ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີວຽກ​ງານ​ການ​ທູດ​ປະ​ຊາ​ຊົນ ສອງ​ຊາດ ລາວ-ຫວຽດ​ນາມ

23:16 | 26/09/2022

ຍສໝ - ປີ 2022 ແມ່ນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງໃນປີນີ້ປະຊາຊົນທັງສອງປະເທດໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 45 ປີ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ຮ່າໂນ້ຍ ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບ ຫວຽດນາມ - ລາວ
ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ອວຍພອນວັນຊາດຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ອວຍພອນວັນຊາດຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ

ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ມີສາຍພູ ແລະ ແມ່ນໍ້າລຳເຊຕິດຈອດກັນ, ຮ່ວມກັນດື່ມນໍ້າແມ່ຂອງ ແລະ ພ້ອມກັນອີງໃສ່ສາຍພູຫຼວງອັນສະຫງ່າ, ປະຊາຊົນສອງຊາດເຄີຍມີສາຍພົວພັນອັນເປັນມູນເຊື້ອ, ສັດຊື່ບໍລິສຸດ, ສະໜິດຕິດພັນມາແຕ່ດົນນານ. ຄວາມສາມັກຄີພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ປະກົດຂຶ້ນມານັ້ນ ໄດ້ເລີ່ມມາຈາກທີ່ຕັ້ງພູມສາດ - ຍຸດທະສາດຂອງທັງສອງປະເທດ ແລະ ເລີ່ມຈາກທາດແທ້ອະລິຍະທຳທີ່ເພິ່ງພາອາໄສ ເຊິ່ງກັນ ແລະ ກັນ ຂອງທັງສອງປະເທດ ແລະໄດ້ຮັບການຍົກລະດັບຂຶ້ນເປັນການພົວພັນແບບພິເສດນັບແຕ່ເວລາທີ່ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນ ໃນຕົ້ນປີ 1930 ເປັນຕົ້ນມາ ຊຶ່ງເປັນຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວປະຈຸບັນ.

ເມື່ອຫວນຄືນປະຫວັດສາດການພົວພັນແບບພິເສດທີ່ຫາຍາກ ລະຫວ່າງ ລາວ ແລະ ຫວຽດນາມ ແຕ່ສະໄໝຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ແລະ ຕ້ານຈັກກະພັດຮຸກຮານ, ສອງປະເທດໄດ້ຄຽງບ່າຄຽງໄຫລ່ຕໍ່ສູ້ຕີເອົາຊະນະສັດຕູກ້າວໄປເຖິງການເຊັນສົນທິສັນຍາເຊີແນວ ປີ 1954 ກ່ຽວກັບອິນດູຈີນ. ຕະຫຼອດໄລຍະການປະຕິວັດຂອງທັງສອງປະເທດນ້ຳໃຈສາມັກຄີແບບພິເສດລາວ-ຫວຽດນາມ ນັບມື້ໄດ້ຮັບການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ຈົນນຳໄປສູ່ການສ້າງຕັ້ງການພົວພັນການທູດ ລະຫວ່າງ ຣາຊາອະນາຈັກລາວ ກັບ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 05 ກັນຍາ 1962. ນັ້ນແມ່ນເຫດການປະຫວັດສາດທີ່ສໍາຄັນ ແລະ ເປັນບາດລ້ຽວໃໝ່ ແຫ່ງໄຊຊະນະທາງການທູດ ຂອງກໍາລັງປະຕິວັດ ຂອງ ສອງພັກ ແລະ ສອງປະເທດ ຢ່າງແທ້ຈິງ.

ຫຼັງຈາກໄດ້ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງການເຊິ່ງເປັນໜ້າປະຫວັດສາດ ໃໝ່ແຫ່ງການພົວພັນຂອງສອງປະເທດແລ້ວຍັງມີເຫດການການເມືອງອັນຍິ່ງໃຫຍ່ທີ່ປວງຊົນລາວ ແລະ ຫວຽດນາມ ບໍ່ສາມາດຫຼົງລືມໄດ້, ນັ້ນແມ່ນການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ - ສສ ຫວຽດນາມ ທີ່ຜູ້ນຳສູງສຸດຂອງສອງພັກ, ສອງລັດໄດ້ຮ່ວມລົງນາມ ໃນວັນທີ 18 ກໍລະກົດ 1977. ບັນດາເນື້ອໃນຈິດໃຈ ຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ດັ່ງກ່າວ ໄດ້ພິສູດໃຫ້ເຫັນເຖິງນ້ຳໃຈບໍລິສຸດຜຸດຜ່ອງ ທີ່ບໍ່ມີການປ່ຽນແປງ ຂອງສອງພັກ, ສອງລັດ ເພື່ອເສີມຂະຫຍາຍສາຍພົວພັນພິເສດລາວ-ຫວຽດນາມ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນຢ່າງບໍ່ຢຸດຢັ້ງ, ຮ່ວມມືຢ່າງຍາວນານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກດ້ານເປັນຕົ້ນແມ່ນ ໃນຂົງເຂດການເມືອງ, ເສດຖະກິດ, ວິທະຍາສາດ-ເຕັກນິກ, ວັດທະນະທຳ-ສັງຄົມ, ເຊິ່ງເປັນການຕອບສະໜອງຄວາມມຸ່ງໝາດປາດຖະໜາ ແລະ ຜົນປະໂຫຍດແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງປະຊາຊົນແຕ່ລະປະເທດໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດໃນໄລຍະໃໝ່.

ບັນດິດ, ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ ປປ ລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ບັນດິດ, ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ ປປ ລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຜ່ານພຶດຕິກຳແຫ່ງການຮ່ວມສໍາພັນສູ້ຮົບປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຂອງປະຊາຊົນສອງຊາດລາວ ແລະ ຫວຽດນາມ, ບັນດາຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນສອງຊາດ ໄດ້ມີຄຳເວົ້າອະມະຕະຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດດັ່ງກ່າວ. ປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່ໄດ້ກ່າວວ່າ:

"ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່

ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນ ກໍ່ເດີນດັ້ນດຸ່ງໄປ

ສອງຊາດລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ

ຮົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້"

ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ກໍໄດ້ກ່າວໄວ້ວ່າ: "ໃນປະຫວັດສາດຂອງການປະຕິວັດໂລກ ໄດ້ມີແວ່ນແຍງທີ່ໃສແຈ້ງແຫ່ງນ້ຳໃຈສາກົນກຳມະຊີບມາຫຼາຍແລ້ວ, ແຕ່ບໍ່ທັນມີຢູ່ໃສ ແລະ ເວລາໃດທີ່ມີຄວາມສາມັກຄີ, ການສຳພັນສູ້ຮົບແບບພິເສດ, ຍາວນານ, ຮອບດ້ານ ຄືການພົວພັນ ລາວ-ຫວຽດນາມ". ປະທານ ໄກສອນ ພົມວິຫານ ກ່າວເນັ້ນວ່າ: "ພູອາດຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊອາດຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ".

ຕະຫຼອດໄລຍະ ເກືອບ 50 ປີຜ່ານມາ ນັບແຕ່ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນຕົ້ນມາ ພັກ, ລັດ ເຫັນໄດ້ຄວາມສຳຄັນ ແລະ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ສະມາຄົມມິດຕະພາບ ລາວ - ຫວຽດນາມ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ພາລະບົດບາດຕົ້ນຕໍຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແມ່ນສຶກສາອົບຮົມ, ເຜີຍແຜ່ຂໍ້ມູນທີ່ຈະແຈ້ງເລິກເຊິ່ງ ແລະ ຖືກຕ້ອງໃຫ້ແກ່ປະຊາຊົນສອງຊາດ ໂດຍສະເພາະແມ່ນ ຄົນລຸ່ນໜຸ່ມທີ່ຈະເປັນຜູ້ສືບທອດໃນອານາຄົດ ໃຫ້ເຂົ້າໃຈຈະແຈ້ງເພື່ອໃຫ້ສືບທອດເປັນເຈົ້າການໃນການປົກປັກຮັກສາ, ຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຂຽວສົດງົດງາມ, ເກີດດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕົວຕະຫຼອດໄປ.

ໃນໄລຍະຜ່ານມາ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຕັ້ງໜ້າເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ດ້ວຍຫຼາຍຮູບແບບ, ເປັນຕົ້ນແມ່ນ ຈັດພິທີໂຮມຊຸມນຸມມິດຕິ້ງໃຫຍ່, ປາຖະກະຖາ, ແລກປ່ຽນຂໍ້ມູນຂ່າວສານ, ພົບປະ ແລະ ແຂ່ງຂັນກິລາມິດຕະພາບ ກັບສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ສະຖານກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳບັນດາແຂວງ, ນັກສຶກສາຫວຽດນາມ ທີ່ສຶກສາຢູ່ລາວ ແລະ ສະມາຄົມຊາວຫວຽດນາມຢູ່ລາວ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງ ສສ ຫວຽດນາມ ເຊັ່ນ: ບຸນປີໃໝ່ປະຈຳຊາດຫວຽດນາມ, ວັນເກີດປະທານ ໂຮ່ຈີມິນ, ວັນປົດປ່ອຍພາກໃຕ້ຫວຽດນາມ, ວັນຊາດ ສສ ຫວຽດນາມ ແລະ ປີຄົບຮອບໃຫຍ່ວັນສຳຄັນຕ່າງໆ.

