ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

06:35 | 18/09/2019

ໃນວັນ​ທີ 17 ກັນຍາ 2019, ທ່ານ ນາງ ​ໃບ​ຄຳ ຂັດ​ຕິຍະ ຮອງ​ລັດຖະມົນຕີ​ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ຕາງໜ້າ​ຄະນະ​ກຳມະການປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​​ແຫ່ງ​ຊາດ ຮັບ​ເງິນ​ຊ່ວຍ​ເຫລືອ ຈາກ​ສະມາຄົມ​ເຟີ​ນີ​ເຈີ​ລາວ ຈຳນວນ 15 ລ້ານ​ກີບ, ​ເຊິ່ງມອບ​ໂດຍ ທ່ານ ກອງ​ມະລາ ພົມມະ​ໄລ ຮອງ​ປະທານ​ສະ​ມາ​ຄົມ​ເຟີ​ນີ​ເຈີ​ລາວ ​ແລະ ຮັບ​ເງິນ​ ຈຳນວນ 10 ລ້ານ​ກີບ ຈາກ ທ່ານ ຟານ ຫຍົງ​ເມົາ ປະທານ ບໍລິສັດ ວຽງ​ຈັນ ​ເຊີນ​ຈ່ານ ການ​ຄ້າ​ສາ​ກົນ​ຈຳກັດ ​ ເພື່ອ​​ປະກອບສ່ວນ​ຊ່ວຍ​ເຫລືອ ບັນ​ເທົາ​ທຸກ​ໃຫ້​ປະຊາຊົນ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດນ້ຳ​ຖ້ວມ ພາກ​ກາງ ​​ແລະ ພາກ​ໃຕ້​ຂອງ​ລາວ.

ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ທ່ານ ນາງ ​ໃບ​ຄຳ ຂັດ​ຕິຍະ ຮອງ​ລັດຖະມົນຕີ​ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ຕາງໜ້າ​ຄະນະ​ກຳມະການປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​​ແຫ່ງ​ຊາດ ຮັບ​ເງິນ​ຊ່ວຍ​ເຫລືອ ຈາກ​ສະມາຄົມ​ເຟີ​ນີ​ເຈີ​ລາວ ຈຳນວນ 15 ລ້ານ​ກີບ.(ພາບ:ຂປລ)

ໂອ​ກາ​​ດນີ້, ທ່ານຮອງ​ລັດຖະມົນຕີ​ ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ສະ​ແດງ ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ 2 ພາກ​ສ່ວນ​ດັ່ງກ່າວ, ທີ່​ເຫັນ​ໄດ້​ຄວາມ​ສຳຄັນ ​ໃນ​ການປະກອບສ່ວນຊ່ວຍ​ເຫລືອ ​ຜູ້​ປະສົບ​ໄພພິບັດ​ທາງ ​ທຳ​ມະ​ຊາດ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ສະ​ແດງ​ຄວາມ​ຢືນຢັນ​ວ່າ​ ຈະ​ນຳ​​ເອົາ​ເງິນ​ທີ່​ໄດ້​ຮັບຈາກ​ການ​ຊ່ວຍ​ເຫລືອ​​ໃນ​ຄັ້ງ​ນີ້ ​ໄປ​ມອບ​ໃຫ້​ປະຊາຊົນ ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ​ຕາມ​ຄວາມ​ເໝາະ​ສົມຢ່າງ​ແນ່ນອນ.

ທ້າຍອາທິດຜ່ານມານີ້, ໂຮງຮຽນກຽດຕິສັກນານາຊາດ ໄດ້ຈັດກິດຈະກໍາແຂ່ງຂັນກິລາບານບ້ວງ ເພື່ອລະດົມທຶນຊ່ວຍເຫລືອ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ພາກໃຕ້ ມາຮອດປັດຈຸບັນ ສາມາດລະດົມທຶນ ໄດ້ທັງໝົດ 20 ລ້ານກວ່າກີບ, ພ້ອມເຄື່ອງອຸປະໂພກ-ບໍລິໂພກ ເປັນ ຕົ້ນ ເຂົ້າສານ, ອາຫານແຫ້ງ, ນໍ້າດື່ມ ແລະ ອື່ນໆ.

