ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ໃນຕອນບ່າຍວັນທີ 23 ເມສາ ຢູ່ທີ່ສຳນັກງານກອງບັນຊາການທະຫານຊາຍແດນ ລາວ ທີ່ນະຄອນຫຼວງ ວຽງຈັນ (ViengChan), ທ່ານພົນເອກ ຫງວຽນເຕິນເກືອງ (NguyenTanCuong), ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ ຫວຽດນາມ ແລະ ທ່ານພົນໂທ ໄຊໄຈ ກົມມະສິດ (Saichay Kommasith), ກຳມະການສູນກາງພັກ, ເສນາທິການໃຫຍ່ ກອງທັບປະຊາຊົນ ລາວ, ຮອງລັດຖະມົນຕີກະຊວງປ້ອງກັນຊາດ ລາວ ໄດ້ຮ່ວມກັນເຂົ້າຮ່ວມພິທີມອບ-ຮັບ ແລະ ເປີດນຳໃຊ້ສຳນັກງານກອງບັນຊາການທະຫານຊາຍແດນ ລາວ.

ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ

ຫວຽດນາມ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດອາຊີ ຢູ່ ມາເລເຊຍ

ຍສໝ - ຕອບສະໜອງຕາມຄຳເຊີນຂອງ ກະຊວງປ້ອງກັນປະເທດ ມາເລເຊຍ, ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍແມ່ນ ທ່ານ ພົນໂທ ຫງວຽນ ເຈື່ອງ ທັ່ງ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ ເຂົ້າຮ່ວມງານວາງສະແດງ ປ້ອງກັນຊາດອາຊີ ແລະ ຄວາມໝັ້ນຄົງແຫ່ງຊາດອາຊີ (DSA) ຄັ້ງທີ 19, ເຊິ່ງຈັດຂຶ້ນຢູ່ ປະເທດມາເລເຊຍ.

ກະຊວງປ້ອງກັນປະເທດຫວຽດນາມ ສົ່ງຄຳອວຍພອນໃຫ້ແກ່ບຸນປີໃໝ່ປະຈຳຊາດລາວ

ກະຊວງປ້ອງກັນປະເທດຫວຽດນາມ ສົ່ງຄຳອວຍພອນໃຫ້ແກ່ບຸນປີໃໝ່ປະຈຳຊາດລາວ

ຍສໝ - ຕອນບ່າຍວັນທີ 7 ເມສາ, ໃນໂອກາດປີໃໝ່ລາວ, ທ່ານ ພົນໂທ ຫງວຽນເຈື່ອງຖັງ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳພາຄະນະຜູ້ແທນຈາກກະຊວງປ້ອງກັນປະເທດຫວຽດນາມ ໄປສົ່ງຄຳອວຍພອນປີໃໝ່ເຖິງສະຖານທູດສາທາລະນະລັດປະຊາທິປະໄຕປະຊາຊົນລາວປະຈຳຫວຽດນາມ.

ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ຍສໝ - ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະມໍ່ໆມານີ້, ແລະ ເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍ.

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄປກວດກາວຽກງານຕ້ານການຫາປາ IUU ຢູ່ ກວາງຫງາຍ.

ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໄປກວດກາວຽກງານຕ້ານການຫາປາ IUU ຢູ່ ກວາງຫງາຍ.

ຍສໝ - ວັນທີ 7 ກຸມພາ, ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບວຽກງານສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີລະບຽບການ (IUU) ໂດຍທ່ານພົນເອກ ບຸ່ຍອຽນຕິ້ງ, ຮອງຫົວໜ້າກົມປະຕິບັດງານ (ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ) ໄດ້ລົງເຄື່ອນໄຫວກວດກາວຽກງານສະກັດກັ້ນ, ຄວບຄຸມການຫາປາ IUU ຢູ່ແຂວງ ກວາງ​ຫງາຍ.

