນ.
ຍສໝ - ວັນທີ 14/10, ທີ່ກອງພັນໃຫຍ່ທະຫານຊ່າງແສງ 249, ເຫຼົ່າທັບທະຫານຊ່າງແສງ (ຕາແສງກວ໋າງອວາຍ, ນະຄອນຮ່າໂນ້ຍ), ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດການຝຶກຊ້ອມຮ່ວມດ້ານການປ້ອງກັນພົນລະເຮືອນ ໂດຍຈຳລອງສະຖານະການຮັບມື ແລະ ແກ້ໄຂຜົນກະທົບຈາກພາຍຸໄຕ້ຝຸ່ນຮຸນແຮງພິເສດ. ກິດຈະກຳດັ່ງກ່າວແນໃສ່ຍົກສູງຄວາມສາມາດໃນການປະສານສົມທົບຄົ້ນຫາ ແລະ ກູ້ໄພ, ການຊ່ວຍເຫຼືອບັນເທົາໄພພິບັດ ແລະ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມປະເທດ.
ຍສໝ - ວັນທີ 15/10, ພະແນກສຶກສາ ແລະ ກິລາແຂວງດຽນບຽນ ໄດ້ຈັດພິທີເປີດຫຼັກສູດຮຽນພາສາຫວຽດນາມ ສົກຮຽນ 2026-2027 ໃຫ້ແກ່ນັກສຶກສາລາວ 80 ຄົນ ທີ່ມາຈາກ 4 ແຂວງພາກເໜືອຂອງລາວ. ໃນໂອກາດດຽວກັນນີ້, ແຂວງຍັງໄດ້ສະຫຼຸບໂຄງການບຳລຸງຄວາມຮູ້ວິຊາຊີບ, ຝຶກອົບຮົມ ແລະ ລົງສຶກສາພາກປະຕິບັດຢູ່ຮາກຖານ ໃຫ້ແກ່ພະນັກງານ, ລັດຖະກອນ ແລະ ພະນັກງານວິຊາຊີບ 14 ຄົນ ຈາກສອງແຂວງອຸດົມໄຊ ແລະ ຜົ້ງສາລີ.
ຍສໝ - ແຕ່ວັນທີ 13-14/10, ທ່ານນາງ ຫງວຽນ ມິງ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມເວທີປາໄສເສດຖະກິດໃໝ່ Bloomberg (NEF) ຄັ້ງທີ 8 ທີ່ນິວເດລີ (ອິນເດຍ). ນອກຂອບເວທີປາໄສ, ທ່ານນາງຮອງລັດຖະມົນຕີ ໄດ້ແລກປ່ຽນກັບຄະນະຜູ້ນຳກຸ່ມບໍລິສັດ Bloomberg ກ່ຽວກັບການເພີ່ມທະວີການຮ່ວມມືດ້ານສື່ມວນຊົນ, ການໂຄສະນາພາບພົດ ແລະ ສະພາບແວດລ້ອມການລົງທຶນຂອງຫວຽດນາມ ໃນປີ APEC 2027.
ຍສໝ - ຕອນບ່າຍວັນທີ 14/10, ທີ່ຮ່າໂນ້ຍ, ການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນຊາດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຂຶ້ນ ເພື່ອແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ, ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເອກະພາບບັນດາທິດທາງການປະສານສົມທົບໃນໄລຍະຕໍ່ໄປ. ບັນດາຝ່າຍໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດ ໃນການເສີມຂະຫຍາຍຄວາມໄວ້ວາງໃຈທາງການເມືອງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.