ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີແລະ ນະວັດຕະກຳລະຫວ່າງຫວຽດນາມ ແລະ ອາເມລິກາ

ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີແລະ ນະວັດຕະກຳລະຫວ່າງຫວຽດນາມ ແລະ ອາເມລິກາ

ຍສໝ - ໃນໂອກາດເຂົ້າຮ່ວມຄະນະປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລີມເພື່ອເຂົ້າຮ່ວມກອງປະຊຸມເປີດສະພາສັນຕິພາບກ່ຽວກັບເຂດກາຊາ, ໃນວັນທີ 19 ແລະ 20 ກຸມພາ (ຕາມເວລາທ້ອງຖິ່ນ) ທີ່ວໍຊິງຕັນດີຊີ, ອາເມລິກາ, ທ່ານ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ, ແລະ ເລຂາຄະນະພັກຮ່າໂນ້ຍ, ໄດ້ເປັນປະທານກອງປະຊຸມເຮັດວຽກກັບບໍລິສັດ Rosen Partners, ມະຫາວິທະຍາໄລລັດ Arizona (ASU), ບໍລິສັດ Meta, ແລະ ສະມາຄົມອຸດສາຫະກຳເຄິ່ງຕົວນຳຂອງອາເມລິກາ (SIA).

ສະມາຄົມ ຫວຽດນາມ - ອາເມລິກາ: 80 ປີແຫ່ງການເດີນທາງແຫ່ງໜຶ່ງ

ສະມາຄົມ ຫວຽດນາມ - ອາເມລິກາ: 80 ປີແຫ່ງການເດີນທາງແຫ່ງໜຶ່ງ

ຍສໝ - ຜ່ານ​ການ​ພົວພັນ​ທາງ​ການ​ທູດປະຊາຊົນ, ສານ​ໄກ່ເກ່ຍ​ໄດ້​ຮັບ​ການ​ຖ່າຍ​ທອດ ​ແລະ ຮັບ​ຮູ້​ຈາກ​ການ​ນຳ​ຂອງ​ສອງ​ປະ​ເທດ. ​ແມ່ນ​ຄວາມ​ມານະ​ພະຍາຍາມ​ຂອງ​ການ​ທູດ​ປະຊາຊົນ, ​ໂດຍ​ມີ​ສະມາຄົມ​ຫວຽດນາມ - ອາ​ເມ​ລິ​ກາ​ເປັນ​ຫຼັກ, ຜ່ານ​ບັນດາ​ຮູບ​ການ​ເຊື່ອມ​ຕໍ່​ບັນດາ​ອົງການ, ບຸກຄົນ​ຂອງ ອາ​ເມ​ລິ​ກາ ທີ່​ສະໜັບສະໜູນ​ການ​ຫັນ​ເປັນ​ປົກກະຕິ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ກັບ ຫວຽດນາມ, ນັ້ນ​ແມ່ນ​ປັດ​ໄຈ​ຊຸກຍູ້​ການ​ຫັນ​ເປັນ​ປົກກະຕິ ​ແລະ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ວັນ​ທີ 12 ກໍລະກົດ 1995.

ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ ຢ້ຽມ​ຢາມທາງລັດຖະກິດ​ຫວຽດ​ນາມ

ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຣິ​ກາ​ໃຕ້ ຢ້ຽມ​ຢາມທາງລັດຖະກິດ​ຫວຽດ​ນາມ

ຍສໝ - ວັນທີ 23 ຕຸລາ, ທ່ານປະທານາທິບໍດີ ສາທາລະນະລັດ ອາຟຣິກາໃຕ້ Matamela Cyril Ramaphosa ໄດ້ເລີ່ມການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 23 – 24 ຕຸລາ ຕາມຄຳເຊີນຂອງທ່ານປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເລືອງເກື່ອງ.

ຫວຽດນາມ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ

ຫວຽດນາມ ຖືລັດ ວໍຊິງຕັນ ແມ່ນຄູ່ຮ່ວມມືຈຸດສຸມຢູ່ລະດັບທ້ອງຖິ່ນ

ຍສໝ - ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ຫວຽດນາມ ຖື​ອາ​ເມ​ລິ​ກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວໜ້າ​ຂອງ​ຕົນ ​ແລະ ຖື​ລັດ ວໍ​ຊິງ​ຕັນ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຢູ່​ລະດັບທ້ອງ​ຖິ່ນ.

