
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
ຍສໝ - ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ ຈຳນວນ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫຼືອ ສສ ມຽນມາ ໃນການຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ສູນຫາຍຈາກເຫດການແຜ່ນດິນໄຫວ
ຍສໝ - ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ ຈຳນວນ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫຼືອ ສສ ມຽນມາ ໃນການຊອກຄົ້ນ, ກອບກູ້ ແລະ ຊ່ວຍເຫຼືອຜູ້ສູນຫາຍຈາກເຫດການແຜ່ນດິນໄຫວ
ຍສໝ - ໄພພິບັດຄັ້ງໃຫຍ່ 2 ຄັ້ງແມ່ນ ສົງຄາມ ແລະ ໄພພິບັດທໍາມະຊາດ ໄດ້ ແລະ ກໍາລັງຢູ່ໃນຄວາມເສຍຫາຍຕາຍຈາກທີ່ແສນເສົ້າ, ທຸກໂສກຫຼວງຫຼາຍໃຫ້ກັບມວນມະນຸດ. ປີ 2025 ໄພພິບັດເຫຼົ່ານີ້ຈະເປັນແນວໃດ ແລະ ພວກເຮົາຕ້ອງເຮັດແນວໃດເພື່ອແກ້ໄຂ? ວົງການນັກຊ່ຽວຊານດ້ານວິທະຍາສາດວັດຖຸນິຍົມ, ສາສະໜາ ແລະ ວິທະຍາສາດລຶກລັບ ພາກຕາເວັນອອກ ມີບາງຄໍາເຫັນເພື່ອອ້າງອີງຄົ້ນຄວ້າ.
ຍສໝ - ຫວ່າງມໍ່ໆມານີ້, ອົງການ Samaritan’s Purse (ອາເມລິກາ) - ຫ້ອງການຕາງໜ້າຢູ່ ຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ມອບເຄື່ອງຂອງ 250 ພູດໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບຈາກພະຍຸເລກ 6 (ຈ່າມີ) ປີ 2024 ທີ່ເກີດຢູ່ແຂວງ ເຈືອງຖຸ້ຍ, ເມືອງ ເລ້ຖຸ້ຍ (ແຂວງກວາງບິ່ງ).
ຍສໝ - ດໍາເນີນແຕ່ວັນທີ 18 ຫາວັດທີ 25 ພະຈິກ, ການຝຶກຊ້ອມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບ 3 ປະເທດ, ໜູນຊ່ວຍເຊິ່ງກັນ ແລະກັນໃນກໍລະນີເກີດໄພພິບັດທາງທໍາມະຊາດ, ຈໍາກັດຄວາມເສຍຫາຍທາງດ້ານຊີວິດ ແລະຊັບສິນ.
ຍສໝ - ວັນທີ 20 ພະຈິກນີ້, ຢູ່ ຮ່າໂນ້ຍ, ເວທີຊາວໜຸ່ມກາແດງ ແລະ ຊີກວົງເດືອນແດງພາກພື້ນ ອາຊີ - ປາຊີຟິກ ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍຫົວຂໍ້ “ຍົກສູງຄວາມສາມາດຕ້ານທານ: ການນຳຊາວໜຸ່ມສົ່ງແຮງບັນດານໃຈເພື່ອຊຸກຍູ້ການປະດິດສ້າງກຽມພ້ອມຕໍ່ໄພພິບັດ".
ຍສໝ - ວັນທີ 27 ພະຈິກ, ຢູ່ກອງພັນໃຫຍ່ 990, ກອງບັນຊາການທະຫານແຂວງກອນຕູມ (ທະຫານເຂດ 5) ໄດ້ເປີດຊຸດຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດລະຫວ່າງການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ໃນໄລຍະ 1 ອາທິດ, ບັນດາພະນັກງານຂອງລາວ ໄດ້ຝຶກອົບຮົມກ່ຽວກັບເນື້ອໃນດັ່ງນີ້: ວິທີການຂຶ້ນແຜນ, ຈັດການກະກຽມ ແລະຜັນຂະຫຍາຍວຽກງານກູ້ຊີບ-ກູ້ໄພ; ການເປັນເສນາທິການໃຫ້ແກ່ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນ ໃນການຊີ້ນຳນໍາພາ, ຈັດກໍາລັງຮັບມືໃນຂະນະທີ່ເກີດໄພພິບັດທໍາມະຊາດ ແລະຊອກຫາກູ້ໄພ-ກູ້ຊີບ...
