ອົງ​ການ​ຈັດ​ຕັ້ງ KSSA (ສ.ເກົາຫຼີ) ໜູນ​ຊ່ວຍ​ການ​ການ​ເຫຼືອ​ສັງ​ຄົມ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 50 ຕື້​ດົ່ງ​ຢູ່​ແຂວງ ວິງ​ລອງ

07:34 | 13/12/2022

ຍ​ສ​ໝ - ຫວ່າງແລ້ວນີ້, ສະຫະພັນ​ບັນດາ​ອົງການ​ມິດຕະພາບແຂ​ວງວິງ​ລອງ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ Korean Society For Servive in Asia (KSSA) ຢູ່​ທ້ອງ​ຖິ່ນ.

ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ ເງະ​ອານ ຈັດ​ຕັ້ງ​ການ​ແຮກ​ສ່ຽວ ໄດ້ 21 ຄູ່ ​ບ້ານ - ບ້ານ​ ຂຶ້ນ​ກັ​ບ 3 ແຂວງ​ຫົວ​ພັນ - ຊຽງ​ຂວາງ - ບໍ​ລິ​ຄຳ​ໄຊ
ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ) ນະ​ຄອນ​ດ່າ​ນັ້ງ ມອບ​ໂຮງ​ຮຽນ​ມິດ​ຕະ​ພາບ​ທີ່​ມີ​ມູນ​ຄ່າ 7 ຕື້​ດົ່ງ ໃຫ້​ແກ່​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແຂວງ ຈຳ​ປາ​ສັກ (ລາວ)
ອົງ​ການ​ຈັດ​ຕັ້ງ KSSA (ສ.ເກົາຫຼີ) ໜູນ​ຊ່ວຍ​ການ​ການ​ເຫຼືອ​ສັງ​ຄົມ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 50 ຕື້​ດົ່ງ​ຢູ່​ແຂວງ ວິງ​ລອງ
ສ່ວນ​ບຸກ​ຄົນ ແລະ​ໝູ່​ຄະ​ນະ KSSA ​ໄດ້​ຮັບ​ລາງວັນ

KSSA ​ໄດ້​ເຄື່ອນ​ໄຫວ​ຢູ່​ແຂວງ​ວິງ​ລອງ ​ແຕ່​ປີ 1994 ​ໃນ​ບັນດາ​ຂົງ​ເຂດ​ຄື: ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ, ເບິ່ງແຍງ​ດູ​ແລ​ສຸ​ຂະ​ພາບ, ການ​ສຶກ​ສາ, ​ແລກປ່ຽນ​ວັດທະນະທຳ; ການກໍ່ສ້າງເຮືອນແຫ່ງຄວາມເມດ​ຕ​າ, ກິດຈະກໍາທາງສັງຄົມແລະ ການຮຽກຮ້ອງການລົງທຶນ.

ພິ​ເສດ, ອົງ​ການ KSSA ແມ່ນ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ​ສ.ເກົາຫຼີ ທຳ​ອິດ​ທີ່ເຂົ້າມາ ຫວຽດ​ນາມ ພາຍຫຼັງ ຫວຽດ​ນາມ - ສ.ເກົາຫຼີ ​ຫັນ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ໃນ​ປີ 1992. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ທີ່​ມີ​ການ​ເຄື່ອນ​ໄຫວ​ດົນ​ທີ່​ສຸດ, ຕັ້ງ​​ໜ້າ​ທີ່​ຢູ່​ແຂວງວິງ​ລອງ. ໃນ 25 ປີ​ຜ່ານ​ມາ, ອົງ​ການ KSSA ໄດ້​ອຸ​ປະ​ຖຳ​ກໍ່​ສ້າງ​ເຮືອນ​ແຫ່ງ​ຄວາມ​ເມດ​ຕາ​ກ່​ວາ 2000 ຫຼັງ, ຂົວ 20 ແຫ່ງ, ເຮັດ​ຖະ​ໜົນ​ຫົນ​ທາງ​ເຂດ​ຊົນ​ນະ​ບົດ, ມອບຂອງ​ຂວັນ ແລະ ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ​ທຸກ​ຍາກນັບຮ້ອຍໆຄົນ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ່ານ​ໝໍ​ມາ​ຈາກ​ ສ.ເກົາ​ຫຼີ ມາ​ປິ່ນ​ປົວ​ພະ​ຍາດ ແລະ ສະ​ໜອງ​ຢຸກ​ຢາ​ໂດຍ​ບໍ່​ເສຍ​ຄ່າ ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຫ່າງ​ໄກ​ສອກຫຼີກ ຂອງ​ແຂວງ ດ້ວຍຍອດ​ງົບ​ປະ​ມານ​ອຸ​ປະ​ຖຳ​ກ່​ວາ 50 ຕື້​ດົ່ງ.

ພ້ອ​ມ​ກັນນັ້ນ, ອົງ​ການ KSSA ຍັງ​ສົມ​ທົບ​ກັບ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ວິງ​ລອງ, ບັນ​ດາທ້ອງ​ຖິ່ນ​ຂອງ​ແຂວງ ຈັດ​ຕັ້ງ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກຫຼາຍ​ຄະ​ນະ ມາ​ພົບ​ປະ​ແລກ​ປ່ຽນ, ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນ​ຢູ່​ທ້ອງ​ຖິ່ນ, ຈັ​ດ​ຕັ້ງຄະ​ນະພະ​ນັກ​ງານ, ຄູ​ສອນ, ນັກ​ຮຽນຫຼາຍ​ຄະ​ນະຈ​າກ​ສ.ເກົາຫຼີ​ ມາ​ຢ້ຽມຢາມ, ຮ່ຳ​ຮຽນ, ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ… ຜ່ານ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໄດ້​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ ລະ​ຫວ່າງ​​ປະ​ຊາ​ຊົນ​ສອງ​ປະ​ເທດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່າ​ນນາງ ຫງວຽນ​ທິກວຽນ​ແທັງ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ວິງ​ລອງ​ໃຫ້​ຮູ້​ວ່າ ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນ​ອົງ​ການ KSSA ເຄື່ອນ​ໄຫວ​ຢູ່​ແຂວງ ວິງ​ລອງ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ບັນ​ຍາ​ກາດ​ຂ່ຳ​ນັບ​ຮັບ​ຕ້ອນ​ການ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ (22/12/1992 - 22/12/2022). 30 ປີ​ຜ່ານ​ມາ, ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ເພີ່ມ​ພູນ​ຄູນ​ສ້າງ​ຂອງ​ການ​ນຳ​ບັນດາລຸ້ນ​, ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ສ.ເກົາຫຼີ ບົນ​ພື້ນ​ຖານ​ທີ່​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ມີ​ຄວາມ​ໃກ້​ຊິດ​ສະ​ໜິດ​ແໜ້​ນ​ທາງ​ພູ​ມີ​ປະ​ເທດ, ມີ​ລັກ​ສະ​ນະ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ທາງ​ດ້ານ​ເສດ​ຖະ​ກິດ, ພ້ອມ​ກັບ​ແບ່ງ​ປັນ​ບັນ​ດາ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ລວມ​ເພື່ອ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ສອງ​ປະ​ເທດ ຫວຽດ​ນາມ - ສ.ເກົາຫຼີ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ຂອງ​ກັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.