ພະລາຊະວັງທັງລອງ ຮຸ່ງເຫລື້ອມໃນຄືນໄຂງານມະໂຫລານວັດທະນະທຳໂລກ ທີ່ຮ່າໂນ້ຍ ຄັ້ງທີ 2

ພະລາຊະວັງທັງລອງ ຮຸ່ງເຫລື້ອມໃນຄືນໄຂງານມະໂຫລານວັດທະນະທຳໂລກ ທີ່ຮ່າໂນ້ຍ ຄັ້ງທີ 2

ຍສໝ - ໃນຕອນຄໍ່າວັນທີ 1 ຕຸລາ, ເຫດການທີ່ມີຄວາມໝາຍເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງຄົບຮອບ 50 ປີ ທີ່ຫວຽດນາມເຂົ້າເປັນສະມາຊິກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) (1976 - 2026) – ງານມະໂຫລານວັດທະນະທຳໂລກ ທີ່ຮ່າໂນ້ຍ ຄັ້ງທີ 2 ປີ 2026 ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ພະລາຊະວັງທັງລອງ. ພາຍໃຕ້ຫົວຂໍ້ “ການເຕົ້າໂຮມມໍລະດົກ - ສ້າງອະນາຄົດ”, ງານມະໂຫລານໄດ້ເປີດພື້ນທີ່ການສົນທະນາຫຼາຍມິຕິ, ໂດຍນຳໃຊ້ສິລະປະເປັນພາສາເພື່ອເຊື່ອມຕໍ່ບັນດາອາລະຍະທຳຂອງມວນມະນຸດ.

ບາດກ້າວສຳຄັນນຳພາວິສາຫະກິດຫວຽດນາມກ້າວເຂົ້າສູ່ລະບົບຕ່ອງໂສ້ການສະໜອງການບິນໂລກທີ່ VAF 2026

ບາດກ້າວສຳຄັນນຳພາວິສາຫະກິດຫວຽດນາມກ້າວເຂົ້າສູ່ລະບົບຕ່ອງໂສ້ການສະໜອງການບິນໂລກທີ່ VAF 2026

ຍສໝ - ການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດຜະລິດຍົນທີ່ມີຊື່ສຽງລະດັບໂລກໃນເວທີປາໄສອຸດສາຫະກຳການບິນຫວຽດນາມ 2026 (VAF 2026) ຖືກຄາດຫວັງວ່າຈະສ້າງແຮງຊຸກຍູ້ອັນໃຫຍ່ຫຼວງ, ເປີດກວ້າງປະຕູແຫ່ງການເຊື່ອມໂຍງໃຫ້ແກ່ເຄືອຂ່າຍການສະໜອງການບິນພາຍໃນປະເທດ.

APEC 2027: ຫວຽດນາມຜັນຂະຫຍາຍ 3 ລະດັບການປະສານສົມທົບໃນວຽກງານຈັດຕັ້ງ

APEC 2027: ຫວຽດນາມຜັນຂະຫຍາຍ 3 ລະດັບການປະສານສົມທົບໃນວຽກງານຈັດຕັ້ງ

ຍສໝ - ຫວຽດນາມພວມເລັ່ງລັດວຽກງານກະກຽມສຳລັບປີ APEC 2027 ໃນຫຼາຍດ້ານ ນັບແຕ່ເນື້ອໃນ, ຫົວຂໍ້, ບູລິມະສິດ ຈົນເຖິງວຽກງານຈັດຕັ້ງ ແລະ ພະລາທິການ. ຕາມທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີປະຈຳການ ກະຊວງການຕ່າງປະເທດ, ກົນໄກການປະສານສົມທົບຖືກຜັນຂະຫຍາຍຕາມ 3 ລະດັບ ແນໃສ່ຮັບປະກັນຄວາມເປັນເອກະພາບ ແລະ ປະສິດທິຜົນໃນຕະຫຼອດຂະບວນການຈັດຕັ້ງ.