Rad Kivette: ເມື່ອຊາວອາເມຣິກາ ໄດ້ເລືອກຫວຽດນາມ ເປັນພາລະກິດຊີວິດຂອງລາວ

Rad Kivette: ເມື່ອຊາວອາເມຣິກາ ໄດ້ເລືອກຫວຽດນາມ ເປັນພາລະກິດຊີວິດຂອງລາວ

ຍສໝ - ນັບແຕ່ໄວໜຸ່ມເຂົ້າຮ່ວມການເຄື່ອນໄຫວຕ້ານສົງຄາມຢູ່ ອາເມລິກາ ມາຮອດປະຈຸບັນ, ທ່ານ Rad Kivette, ຫົວໜ້າຫ້ອງການຜູ້ຕາງໜ້າມູນນິທິ VinaCapital Foundation (VCF) ປະຈຳ ຫວຽດນາມ ໄດ້ຕັດສິນໃຈຂາຍທຸລະກິດ ແລະ ເລືອກຫວຽດນາມ ເປັນບ້ານເກີດເມືອງນອນແຫ່ງທີສອງຂອງລາວ. ເປັນເວລາຫຼາຍກວ່າສອງທົດສະວັດ, ລາວໄດ້ອຸທິດຕົນເອງໃຫ້ແກ່ໂຄງການມະນຸດສະທໍາ, ພິຈາລະນາການຍຶດຫມັ້ນກັບປະເທດທີ່ມີຮູບຊົງ S ເປັນພາລະກິດຂອງຊີວິດຂອງລາວ.

ອົງການ LDSC - ຂົວ​ທາງ​ມະນຸດສະທຳ​ລະຫວ່າງ​ຊາວ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ

ອົງການ LDSC - ຂົວ​ທາງ​ມະນຸດສະທຳ​ລະຫວ່າງ​ຊາວ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ

ຍສໝ - ໃນໄລຍະ 20 ປີຜ່ານມາ, ອົງການ LDSC (ອາເມລິກາ) ໄດ້ຜັນຂະຫຍາຍກ່ວາ 450 ໂຄງການຢູ່ຫວຽດນາມ ດ້ວຍມູນຄ່າການອຸປະຖຳກວ່າ 12 ລ້ານ USD, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບແສນຄົນ.

Thomas Eugene Wilber: ການ​ເດີນ​ທາງ​ເພື່ອ​ປິ່ນ​ປົວ​ສາຍ​ພົວ​ພັນ​ຫວຽດ​ນາມ - ອາ​ເມ​ລິ​ກາ ຈາກ​ບັນ​ດາວັດຖຸທີ່ລະນຶກຂອງ​ພໍ່

Thomas Eugene Wilber: ການ​ເດີນ​ທາງ​ເພື່ອ​ປິ່ນ​ປົວ​ສາຍ​ພົວ​ພັນ​ຫວຽດ​ນາມ - ອາ​ເມ​ລິ​ກາ ຈາກ​ບັນ​ດາວັດຖຸທີ່ລະນຶກຂອງ​ພໍ່

ຍສໝ - ນຳເອົາຄວາມປາດຖະໜາຂອງພໍ່ - ພັນໂທກອງທັບເຮືອອາເມລິກາ Walter Eugene Wilber, ອະດີດນັກໂທດ ຫວາລໍ - ທ່ານ Thomas Eugene Wilber ມາ ຫວຽດນາມ ເປັນຄັ້ງທຳອິດໃນປີ 2014 ແລະ ຮອດທ້າຍປີ 2023 ໄດ້ກັບຄືນ 43 ຄັ້ງ. ມາເຖິງ ຫວາລໍ ຈາກຄວາມຊົງຈຳຂອງຄອບຄົວ, ແຕ່ຢູ່ທີ່ນັ້ນ, ລາວໄດ້ຮັບຄວາມໝາຍທີ່ໃຫຍ່ກວ່າຄື ການເດີນທາງແຫ່ງການປິ່ນປົວ ແລະ ຄວາມສາມາດໃນການປິ່ນປົວຜ່ານເວລາ ແລະ ຄວາມກະລຸນາ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອ​ງ​ຝ່າຍ​ຕາມ​ຂອບ​ເຂດ​ການ​ພົວ​ພັນ​ຄູ່​ຮ່ວ​ມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ສະເໜີທ່ານເອກອັກຄະລັດຖະທູດ ແລະ ສະຖານທູດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ຊຸກຍູ້ການຮ່ວມມື, ຖ່າຍທອດເຕັກໂນໂລຢີ, ໜູນຊ່ວຍ ຫວຽດນາມກາຍເປັນສູນເຕັກໂນໂລຢີສູງຂອງພາກພື້ນ ແລະ ແມ່ນຕາໂສ້ສຳຄັນໃນລະບົບສະໜອງເຄິ່ງຊັກນຳໄຟຟ້າທົ່ວໂລກ

