ອົງການ UNICEF ໃຫ້ການໜູນຊ່ວຍສຸກເສີນໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ ດ້ຽນບຽນ, ເຊີນລາ, ເຫງ້ອານ

ອົງການ UNICEF ໃຫ້ການໜູນຊ່ວຍສຸກເສີນໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ ດ້ຽນບຽນ, ເຊີນລາ, ເຫງ້ອານ

​ຍສໝ - ເພື່ອ​ຕອບ​ສະໜອງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຈາກ​ໄພ​ນ້ຳ​ຖ້ວມ ແລະ ດິນ​ເຈື່ອນ​ຢູ່​ບັນດາ​ແຂວງ​ເຂດ​ພູດ​ອຍພາກ​ເໜືອ ​ແລະ ພາກ​ກາງ​ເໜືອ, ກອງ​ທຶນ​ເດັກ​ສະຫະ​ປະຊາ​ຊາດ (UNICEF) ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຜັນ​ຂະຫຍາຍ​ການ​ໜູນ​ຊ່ວຍ​ສຸກ​ເສີນນ້ຳ​ສະອາດ ​ແລະ ອະນາໄມ​ໃຫ້​ເຖິງບັນດາ​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢູ່ ດ້ຽນບຽນ, ​ເຊີນ​ລາ ​ແລະ ​ເຫງ້ອານ.

ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

ອົງການຊ່ວຍເຫຼືອເດັກນ້ອຍຊ່ວຍເຫຼືອສຸກເສີນ 10 ຕື້ດົງ ໃຫ້ແກ່ປະຊາຊົນເຂດທີ່ປະສົບພາຍຸ ແລະ ໄພນ້ຳຖ້ວມຢູ່ ລາວກາຍ

ຍສໝ - ວັນທີ 1 ຕຸລາ, ທີ່ເມືອງ ບາດຊາດ ແຂວງ ລາວກາຍ, ອົງການ Save the Children International - ສຳນັກງານປະຈຳ ປະເທດຫວຽດນາມ (ອົງການຊ່ວຍເຫຼືອເດັກນ້ອຍສາກົນ) ໄດ້ຮ່ວມມືກັບສະພາກາແດງແຂວງ ລາວກາຍ ຈັດພິທີເປີດໂຄງການ “ຊ່ວຍເຫຼືອສຸກເສີນໃຫ້ແກ່ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກຝົນຕົກໜັກ ແລະ ນໍ້າຖ້ວມເນື່ອງມາຈາກພາຍຸເລກທີ 3 ປີ 2024 ຢູ່ ແຂວງ ລາວກາຍ”. ກິດຈະກຳນີ້ແມ່ນຢູ່ພາຍໃນຂອບເຂດຂອງໂຄງການຊ່ວຍເຫຼືອທີ່ໄດ້ຮັບການອະນຸມັດຈາກຄະນະກຳມະການປະຊາຊົນແຂວງ ລາວກາຍ ຕາມຂໍ້ຕົກລົງເລກທີ 2414/QĐ-UBND ລົງວັນທີ 24 ກັນຍາ 2024.

ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພນ້ຳຖ້ວມ ແລະ ດິນເຈື່ອນ

ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພນ້ຳຖ້ວມ ແລະ ດິນເຈື່ອນ

ຍສໝ - ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ ແລະ ສະມາຄົມປະຊາຊົນຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມ ປະຈໍາ 3 ແຂວງຄື: ສະຫວັນນະເຂດ, ຄໍາມ່ວນ ແລະ ບໍລິຄໍາໄຊ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ເຫດດິນເຈື່ອນຢູ່ແຂວງສະຫວັນນະເຂດ, ຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ໃນຊຸມມື້ທີ່ຜ່ານມາ.

ລັດຖະບານອົດສະຕາລີ ໄດ້ບໍລິຈາກເງິນຈຳນວນ 1 ລ້ານໂດລາອົດສະຕາລີ ເພື່ອຊ່ວຍເຫລືອພາກກາງຫວຽດນາມ ຟື້ນຟູພາຍຫຼັງໄພນ້ຳຖ້ວມ

ລັດຖະບານອົດສະຕາລີ ໄດ້ບໍລິຈາກເງິນຈຳນວນ 1 ລ້ານໂດລາອົດສະຕາລີ ເພື່ອຊ່ວຍເຫລືອພາກກາງຫວຽດນາມ ຟື້ນຟູພາຍຫຼັງໄພນ້ຳຖ້ວມ

ຍສໝ - ໄລ່ຮອດວັນທີ 24 ມັງກອນປີ 2021, ໂຄງການໄດ້ມອບໃຫ້ປະຊາຊົນເກືອບ 14.500 ຄົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ລົມພາຍຸຢູ່ 3 ແຂວງຄື: ແຂວງເທື່ອທຽນເຫວ້, ກວາງຈີ້ ແລະ ກວາງນາມ.