ມະຕິ 25-NQ/TW: ນຳວຽກງານແນວຄິດໃຫ້ໃກ້ຊິດກັບຊີວິດປະຊາຊົນຫຼາຍຂຶ້ນ

ມະຕິ 25-NQ/TW: ນຳວຽກງານແນວຄິດໃຫ້ໃກ້ຊິດກັບຊີວິດປະຊາຊົນຫຼາຍຂຶ້ນ

ຍສໝ - ມະຕິເລກທີ 25-NQ/TW ລົງວັນທີ 22/8/2026 ຂອງກົມການເມືອງ ວ່າດ້ວຍຍຸດທະສາດວຽກງານແນວຄິດໃນສະພາບການໃໝ່ ກຳນົດໃຫ້ຫັນຈຸດສຸມຈາກ “ການຄຸ້ມຄອງຂໍ້ມູນ” ໄປສູ່ “ການນຳພາການຮັບຮູ້ຂອງສັງຄົມ”, ຖືເອົາຄວາມເຊື່ອໝັ້ນຂອງປະຊາຊົນເປັນມາດຕະຖານ ແລະ ມຸ່ງລົງສູ່ຮາກຖານຢ່າງແຂງແຮງ. ຕາມບັນດາຊ່ຽວຊານ, ຂໍ້ຮຽກຮ້ອງນີ້ວາງອອກວິທີເຂົ້າຫາໃໝ່, ໃນນັ້ນ ຂໍ້ມູນທີ່ໂປ່ງໃສ, ການສົນທະນາ, ການກວດສອບ ແລະ ການແກ້ໄຂບັນດາບັນຫາຈາກພາກປະຕິບັດຢ່າງທັນການ ມີບົດບາດສຳຄັນເປັນພິເສດ.

ຫວຽດນາມຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການເຄົາລົບຫຼັກນິຕິທຳຢູ່ທະເລຕາເວັນອອກ

ຫວຽດນາມຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການເຄົາລົບຫຼັກນິຕິທຳຢູ່ທະເລຕາເວັນອອກ

ຍສໝ - ໃນການແກ້ໄຂບັນຫາທະເລຕາເວັນອອກ, ຫວຽດນາມຍຶດໝັ້ນໃນການປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ, ພ້ອມທັງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ວິທີເຂົ້າຫານີ້ຖືກຜັນຂະຫຍາຍຜ່ານການເຊີດຊູກົດໝາຍສາກົນ, ຍຶດໝັ້ນແກ້ໄຂຄວາມເຫັນຕ່າງດ້ວຍການເຈລະຈາ ແລະ ຂະຫຍາຍການຮ່ວມມື ແນໃສ່ຮັບມືກັບບັນດາສິ່ງທ້າທາຍຮ່ວມຢູ່ທະເລ.

ຫວຽດນາມຊຸກຍູ້ການສ້າງຂອບກົດໝາຍສຳລັບ AI ໃນ ASEAN

ຫວຽດນາມຊຸກຍູ້ການສ້າງຂອບກົດໝາຍສຳລັບ AI ໃນ ASEAN

ຍສໝ - ການຫັນປ່ຽນດິຈິຕອນ ແລະ ການພັດທະນາຢ່າງໄວວາຂອງປັນຍາປະດິດ (AI) ພວມວາງອອກບັນດາຂໍ້ຮຽກຮ້ອງໃໝ່ຕໍ່ລະບົບກົດໝາຍ. ຈາກການປັບປຸງສະຖາບັນພາຍໃນປະເທດໃຫ້ສົມບູນ ຈົນເຖິງການສະເໜີບັນດາຂໍ້ລິເລີ່ມຮ່ວມມືໃນພາກພື້ນ, ຫວຽດນາມພວມຊຸກຍູ້ວິທີເຂົ້າຫາແບບເປັນເຈົ້າການ ແນໃສ່ສ້າງສະພາບແວດລ້ອມດ້ານກົດໝາຍທີ່ປອດໄພ, ສາມາດປັບຕົວ ແລະ ໜູນສົ່ງນະວັດຕະກຳໃນ ASEAN.