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

ຍສໝ - ​ໃນ​ລະດູ​ຮ້ອນ​ປີ 2025, ນັກ​ສຶກສາ​ອາ​ເມ​ລິ​ກາ 31 ຄົນ​ທີ່​ເຂົ້າ​ຮ່ວມ​ໂຄງການ​ອາສາ​ສະໝັກ​ສາກົນ​ໄດ້​ປະກອບສ່ວນ​ກໍ່ສ້າງ​ເຮືອນ​ການ​ກຸສົນ 6 ​ຫຼັງໃຫ້​ແກ່​ປະຊາຊົນ​ແຂວງ​ ກວາງ​ຫງາຍ. ວຽກ​ງານ​ຂອງ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ເຄື່ອງໝາຍ​ອັນ​ດີງາມ​ຢູ່​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຢ່າງແທດຈິງເຂົ້າ​ໃນ​ການເພີ່ມພູນຄູນສ້າງ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ.

ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ

ການແລກປ່ຽນມິດຕະພາບຫວຽດນາມ - ອາເມລິກາ: ເຜີຍແຜ່ຈິດໃຈປອງດອງ ແລະ ພັດທະນາ

ຍສໝ - ວັນທີ 22 ມິຖຸນາ, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສັນຖະວະໄມຕີການທູດອາເມລິກາ ປະຈໍາ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ສົມທົບກັນຈັດຕັ້ງລາຍການແລກປ່ຽນມິດຕະພາບ ຫວຽດນາມ - ອາເມລິກາ. ການເຄື່ອນໄຫວນີ້ແມ່ນສ່ວນໜຶ່ງຂອງບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ, ດຶງດູດຜູ້ແທນ, ຊາວ, ແຂກທ່ອງທ່ຽວປະມານ 3.000 ຄົນທີ່ເຂົ້າຮ່ວມ.

ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ

ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ນຳ​ເຂົ້າຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເກືອບ 3 ຕື້ USD ​ຈາກ ອາ​ເມ​ລິ​ກາ

ຍສໝ - “ບັນດາວິສາຫະກິດ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຫຼາຍສະບັບເພື່ອເພີ່ມທະວີການຊື້ຜະລິດຕະພັນກະເສດຈາກ ອາເມລິກາ ດ້ວຍຕົວເລກທີ່ໜ້າປະທັບໃຈ ເກືອບ 3 ຕື້ USD, ລື່ນກາຍຕົວເລກທີ່ໄດ້ວາງອອກໃນເບື້ອງຕົ້ນ, ແມ່ນ 2 ຕື້ USD, ຜ່ານນັ້ນປະກອບສ່ວນສຳຄັນເພື່ອສ້າງຄວາມດຸ່ນດ່ຽງໃນດຸນການຄ້າລະຫວ່າງສອງປະເທດ."

ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ເພີ່ມ​ການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຈາກ ອາ​ເມ​ລິ​ກາ

ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ເພີ່ມ​ການ​ນຳ​ເຂົ້າ​ສິນຄ້າ​ກະສິກຳ, ປ່າ​ໄມ້ ​ແລະ ການ​ປະມົງ​ຈາກ ອາ​ເມ​ລິ​ກາ

ຍສໝ -​ ໃນລະຫວ່າງວັນທີ 2-7 ມິຖຸນາ, ທ່ານລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດ້ດຶກຢຸຍ ໄດ້ນຳພາຄະນະປະຕິບັດງານເກືອບ 50 ອົງການ, ວິສາຫະກິດ, ສະມາຄົມຂະແໜງການກະເສດ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກ, ຊອກຫາກາລະໂອກາດສົ່ງເສີມການຄ້າ ແລະ ນຳເຂົ້າສິນຄ້າກະສິກຳ, ປ່າໄມ້, ການປະມົງຈາກ ອາເມລິກາ.

