ກະຊວງປ້ອງກັນປະເທດສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ຈຳປາສັກ ແລະ ສາລະວັນ.

17:12 | 28/10/2019

ໃນລະຫວ່າງວັນທີ 26 - 27 ຕຸລານີ້, ສະຫາຍ ພົນຕີ ປອ ວົງ ຄຳ ພົມມະກອນ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນ ປະເທດ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ ແລະ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນ ຫຼ້າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດຕາງ ໜ້າໃຫ້ກະຊວງປ້ອງກັນປະເທດໄດ້ສືບຕໍ່ມອບເຄື່ອງອຸປະໂພກ - ບໍລິໂພກໃຫ້ ແຂວງຈໍາປາສັກ ແລະ ແຂວງ ສາລະວັນ.

ເຄື່ອງອຸປະໂພກ - ບໍລິໂພກໃຫ້ ແຂວງຈໍາປາສັກ ແລະ ແຂວງ ສາລະວັນ ມີມູນຄ່າແຂວງລະ 50 ລ້ານກີບ ເພື່ອນໍາໄປມອບຕໍ່ ແລະ ແຈກຢາຍໃຫ້ປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໄພພິບັດທໍາມະຊາດນໍ້າຖ້ວມຢູ່ສອງແຂວງດັ່ງກ່າວ. ໂດຍການກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວຢູ່ ແຂວງຈໍາປາສັກ ແມ່ນ ສະຫາຍ ປອ ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ມີຕາງໜ້າຈາກ ກອງບັນຊາການທະຫານແຂວງ ຈໍາປາສັກ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ແລະ ຕາງໜ້າກ່າວຮັບຢູ່ແຂວງ ສາລະວັນ ໂດຍແມ່ນ ສະຫາຍ ຄໍາຈັນ ແຈ່ມສະໝອນ ຄະນະປະຈໍາພັກແຂວງປະທານກວດກາພັກ-ລັດແຂວງສາລະວັນ, ມີຕາງໜ້າກອງບັນຊາການທະຫານແຂວງ ສາລະວັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ມີຄໍາເຫັນວ່າ: ການເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອເປັນການປະ ກອບສ່ວນຊຸກຍູ້ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກໄພພິບັດທໍາມະຊາດນຳ້ຖ້ວມດັ່ງກ່າວໃຫ້ມີ ກຳລັງໃຈໃນການລໍາລົງຊີວິດ ແລະ ມີກຳລັງໃຈສືບຕໍ່ປັບປຸງປົວແປງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເຊິ່ງຍາມໃດກອງທັບກັບປະຊາຊົນກໍໄດ້ຄຽງບ່າຄຽງໄຫຼ່ກັນມາຕະຫຼອດດັ່ງຄໍາຂວັນ ທີ່ວ່າ: ກອງທັບກັບປະຊາຊົນຄື ປາກັບນໍ້າ.

ກະຊວງປ້ອງກັນປະເທດສືບຕໍ່ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ ຈຳປາສັກ ແລະ ສາລະວັນ.

ກະຊວງປ້ອງກັນປະເທດໄດ້ສືບຕໍ່ມອບເຄື່ອງອຸປະໂພກ - ບໍລິໂພກໃຫ້ ແຂວງຈໍາປາສັກ ແລະ ແຂວງ ສາລະວັນ ມີມູນຄ່າແຂວງລະ 50 ລ້ານກີບ. (ພາບ: pasaxon.la)

ສະຫາຍຍັງໄດ້ອວຍພອນໃຫ້ການນໍາແຕ່ລະແຂວງ ສືບຕໍ່ນໍາພາພັດທະນາແຂວງ ຂອງຕົນໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ຕາງໜ້າໃຫ້ແຕ່ລະແຂວງ ກໍໄດ້ລາຍງານໃຫ້ຊາບ ໂດຍຫຍໍ້ຜົນເສຍຫາຍຈາກໄພພິບັດທຳມະຊາດນໍ້າຖ້ວມຢູ່ແຂວງຂອງຕົນໃນໄລຍະຜ່ານມາ ພ້ອມທັງໄດ້ກ່າວສະແດງຄວາມຂອບໃຈນໍາກະຊວງປ້ອງກັນປະເທດ ທີ່ເຫັນໄດ້ເຖິງຄວາມຈໍາເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ດັ່ງກ່າວຈຶ່ງໄດ້ນໍາເອົາເຄື່ອງມາມອບໃນຄັ້ງນີ້ ແລະ ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ. ຈາກນັ້ນແຕ່ລະແຂວງ ກໍໄດ້ມອບໃບຍ້ອງຍໍໃຫ້ແກ່ກະຊວງປ້ອງກັນປະເທດທີ່ມີຜົນງານໃນການປະກອບສ່ວນຊ່ວຍ ເຫຼືອຜູ້ປະສົບໄພນໍ້າຖ້ວມຄັ້ງນີ້ ອີກດ້ວຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.