ການສຶກສາຂະຫຍາຍການເຊື່ອມຕໍ່ປະຊາຊົນຫວຽດນາມ - ຟີລິບປິນ

ການສຶກສາຂະຫຍາຍການເຊື່ອມຕໍ່ປະຊາຊົນຫວຽດນາມ - ຟີລິບປິນ

ຍສໝ - ວັນທີ 1/10 ທີ່ ຮ່າໂນ້ຍ, ກອງສົນທະນາ “ປະສິດທິຜົນການຮ່ວມມືດ້ານການສຶກສາຫວຽດນາມ - ຟີລິບປິນ: ຂີດໝາຍ 50 ປີ ແລະ ທິດທາງໃນອະນາຄົດ” ໄດ້ຮັບຮູ້ບັນດາຜົນສຳເລັດດີເດັ່ນໃນການແລກປ່ຽນ, ການຝຶກອົບຮົມຊັບພະຍາກອນມະນຸດລະຫວ່າງສອງປະເທດ, ພ້ອມທັງສະເໜີຂະຫຍາຍທຶນການສຶກສາ, ການຝຶກງານ, ການເຊື່ອມໂຍງຫຼັກສູດຝຶກອົບຮົມ ແລະ ສ້າງເຄືອຂ່າຍພັດທະນາຊັບພະຍາກອນມະນຸດໜຸ່ມຫວຽດນາມ - ຟີລິບປິນ.

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ

ສັບປະດາຜະລິດຕະພັນຫວຽດນາມ - ລາວ ເພີ່ມທະວີການເຊື່ອມຕໍ່ວິສາຫະກິດ ແລະ ຕະຫຼາດ

ຍສໝ - ຕອນບ່າຍວັນທີ 1/10/2026 ທີ່ ຮ່າໂນ້ຍ, ສັບປະດາຜະລິດຕະພັນຫວຽດນາມ - ລາວ ພາຍໃຕ້ຫົວຂໍ້ “ດອກຈຳປາງາມ” ໄດ້ຈັດຂຶ້ນໃນຂອບໂຄງການ “ພະລັງຊີວິດສິນຄ້າຫວຽດ” ຄັ້ງທີ 14, ສ້າງພື້ນທີ່ໂຄສະນາບັນດາຜະລິດຕະພັນທີ່ເປັນເອກະລັກ, ເຊື່ອມຕໍ່ວິສາຫະກິດ ແລະ ຂະຫຍາຍໂອກາດຮ່ວມມືການຄ້າລະຫວ່າງສອງປະເທດ.

ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາໃໝ່ຂອງຫວຽດນາມ

ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາໃໝ່ຂອງຫວຽດນາມ

ຍສໝ - ວັນທີ 1/10 ທີ່ ຫາຍຟ່ອງ, ກະຊວງການຕ່າງປະເທດ ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ຈັດກອງປະຊຸມພົບປະບັນດາອົງການ NGO ຕ່າງປະເທດ ປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມເດີນທາງກັບຫວຽດນາມໃນໄລຍະພັດທະນາໃໝ່”, ສຸມໃສ່ເຊື່ອມຕໍ່ແຫຼ່ງກຳລັງສາກົນກັບບັນດາບູລິມະສິດການພັດທະນາຂອງຫວຽດນາມ ແລະ ແຕ່ລະທ້ອງຖິ່ນ.

ງານບຸນວັດທະນະທຳໂລກ ຂະຫຍາຍພື້ນທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ

ງານບຸນວັດທະນະທຳໂລກ ຂະຫຍາຍພື້ນທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ

ຍສໝ - ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າເປັນສະມາຊິກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) (1976-2026), ງານບຸນວັດທະນະທຳໂລກຢູ່ ຮ່າໂນ້ຍ ຄັ້ງທີສອງ ຈັດຂຶ້ນແຕ່ວັນທີ 1-4/10 ທີ່ພະລາຊະວັງ ທັງລອງ, ພາຍໃຕ້ຫົວຂໍ້ “ເຕົ້າໂຮມມໍລະດົກ – ສ້າງສັນອະນາຄົດ”, ແນໃສ່ເພີ່ມທະວີການແລກປ່ຽນ, ສົນທະນາ ແລະ ຮ່ວມມືດ້ານວັດທະນະທຳສາກົນ.

ຫວຽດນາມ ສະເໜີບັນດາບູລິມະສິດໃໝ່ສຳລັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ

ຫວຽດນາມ ສະເໜີບັນດາບູລິມະສິດໃໝ່ສຳລັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ

ຍສໝ - ວັນທີ 30/9 ທີ່ ກວາງນິງ, ທ່ານນາງ ຫງວຽນມິງຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ໃນຂອບການຮ່ວມມື CLMV ແລະ ແມ່ນ້ຳຂອງ - ຍີ່ປຸ່ນ, ສະເໜີຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ຕ່ອງໂສ້ສະໜອງອັດສະລິຍະ, ພະລັງງານທົດແທນ, ປັນຍາປະດິດ ແລະ ບັນດາເຕັກໂນໂລຊີເກີດໃໝ່.