ສອງສະມາຄົມມິດຕະພາບຍັງມີການແລກປ່ຽນຄະນະຜູ້ແທນເຊິ່ງກັນ ແລະກັນເປັນປະຈຳ ເພື່ອແລກປ່ຽນຖອດຖອນບົດຮຽນ, ສະຫຼຸບຕີລາຄາຜົນການພົວພັນຮ່ວມມືໃນໄລຍະຜ່ານມາ, ບັນດາກິດຈະກຳຕາມຮອຍປະຫວັດການເຄື່ອນໄຫວຂອງຜູ້ນຳທີ່ແສນເຄົາລົບຮັກຂອງສອງປະເທດ ກໍ່ໄດ້ຮັບການຈັດຕັ້ງເຊັ່ນ: ຕາມຮອຍ ປະທານໂຮ່ຈິມິນ, ປະທານໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມທັງອາດີດຜູ້ນຳລຸ້ນກ່ອນໆ.

ສະມາຄົມມິດຕະພາບລາວ-ຫວຽດນາມ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ມີໂອກາດກັບຄືນມາຢ້ຽມຢາມ ສປປ ລາວ; ບັນດາອາດີດນັກຮຽນສາມັນ - ນັກສຶກສາລາວ ທີ່ເຄີຍຮ່ຳຮຽນສຶກສາ ຢູ່ ສສ ຫວຽດນາມ ໄດ້ມີໂອກາດກັບຄືນໄປເຢ້ຽມຢາມ ບັນດາພະນັກງານ ຄູອາຈານ ແລະ ໂຮງຮຽນເກົ່າຂອງຕົນ ຢູ່ ສສ ຫວຽດນາມ; ສ້າງໂອກາດໃຫ້ແກ່ປະຊາຊົນລາວ ຜູ້ທີ່ມີຜົນງານໃນການຊ່ວຍເຫຼືອລ້ຽງດູ ແລະ ປ້ອງກັນປົກປັກຮັກສາຢ່າງປິດລັບບັນດາທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມ ທີ່ປະຕິບັດໜ້າທີ່ຢູ່ລາວໃນສະໄໝສົງຄາມ ໄດ້ມີໂອກາດໄປຢ້ຽມຢາມ ສສ ຫວຽດນາມ ຊຶ່ງໄດ້ສ້າງຄວາມປະທັບໃຈ ຕໍ່ພໍ່ແມ່ປະຊາຊົນລາວຢ່າງສຸດຊື້ງ.

ການເຄື່ອນໄຫວທັງໝົດນັ້ນລ້ວນແລ້ວແຕ່ແນ່ໃສ່ສຶກສາອົບຮົມ, ສ້າງແນວຄິດ ແລະ ຈິດສຳນຶກໃຫ້ແກ່ ປະຊາຊົນບັນດາເຜົ່າ ບັນດາຊັ້ນຄົນ ໂດຍສະເພາະແມ່ນຖັນແຖວເຍົາວະຊົນຄົນຮຸ້ນໜຸ່ມໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບປະຫວັດສາດການປະຕິວັດລາວທີ່ຕິດພັນກັບສາຍພົວພັນລະຫວ່າງສອງຊາດ ລາວ-ຫວຽດນາມ, ເສີມຂະຫຍາຍມູນເຊື້ອແຫ່ງການພົວພັນສາມັກຄີພິເສດ ແລະ ການຮ່ວມມືຊ່ວຍເຫຼືອກັນ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍ່ຄືໄລຍະປົກປັກຮັກສາ ພັດທະນາປະເທດຊາດໃນປັດຈຸບັນ. ຈາກນັ້ນຊ່ວຍໃຫ້ເຂົາເຈົ້າຮັບຮູ້ ແລະ ເປັນເຈົ້າການທະນຸຖະໜອມ, ສືບຕໍ່ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງມູນເຊື້ອແຫ່ງການພົວພັນສາມັກຄີພິເສດອັນບໍລິສຸດຜຸດຜ່ອງ ແລະ ຫາຍາກ ລາວ-ຫວຽດນາມ.

ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ພົບປະ ແລະ ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຈຸດສຸມໃນປີ 2022 ຢູ່ ຮ່າໂນ້ຍ.
ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ພົບປະ ແລະ ແລກປ່ຽນກ່ຽວກັບບັນດາການເຄື່ອນໄຫວຈຸດສຸມໃນປີ 2022 ຢູ່ ຮ່າໂນ້ຍ.

ໃນປີ 2022 ຊຶ່ງເປັນປີສາມັກຄີມິດຕະພາບ ລາວ- ຫວຽດນາມ, ຫວຽດນາມ - ລາວ, ສອງສະມາຄົມມິດຕະພາບ ໄດ້ເອກະພາບກັນຈັດບັນດາກິດຈະກຳເຄື່ອນໄຫວຕ່າງໆ, ເປັນຕົ້ນແມ່ນຮ່ວມກັນຈັດງານບຸນມະໂຫລານມິດຕະພາບລະຫວ່າງປະຊາຊົນ ລາວ-ຫວຽດນາມ ຄັ້ງທີ 5, ຮ່ວມກັນຈັດພິມຈໍາໜ່າຍວາລະສານ ສະບັບພິເສດນີ້ຂຶ້ນໃສ່ຊື່ວ່າ “ສາຍພູຫຼວງສອງຟາກຕາເວັນອອກ-ຕາເວັນຕົກ” ເປັນພາສາລາວ ແລະ ພາສາຫວຽດ; ຈັດການຢ້ຽມຢາມຂອງຄະນະຜູ້ແທນອາດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ມາຢ້ຽມຢາມພົບປະຢູ່ ສປປ ລາວ, ປະກວດບົດເລື່ອງ, ບົດຊົງຈໍາ, ບົດກະວີ ແລະ ບົດເພງກ່ຽວກັບສາຍພົວພັນມິດຕະພາບ ລາວ-ຫວຽດນາມ ແລະ ຈັດກິດຈະກຳການເຄື່ອນໄຫວຮ່ວມອື່ນໆອີກ.

ໃນທ່າມກາງບັນຍາກາດທີ່ພັກ, ລັດ ແລະ ປະຊາຊົນຂອງສອງປະເທດ ລາວ ແລະ ຫວຽດນາມ ພວມສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022 ນີ້, ສະມາຄົມມິດຕະພາບ ລາວ-ຫວຽດນາມ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າການພົວພັນ ແລະ ຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຂະຫຍາຍຕົວກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນສູງ ແລະ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ. ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເພີ່ມທະວີວຽກງານການທູດປະຊາຊົນ ຂອງສອງປະເທດໃຫ້ກ້າວສູ່ລວງເລິກຮ່ວມກັບສະມາຄົມມິດຕະພາບ ຫວຽດນາມ- ລາວ ໃນການສຶກສາອົບຮົມ ປະຊາຊົນສອງປະເທດໂດຍສະເພາະແມ່ນຊາວໜຸ່ມ, ເຍົາວະຊົນລຸ່ນສືບທອດ ໃຫ້ເຂົ້າໃຈເລິກເຊິ່ງ ແລະ ໃຫ້ເຂົາເຈົ້າເປັນເຈົ້າການໃນການປົກປັກຮັກສາ, ຖະໜຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ຂຽວສົດງົດງາມ, ເກີດດອກອອກຜົນ ແລະ ໝັ້ນຄົງຕະຫຼອດໄປ. ສົມດັ່ງຄໍາເວົ້າຂອງ ປະທານ ສຸພານຸວົງ ໄດ້ກ່າວໄວ້ວ່າ: “ສາຍພົວພັນລາວ-ຫວຽດນາມ ສູງຍິ່ງກວ່າພູເຂົາທີ່ສູງທີ່ສຸດ, ຍາວກວ່າແມ່ນ້ຳລໍາເຊ, ກວ້າງໃຫຍ່ກວ່າມະຫາສະໝຸດ, ໃສແຈ້ງກວ່າເດືອນເພັງ ແລະ ຫອມຫວນກວ່າດອກໄມ້ນາໆຊະນິດ ທີ່ຫອມຫວນທີ່ສຸດໃນໂລກ”.

ບັນ​ດິດ, ສ​ຈ. ບໍ່​ວຽງ​ຄຳ ວົງ​ດາ​ລາ

ກຳ​ມະ​ການ​ສູນ​ກາງ​ພັກ ປ​ປ ລາວ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ຫວຽດ​ນາມ ຂັ້ນສູນກາງ,

ລັດ​ຖະ​ມົນ​ຕີ ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.