ດ່າໜັງ – ອາເມລິກາ: ເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ

ດ່າໜັງ – ອາເມລິກາ: ເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນປະຊາຊົນ

ຍສໝ - ນັ້ນ​ແມ່ນ​ຄວາມຫວັງ​ຂອງ​ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ດ່າ​ນັ້ງ ​ເລ​ວັນ​ຈູງ ທີ່​ການ​ຕ້ອນຮັບ​ທ່ານ Frank Joyce - ຫົວໜ້າ​ສະພາຜູ້ອາວຸໂສແຫ່ງຊາດ ອາ​ເມ​ລິ​ກາ ພ້ອມ​ກັບ​ຜູ້ຕາງໜ້າ​ກອງ​ທຶນຄືນດີ ​ແລະ ພັດທະນາ ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດ່າຫ​ນັງ ​ໃນ​ຕອນ​ບ່າຍ​ວັນ​ທີ 23 ເມສາ.

ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ

ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ເພີ່ມຄວາມໄວການສົ່ງ​ອອກ​ໃນ​ໄລຍະ​ທີ່ ອາ​ເມ​ລິ​ກາ ຢຸດ​ຕິການ​ເກັບ​ພາສີ​​ຊົ່ວຄາວ

ຍສໝ - ​ເລື່ອງ​ອາ​ເມ​ລິ​ກາ​ຢຸດຕິ​ການ​ເກັບ​ພາສີ 46% ​ເປັນ​ເວລາ 90 ວັນ ​ເປີດ​ກາລະ​ໂອກາດ​ໃຫ້​ຫວຽດນາມ ​ເພີ່ມ​ທະວີ​ການ​ເຈລະຈາ ​ແລະ ​ເລັ່ງລັດ​ການ​ສົ່ງ​ອອກ​ກະສິກຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ສະພາບ​ການ​ຕະຫຼາດ​ທີ່​ຜັນ​ແປ​ໄປ, ອັດຕາ​ພາສີ​ຈາກ ອາ​ເມ​ລິ​ກາ ຮຽກຮ້ອງ​ໃຫ້​ມີ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ກົງ​ໄປ​ກົງ​ມາ​ຈາກ​ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ການ​ສົ່ງ​ອອກ​ແບບ​ຍືນ​ຍົງ.

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຈິດໃຈຮ່ວມ​ມື, ຮັກ​ສາ​ສັນ​ຕິ​ພາບ ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ຍສໝ - ນັ້ນ​ແມ່ນ​ສານ​ທີ່​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້ແບ່ງປັນການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງ​ທຶນໄກ່ເກ່ຍ ແລະ ພັດທະນາ (FRD) ​ແລະ ສະພາ​ແຫ່ງ​ຊາດຜູ້​ອາຍຸ​ສູງ ອາເມລິກາ​ (NCOE) ​ໃນ​ວັນ​ທີ 17 ເມສາ ຢູ່​ຮ່າ​ໂນ້ຍ.

ອາ​ຊຽນ ແລະ ບົດເລກໂຈດພາ​ສີ ອາ​ເມ​ລິ​ກາ: ການ​ຕອບ​ສະ​ໜອງ​ທີ່​ຄ່ອງ​ຕົວ​ໃນ​ສະ​ພາບ​ການ​ໂລກ

ອາ​ຊຽນ ແລະ ບົດເລກໂຈດພາ​ສີ ອາ​ເມ​ລິ​ກາ: ການ​ຕອບ​ສະ​ໜອງ​ທີ່​ຄ່ອງ​ຕົວ​ໃນ​ສະ​ພາບ​ການ​ໂລກ

ຍສໝ - ​ໂດຍ​ປະ​ເຊີນ​ໜ້າ​ກັບ​ນະ​ໂຍບາຍ​ອັດຕາ​ພາສີ​ຂອງ​ອາ​ເມ​ລິ​ກາ, ອາ​ຊຽນ​ໄດ້​ເລືອກເຟັ້ນ​ເອົາ​ວິທີ​ທີ່​ຄ່ອງ​ຕົວ, ສົມທົບ​ກັນ​ລະຫ່ວາງຫຼັກໝັ້ນລວມ ແລະ ພື້ນທີ່​ເຈລະຈາ​ທີ່ສະເພາະຂອງ​ແຕ່ລະ​ປະ​ເທດ​ສະມາຊິກ. ຕາມ​ບັນດາ​ນັກ​ຊ່ຽວຊານ​ສາກົນ​ແລ້ວ, ນີ້​ແມ່ນ​ວິທີ​ແກ້​ໄຂ​ທີ່​ແທດ​ຈິງ​ທີ່​ທັງ​ສອງ​ຝ່າຍ​ໄດ້​ຊ່ວຍ​ໃຫ້​ພາກ​ພື້ນ​ຮັກສາ​ຊ່ອງ​ທາງ​ການ​ເຈລະຈາ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ໃນ​ສະພາບ​ການ​ເພີ່ມ​ທະວີ​ການ​ແຂ່ງຂັນ​ຍຸດ​ທະ​ສາດ ​ແລະ ລັດທິ​ປົກ​ປ້ອງ​ການ​ຄ້າ​ທົ່ວ​ໂລກ.