ທ່ານ ນາງ ຈັນແດງ ແສງວໍລະວົງ ຮອງຜູ້ອຳນວຍການ ໂຮງຮຽນກຽດຕິສັກນານາຊາດ ໄດ້ໃຫ້ສຳພາດໃນວັນທີ 17 ກັນຍາ 2019 ນີ້ວ່າ: ເງິນທີ່ໄດ້ຮັບຈາກການລະດົມທຶນໃນຄັ້ງນີ້, ໂຮງຮຽນກຽດຕິສັກນານາຊາດ ຈະນຳໄປຊື້ອຸປະກອນ, ເຄື່ອງໃຊ້ຕ່າງໆ ທີ່ຈຳເປັນ ເຊັ່ນ: ມຸ້ງ, ໝອນ, ຜ້າຫົ່ມ ແລະ ອື່ນໆ ໄປມອບໃຫ້ປະຊາຊົນ ທີ່ໄດ້ຮັບກະທົບຈາກໄພນໍ້າຖ້ວມຢ່າງທົ່ວເຖິງ ແນໃສ່ປະກອບສ່ວນຟື້ນຟູ ຊີວິດການເປັນຢູ່ຂອງ ຜູ້ທີ່ໄດ້ຮັບຜົນກະທົບ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ໃນການແຂ່ງຂັນບານບວ້ງ ໃນຄັ້ງນີ້, ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 80 ທີມ, ມາຈາກທົ່ວນະ ຄອນຫລວງ ໃນນັ້ນ ປະກອບມີ ລຸ້ນອາຍຸ 10-18 ປີ ແລະ ລຸ້ນ 25-30 ປີຂຶ້ນໄປ (ຊາຍ-ຍິງ), ສຳລັບ ທີມທີ່ໄດ້ຮັບລາງວັນ ຊະນະເລີດອັນດັບ 1, ອັນດັບ 2, ອັນດັບ 3 ທັງໝົດ ນັບແຕ່ ລຸ້ນອາຍຸ 10-18 ປີ ແລະ ລຸ້ນ 25-30 ປີ ແມ່ນຈະບໍ່ເອົາເງິນລາງວັນ ພ້ອມປະກອບສ່ວນ ມອບໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມທັງໝົດ.

ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ໂຮງຮຽນກຽດຕິສັກນານາຊາດ ໄດ້ຈັດກິດຈະກໍາແຂ່ງຂັນກິລາບານບ້ວງ ເພື່ອລະດົມທຶນຊ່ວຍເຫລືອ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ຢູ່ພາກໃຕ້.(ພາບ:ຂປລ)

ລັດຖະບານໄດ້ເນັ້ນໃຫ້ ຄະນະຮັບຜິດຊອບແກ້ໄຂ ໄພພິບັດຢູ່ແຕ່ລະແຂວງ ສົມທົບກັບຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສືບຕໍ່ຈັດຕັ້ງຊີ້ນຳຢ່າງໃກ້ຊິດການແກ້ໄຂ ແລະ ຊ່ວຍເຫລືອປະຊາຊົນ ທີ່ຍັງຢູ່ທີ່ພັກ ຊົ່ວຄາວ, ຮັບປະກັນໃຫ້ມີເຂົ້າກິນ, ນ້ຳດື່ມ-ນ້ຳໃຊ້ສະອາດ, ບໍ່ໃຫ້ເກີດພະຍາດລະບາດ, ໃຫ້ມີຄວາມສະຫງົບ, ໃຫ້ມີການຈັດຕັ້ງ-ມີຫົວໜ້າຄະນະ ເພື່ອຊີ້ນຳຢ່າງໃກ້ສິດ. ພ້ອມນີ້, ໃຫ້ສືບຕໍ່ປຸກລະດົມທົ່ວສັງຄົມ ເພື່ອສືບຕໍ່ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນ ກະທົບ.

