ຫວຽດນາມຕິດຕັ້ງສະຖານີ 5G ທໍາອິດ ຢູ່ ນະຄອນໂຮ່ຈີມິນ

11:32 | 12/08/2019

ຍສໝ - ໃນວັນທີ 9 ສິງຫາ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ປະຕິບັດສໍາເລັດການປະມວນພື້ນຖານໂຄງລ່າງເຄືອຂ່າຍອິນເຕີແນັດ ແລະທົດລອງກະຈາຍຄື້ນສະຖານີ 5G ແຫ່ງທໍາອິດຢູ່ນະຄອນໂຮ່ຈີມິນ. ປັດຈຸບັນ, Viettel ກໍາລັງຍູ້ໄວຄວາມຄືບໜ້າໃນການຕິດຕັ້ງອຸປະກອນເພື່ອຈະກະຈາຍຄື້ນ 10 ສະຖານີ 5G ຢູ່ຕາແສງ 12, ເມືອງ 10 ໃນເດືອນສິງຫານີ້.

ຕາມທ່ານພັນເອກພິເສດ ຕ່າວດຶກຖັງ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ແລ້ວ: “ເປົ້າໝາຍຂອງ Viettel ແມ່ນຊ່ວຍລູກຄ້າ ແລະປະຊາຊົນຢູ່ນະຄອນໂຮ່ຈີມິນ ໄດ້ຮັບການຊົມໃຊ້ບໍລິການຈາກເຕັກໂນໂລຢີ 5G ໂດຍໄວ. ວິວັດການທົດລອງຄັ້ງນີ້ກໍແມ່ນພື້ນຖານເພື່ອໃຫ້ Viettel ຕີລາຄາຮອບດ້ານກ່ຽວກັບຄວາມຖີ່, ເຂດກະຈາຍຄື້ນ, ການນໍາໃຊ້... ໃນເຄືອຂ່າຍ 5G ກ່ອນທີ່ຈະຜັນຂະຫຍາຍການຫັນເປັນການຄ້າໃນປີ 2020”.

ຫວຽດນາມຕິດຕັ້ງສະຖານີ 5G ທໍາອິດ ຢູ່ ນະຄອນໂຮ່ຈີມິນ

Viettel ກະຈາຍຄື້ນສະຖານີ 5G ແຫ່ງທໍາອິດຢູ່ນະຄອນໂຮ່ຈີມິນ. ພາບ: (vietteltelecom.vn)

ຕາມຂໍ້ກໍານົດໃນໃບອະນຸຍາດເລກທີ 26/GP-BTTTT ຂອງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, Viettel ກໍາລັງທົດລອງເຄືອຂ່າຍໂທລະສັບມືຖື 5G ໃນ C-Band, ຄວາມຖີ່ 3700MHz - 3800MHz ຢູ່ນະຄອນໂຮ່ຈີມິນ. ປັດຈຸບັນ, ລະດັບຄວາມໄວຂອງການເຊື່ອມຕໍ່ໃນການທົດລອງເຄືອຂ່າຍ 5G ທໍາອິດມີລະດັບການສັ່ນໄກວທາງເອເລັກໂຕນິກແມ່ນໃນລະຫວ່າງແຕ່ 1000 - 1300Mbps ແລະຈະສືບຕໍ່ດັດແປງໃຫ້ດີທີ່ສຸດ.

ຕາມແຜນການ, ຄາດໝາຍຂອງວິວັດການທົດລອງນີ້ຕົ້ນຕໍແມ່ນເປັນແຫຼ່ງຂໍ້ມູນສົ້ນເຂົ້າຊ່ວຍກະຊວງຖະແຫຼງຂ່າວ ແລະສື່ສານ ຕີລາຄາເຕັກໂນໂລຢີ 5G ຢ່າງຮອບດ້ານໂດຍອີງໃສ່ບັນດາມາດຖານ: ເຂດກະຈາຍຄື້ນ, ສະມັດຕະພາບ, ລະດັບຄວາມໄວສູງສຸດ ແລະຄວາມເໝາະສົມກັນລະຫວ່າງອຸປະກອນ 5G ກັບພື້ນຖານໂຄງລ່າງໃນປັດຈຸບັນ. ຈາກນັ້ນ, ກະຊວງຖະແຫຼງຂ່າວ ແລະສື່ສານ ມີພື້ນຖານເພື່ອວາງແຜນນະໂຍບາຍ, ຈັດສັນຄວາມຖີ່, ສ້າງວິວັດການຜັນຂະຫຍາຍມຸ່ງໄປເຖິງການຫັນການບໍລິການ 5G ໃນປີ 2020 ໃຫ້ເປັນການຄ້າຕາມແຜນການທີ່ວາງໄວ້.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.