ຫວຽດນາມ, ອາເມລິກາ ເປັນເອກະພາບດຳເນີນງານການເຈລະຈາຂໍ້ຕົກລົງການຄ້າສົມທົບ

ຫວຽດນາມ, ອາເມລິກາ ເປັນເອກະພາບດຳເນີນງານການເຈລະຈາຂໍ້ຕົກລົງການຄ້າສົມທົບ

ຍສໝ - ຕອນບ່າຍວັນທີ 9 ເມສາ (ເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ອາເມລິກາ ດ້ວຍມາລະຍາດເປັນທູດພິເສດຂອງທ່ານເລຂາທິການໃຫຍ່ ໂຕ່​ເລີມ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດ - ການ​ຄ້າສອງຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ໂຮດືກເຟີກ ໄດ້ພົບປະຜູ້ຕາງໜ້າການຄ້າ ອາເມລິກາ ທ່ານ Jamieson Greer.

ອາເມລິກາ ທີ່ຈະໂຈະອັດຕາພາສີສົມທົບແມ່ນເປັນບາດກ້າວຢ່າງຕັ້ງໜ້າ

ອາເມລິກາ ທີ່ຈະໂຈະອັດຕາພາສີສົມທົບແມ່ນເປັນບາດກ້າວຢ່າງຕັ້ງໜ້າ

ຍສໝ - ວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານນາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າມທູຮັ່ງ ໄດ້ຂໍ້ມູນກ່ຽວກັບຄຳເຫັນຂອງກະຊວງການຕ່າງປະເທດ ແລະ ບັນດາມາດຕະການທີ່ຈະມາເຖິງຂອງຫວຽດນາມ ກ່ອນທີ່ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ອາເມລິກາ Donald Trump ທີ່ຈະໂຈະອັດຕາພາສີສົມທົບຊົ່ວຄາວເປັນເວລາ 90 ວັນ.

Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ

Sunflower Mission ມອບ​ທຶນ​ການ​ສຶກ​ສາ 355 ທຶນ​ໃຫ້​ນັກ​ສຶກ​ສາ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່ ຝູ​ອຽນ ແລະ ກຽນ​ຢາງ

ຍສໝ - ອົງການ Sunflower Mission (ອາ​ເມ​ລິ​ກາ) ຫາ​ກໍ່​ມອບ​ທຶນ​ສຶກສາ 355 ທຶນ​ໃຫ້​ນັກຮຽນ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຢູ່​ແຂວງ ຝູ​ອຽນ ແລະ ກຽນ​ຢາງ ​ໃນ​ເດືອນ ມີນາ ແລະ ຕົ້ນເດືອນ ເມສາ 2025..

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ອະດີດ​ນັກ​ບິນ ອາ​ເມ​ລິ​ກາ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​​ຕ້ອນຮັບ​ຍາດຕິ​ພີ່ນ້ອງ​ຂອງ​ອະດີດ​ນັກ​ບິນ ອາ​ເມ​ລິ​ກາ

ຍສໝ​ - ຕອນ​ເຊົ້າ​ວັນ​ທີ 8 ເມສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະ​ທານ​ສະ​ຫະ​ພັນ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ ດົງຮຸຍເກື່ອງ ໄດ້​ຕ້ອນ​ຮັບ​ທ່ານ Steven Charles Morrissey ແລະ ທ່ານ​ນາງ Joyceleane Claire Morrissey, ພີ່​ນ້ອງ​ຂອງ​ອະ​ດີດ​ນັກ​ບິນ ອາ​ເມ​ລິ​ກາ ທີ່​ຫາຍ​ສາບ​ສູນ​ຢູ່​ຫວຽດ​ນາມ.