ນະຄອນໂຮ່ຈີມິນ ໄດ້ຈັດຂຶ້ນງານບຸນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

08:28 | 31/12/2019

ຕອນຄໍ່າວັນທີ 29 ທັນວາ, ຢູ່ສູນການຄ້າ The Garden Mall (ນະຄອນໂຮ່ຈີມິນ), ສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ ນະຄອນໂຮ່ຈີມິນ, ຫໍພິພິທະພັນເສື້ອຍາວ ພ້ອມກັບບໍລິສັດຂີດໝາຍຫວຽດນາມ ໄດ້ສົມທົບກັນຈັດຕັ້ງວັນບຸນວັດທະນະທໍາຫວຽດນາມ-ຍີ່ປຸ່ນ ຂຶ້ນ.

ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນນະຄອນ, ເປັນຕົ້ນແມ່ນໄວໜຸ່ມ, ຊາວໜຸ່ມ, ເຍົາວະຊົນ, ອະນຸຊົນສອງປະເທດພົບປະ, ແລກປ່ຽນວັດທະນະທໍາ, ເຂົ້າຮ່ວມບັນດາການເຄື່ອນໄຫວສະແດງສິລະປະທີ່ເປັນມູນເຊື້ອຂອງຫວຽດນາມ-ຍີ່ປຸ່ນ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນກົງແຕ໊ງ ປະທານສະມາຄົມມິດຕະພາບຫວຽດນາມ-ຍີ່ປຸ່ນ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ, ປະຈຸບັນວັດທະນະທໍາແມ່ນຂົວຕໍ່ເພື່ອເຊື່ອມຕໍ່ກັບບັນດາປະເທດ, ຊົນຊາດຕ່າງໆໃນໂລກ. ເລື່ອງຈັດຕັ້ງບັນດາກິດຈະກໍາສະແດງສິລະປະໃນຫຼາຍຂົງເຂດຂອງສະມາຄົມເປັນປະຈໍາ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງປະເທດຫວຽດນາມ-ຍີ່ປຸ່ນ; ພ້ອມທັງຊຸກຍູ້ສາຍພົວພັນມິດຕະພາບສອງປະເທດເວົ້າລວມ, ລະຫວ່າງນະຄອນ ໂຮ່ຈີມິນ ແລະບັນດາແຂວງ, ນະຄອນຢູ່ຍີ່ປຸ່ນ ເວົ້າສະເພາະໃຫ້ນັບມື້ນັບມີຄວາມຍືນຍົງ ແລະດີງາມ.

ນະຄອນໂຮ່ຈີມິນ ໄດ້ຈັດຂຶ້ນງານບຸນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ

ສະໂມສອນຂຽນຕົວໜັງສືຈີນຂອງນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ຄະນະຈັດຕັ້ງວັນບຸນ. (ພາບ: TTXVN)

ຕາງໜ້າສະຖານກົງສູນໃຫຍ່ ແລະປະຊາຊົນຍີ່ປຸ່ນ ທີ່ພວມດໍາລົງຊີວິດຢູ່ນະຄອນ ໂຮ່ຈີມິນ, ທ່ານ Kawaue Junichi ຫົວໜ້າກົງສູນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ນີ້ແມ່ນລາຍການພົບປະແລກປ່ຽນວັດທະນະທໍາທີ່ເໝາະສົມ, ປະກອບສ່ວນຊຸກຍູ້ການພົວພັນຍີ່ປຸ່ນ-ຫວຽດນາມ ໃຫ້ນັບມື້ນັບມີການພັດທະນາ. ປີ 2020, ທ່ານ Kawaue Junichi ຢາກສືບຕໍ່ຮັກສາວັນບຸນ; ມຸ່ງໄປເຖິງເຫດການພົບປະແລກປ່ຽນວັດທະນະທໍານີ້ໃຫ້ກາຍເປັນເຫດການຜູກພັນດວງໃຈລະຫວ່າງທຸກຄົນເຂົ້າກັນ, ນໍາການພົວພັນລະຫວ່າງຍີ່ປຸ່ນ-ຫວຽດນາມ ສືບຕໍ່ມີການພັດທະນາຢ່າງກົມກຽວ ແລະດີທີ່ສຸດ.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ເຫດການ
302 Found

Found

The document has moved here.