ອິນເດຍ ໄດ້ບໍລິຈາກສິ່ງຂອງສ່ວນຕົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

ອິນເດຍ ໄດ້ບໍລິຈາກສິ່ງຂອງສ່ວນຕົວໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

ຍສໝ - ຫວ່າງແລ້ວນີ້, ທ່ານ Pranay Verma - ເອກອັກຄະລັດຖະທູດອິນເດຍ ປະຈຳ ຫວຽດນາມ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ທີ່ລັດຖະບານອິນເດຍມອບໃຫ້ຜູ້ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ ແລະ ດິນເຈື່ອນທີ່ເກີດຂຶ້ນຢູ່ຫຼາຍແຂວງພາກກາງຫວຽດນາມ.

ເອກອັກຄະລັດຖະທູດອັງກິດ ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມຢູ່ແຂວງກວາງບິ່ງ

ເອກອັກຄະລັດຖະທູດອັງກິດ ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມຢູ່ແຂວງກວາງບິ່ງ

ຍສໝ - ໃນວັນທີ 19 ພະຈິກ, ທ່ານ Gareth Ward - ເອກອັກຄະລັດຖະທູດອັງກິດ ປະຈຳຫວຽດນາມ  ແລະ ພະນັກງານຂອງສະຖານທູດອັງກິດ ປະຈຳຫວຽດນາມ ໄດ້ໄປຢ້ຽມຢາມຕາແສງເຕີນນິງ ແລະ ເຊີນຖູຍ ເຊິ່ງເປັນສອງທ້ອງຖິ່ນຂອງແຂວງກວາງບິ່ງ (ຫວຽດນາມ) ໄດ້ຮັບຜົນກະທົບຢ່າງຮ້າຍແຮງທີ່ສຸດຍ້ອນໄພນ້ຳຖ້ວມ.

ອົງການ UNFPA ມອບຊຸດເຄື່ອງໃຊ້ຈໍາເປັນໃຫ້ສະຫະພັນແມ່ຍິງລາວ ເພື່ອນຳໄປຊ່ວຍດຫລືອຜູ້ປະສົບໄພນ້ຳຖ້ວມ

ອົງການ UNFPA ມອບຊຸດເຄື່ອງໃຊ້ຈໍາເປັນໃຫ້ສະຫະພັນແມ່ຍິງລາວ ເພື່ອນຳໄປຊ່ວຍດຫລືອຜູ້ປະສົບໄພນ້ຳຖ້ວມ

ຍສໝ - ໃນວັນທີ 6 ພະຈິກ 2020 ທີ່ສູນກາງສະຫະພັນແມ່ຍິງລາວ, ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ໄດ້ນຳເອົາຊຸດອຸປະກອນເຄື່ອງ ໃຊ້ຈໍາເປັນ ຈຳນວນ 200 ຊຸດ ມາມອບໃຫ້ຫ້ອງ ການສູນກາງສະຫະພັນແມ່ຍິງລາວ ເພື່ອນຳໄປແຈກຢາຍ ໃຫ້ແກ່ຄອບຄົວ ຜູ້ປະສົບໄພນ້ຳຖ້ວມ ໂດຍສະເພາະ ແມ່ນແມ່ຍິງ ແລະ ເດັກນ້ອຍຍິງ ທີ່ຢູ່ໃນໄວຈະເລີນພັນ (15-49 ປີ) ຢູ່ແຂວງສະຫວັນນະເຂດ.

ລັດຖະບານໂຮງລັງ ໜຸນຊ່ວຍ 2 ລ້ານ ເອີໂຣ ໃຫ້ແກ່ບັນດາທ້ອງຖີ່ນພາກກາງຫວຽດນາມ

ລັດຖະບານໂຮງລັງ ໜຸນຊ່ວຍ 2 ລ້ານ ເອີໂຣ ໃຫ້ແກ່ບັນດາທ້ອງຖີ່ນພາກກາງຫວຽດນາມ

ຍສໝ - ທ່ານນາງ Elsbesh Akkerman - ເອກອັກຄະລັດຖະທະທູດໂຮງລັງ ປະຈຳຢູ່ຫວຽດນາມ ໄດ້ສະແດງຄວາມເສົ້າສະຫຼົດໃຈ ມາຍັງລັດຖະບານຫວຽດນາມ ຕໍ່ໜ້າບັນດາຄວາມເສຍຫາຍຢ່າງໜັກ ໃນດ້ານຊິວີດອິນຊີ, ສັບສິນ ແລະ ພື້ນຖານໂຄງລ່າງ.