ສວນສາທາລະນະ ເລທິຣຽງ: ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 682 ຊຸດ

ສວນສາທາລະນະ ເລທິຣຽງ: ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ 682 ຊຸດ

ຍສໝ - ວັນທີ 30/9, ບັນດາກຳລັງຂຶ້ນກັບກອງເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຂອງກອງບັນຊາການທະຫານນະຄອນໂຮ່ຈິມິນ ສືບຕໍ່ຂະຫຍາຍຂອບເຂດການຊອກຫາຢູ່ເຂດ B, ສວນສາທາລະນະ ເລທິຣຽງ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດເພີ່ມອີກ 10 ຊຸດ.

APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ

APEC 2027: ເພີ່ມທະວີຄວາມສາມາດດ້ານການຈັດຕັ້ງ, ປັບປຸງກົນໄກການປະສານສົມທົບ

ຍສໝ - ວັນທີ 1-2/10 ທີ່ ຮ່າໂນ້ຍ, ກອງເລຂາແຫ່ງຊາດ APEC 2027, ກະຊວງການຕ່າງປະເທດຫວຽດນາມ ປະສານສົມທົບກັບກະຊວງການຕ່າງປະເທດສະຫະລັດອາເມລິກາ ຈັດກອງສຳມະນາ “ການກະກຽມສຳລັບປີ APEC 2027: ຍົກສູງຄວາມສາມາດດ້ານການຈັດຕັ້ງ ແລະ ການປະສານສົມທົບ”, ສຸມໃສ່ແລກປ່ຽນບົດຮຽນການບໍລິຫານ, ປັບປຸງກົນໄກການປະສານສົມທົບ ແລະ ຍົກສູງຄວາມສາມາດໃນການກະກຽມສຳລັບປີ APEC ຫວຽດນາມ 2027.

ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ

ຜະລິດຕະພັນຫວຽດນາມ - ລາວ ຫຼາຍກວ່າ 100 ລາຍການ ມາລວມຕົວກັນທີ່ ຮ່າໂນ້ຍ

ຍສໝ - ແຕ່ວັນທີ 1-4/10/2026, ຜະລິດຕະພັນອັນເປັນເອກະລັກຂອງຫວຽດນາມ ແລະ ລາວ ຫຼາຍກວ່າ 100 ລາຍການ ໄດ້ຮັບການແນະນຳ, ວາງສະແດງ ແລະ ຈຳໜ່າຍໂດຍກົງ ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ ໃນຂອບ “ສັບປະດາຜະລິດຕະພັນຫວຽດນາມ - ລາວ”.

ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ

ປະສານສົມທົບບໍລິຫານໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ ໃຫ້ມີປະສິດທິຜົນ

ຍສໝ - ວັນທີ 29/9, ຄະນະປະຕິບັດງານຂອງສະຖານກົງສຸນໃຫຍ່ຫວຽດນາມປະຈຳປາກເຊ ນຳໂດຍທ່ານນາງ ຕະເຟືອງຢຸງ, ກົງສຸນໃຫຍ່, ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ໂຮງຮຽນມິດຕະພາບລາວ - ຫວຽດນາມ ແຂວງສາລະວັນ, ແລກປ່ຽນບັນດາວິທີແກ້ໄຂເພື່ອປັບປຸງເງື່ອນໄຂການຮ່ຳຮຽນ, ການດຳລົງຊີວິດ ແລະ ຍົກສູງປະສິດທິຜົນການບໍລິຫານໂຮງຮຽນໃນສົກຮຽນທຳອິດ.

ຫວຽດນາມ - ອິນເດຍ ຂະຫຍາຍເຄືອຂ່າຍການແລກປ່ຽນປະຊາຊົນ

ຫວຽດນາມ - ອິນເດຍ ຂະຫຍາຍເຄືອຂ່າຍການແລກປ່ຽນປະຊາຊົນ

ຍສໝ - ວັນທີ 29/9 ທີ່ ຮ່າໂນ້ຍ, ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຕ້ອນຮັບທ່ານ Tshering Wangchuk Sherpa, ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ແລກປ່ຽນກ່ຽວກັບການເພີ່ມທະວີການແລກປ່ຽນປະຊາຊົນ ແລະ ຂະຫຍາຍເຄືອຂ່າຍການຮ່ວມມືລະຫວ່າງສອງປະເທດ.