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີ, ໂຄສົກລັດ ຖະບານ ໄດ້ຖະແຫລງຂ່າວ ກ່ຽວກັບຜົນກອງປະຊຸມລັດຖະບານ ເພື່ອປຶກສາຫາລືການແກ້ໄຂ ໄພພິບັດນ້ຳຖ້ວມໃນທົ່ວປະເທດ ໃນປີ 2019 ທີ່ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2019 ທີ່ສໍານັກງານນາຍົກ ລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ ແລະ ປະກອບຄໍາເຫັນ ກ່ຽວກັບຜົນກະທົບຈາກໄພພິບັດ ທີ່ເກີດຂຶ້ນໃນທົ່ວປະເທດ ປີ 2019 ຈາກບັນດາຂະແໜງການທີ່ກ່ຽວຂ້ອງ, ຊຶ່ງກອງປະຊຸມ ໄດ້ຕີລາຄາວ່າ: ນັບຕັ້ງແຕ່ເດືອນມັງກອນ ຫາ ກັນຍາ 2019 ນີ້, ໄດ້ເກີດໄພພິບັດນໍ້າຖ້ວມ, ລົມພະຍຸພັດ, ຟ້າຜ່າ, ດິນເຈື່ອນ, ໄຟໄໝ້ ແລະ ສັດຕູພືດທໍາລາຍຜົນລະປູກ ຢູ່ 13 ແຂວງ ຄື ຜົ້ງສາລີ, ອຸ ດົມໄຊ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ແຂວງອັດຕະປື ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ໃນ 112 ເມືອງ, 2.072 ບ້ານ, 179.068 ຄອບຄົວ, 579.299 ຄົນ, ຍິງ 56.636 ຄົນ, ເສຍຊີວິດ 28 ຄົນ ແລະ ສູນຫາຍ 7 ຄົນ.

ສະເພາະໄພພິບັດນໍ້າຖ້ວມທີ່ເກີດຂຶ້ນ ໃນທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2019 ລວມມີ 6 ແຂວງ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປື, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ ໃນ 47 ເມືອງ, 1.655 ບ້ານ, 169.916 ຄອບ ຄົວ, 546.099 ຄົນ, ຍິງ 39.310 ຄົນ, ເສຍຊີວິດ 18 ຄົນ (ແຂວງສະຫວັນນະເຂດ 3 ຄົນ, ສາ ລະວັນ 3 ຄົນ, ອັດຕະປື 4 ຄົນ ແລະ ແຂວງຈໍາປາສັກ 8 ຄົນ, ສູນຫາຍ 1 ຄົນ ແຂວງຈໍາປາສັກ). ປະຊາຊົນ ທີ່ຖືກຍົກຍ້າຍ ມີ 10.163 ຄອບຄົວ, 39.506 ຄົນ, ຍິງ 10.920 ຄົນ. ຜົນກະທົບຈາກໄພນໍ້າຖ້ວມໃນປີ 2019 ແມ່ນໜັກໜ່ວງ ໂດຍສະເພາະແມ່ນ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຖ້ວມໜັກໃນຮອບ 40 ກວ່າປີ, ເຊິ່ງເຮັດໃຫ້ມີຜົນກະທົບ ເປັນບໍລິເວນກວ້າງ ແລະ ເສຍຫາຍ ທາງດ້ານຊິວິດ, ຊັບສິນ, ພື້ນຖານໂຄງລ່າງ ແລະ ພື້ນຖານການຜະລິດຢ່າງໜັກໜ່ວງ. ຕໍ່ໜ້າສະພາບການດັ່ງກ່າວ, ລັດຖະບານ ກໍ່ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ, ກຳລັງ ປກຊ-ປກສ, ບັນດາແຂວງ ແລະ ອົງການຊ່ວຍເຫລືອສັງຄົມຕ່າງໆ ກໍ່ໄດ້ສຸມທຸກກຳລັງແຮງ, ພາຫະ ນະ ແລະ ວັດຖຸອຸປະກອນ ເຂົ້າໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງທັນການ, ຊຶ່ງສາມາດຫລຸດຜ່ອນ ຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ໄດ້ດີສົມຄວນ, ແຕ່ກໍ່ໄດ້ພົບກັບອຸປະສັກຕ່າງໆນາໆ ຫລາຍປະການ.

ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ

ລັດຖະບານ ເນັ້ນໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ວາງທິດທາງແກ້ໄຂບັນຫາໄພພິບັດໃນຕໍ່ໜ້າ ແລະ ພາຍຫລັງນ້ຳຫລຸດລົງ.(ພາບ:ຂປລ)

ລັດຖະບານຍັງໄດ້ເນັ້ນໃຫ້ສຸມທຸກກຳລັງ ໂດຍສະເພາະທະຫານ, ຕຳຫລວດ ແລະ ທຸກພາກສ່ວນລວມທັງພາຫະນະ (ລົດດັບເພິງ, ເຮືອ,...) ພ້ອມທັງມີການຈັດຕັ້ງຊີ້ນຳລະອຽດ ເພື່ອສຸມໃສ່ຊ່ວຍເຫລືອປະຊາຊົນ ໃນການຍົກຍ້າຍ ຈາກທີ່ພັກຊົ່ວຄາວ ກັບຄືນ ໄປບ້ານເຮືອນຂອງຕົນ. ພ້ອມທັງເອົາເຄື່ອງຂອງຊ່ວຍເຫລືອທີ່ໄດ້ຮັບບໍລິຈາກ ໃຫ້ໄປຮອດໄປເຖິງປະຊາຊົນຢ່າງແທ້ຈິງ. ພ້ອມດຽວກັນນີ້, ໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຕ້ອງສຸມໃສ່ວຽກງານແກ້ໄຂໄພພິບັດ ເປັນວຽກຈຸດໜັກ, ສຳຄັນມີການວາງແຜນ ແລະ ມີຜູ້ຊີິ້ນຳໃນການຈັດຕັ້ງປະຕິບັດຕົວຈິງ; ໃຫ້ຂະແໜງການ ແລະ ທ້ອງ ຖິ່ນ ກະກຽມຟື້ນຟູການຜະລິດພາຍຫລັງນ້ຳລົງ ເພື່ອເຮັດໃຫ້ການຜະລິດ ເຂົ້າສູ່ສະພາບປົກກະຕິ ແນໃສ່ຮັບປະກັນດ້ານສະບຽງອາຫານ ໂດຍສະເພາະ ການຈັດສັນແນວພັນ, ປັດໄຈການຜະລິດ, ພາຫະນະການຜະລິດ ແລະ ອື່ນໆ ໃຫ້ທັນການ; ໃຫ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ສ້ອມແປງເສັ້ນທາງ ໃຫ້ສາມາດໄປ-ມາໄດ້, ສ້ອມແປງໂຮງຮຽນ, ໂຮງໝໍ, ສຸກສາລາ ໃຫ້ສາມາດເປີດນຳໃຊ້ໄດ້; ໃຫ້ກະຊວງການເງິນ ຮີບຮ້ອນຄົ້ນຄວ້າ ແລະ ກະກຽມ ດ້ານງົບປະມານ ເພື່ອແກ້ໄຂໄພພິບັດດັ່ງກ່າວ ດ້ວຍການນຳໃຊ້ເງິນທີ່ມີ (ເງິນແຮ, ເງິນສະສົມ, ເງິນບໍລິຈາກ ແລະ ເງິນກອງທຶນຕ່າງໆ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ) ລວມທັງຄັງແຮເຂົ້າ, ຄັງແຮນ້ຳມັນ... ແລ້ວສະເໜີລັດຖະບານພິຈາລະນາຕົກລົງໂດຍໄວ. ພ້ອມນີ້, ໃຫ້ປຸກລະດົມທົ່ວສັງຄົມ ປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພຕື່ມ.