ຍສໝ - ນີ້ແມ່ນການເຄື່ອນໄຫວທີ່ປະຕິບັດຕາມແຜນນະໂຍບາຍການຮ່ວມມືສາກົນໃນວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດ, ພ້ອມທັງຍົກສູງນໍ້າໃຈສາມັກຄີ, ຮ່ວມມື, ມິດຕະພາບລະຫວ່າງແຂວງດ້ຽນບຽນ ແລະຫຼວງພະບາງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ໄດ້ຈັດພິທີມອບລາງວັນສື່ມວນຊົນໃນຫົວຂໍ້ “ໄພພິບັດທາດພິດສີສົ້ມ ແລະພາລະກິດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມທີ່ອາເມລິກາ ນຳໃຊ້ໃນປາງສົງຄາມຫວຽດນາມ”, ຄັ້ງທີ I, ປີ 2020-2021.
ໃນຊຸມປີຜ່ານມາ, ກອງທຶນຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມໄດ້ລະດົມທຶນເປັນຈຳນວນ 2.660 ຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ມີໝູ່ບ້ານສັນຕິພາບ, ໝູ່ບ້ານມິດຕະພາບ 12 ແຫ່ງ ແລະ ສູນເດັກນ້ອຍພິການ, ສູນໜູນຊ່ວຍສັງຄົມ ຫຼາຍແຫ່ງພວມຟື້ນຟູນສຸຂະພາບ, ສັ່ງສອນ, ລ້ຽງດູ ເດັກນ້ອຍພິການນັບພັນຄົນ ຈາກທາດພິດສີສົ້ມ, ຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດການເປັນຢູ່.
ຕອນບ່າຍວັນທີ 13 ກໍລະກົດ, ທີ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ສະມາຄົມຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຫວຽດນາມ, ສູນກະທໍາແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ ແລະສິ່ງແວດລ້ອມ, ຫ້ອງການ 701, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ສົມທົບກັບສູນສາກົນກໍ່ສ້າງ ແລະຄົ້ນຄວ້າຄະນິດສາດ, ກອງທຶນປ່ຽນໃໝ່ຫົວຄິດປະດິດສ້າງ VinGroup ຈັດພິທີເປີດງານວາງສະແດງ “ໄພພິບັດທາດພິດສີສົ້ມ/ດີໂອຊີນ - 60 ປີຫວນຄືນຫຼັງ”.
ຍສໝ - ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຄະນະກຳມະການສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ຢູ່ຫວຽດນາມ ໄດ້ພົບປະກັບສື່ມວນຊົນ, ແຈ້ງຂໍ້ມູນຂ່າວສານ, ແນະນຳບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ (10 ສິງຫາ 1961 - 10 ສິງຫາ 2021).
ຍສໝ - ຍ້ອນສະຖານະການທີ່ສັບສົນຂອງການລະບາດຂອງພະຍາດ COVID-19, ເດືອນປະຕິບັດງານສຳລັບເດັກໃນປີ 2021 ໄດ້ຖືກເລືອກຫົວຂໍ້ "ຮ່ວມແຮງຮ່ວມໃຈ ໃນການຮັບປະກັນການຈັດຕັ້ງປະຕິບັດສິດທິເດັກ, ປົກປ້ອງເດັກໃນໄລຍະເກີດໄພພິບັດທາງທຳມະຊາດ ແລະ ໂລກລະບາດ"...
ການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອຟື້ນຟູຫລັງໄພ ພິບັດນໍ້າຖ້ວມ ໃນປີ 2018, 2019 ແລະ 2020 ໄດ້ສະແດງໃຫ້ເຫັນວ່າ, ຄວາມຕ້ອງການແຫລ່ງຊັບພະຍາກອນ ເພື່ອການຟື້ນຟູຫລັງໄພພິບັດ ນໍ້າຖ້ວມໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວນັ້ນ ແມ່ນມີຫລາຍ ລວມ 3 ປີທັງໝົດມີມູນຄ່າ ປະມານ 5,774.2 ຕື້ກີບ, ປີທີ່ມີຄວາມຕ້ອງການຫລາຍກວ່າໝູ່ ແມ່ນຈາກເຫດການໄພພິບັດ ນໍ້າຖ້ວມໃນປີ 2018 ມີມູນຄ່າ ຄວາມຕ້ອງການເຖິງ 4,423 ຕື້ກີບ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຫະພັນອົງການມິດຕະພາບຫວຽດນາມ, ຄະນະກຳມະການປະຕິບັດກອງປະຊຸມກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານໃນປີ 2020 ແລະ ປຶກສາຫາລືກ່ຽວກັບທິດທາງ ແລະ ໜ້າວຽກສຳລັບປີ 2021.
