ຍສໝ - ໃນບັນຍາກາດແຫ່ງການສະເຫຼີມສະຫຼອງ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30 ເມສາ ປີ 1975 - ວັນທີ 30 ເມສາ ປີ 2026), "ງານວາງສະແດງ ແລະ ລາງວັນວິຈິດສິນ 2026 - ສິລະປະການປັ້ນຫຼໍ່ຂອງນະຄອນ ໃນຮອບ 5 ປີ" ໄດ້ໄຂຂຶ້ນໃນວັນທີ 27 ເມສາ ຢູ່ຫໍພິພິທະພັນວິຈິດສິນ ນະຄອນ ໂຮ່ຈີມິນ, ເຊິ່ງໄດ້ດຶງດູດບັນດາຜູ້ຊ່ຽວຊານ ແລະ ມວນຊົນທີ່ມັກຮັກໃນສິລະປະເຂົ້າຮ່ວມຢ່າງຫຼວງຫຼາຍ.
ຍສໝ - ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ຕາມຈັນທະປະຕິທິນ), ຢູ່ທີ່ວິຫານລະນຶກເຖິງບັນດາກະສັດຮຸ່ງ (ສວນປະຫວັດສາດ - ວັດທະນະທຳແຫ່ງຊາດ, ນະຄອນໂຮ່ຈີມິນ), ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ປີຈໍ 2026 ຢ່າງສົມກຽດ. ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ ແລະ ຕິດຕາມຜ່ານຊ່ອງທາງໂທລະພາບ, ວິທະຍຸກະຈາຍສຽງໂດຍກົງ, ເພື່ອຮ່ວມກັນມຸ່ງສູ່ຕົ້ນກຳເນີດຂອງຊາດ.
ຍສໝ - ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ.
ຍສໝ - ບໍ່ດົນມານີ້, ບັນດາທຸລະກິດທ່ອງທ່ຽວໃນນະຄອນໂຮ່ຈິມິນໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືເພື່ອດຳເນີນການທ່ອງທ່ຽວດ້ວຍເຮລິຄອບເຕີທີ່ມີທິວທັດທີ່ສວຍງາມ, ໂດຍໄດ້ເປີດຕົວຜະລິດຕະພັນການທ່ອງທ່ຽວທີ່ໄດ້ຮັບການທົດສອບຄັ້ງທຳອິດໃນປີ 2022. ດ້ວຍປະສົບການການບິນທີ່ຫຼາກຫຼາຍຕັ້ງແຕ່ 15 ຫາ 60 ນາທີ, ຜະລິດຕະພັນດັ່ງກ່າວຄາດວ່າຈະສ້າງຈຸດເດັ່ນໃໝ່ໃຫ້ແກ່ການທ່ອງທ່ຽວຂອງນະຄອນ.
ໃນລະຫວ່າງວັນທີ 26 ກຸມພາ ຫາວັນທີ 1 ມີນາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໂດຍທ່ານ ພັນເອກ ເຈີ່ນຕ໋ວນແອງ, ຮອງເສນາທິການທະຫານຊາຍແດນ ໄດ້ລົງກວດກາວຽກງານສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີລະບຽບ (IUU) ຢູ່ເຂດຄຸ້ມຄອງໂດຍກອງບັນຊາການທະຫານຊາຍແດນນະຄອນ ໂຮ່ຈີມິນ.
ຍສໝ - ນີ້ແມ່ນຄຳເວົ້າຂອງທ່ານນາງ ຮ່າແທ່ງ, ປະທານສະຫະພັນອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ, ທີ່ກອງປະຊຸມສະຫຼຸບການທູດປະຊາຊົນປີ 2025 ແລະ ທິດທາງ ແລະ ໜ້າທີ່ສຳລັບປີ 2026, ເຊິ່ງໄດ້ຈັດຂຶ້ນໃນວັນທີ 30 ທັນວາ ທີ່ຮ່າໂນ້ຍ.
ຍສໝ - ວັນທີ 16 ທັນວາ, ຄະນະຜູ້ແທນອົງການກວດກາລັດຖະບານ ໂດຍທ່ານຮອງຫົວໜ້າອົງການກວດກາ ຫງວຽນກວກດວານ ນຳໜ້າ ໄດ້ລົງກວດກາມ ສຳຫຼວດຢູ່ສະຖານທີ່ ຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີລາຍງານ ແລະ ບໍ່ມີລະບຽບ (IUU) ຢູ່ຕາແສງ ລອງຫາຍ, ນະຄອນ ໂຮ່ຈີມິງ.
ຍສໝ - ວັນທີ 4 ພະຈິກ, ກົມກະສິກຳ ແລະ ສິ່ງແວດລ້ອມ ຂອງນະຄອນ ໂຮ່ຈີມິງ ໄດ້ຈັດທຳເອກະສານສົ່ງໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອລາຍງານຜົນການດຳເນີນງານໃນການຕ້ານການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ຍສໝ - ຕາມບົດບັນທຶກຊ່ວຍຈຳແລ້ວ, ແຕ່ລະປີ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ມອບທຶນສຶກສາປະລິນຍາໂທເຕັມທຶນໃຫ້ແກ່ພະນັກງານແນວລາວສ້າງຊາດ 1 ທຶນ ແລະ ທຶນສຶກສາປະລິນຍາຕີເຕັມທຶນໃຫ້ນັກສຶກສາລາວ 3 ຄົນ ຢູ່ນະຄອນຫຼວງວຽງຈັນ.
