ການນຳຊາວໜຸ່ມສົ່ງແຮງບັນດານໃຈເພື່ອຊຸກຍູ້ການປະດິດສ້າງກຽມພ້ອມຕໍ່ໄພພິບັດ

15:52 | 27/11/2023

ຍສໝ - ວັນ​ທີ 20 ພະຈິກນີ້, ຢູ່​ ຮ່າ​ໂນ້ຍ, ເວທີຊາວ​ໜຸ່ມ​ກາ​ແດງ ​ແລະ ຊີກວົງເດືອນແດງ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ໄດ້​​​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ຫົວ​ຂໍ້ “ຍົກສູງ​ຄວາມສາມາດຕ້ານທານ: ການນຳຊາວໜຸ່ມສົ່ງແຮງບັນດານໃຈເພື່ອຊຸກຍູ້ການປະດິດສ້າງກຽມພ້ອມຕໍ່ໄພພິບັດ".

ສປປ.ລາວ: ແຂວງພາກເໜືອສືບຕໍ່ ເອົາໃຈໃສ່ ສົ່ງເສີມການຜະລິດສິນຄ້າ ຫລຸດຜ່ອນການນຳເຂົ້າ ສປປ.ລາວ: ແຂວງພາກເໜືອສືບຕໍ່ ເອົາໃຈໃສ່ ສົ່ງເສີມການຜະລິດສິນຄ້າ ຫລຸດຜ່ອນການນຳເຂົ້າ
ການນຳລາວ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ການນຳລາວ ໄດ້ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ລາວ

ນີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ພັດທະນາ​ຂອງ​ສະມາຄົມ​ກັບ​ບັນດາ​ຄູ່​ຮ່ວມ​ມື​ສາກົນ ແລະ ບັນດາ​ອົງການ, ວິ​ສາ​ຫະກິດຫວຽດນາມ. ຈາກ​ນັ້ນ, ກໍ່ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ ຫວຽດນາມ ​ ແລະ ຄວາມ​ຮັບຜິດຊອບ ​ແລະ ການ​ກະທຳ​ຂອງເວທີຊາວໜຸ່ມກາແດງ/ຊີກວົງເດືອນແດງຢູ່​ພາກ​ພື້ນໃນ​ການຮັບມືກ່ຽວກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ໄພພິບັດ.

ການນຳຊາວໜຸ່ມສົ່ງແຮງບັນດານໃຈເພື່ອຊຸກຍູ້ການປະດິດສ້າງກຽມພ້ອມຕໍ່ໄພພິບັດ

ທ່ານ​ນາງ ຮວ່າງ​ທິ​ຊວນ​ລາມ, ຮອງ​ປະທານສະພາກາແດງ ຫວຽດນາມ ໄດ້​​ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ

ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ນາງ ຮວ່າງ​ທິ​ຊວນ​ລາມ, ຮອງ​ປະທານສະພາກາແດງ ຫວຽດນາມ ​ໄດ້​​ຕ້ອນຮັບ​ຜູ້​ແທນ​ຊາວ​ໜຸ່ມ​ເກືອບ 40 ສະມາຄົມ​ແຫ່ງ​ຊາດທີ່​ເຂົ້າ​ຮ່ວມ​ເວທີຊາວໜຸ່ມກາແດງ, ຊີກວົງເດືອນແດງພາກພື້ນ ອາຊີ - ປາຊີຟິກ ຄັ້ງ​ທີ 4.

