ຊຸມຊົນຊາວຫວຽດນາມຢູ່ລາວ ມຸ່​ງ​ໄປ​ເຖິງ​ປະ​ຊາ​ຊົນ​ເຂດ​ພາກ​ກາງ

15:19 | 26/10/2020

ຍສໝ - ສະຖານທູດຫວຽດນາມ ປະຈຳ.ລາວ ໄດ້ຈັດຕັ້ງການບໍລິຈາກເງິນ ເພື່ອສະໜັບສະໜູນປະຊາຊົນພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຈາກໄພນ້ຳຖ້ວມໜັກໜ່ວງທີ່ສຸດໃນປະຫວັດສາດ ໃນຊຸມມື້ທີ່ຜ່ານມາ.

ຊ ມຊ ນຊາວຫວຽດນາມຢ ລາວ ມ ງ ໄປ ເຖ ງ ປະ ຊາ ຊ ນ ເຂດ ພາກ ກາງ ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງ ສສ.ຫວຽດນາມ
ຊ ມຊ ນຊາວຫວຽດນາມຢ ລາວ ມ ງ ໄປ ເຖ ງ ປະ ຊາ ຊ ນ ເຂດ ພາກ ກາງ ແຂວງກວ໋າງບິ່ງ: ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ

ຕ່າມສຳນັກຂ່າວສານຫວຽດນາມ ປະຈຳລາວ, ໃນວັນທີ 25 ຕຸລານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງການບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນພາກກາງຫວຽດນາມ ເຊິ່ງຖືກຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນປະຫວັດສາດຈາກໄພນ້ຳຖ້ວມໃນຊຸມມື້ທີ່ຜ່ານມາ.

ເຂົ້າຮ່ວມເຫດການລະດົມບໍລິຈາກເງິນ ມີຊາວຫວຽດນາມອາໄສຢູ່ປະເທດລາວ ເປັນຈຳນວນຫຼວງຫຼາຍ ທີ່ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ, ບັນດາວິສາຫະກິດຫວຽດນາມ ທີ່ດຳເນີນທຸລະກິດຢູ່ລາວ, ພະນັກງານສະຖານທູດ ແລະ ບັນດາຫ້ອງການໃກ້ຄຽງກັບສະຖານທູດຫວຽດນາມ ປະຈຳ ສປປລາວ.

ຊ ມຊ ນຊາວຫວຽດນາມຢ ລາວ ມ ງ ໄປ ເຖ ງ ປະ ຊາ ຊ ນ ເຂດ ພາກ ກາງ
ການບໍລິຈາກເງິນ ເພື່ອສະໜັບສະໜູນປະຊາຊົນພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຈາກໄພນ້ຳຖ້ວມ. (ພາບ: TTXVN)

ກ່າວຄຳເຫັນທີ່ການລະດົມບໍລິຈາກເງິນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບາຮຸ່ງ ໄດ້ຕີລາຄາສູງການສະໜັບສະໜູນຢ່າງສຸດຈິດສຸດໃຈ ຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ ໃນຊຸມວັນຜ່ານມາ ຕໍ່ໜ້າຄວາມຫຍຸ້ງຍາກຂອງປະຊາຊົນພາກກາງຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ຢັ້ງຢືນວ່ານີ້ແມ່ນວຽກງານທີ່ສະແດງໃຫ້ເຫັນມູນເຊື້ອຮີດຄອງປະເພນີມິດຕະພາບ, ຄວາມຮັກແພງ ແລະ ຄວາມດີງາມຂອງຈິດໃຈມູນເຊື້ອຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງປະຊາຊົນຫວຽດນາມ.

ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ສະແດງຄວາມຂອບໃຈ ຕໍ່ບັນດາພະນັກງານ, ລັດຖະກອນ ທີ່ບັນດາອົງການຈັດຕັ້ງ ແລະ ຊາວຫວຽດນາມອາໄສຢູ່ປະເທດລາວ ທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ລາວ ທີ່ໄດ້ປະກອບສ່ວນສະໜັບສະໜູນປະຊາຊົນພາກກາງຫວຽດນາມ; ພ້ອມດຽວກັນນີ້, ທ່ານ ຫງວຽນບາຮຸ່ງ ຍັງໄດ້ຢືນຢັນວ່າ ທາງສະຖານທູດຈະໂອນເງິນທັງໝົດທີ່ໄດ້ຮັບໃນມື້ນີ້ ກັບຄືນປະເທດ ເພື່ອສົ່ງໄປໃຫ້ບັນດາຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ກິດຈະກຳລະດົມບໍລິຈາກເງິນ ເພື່ອສະໜັບສະໜູນປະຊາຊົນໃນເຂດພາກກາງ ທີ່ປະສົບກັບໄພພິບັດທາງທຳມະຊາດ ດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜູນຢ່າງແຮງຈາກປະຊາຄົມຊາວຫວຽດນາມທີ່ດຳລົງຊີວິດ ແລະ ເຮັດທຸລະກິດຢູ່ນະຄອນຫຼວງວຽງຈັນ, ພະນັກງານຂອງສະຖານທູດ ແລະ ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳລາວ, ກໍ່ຄືບັນດາວິສາຫະກິດຫວຽດນາມ ທີ່ດຳເນີນທຸລະກິດຢູ່ລາວ. ພາຍຫຼັງພຽງ 1 ຊົ່ວໂມງຂອງການເປີດລະດົມບໍລິຈາກໃນພິທີ ໃນວັນທີ 25 ຕຸລາ, ຈຳນວນເງິນທີ່ໄດ້ຍົກມາແມ່ນຫຼາຍກ່ວາ 750 ລ້ານດົງ.

ຊ ມຊ ນຊາວຫວຽດນາມຢ ລາວ ມ ງ ໄປ ເຖ ງ ປະ ຊາ ຊ ນ ເຂດ ພາກ ກາງ ວິສາຫະກິດຫວຽດນາມ ເປີດກວ້າງການດໍາເນີນທຸລະກິດຢູ່ຕະຫຼາດກໍາປູເຈຍ

ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນຫຼວງພະນົມເປັນ, ບໍລິສັດບິ່ງຕຽນ ຈຳກັດ (BITI’S) ໄດ້ເປີດຮ້ານຄ້າແນະນໍາ ແລະຂາຍຜະລິດຕະພັນຕື່ມອີກຮ້ານໜຶ່ງ ຢູ່ລາຊະອານາຈັກກໍາປູເຈຍ. ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ພ້ອມກັບຜູ້ຕາງໜ້າອຳນາດການປົກຄອງ ແລະວິສາຫະກິດໃນບໍລິເວນໄດ້ເຂົ້າຮ່ວມເຫດການດັ່ງກ່າວ.

ຊ ມຊ ນຊາວຫວຽດນາມຢ ລາວ ມ ງ ໄປ ເຖ ງ ປະ ຊາ ຊ ນ ເຂດ ພາກ ກາງ ຫວຽດນາມ ໄດ້ຖືເປັນສຳຄັນ ແລະ ຫວັງວ່າຈະມີການຮ່ວມມືຢ່າງແໜ້ນແຟ້ນກັບ ສະຫະປະຊາຊາດ

ຍສໝ - ຫວຽດນາມ ຖືເປັນສຳຄັນການພົວພັນກັບສະຫະປະຊາຊາດ ແລະ ຫວັງວ່າການຮ່ວມມືລະຫວ່າງຫວຽດນາມ ແລະ ສະ​ຫະ​ປະ​ຊາ​ຊາດ ຈະສືບຕໍ່ພັດທະນາຢ່າງແຮງ ແລະ ມີປະສິດທິຜົນໃນໄລຍະຈະມາເຖິງ.

ຊ ມຊ ນຊາວຫວຽດນາມຢ ລາວ ມ ງ ໄປ ເຖ ງ ປະ ຊາ ຊ ນ ເຂດ ພາກ ກາງ ການນຳປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວກ່ຽວກັບສະຖານະການພາຍຸຢູ່ພາກກາງຫວຽດນາມ

ຍສໝ - ໂດຍໄດ້ຮັບຂ່າວບັນດາແຂວງພາກກາງຫວຽດນາມ ຖືກຮັບຜົນສະທ້ອນຢ່າງໜັກໜວ່ງເນື່ອງຈາກພາຍຸ, ການນຳ ປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວມາຍັງບັນດາການນຳປະເທດຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.