ຍູ້ແຮງການປະສານງານໃນການຄຸ້ມຄອງ ແລະ ປົກປ້ອງເສັ້ນທາງຊາຍແດນຫວຽດນາມ - ລາວ

ຍູ້ແຮງການປະສານງານໃນການຄຸ້ມຄອງ ແລະ ປົກປ້ອງເສັ້ນທາງຊາຍແດນຫວຽດນາມ - ລາວ

ຍສໝ - ໂດຍການເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບນະໂຍບາຍການຕ່າງປະເທດຂອງພັກ ແລະ ສືບຕໍ່ປະເພນີຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ, ການປະສານງານໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະ ກອງບັນຊາການທະຫານຊາຍແດນລາວ ໄດ້ຮັບການເພີ່ມທະວີ, ເລິກເຊິ່ງ ແລະ ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ. ບັນດາກົນໄກການປະສານງານໄດ້ຮັບການຮັກສາໄວ້ຢ່າງເປັນປະຈຳ, ຕັ້ງແຕ່ການລາດຕະເວນ, ການຄວບຄຸມ, ການຕ້ານ ແລະ ປ້ອງກັນອາດຊະຍາກຳ ຈົນເຖິງການແລກປ່ຽນມິດຕະພາບ ແລະ ການປັກໝຸດເຂດທີ່ຢູ່ອາໄສຢູ່ທັງສອງຝ່າຍຂອງຊາຍແດນ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການເຊື່ອມໂຍງລະບົບຊາຍແດນ, ຫຼັກໝາຍຊາຍແດນ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງສອງປະເທດ. ຜົນໄດ້ຮັບເຫຼົ່ານີ້ສືບຕໍ່ຢືນຢັນຄວາມຕັ້ງໃຈຂອງທັງສອງຝ່າຍໃນການສ້າງຊາຍແດນຫວຽດນາມ-ລາວ ທີ່ສັນຕິພາບ, ໝັ້ນຄົງ, ຮ່ວມມື ແລະ ພັດທະນາຢ່າງຍືນຍົງ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປົກປັກຮັກສາຊາຍແດນຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 14 ຕຸລາ, ທີ່ນະຄອນຫຼວງວຽງຈັນ (ລາວ), ທ່ານພົນໂທ ຄຳລຽງ ອຸດທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນື່ອງໃນໂອກາດນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ທີ່​ພິ​ທີ, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ໃນວຽກ​ງານ​ປ້ອງ​ກັນ​ປະ​ເທດ, ປົກ​ປັກ​ຮັກ​ສາ​​ຊາຍ​ແດນ​ສອງປະເທດຫວຽດ​ນາມ - ລາວ.

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ລາວ ນັບມື້ນັບແທດຈິງ, ມີປະສິດທິຜົນ

ຍສໝ - ຕອນເຊົ້າວັນທີ 11 ສິງຫາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານພົນໂທ ວົງສອນ ອິນພັນພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ.

3 ນາຍທະຫານ ຂອງກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

3 ນາຍທະຫານ ຂອງກອງທັບປະຊາຊົນຫວຽດນາມ ປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

ຍສໝ - ວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບຄໍາຕັດສິນຂອງປະທານປະເທດ ແລະ ຕັດສິນຂອງລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ໃຫ້ແກ່ນາຍທະຫານ 3 ທ່ານຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງກໍາລັງຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະຜູ້ແທນUNISFA (ພາກພື້ນ Abyei).

ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14

ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14

ຍສໝ - ວັນທີ 11 ກຸມພາ, ກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 14 ໄດ້ດໍາເນີນຢູ່ນະຄອນ Fukuoka (ຍີ່ປຸ່ນ) ພາຍໃຕ້ການເປັນປະທານຂອງທ່ານ Kano Koji ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ. ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເຂົ້າຮ່ວມກອງປະຊຸມ.

ກະຊວງປ້ອງກັນປະເທດຫວຽດນາມ ຕອບບຸນແທນຄຸນນັກຮົບເກົ່າ, ນັກຊ່ຽວຊານຈີນ

ກະຊວງປ້ອງກັນປະເທດຫວຽດນາມ ຕອບບຸນແທນຄຸນນັກຮົບເກົ່າ, ນັກຊ່ຽວຊານຈີນ

ຍສໝ - ວັນທີ 9 ທັນວາ, ທີ່ນະຄອນຫຼວງປັກກິ່ງ (ຈີນ), ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຮົບເກົ່າ, ນັກຊ່ຽວຊານຈີນ ທີ່ເຂົ້າຮ່ວມ ຊ່ວຍເຫຼືອການປະຕິວັດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການພົບປະສັງສັນ ຍັງມີທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມກັບນັກຮົບເກົ່າ, ນັກຊ່ຽວຊານ ແລະຍາດຕິພີ່ນ້ອງຂອງນັກຮົບເກົ່າ, ນັກຊ່ຽວຊານຈີນ ກວ່າ 30 ຄົນ.

ກະຊວງປ້ອງກັນປະເທດຫວຽດນາມ ພົບປະສັງສັນນັກຮົບເກົ່າ ລັດເຊຍ

ກະຊວງປ້ອງກັນປະເທດຫວຽດນາມ ພົບປະສັງສັນນັກຮົບເກົ່າ ລັດເຊຍ

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ.

ກະຊວງປ້ອງກັນປະເທດ ຫວຽດນາມ ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດ ລາວ

ກະຊວງປ້ອງກັນປະເທດ ຫວຽດນາມ ມອບອຸປະກອນການແພດໃຫ້ກະຊວງປ້ອງກັນປະເທດ ລາວ

ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.