ຕາມ​ທ່ານ​ນາງ​ ຮວ່າງ​ທິ​ຊວນລາມ ​ແລ້ວ, ປະຈຸ​ບັນ​ ໂລກ​ພວມ​ເຫັນ​ໄດ້​ບັນດາ​ການ​ປ່ຽນ​ແປງ​ທີ່​ທ້າ​ທາຍ​ຕ່າງໆ​ໃນ​ທົ່ວ​ໂລກ​ເຊັ່ນ: ຜົນຮ້າຍຂອງ​ພະຍາດ​ໂຄວິດ-19, ​ໄພ​ພິ​ບັດ​ທີ່​ບໍ່​ອາດ​ຄາດ​ເດົາ​ໄດ້​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການເພີ່ມຂຶ້ນຂອງຄວາມຍາກ​ໃນການ​ຄາດ​ຄະ​ເນ​ ແລະ ຄວາມ​ຮ້າຍ​ແຮງ​ຂອງ​ທຳ​ມະ​ຊາດ, ໄພ​ພິ​ບັດ ເຊິ່ງພາກ​ພື້ນ​ ອາ​ຊີ​ - ປາ​ຊີ​ຟິກ​ ໄດ້​ຖືກກໍາ​ນົດວ່າ​ເປັນ​ພາກ​ພື້ນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຫຼາຍ​ທີ່​ສຸດ​ໃນ​ໂລກ..

ສະ​ນັ້ນ, ມັນ​ຮຽກຮ້ອງ​ໃຫ້​ບັນດາ​ສະມາຄົມ​ແຫ່ງ​ຊາດ, ​ໃນ​ນັ້ນ​ມີ​ຊາວ​ໜຸ່ມ​ກາ​ແດງ ​ແລະ ຊີກວົງເດືອນແດງ​ຢູ່​ພາກ​ພື້ນ ​ອາຊີ - ປາຊີ​ຟິກ ຕ້ອງ​ປັບ​ຕົວ ​ແລະ ຫັນ​ປ່ຽນ​ຢ່າງ​ທັນ​ການ ​ເພື່ອ​ສາມາດ​ຕອບ​ສະໜອງ​ບັນດາ​ເງື່ອນ​ໄຂ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ຕັ້ງໜ້າ.

ຕາມ​ທ່ານ​ນາງ Maha al Barjas, ຮອງ​ປະທານ​ສະມາຄົມກາ​ແດງ ແລະ ຊີກວົງເດືອນແດງສາກົນ (IFRC), ເວທີ​ປາ​ໄສ “ຍົກສູງ​ຄວາມສາມາດຕ້ານທານ: ການນຳຊາວໜຸ່ມສົ່ງແຮງບັນດານໃຈເພື່ອຊຸກຍູ້ການປະດິດສ້າງກຽມພ້ອມຕໍ່ໄພພິບັດ" ໄດ້ຈັດຂຶ້ນຢ່າງທັນການທີ່ສຸດ.

ເນື່ອງຈາກວ່າ ວິກິດການມະນຸດສະທຳກຳລັງສ້າງສົ່ງຜົນກະທົບທີ່ບໍ່ສົມສ່ວນເຖິງໄວຫນຸ່ມ ແລະ ປະກອບສ່ວນວ້າງເປັນສິ່ງທ້າທາຍຕ່າງໆເຊັ່ນ: ການສຶກສາຂາດວັກຂາດຕອນ, ການຫວ່າງງານ, ການປະເຊີນຫນ້າ ຫຼື ມີຄວາມສ່ຽງໄດ້ຮັບຜົນສະທ້ອນຈາກຄວາມຮຸນແຮງ (ລວມມີຄວາມຮຸນແຮງທາງເພດ, ຄວາມຮຸນແຮງຕໍ່ເພດ), ແລະ ຄວາມສ່ຽງດ້ານສຸຂະພາບ. ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ກ່າວ​ມາ​ນັ້ນ, ຕ້ອງ​ປ່ຽນ​ໃໝ່​ແນວ​ຄິດ, ປ່ຽນ​ໃໝ່​ວິທີ​ເຮັດ​ວຽກ ​ແລະ ​ການເຊື່ອມ​ໂຍງ​ເຂົ້າກັນ​ກວ່າ​ອີກ ​ເພື່ອ​ຮັກສາ​ຄວາມ​ຍືນ​ຍົງ ​ແລະ ​ແທດ​ຈິງ​ໃຫ້​ແກ່​ຄົນ​ລຸ້ນ​ໃນ​ປະຈຸ​ບັນ ​ແລະ ຄົນ​ລຸ້ນຕໍ່ໄປ.

ມິງດຶກ

ເຫດການ
302 Found

Found

The document has moved here.