ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມໃນການເຊື່ອມໂຍງເຂົ້າເສດຖະກິດໂລກຢ່າງເລິກເຊິ່ງກ່ວາອີກ ແລະ ບາງຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ
ຍສໝ - ຕອນຄ່ຳວັນທີ 7 ມີນາ, ທີ່ການໂອ້ລົມສົນທະນາກັບທ່ານ Bogdan Aurescu ລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບູຍແທັງເຊີນໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນແລະມີຄວາມຫວັງຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃນໄລຍະກ່ວາ 70 ປີລະຫວ່າງຫວຽດນາມແລະຣູມານີ ໃຫ້ເລິກເຊິ່ງກ່ວາອີກ.
ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ແລະ ບັນດາສະມາຊິກໃນກຸ່ມ ໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ແຕ່ວັນທີ 3-5 ຕຸລານີ້, ຢູ່ເຂດຮ່ອງຮອຍສູນກາງກຳແພງພະລາຊະວັງທັງລອງ (ຮ່າຸໂນ້ຍ), ງານບຸນວັດທະນະທຳໂລກຄັ້ງທຳອິດຈະດຳເນີນໄປດ້ວຍການເຂົ້າຮ່ວມຂອງ 48 ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ສູນວັດທະນະທຳຕ່າງປະເທດປະຈຳຫວຽດນາມ. ນີ້ແມ່ນຂໍ້ລິເລີ່ມໃໝ່ເພື່ອຢັ້ງຢືນບົດບາດຂອງວັດທະນະທຳໃນການເຊື່ອມຕໍ່ມະນຸດ, ຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ພາຍຫລັງ 01 ປີທີ່ຮັບມື ແລະ ປັບຕົວໃຫ້ແທດເໝາະກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ມີວິສາຫະກິດຫລາຍແຫ່ງ ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊອກໄດ້ທິດກ້າວເດີນຢ່າງເໝາະສົມ, ຄ່ອຍໆນຳການເຄື່ອນໄຫວດຳເນີນທຸລະກິດເປັນປົກກະຕິ ແລະ ກ້າວຂຶ້ນເທື່ອລະກ້າວ. ຕົວຈິງສະແດງໃຫ້ເຫັນວ່າ ເລື່ອງເປັນເຈົ້າການໃນການສ້າງວິທີການ ແລະ ມາດຕະການຢ່າງມີຫົວຄິດປະດິດສ້າງ, ໄຫວພິບແມ່ນປັດໄຈຫລັກແຫລ່ງ, ຕັດສິນຊີ້ຂາດເຖິງເລື່ອງວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດຄືແນວໃດ.
ຍສໝ - ຫວ່າງແລ້ວນີ້, ສະຫະພັນບັນດາອົງການມິດຕະພາບແຂວງວິງລອງ ໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສະມາຄົມ Korean Society For Servive in Asia (KSSA) ຢູ່ທ້ອງຖິ່ນ.
ຍສໝ - ໃນອາຍຸການນີ້, ສະມາຄົມມິດຕະພາບ ຫວຽດນາມ - ຢູແກຼນ ຕັດສິນໃຈເພີ່ມທະວີບັນດາການເຄື່ອນໄຫວ, ປະກອບສ່ວນຊຸກຍູ້ການຮ່ວມມືມິດຕະພາບພ້ອມກັນພັດທະນາລະຫວ່າງ ສອງປະເທດ, 2 ຊາດ ຫວຽດນາມ - ຢູແກຼນ.
ຍສໝ - ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຈະຈັດຕັ້ງ “ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ” ໃນວັນທີ 4 ທັນວາ 2025.
ຍສໝ - ຫ້ອງເກັບຕົວຢ່າງດັ່ງກ່າວ ມີຂັ້ນຕອນການເຄື່ອນໄຫວທີ່ງາຍດ່າຍ, ເພີ່ມທະວີຄວາມປອດໄພ, ສາມາດມ້າງອອກ ແລະ ຕິດຕັ້ງຢ່າງງ່າຍດາຍ ເມື່ອຕ້ອງນຳໃຊ້ຢູ່ເຂດເກັບຕົວຢ່າງທີ່ມີຄວາມສ່ຽງສູງ.
ທ່ານເອກອັກຄະລັດຖະທູດ Deborah Paul ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາ ໃນຫຼາຍຂົງເຂດ ນັບແຕ່ດ້ານການເມືອງ - ການທູດ ຕະຫຼອດຮອດເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ການສຶກສາ - ບຳລຸງສ້າງ, ການຊ່ວຍເຫຼືອມະນຸດສະທຳ, ການພົວພັນແລກປ່ຽນວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ມາຮອດປະຈຸບັນ, ວຽກງານການເລືອກຕັ້ງໃນຂອບເຂດທົ່ວປະເທດ ໄດ້ຜັນຂະຫາຍຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກ.
ທ່ານ ດັ້ງມີງຄອຍ ໄດ້ອວຍພອນທ່ານນາງ ວັນດີ ບຸດທະສະວົງ ເອກອັກຄະລັດຖະທູດ ລາວ ແລະ ບັນດາພະນັກງານສະຖານທູດ ລາວ ປະຈຳ ຈີນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.
ຍສໝ - ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ກ໋ວາງຈິ ແລະ ສະມາຄົມ ຊາວ ຫວຽດນາມ ອາໄສຢູ່ ແຂວງ ຈຳປາສັກ (ລາວ) ຈັດຕັ້ງພິທີມອບເງິນເພື່ອຊື້ອຸປະກອນການຮຽນເປັນຈຳນວນ 590 ລ້ານດົ່ງ ໃຫ້ແກ່ໂຮງຮຽນປະຖົມ ມິດຕະພາບແຂວງ ຈຳປາສັກ.
ຍສໝ - ປີ 2022 ແມ່ນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງໃນປີນີ້ປະຊາຊົນທັງສອງປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 45 ປີ.
ຕອນເຊົ້າວັນທີ 5 ພະຈິກ, ສະຖາບັນຄົ້ນຄ້ວາຍຸດທະສາດກ່ຽວກັບເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງຍຸດທະສາດຕະຫຼາດຜະລິດຕະພັນໃຫ້ແກ່ວິສາຫະກິດ ໃນທົດສະວັດ 2030 - 2030”.
ຕອນບ່າຍວັນທີ 21 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ລາຊາອານາຈັກ ກຳປູເຈຍ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໄດ້ພົບປະກັບ ປະທານສະພາແຫ່ງຊາດ ສິງກະໂປ, ປະທານສະພາແຫ່ງຊາດ ອາແຊັກໄບຢານ ແລະ ຮອງປະທານສະຖາບັນຜູ້ແທນສະພາແຫ່ງຊາດ ເບຣາຣຸດ.
ຍສໝ - ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.