Plan International VietNam ໄດ້ລະດົມ 26,3 ຕື້ດົ່ງ ເພື່ອສະໜັບສະໜູນຜູ້ປະສົບໄພນ້ຳຖ້ວມ ຢູ່ພາກກາງຂອງປະເທດຫວຽດນາມ

Plan International VietNam ໄດ້ລະດົມ 26,3 ຕື້ດົ່ງ ເພື່ອສະໜັບສະໜູນຜູ້ປະສົບໄພນ້ຳຖ້ວມ ຢູ່ພາກກາງຂອງປະເທດຫວຽດນາມ

ຍສໝ - ປະຈຸບັນນີ້, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ Plan International  ໄດ້ມີການສະໜັບສະໜູນບັນດາແຂວງກວາງບິ່ງ ແລະ ກວາງຈີ້ (ພາກກາງຂອງປະເທດຫວຽດນາມ) ຫຼັງຈາກເກີດໄພພິບັດນ້ຳຖ້ວມ.

ສະຫະພາບເອີລົບ (ອີຢູ) ຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ບັນດາແຂວງເຂດພາກກາງ

ສະຫະພາບເອີລົບ (ອີຢູ) ຊ່ວຍເຫຼືອມະນຸດສະທຳດ່ວນໃຫ້ແກ່ບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຢູ່ບັນດາແຂວງເຂດພາກກາງ

ຍສໝ - ສະ​ຫະ​ພາບ​ເອີ​ຣົບ ໜູນ​ຊ່ວຍ ຫວຽດ​ນາມ ​ເປັນເງິນຈຳ​ນວນ 1,3 ລ້ານ​ເອີໂຣ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ.

ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

ປະຊາຄົມຊາວຫວຽດນາມຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ມຸ່ງໄປເຖິງປະຊາຊົນເຂດພາກກາງ

ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.

ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງການປຸກລະດົມບໍລິຈາກເງິນ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.

ຊຸມຊົນຊາວຫວຽດນາມຢູ່ລາວ ມຸ່​ງ​ໄປ​ເຖິງ​ປະ​ຊາ​ຊົນ​ເຂດ​ພາກ​ກາງ

ຊຸມຊົນຊາວຫວຽດນາມຢູ່ລາວ ມຸ່​ງ​ໄປ​ເຖິງ​ປະ​ຊາ​ຊົນ​ເຂດ​ພາກ​ກາງ

ຍສໝ - ສະຖານທູດຫວຽດນາມ ປະຈຳ.ລາວ ໄດ້ຈັດຕັ້ງການບໍລິຈາກເງິນ ເພື່ອສະໜັບສະໜູນປະຊາຊົນພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຈາກໄພນ້ຳຖ້ວມໜັກໜ່ວງທີ່ສຸດໃນປະຫວັດສາດ ໃນຊຸມມື້ທີ່ຜ່ານມາ.

ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ

ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ

ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ.

ເລຂາທິການໃຫຍ່, ປະທານປະເທດ ລາວ ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້

ເລຂາທິການໃຫຍ່, ປະທານປະເທດ ລາວ ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້

ຍສໝ - ວັນທີ 19 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້.

ກະຊວງປ້ອງກັນປະເທດສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ຈຳປາສັກ ແລະ ສາລະວັນ.

ກະຊວງປ້ອງກັນປະເທດສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ຈຳປາສັກ ແລະ ສາລະວັນ.

ໃນລະຫວ່າງວັນທີ 26 - 27 ຕຸລານີ້, ສະຫາຍ ພົນຕີ ປອ ວົງ ຄຳ ພົມມະກອນ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນ ຫຼ້າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດຕາງ ໜ້າໃຫ້ກະຊວງປ້ອງກັນປະເທດໄດ້ສືບຕໍ່ມອບເຄື່ອງອຸປະໂພກ - ບໍລິໂພກໃຫ້ ແຂວງຈໍາປາສັກ ແລະ ແຂວງ ສາລະວັນ.

ນະຄອນຫຼວງວຽງຈັນ ສືບຕໍ່ສະໜອງສິ່ງທີ່ຈຳເປັນ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ.

