ຍສໝ - ໃນວັນທີ 9 ສິງຫາ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ປະຕິບັດສໍາເລັດການປະມວນພື້ນຖານໂຄງລ່າງເຄືອຂ່າຍອິນເຕີແນັດ ແລະທົດລອງກະຈາຍຄື້ນສະຖານີ 5G ແຫ່ງທໍາອິດຢູ່ນະຄອນໂຮ່ຈີມິນ. ປັດຈຸບັນ, Viettel ກໍາລັງຍູ້ໄວຄວາມຄືບໜ້າໃນການຕິດຕັ້ງອຸປະກອນເພື່ອຈະກະຈາຍຄື້ນ 10 ສະຖານີ 5G ຢູ່ຕາແສງ 12, ເມືອງ 10 ໃນເດືອນສິງຫານີ້.
ຍສໝ - ຄະນະຜູ້ແທນສະພາປະຊາຊົນ ນະຄອນໂຮ່ຈີມິນ ໂດຍທ່ານນາງ ຫງວຽນທິເລະ ຮອງເລຂາ ຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 24 - 28 ກໍລະກົດ 2019.
ຍສໝ - ໃນວັນທີ 26 ກໍລະກົດ, ຄະນະຜູ້ແທນນະຄອນໂຮ່ຈີມິນ ນໍາໂດຍທ່ານນາງ ຫງວຽນທິເລະ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ນຳທ່ານ ບຸນທອງ ດີວິໄຊ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ.
ຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມປະເມີນຜົນໜຶ່ງປີການປະຕິບັດຂໍ້ສະຫຼຸບຂອງກົມການເມືອງ ແລະມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງກົນໄກ, ແຜນນະໂຍບາຍພິເສດສະເພາະ ເຂົ້າໃນການພັດທະນານະຄອນໂຮ່ຈິມິນ.
ທີ່ການຕ້ອນຮັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ທີ່ດໍາເນີນໃນວັນທີ 17 ເມສາ, ທ່ານ ຫງວຽນທ້ຽນເຍີນ ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ຢືນຢັນວ່າ: ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກ່ຽວກັບການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກກັບລາວ.
ຕອນຄໍ່າວັນທີ 12 ສິງຫາ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນຂອງຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີ ແຫ່ງວັນດໍາເນີນບັນດາລາຍການ, ການເຄື່ອນໄຫວອາສາສະໝັກລະດູແລ້ງຂອງຊາວໜຸ່ມນະຄອນໂຮ່ຈີມິນ.