ນອກຈາກນີ້, ໃຫ້ສູນບັນຊາການແກ້ໄຂໄພພິບັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ມີການປະສານງານກັນວ່ອງໄວ, ຄ່ອງຕົວສາມາດແກ້ໄຂບັນຫາໄດ້ຢ່າງທັນການ; ໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ເປັນກຳລັງຕົ້ນຕໍ ໃນການຊ່ວຍ ເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ. ສຳລັບງົບປະມານໃນການເຄື່ອນໄຫວ ໃຫ້ຄົ້ນຄວ້າຂຶ້ນແຜນສະເໜີລັດຖະບານ ເພື່ອພິຈາລະນາຕົກລົງ. ພ້ອມທັງໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ຕ້ອງເຮັດຢ່າງ ແທດຕົວຈິງ ໂດຍມີການລົງໄປຕິດຕາມກວດກາ ຕົວຈິງຢູ່ທ້ອງຖິ່ນຕ່າງໆ; ໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າລະ ອຽດ ກ່ຽວກັບການຍົກເວັ້ນພາສີ-ອາກອນ, ຫລຸດອັດຕາຄ່າໄຟຟ້າ, ນະໂຍບາຍດ້ານສິນເຊື່ອ, ປັດໄຈການຜະລິດ ແລະ ອື່ນໆ ແລ້ວສະເໜີ ລັດຖະບານ ພິຈາລະນາຕົກລົງ; ໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເອົາໃຈໃສ່ລົງຕິດຕາມ ແລະ ລາຍງານສະພາບຕົວຈິງ ການແກ້ໄຂບັນຫາໄພພິບັດໃນຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຊາບ ຂໍ້ມູນທີ່ຖືກຕ້ອງຢ່າງລະອຽດ, ຈະແຈ້ງ ແລະ ທັນການ. ທັງເປັນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີທົ່ວສັງຄົມ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະ ອື່ນໆ ຂອງບຸກຄົນ, ສື່ສັງຄົມອອນລາຍ ຈຳນວນໜຶ່ງ ຢ່າງທັນການ; ໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສືບຕໍ່ຕິດຕາມ ແລະ ແຈ້ງເຕືອນສະພາບດິນຟ້າອາກາດໃນແຕ່ລະວັນ ພ້ອມທັງແນະນຳ ແລະ ໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອກະກຽມ ແລະ ປ້ອງກັນ; ໃຫ້ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ເພື່ອແກ້ໄຂໄພພິບັດທົ່ວປະເທດ ໃນປີ 2019 ນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ສຳລັບຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ແມ່ນໃຫ້ສຸມໃສ່ແກ້ໄຂ ບັນຫາຜົນກະທົບໄພພິບັດ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື; ສືບຕໍ່ຮຽກຮ້ອງທຸກພາກສ່ວນ ທົ່ວສັງຄົມ ໃຫ້ຮ່ວມແຮງ-ຮ່ວມໃຈກັນ, ປຸກລະດົມການຊ່ວຍເຫລືອ, ການຮ່ວມມືທັງຈາກພາຍໃນ ແລະ ຕ່າງ ປະເທດ.

ໂອກາດດຽວກັນນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຜູ້ຕາງໜ້າຄະນະ ກຳມະການຄຸ້ມຄອງໄພພິບັດ ໄດ້ກ່າວວ່າ: ທາງຄະນະກຳມະການພວກເຮົາ ຈະໄດ້ແຕ່ງຕັ້ງທິມ ປະເມີນຜົນ ຄວາມຕ້ອງການຮີບດ່ວນ ເພື່ອເລັ່ງແກ້ໄຂໄພພິບັດໃນໄລຍະກາງ ແລະ ໄລຍະຍາວ ໃນໂອກາດນີ້ ຂໍຮຽກຮ້ອງໃຫ້ປະຊາຊົນ ເອົາໃສ່ຕິດຕາມຂ່າວພະຍາ ກອນອາດຢ່າງເປັນປົກກະຕິ ເພື່ອຮັບກັນຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ ນອກຈາກນີ້ ໃຫ້ມີສະຕິລະວັງຕົວ ໃນການຮັບຂໍ້ມູນຂ່າວສານ ໂດຍເນັ້ນໃສ່ຂໍ້ມູນຈາກສື່ທາງການ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.