2 ເດືອນຕົ້ນປີ 2020, ຍອດເງິນລົງທຶນຈາກຕ່່າງປະເທດເຂົ້າສູ່ນະຄອນໂຮ່ຈີມິນ ແມ່ນ 480,6 ລ້ານໂດລາສະຫະລັດ

11:30 | 06/03/2020

ຍສໝ - ສອງເດືອນຕົ້ນປີ 2020, ຍອດເງິນລົງທຶນຕ່າງປະເທດລົງທຶນເຂົ້ານະຄອນໂຮ່ຈີມິນ ແມ່ນ 480,6 ລ້ານ USD ເຊິ່ງລວມທັງເງິນລົງທຶນຈົດທະບຽນໃໝ່, ເງິນລົງທຶນດັດປັບການຈົດທະບຽນ ແລະ ປະກອບທຶນ, ຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດ, ເຊິ່ງມີມູນຄ່າເທົ່າກັບ 47% ຍອດເງິນລົງທຶນທັງໝົດ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

2 ເດືອນຕົ້ນປີ 2020, ຍອດເງິນລົງທຶນຈາກຕ່່າງປະເທດເຂົ້າສູ່ນະຄອນໂຮ່ຈີມິນ ແມ່ນ 480,6 ລ້ານໂດລາສະຫະລັດ

ພາບປະກອບ

ມີ 186 ໂຄງການໃໝ່ດ້ວຍທຶນຈົດທະບຽນບັນລຸ 83,3 ລ້ານໂດລາສະຫະລັດ; ດັດປັບເງິນລົງທຶນມີ 27 ໂຄງການດ້ວຍທຶນເພີ່ມຂຶ້ນຕື່ມແມ່ນ 60 ກວ່າລ້ານໂດລາສະຫະລັດ; ສໍາລັບກໍລະນີປະກອບທຶນ, ຊື້ຫຸ້ນສ່ວນແມ່ນມີເກືອບ 840 ກໍລະນີດ້ວຍຍອດທຶນທັງໝົດບັນລຸ 336 ກວ່າລ້ານໂດລາສະຫະລັດ. ເງິນດັດປັບການລົງທຶນໂຄງການ ແມ່ນມີ 27 ໂຄງການ; ສໍາລັບກໍລະນີປະກອບທຶນ, ຊື້ຫຸ້ນສ່ວນ ແມ່ນມີ 840 ກໍລະນີ. ໃນນັ້ນ, ວິສາຫະກິດການຄ້ານໍາໜ້າເຊິ່ງ ກວມເອົາ 2/3 ຍອດເງິນລົງທຶນທັງໝົດທີ່ໄດ້ຮັບອະນຸຍາດໃນ 2 ເດືອນຕົ້ນປີ 2020. ຖັດມາແມ່ນບັນດາການເຄື່ອນໄຫວດ້ານວິຊາສະເພາະ, ວິທະຍາສາດເຕັກໂນໂລຢີ, ການກໍ່ສ້າງ, ການຖະແຫຼງຂ່າວ ແລະ ສື່ສານ; ອຸດສາຫະກໍາປຸງແຕ່ງ. ກ່ຽວກັບຄູ່ຮ່ວມມືລົງທຶນ, ໃນບໍລິເວນນະຄອນໄດ້ມີ 32 ປະເທດ ແລະເຂດແຄວ້ນມີໂຄງການລົງທຶນ; ໃນນັ້ນ ສິງກະໂປ ມີ 27 ໂຄງການ, ເງິນລົງທຶນແມ່ນ 28 ກວ່າລ້ານໂດລາສະຫະລັດ; ຖັດມາແມ່ນ ຍີ່ປຸ່ນ ມີ 19 ໂຄງການດ້ວຍຈໍານວນເງິນລົງທຶນແມ່ນ 10 ກວ່າລ້ານໂດລາສະຫະລັດ.

(ໄຊພອນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ອ່ານຫຼາຍທີ່ສຸດ