ກອງທັບ ຫວຽດນາມ, ກຳປູເຈຍ ແລະ ລາວ ຈະເຝິກຊ້ອມການກູ້ໄພຮ່ວມ

ກອງທັບ ຫວຽດນາມ, ກຳປູເຈຍ ແລະ ລາວ ຈະເຝິກຊ້ອມການກູ້ໄພຮ່ວມ

ຍສໝ - ຕອນ​ເຊົ້າ​ວັນ​ທີ 13 ພະຈິກ​ນີ້, ຢູ່​ນະຄອນ ດ່າ​ຫນັງ, ທ່ານ​ພົນ​ຕີ ຖາຍດ້າຍຫງອກ, ຜູ້​ບັນຊາ​ການ​ທະຫານ​ເຂດ 5 ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ມອບ​ໝາຍ​ໜ້າ​ທີ່​ໃຫ້​ກຳລັງ​ເຂົ້າ​ຮ່ວມ​ການ​​ເຝິກຊ້ອມ​ກູ້ຊີບ - ກູ້​ໄພຮ່ວມ​ ລະຫວ່າງ​ກອງທັບ 3 ປະເທດ ຫວຽດນາມ - ກຳປູ​ເຈຍ - ລາວ ຢູ່ Kampong Chnang, ກຳປູເຈຍ.

ການຮ່ວມມືດ້ານການຝຶກອົບຮົມແມ່ນຈຸດທີ່ສົດໃສໃນການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ອົດສະຕາລີ

ການຮ່ວມມືດ້ານການຝຶກອົບຮົມແມ່ນຈຸດທີ່ສົດໃສໃນການຮ່ວມມືດ້ານປ້ອງກັນປະເທດຫວຽດນາມ - ອົດສະຕາລີ

ຍສໝ - ຕາມ​ທ່ານ​ພົນ​ໂທ ຫງວຽນ​ຊວນ​ຟຸກ ​ແລ້ວ, ອົດ​ສະ​ຕາ​ລີ ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ໜູນ​ຊ່ວຍ​ດ້ານ​ພາສາ​ອັງກິດ ​ແລະ ວິຊາ​ສະ​ເພາະ​ໃຫ້​ທະຫານ​ຫວຽດນາມ ດ້ວຍ​ຈຳນວນ​ພົນລະ​ເມືອງ 3.500 ກວ່າ​ຄົນ.

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ກອງບັນຊາການທະຫານຊາຍແດນ ລົງກວດກາວຽກງານກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ

ຍສໝ - ວັນ​ທີ 11 ສິງຫາ, ຄະນະປະຕິບັດງານ​ກອງ​ບັນຊາ​ການ​ທະຫານ​​ຊາຍ​ແດນ ​ໂດຍ​ທ່ານ​ພັນ​ເອກພິເສດ ​ເຈີ່ນ​ນາມ​ຈຸງ, ຮອງຫົວໜ້າ​ເສນາ​ທິການ ທະຫານ​ຊາຍແດນ ​ຫວຽດນາມ ເປັນຫົວໜ້າຄະນະ ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ, ກວດກາ​ວຽກ​ງານ​ກະກຽມ​ຮັບ​ໃຊ້ການ​​ຈັດ​ຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງ​ກັນ​ປະ​ເທດ​ຊາຍ​ແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ລົງ​ນາມ​ໃນຂໍ້ຕົກລົງການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ - ການ​ປ້ອງ​ກັນ​ປະ​ເທດ ​ລະ​ຫວ່າງແຂວງ ຮ່າ​ຕິ້ງ ແລະ ແຂວງ​ບໍ​ລິ​ຄຳ​ໄຊ

ຍສໝ - ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ​ກອງບັນຊາການ​ທະຫານ​ແຂວງ ຮ່າ​ຕິ້ງ ແລະ ບໍລິ​ຄຳ​ໄຊ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການພັດທະນາ​ແບບ​ຍືນ​ຍົງ​ຢູ່​ເຂດ​ຊາຍ​ແດນ.

ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ

ກະຊວງປ້ອງກັນປະເທດ ລາວ ຈັດການໂອ້ລົມຫົວເລື່ອງສະເພາະກ່ຽວກັບໄຊຊະນະ ດ້ຽນບຽນຝູ

ຍສໝ - ຕອນ​ເຊົ້າ​ວັນ​ທີ 9 ພຶດສະພາ,, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ໄດ້​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ “​ຄວາມ​ໝາຍ​ສຳຄັນ​ຂອງ​ໄຊຊະນະ ດ້ຽນບຽນ​ຝູ ​ເພື່ອ​ຄວາມ​ສາມັກຄີ ​ແລະ ພັນທະ​ມິດ​ການ​ສູ້​ຮົບ​ພິ​ເສດ​ຫວຽດນາມ - ລາວ” ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ ຖ່າຍທອດວ່າ.

ກະຊວງປ້ອງກັນປະເທດ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ອິນໂດເນເຊຍ, ຟີລິບປິນ

ກະຊວງປ້ອງກັນປະເທດ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ອິນໂດເນເຊຍ, ຟີລິບປິນ

ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມ ADMM ວົງແຄບ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຫງວຽນເຕີນເກືອງ ໄດ້ມີການພົບປະສອງຝ່າຍກັບຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ ແລະ ຟີລິບປິນ ເພື່ອຊຸກຍູ້ການພົບພະແລກປ່ຽນ, ການຮ່ວມມືດ້ານປ້ອງກັນຊາດ.