ລະຫວ່າງວັນທີ 24 – 25 ກໍລະກົດ 2019, ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ແລະ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງ, ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຢ່າງສະໜິດສະໜົມ. ເຂົ້າຮ່ວມບັນດາການຕ້ອນຮັບມີຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ.
![]() |
ທ່ານນາງ ຫງວຽນທິເລະ ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນຫຼວງວຽງຈັນ. (ພາບ: TTXVN)
ກ່າວຄຳປາໄສທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິເລະ ໄດ້ຢັ້ງຢືນວ່າ ນະຄອນໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ຫວຽດນາມ - ລາວເວົ້າລວມ, ກໍ່ຄືການພົວພັນແຮກສ່ຽວລະຫວ່າງນະຄອນໂຮ່ຈີມິນ ກັບ ນະຄອນຫຼວງ ວຽງຈັນເວົ້າສະເພາະ.
ບັນດາການນຳໄດ້ສະເໜີໃຫ້ສະພາປະຊາຊົນນະຄອນໂຮ່ຈີມິນສືບຕໍ່ໜູນຊ່ວຍ, ຮ່ວມມືຢ່າງແໜ້ນແຟ້ນກັບສະພາປະຊາຊົນນະຄອນຫຼວງວຽງຈັນກໍ່ຄືສະພາປະຊາຊົນບັນດາທ້ອງຖິ່ນຂອງລາວ, ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ, ແລກປ່ຽນບົດຮຽນຕາມຫົວຂໍ້ສະເພາະຢ່າງລະອຽດ, ພິເສດແມ່ນໃນຂົງເຂດຄຸ້ມຄອງ, ປະຕິບັດນະໂຍບາຍຄຸ້ມຄອງທີ່ດິນ ແລະ ອະສັງຫາລິມະຊັບ, ສ້າງແຫຼ່ງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ.
(ຄຳຮຸ່ງ)