ນຳເອົາບຸນໄຫວ້ພະຈັນປະເພນີ ມາສູ່ເດັກນ້ອຍຫວຽດນາມ ຢູ່ ໂກເບ

ນຳເອົາບຸນໄຫວ້ພະຈັນປະເພນີ ມາສູ່ເດັກນ້ອຍຫວຽດນາມ ຢູ່ ໂກເບ

ຍສໝ - ພື້ນທີ່ວັດທະນະທຳທີ່ເຕັມໄປດ້ວຍມູນເຊື້ອດັ້ງເດີມ ໄດ້ຖືກຈຳລອງຄືນໃໝ່ ຢູ່ ນະຄອນ ໂກເບ, ນຳເອົາມາໃຫ້ບັນດາຄອບຄົວຊາວຕ່າງດ້າວຫວຽດນາມ ຄ່ຳຄືນແຫ່ງການໂຮມຊຸມນຸມທີ່ອົບອຸ່ນ ພ້ອມກັບຫຼາຍກິດຈະກຳມ່ວນຊື່ນ ທີ່ຮັກສາໄວ້ເຊິ່ງເອກະລັກຂອງຊາດຢ່າງຄົບຖ້ວນ.

ໂຄສະນາຊາ ຟູເຖາະ ແລະ ອາຫານຫວຽດນາມຢູ່ເກຣັກ

ໂຄສະນາຊາ ຟູເຖາະ ແລະ ອາຫານຫວຽດນາມຢູ່ເກຣັກ

ຍສໝ - ວັນທີ 27/9, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດຫວຽດນາມປະຈຳເກຣັກ ໄດ້ຕ້ອນຮັບຄະນະປະຕິບັດງານແຂວງ ຟູເຖາະ ນຳໂດຍທ່ານ ບຸ່ຍດຶກຮິງ, ຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ, ເພື່ອແລກປ່ຽນກ່ຽວກັບໂອກາດການຮ່ວມມື ແລະ ໂຄສະນາຜະລິດຕະພັນທ້ອງຖິ່ນຢູ່ເກຣັກ.

ຫາຍຟ່ອງ ຜັນຂະຫຍາຍການຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ເຂດ ໝາຈີ່

ຫາຍຟ່ອງ ຜັນຂະຫຍາຍການຊອກຫາອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ເຂດ ໝາຈີ່

ຍສໝ - ຕອນເຊົ້າວັນທີ 26/9 ທີ່ເຂດ ໝາຈີ່, ບ້ານ ມາຍເຊີນ, ຕາແສງ ຫວິງບ໋າວ, ນະຄອນ ຫາຍຟ່ອງ ໄດ້ຈັດພິທີຖະຫວາຍດອກໄມ້, ຖະຫວາຍທູບທຽນ ແລະ ຜັນຂະຫຍາຍວຽກງານຊອກຫາ, ເຕົ້າໂຮມອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດກ່ອນວັນທີ 10/10/2026 ໃນຂອບ “ບັ້ນຮົບ 500 ທັງເວັນທັງຄືນ ຊຸກຍູ້ການຊອກຫາ, ເຕົ້າໂຮມ ແລະ ກຳນົດອັດຕະລັກອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ”.

ສະມາຄົມນັກສຶກສາຫວຽດນາມ ສ້າງເຄືອຂ່າຍໃຫ້ສົມບູນທົ່ວອົດສະຕາລີ

ສະມາຄົມນັກສຶກສາຫວຽດນາມ ສ້າງເຄືອຂ່າຍໃຫ້ສົມບູນທົ່ວອົດສະຕາລີ

ຍສໝ - ວັນທີ 29/9, ສະມາຄົມນັກສຶກສາຫວຽດນາມຢູ່ອົດສະຕາລີ (SVAU) ໄດ້ຕັດສິນໃຈສ້າງຕັ້ງສະມາຄົມນັກສຶກສາຫວຽດນາມຢູ່ດິນແດນພາກເໜືອຂອງອົດສະຕາລີ (NOVAS), ຜ່ານນັ້ນ ເຮັດໃຫ້ເຄືອຂ່າຍການຈັດຕັ້ງສະມາຄົມໃນທຸກລັດ ແລະ ດິນແດນຂອງອົດສະຕາລີສົມບູນ.

|< < 1 2 3 4 5 > >|