ຍສໝ - ວັນທີ 2 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ການາດາ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມພົບປະສະເຫຼີມສະຫຼອງ 158 ປີແຫ່ງວັນຊາດການາດາ (1 ກໍລະກົດ 1867 – 1 ກໍລະກົດ 2025). ເຫດການນີ້ແມ່ນໂອກາດເພື່ອຫວນຄືນເສັ້ນທາງການພັດທະນາການພົວພັນຫວຽດນາມ - ການາດາ ໃນຫຼາຍຂົງເຂດ, ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ.
ຍສໝ - ມາຮອດທ້າຍເດືອນ ມີນາ 2025, ຍອດຈຳນວນເງິນຕາຕ່າງປະເທດສົ່ງອອກໄປນະຄອນໂຮ່ຈິມິນບັນລຸ ໄດ້ 2,412 ຕື້ USD, ເພີ່ມຂຶ້ນ 25,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ແລະ ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ໄຕມາດຕິດກັບຂອງປີກາຍ.
ຍສໝ - ຕາງໜ້າໃຫ້ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ, ທ່ານ ຫງວຽນເຟືອກລົກ ອວຍພອນໃຫ້ປະເທດລາວ ພັດທະນາແບບຍືນຍົງ, ປະຊາຊົນລາວບັນດາເຜົ່າ ມີຊີວິດການເປັນຢູ່ນັບມື້ນັບຮັ່ງມີເຂັ້ມແຂງ ແລະມີຄວາມຜາສຸກ.
ຍສໝ - ວັນທີ 6 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງປະຊາຊົນກຳປູເຈຍ, ລາວ, ມຽນມາ ແລະ ໄທ. ງານບຸນໄດ້ຮັບການສົມທົບກັບສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ (HUFO) ເພື່ອຈັດຕັ້ງ.
ຍສໝ - ຕອນບ່າຍວັນທີ 24 ມີນາ, ທ່ານ ຫງວຽນແທງງີ້, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ໄດ້ນຳໜ້າຄະນະຜູ້ແທນ ໄປສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ ເພື່ອອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 - 22 ມີນາ 2025).
ຍສໝ - ຕອນເຊົ້າວັນທີ 16 ກຸມພາ, ຢູ່ໂຮງລະຄອນໂຮ່ຈີມິນ, ສະຖານກົງສຸນໃຫຍ່ ລາຊະອານາຈັກ ໂຮນລັງ ປະຈຳນະຄອນໂຮ່ຈີມິນ ພ້ອມກັບບັນດາອົງການ, ຄະນະ, ຂະແໜງການ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຕັ້ງເຫດການ “ລົດຖີບເພື່ອອະນາຄົດ”.
ຍສໝ - ເກືອບ 300 ລາຍການ, ເຫດການວາງສະແດງ, ງານວາງສະແດງ, ພົບປະແລກປ່ຽນ, ແນະນຳປຶ້ມ ແລະມີປື້ມເກືອບ 690.000 ຫົວ ທີ່ໄດ້ຂາຍໃນປີຜ່ານມາໄດ້ຢັ້ງຢືນເຖິງລັກສະນະທີ່ມີປະສິດທິຜົນ ແລະຄວາມດຶງດູດຂອງຖະໜົນປື້ມນະຄອນໂຮ່ຈີມິນ.
ຍສໝ - ໃນປີ 2024, ນະຄອນ ໂຮ່ຈິມິນ ພວມຄ່ອຍໆກັບຄືນສູ່ວົງໂຄຈອນພັດທະນາຂອງຕົນ ເມື່ອຕົວເລກສະແດງການເຕີບໂຕບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ການຜັນຂະຫຍາຍກົນໄກສະເພາະພວມຊ່ວຍໃຫ້ນະຄອນແກ້ໄຂບັນດາສິ່ງກີດຂວາງ, ລຸລ່ວງບັນດາແຫຼ່ງກຳລັງພັດທະນາ, ສືບຕໍ່ຢືນຢັນຖານະເປັນໃຈກາງເສດຖະກິດໃຫຍ່ຂອງທົ່ວປະເທດ.
ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພ້ອມດ້ວຍພັນລະຍາໄດ້ເປັນປະທານງານລ້ຽງຂອງລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອລ້ຽງຕ້ອນຮັບຄະນະການທູດເນື່ອງໃນໂອກາດປີໃໝ່ສາກົນ 2025 ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025.
ຍສໝ - ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ເພີ່ມທະວີ ແລະ ເປີດກວ້າງການເຄື່ອນໄຫວທາງການທູດປະຊາຊົນ; ພົບປະແລກປ່ຽນ ແລະ ລົງນາມໃນຫຼາຍໂຄງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ.
ຍສໝ - ສາຍການບິນຫວຽດເຈັດ (Vietjet) ໄດ້ມອບຂໍ້ສະເໜີສຸດພິເສດ ຄ່າໂດຍສານລາຄາທີ່ປະຢັດ ສຳລັບຖ້ຽວບິນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