ເພື່ອເຮັດໃຫ້ການເຄື່ອນໄຫວ ວຽກງານຄຸ້ມຄອງໄພພິບັດ ມີປະສິດທິຜົນສູງ ໃນ 5 ປີຕໍ່ໜ້າ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ບັນດາຄະນະ ກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ແຂວງ ຕ້ອງສຸມໃສ່ບາງບັນຫາ ດັ່ງນີ້໋: ຜັນຂະຫຍາຍ ທິດທາງແຜນການ 5 ປີ 2021-2025 ຂອງຄະນະກໍາມະການ ຄຸ້ມຄອງໄພພິບັດ ໃຫ້ເປັນແຜນວຽກລະອຽດຂອງຕົນ ຈັດຕັ້ງປະຕິບັດແຕ່ລະປີ ຕາມພາລະບົດ ບາດຂອງຕົນ ໃຫ້ມີປະສິດທິຜົນ; ປັບປຸງ ແລະ ສ້າງຕັ້ງຄະນະກໍາມະການ ຄຸ້ມຄອງໄພພິບັດ ຂັ້ນແຂວງ, ເມືອງ ແລະ ບ້ານ ທີ່ມີຄວາມສ່ຽງສູງ ຕໍ່ໄພພິບັດ ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ຄະນະກໍາມະການດັ່ງ ກ່າວ ເພື່ອຊ່ວຍຊຸກຍູ້ ຈັດຕັ້ງປະຕິບັດ ວຽກງານຕ່າງໆ...
ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງ ໄພພິບັດທົ່ວປະເທດ ປະຈໍາປີ 2020 ເພື່ອຮັບຟັງການສະເໜີ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ລວມທັງແຜນວຽກຈຸດສຸມ ແລະ ການກຽມຄວາມພ້ອມ ຕອບໂຕ້ໄພພິບັດ ປີ 2021.
ໃນວັນທີ 19 ມີນາ 2021 ນີ້ ທີ່ນະຄອນຫລວງວຽງຈັນ, ອົງການອາຫານໂລກ ແລະ ອົງ ການພັດທະນາສາກົນ ອາເມລິກາ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປີດໂຄງ ການ ໃນການສ້າງຄວາມສາມາດ ກຽມຄວາມພ້ອມ ໃຫ້ການຊ່ວຍເຫລືອ ຫລຸດຜ່ອນຄວາມສ່ຽງ ໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃນສປປ ລາວ ໃນມູນຄ່າ 750.000 ໂດລາສະຫະລັດ. ໂດຍມີທ່ານ ກິນດາວົງ ຫລວງລາດ ຮອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບົດລາຍງານຖືວ່າ ບັນດາມາດຕະການໃນປະຈຸບັນ ເຊິ່ງລັດຖະບານ ຫວຽດນາມ ພວມປະຕິບັດແມ່ນເປັນໜ້າປະທັບໃຈພໍສົມຄວນ ແລະ ນຳ ຫວຽດນາມ ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ບັນດາມາດຕະການຍັງບໍ່ທັນຄົບຖ້ວນ ເພື່ອຮັບມືຕໍ່ຄວາມສ່ຽງຈາກໄພພິບັດທຳມະຊາດ.
ພິທີມອບ-ຮັບເງິນຊ່ວຍເຫລືອ ຈຳນວນ 10.000 ໂດລາສະຫະລັດ ຫລື ປະມານ 90 ລ້ານກີບ ຈາກອົງການປົກຄອງ ແຂວງຫລວງພະບາງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບ ໄພພິບັດທາງທຳມະຊາດຢູ່ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2020 ຢູ່ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ແຂວງຫລວງພະບາງ.