ນະຄອນຫຼວງວຽງຈັນ ສືບຕໍ່ສະໜອງສິ່ງທີ່ຈຳເປັນ ໃຫ້ແກ່ປະຊາຊົນທີ່ປະສົບໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ.

ວັນທີ 27 ກັນຍາ 2019, ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຕາງ-ໜ້າໃຫ້ຄະນະພັກ ອົງການປົກຄອງ ສະພາປະຊາຊົນ ແລະ ປະຊາຊົນ ຊາວນະຄອນຫຼວງວຽງຈັນ (ນວ) ສືບຕໍ່ນຳເງິນ 20 ລ້ານກີບ ແນວພັນເຂົ້າໜ່ຽວ 1.000 ກິໂລ ເຂົ້າສານ 1.500 ກິໂລ ເຄື່ອງນຸ່ງຫົ່ມ 150 ເປົາ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ລວມມູນຄ່າ 50.315.000 ກີບ ໄປມອບໃຫ້ແຂວງອັດຕະປື ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ.

ແຂວງ ບິງດິ໊ງ ໜູນຊ່ວຍ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ

ແຂວງ ບິງດິ໊ງ ໜູນຊ່ວຍ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ

ຍສໝ - ວັນທີ 19 - 20 ເດືອນກັນຍາ,ຄະນະປະຕິບັດງານ ແຂວງບິງດິຶ້ງ ໄດ້ມີການເຮັດວຽກກັບຜູ້ນຳຂອງບັນດາ ແຂວງພາກກາງ ແລະ ພາກໃຕ້ຂອງ ແຫ່ງ ສປປ.ລາວ ທີ່ປະສົບໄພທຳມະຊາດ.

ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ໃນວັນ​ທີ 17 ກັນຍາ 2019, ທ່ານ ນາງ ​ໃບ​ຄຳ ຂັດ​ຕິຍະ ຮອງ​ລັດຖະມົນຕີ​ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ຕາງໜ້າ​ຄະນະ​ກຳມະການປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​​ແຫ່ງ​ຊາດ ຮັບ​ເງິນ​ຊ່ວຍ​ເຫລືອ ຈາກ​ສະມາຄົມ​ເຟີ​ນີ​ເຈີ​ລາວ ຈຳນວນ 15 ລ້ານ​ກີບ, ​ເຊິ່ງມອບ​ໂດຍ ທ່ານ ກອງ​ມະລາ ພົມມະ​ໄລ ຮອງ​ປະທານ​ສະ​ມາ​ຄົມ​ເຟີ​ນີ​ເຈີ​ລາວ ​ແລະ ຮັບ​ເງິນ​ ຈຳນວນ 10 ລ້ານ​ກີບ ຈາກ ທ່ານ ຟານ ຫຍົງ​ເມົາ ປະທານ ບໍລິສັດ ວຽງ​ຈັນ ​ເຊີນ​ຈ່ານ ການ​ຄ້າ​ສາ​ກົນ​ຈຳກັດ ​ ເພື່ອ​​ປະກອບສ່ວນ​ຊ່ວຍ​ເຫລືອ ບັນ​ເທົາ​ທຸກ​ໃຫ້​ປະຊາຊົນ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດນ້ຳ​ຖ້ວມ ພາກ​ກາງ ​​ແລະ ພາກ​ໃຕ້​ຂອງ​ລາວ.

ແຂວງກວ້າງນາມ ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມແຂວງຈຳປາສັກ

ແຂວງກວ້າງນາມ ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມແຂວງຈຳປາສັກ

ໃນວັນທີ 15 ກັນຍາ 2019, ຢູ່ສະໂມສອນຫຼັກ4 ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບຈັດເງິນຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຈໍາປາສັກ, ໂດຍການມອບຂອງ ທ່ານ ວໍ້ຊວນກາ ກໍາມະການປະຈໍາພັກແຂວງ,ຫົວໜ້າຄະນະຂົນຂວາຍແຂວງ,ປະທານແນວໂຮມແຫ່ງຊາດ ສສ ຫວຽດນາມ ແຂວງກວາງນາມ ພ້ອມຄະນະ ແລະ ຮັບໂດຍ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ພ້ອມດ້ວຍຄະນະກໍາມະການປ້ອງກັນ,ຄວບຄຸມ ແລະຟື້ນຟູ ໄພພິບັດແຂວງຈໍາປາສັກ ແລະ ພະແນກການທີ່ກ່ຽວຂ້ອງ.