ພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ

13:47 | 09/10/2019

ໃນຕອນເຊົ້າວັນທີ 8 ຕຸລາ 2019, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບເວທີປາໄສເສດຖະກິດນະຄອນໂຮ່ຈີມິນ ປີ 2019 ດ້ວຍຫົວຂໍ້ “ພັດທະນານະຄອນໂຮ່ຈີມິນກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ”, ເຊິ່ງຈະດໍາເນີນໃນວັນທີ 18 ຕຸລາ.

ພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ

ການຖະແຫຼງຂ່າວ.(ພາບ: VOV)

ນີ້ແມ່່ນປີທີ 2 ນະຄອນໂຮ່ຈີມິນ ຈັດຕັ້ງເວທີປາໄສເສດຖະກິດ ດ້ວຍຄວາມປາດຖະໜາຢາກລະດົມແຫຼ່ງກໍາລັງໃຫ້ບັນດາບັນຫາພັດທະນາເສດຖະກິດໃຫຍ່ຂອງນະຄອນ. ທີ່ເວທີປາໄສປີນີ້, ຈະປຶກສາຫາລືກ່ຽວກັບບັນດາເປົ້າໝາຍນໍານະຄອນໂຮ່ຈີມິນກາຍເປັນສູນການເງິນຂອງພາກພື້ນ ແລະ ສາກົນ ທີ່ໄດ້ວາງອອກແຕ່ດົນແລ້ວນັ້ນ ແລະ ປະກອບຄໍາເຫັນເພື່ອໃຫ້ບັນດາຄະນະ, ຂະແໜງການ ພ້ອມກັນປ່ຽນແປງຈິນຕະນາການ, ວິໄສທັດ, ຍຸດທະສາດ ເພື່ອບັນລຸໄດ້ເປົ້າໝາຍໂດຍໄວ.

ພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ

ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກນະຄອນໂຮ່ຈີມິນ ພົບປະກັບທ່ານຫຼີຊຽນຫຼົງນາຍົກລັດຖະມົນຕີສິງກະໂປ (ພາບ: TTXVN)

ແຕ່ວັນທີ 24-28 ສິງຫາ 2019, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນນຳໂດຍທ່ານ ຫງວຽນທ້ຽນເຍິນ, ເລຂາຄະນະພັກນະຄອນໂຮ່ຈີມິນ, ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປໂດຍແນໃສ່ຊຸກຍູ້ການຮ່ວມມືຮອບດ້ານໃນຫຼາຍຂົງເຂດ ຮ່ວມກັບບັນດາຄູ່ຮ່ວມມືຂອງສິງກະໂປ. ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ແມ່ນແນໃສ່ຊຸກຍູ້ບັນດາໂອກາດການຮ່ວມມື, ກະກຽມໃຫ້ແກ່ແຜນການພັດທະນາຂອງນະຄອນໂຮ່ຈີມິນໃນ 5-10 ປີທີ່ຈະມາເຖິງ. ຜ່ານນັ້ນ, ກໍ່ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ, ໃນນັ້ນ, ມີນະຄອນໂຮ່ຈີມິນ ແລະ ສິງກະໂປເລິກເຊິ່ງຂຶ້ນຕື່ມ, ກໍ່ຄືການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງຝ່າຍ ໃນບັນດາຂົງເຂດທີ່ຕາງຝ່າຍຕາງມີຄວາມສົນໃຈ.

ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໃຫ້ຮູ້ວ່າ ສິງກະໂປມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານຫຼາຍກ່ວາອີກກັບນະຄອນໂຮ່ຈີມິນເວົ້າສະເພາະ, ຫວຽດນາມເວົ້າລວມ. ສະໜັບສະໜູນການຊຸກຍູ້ການຮ່ວມມືລະຫວ່າງ ສິງກະໂປກັບ ນະຄອນ ໂຮ່ຈີມິນກ່ຽວກັບການພັດທະນາຕົວເມືອງ ແລະ ການສຶກສາບຳລຸງສ້າງ, ທ່ານ ຫຼີຊຽນຫຼົງສະເໜີໃຫ້ນະຄອນໂຮ່ຈີມິນ ແລະ ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງຂອງສິງກະໂປປຶກສາຫາລື, ແລກປ່ຽນກັນຢ່າງລະອຽດເພື່ອກ້າວໄປເຖິງການລົງນາມບັນດາ ຂໍ້ຕົກລົງ 2 ຝ່າຍ (MoU) ໃນໄລຍະຈະມາເຖິງ.

ພັດທະນານະຄອນໂຮ່ຈີມິນ ກາຍເປັນສູນການເງິນລະດັບພາກພື້ນ ແລະ ສາກົນ

ບັນຍາກາດທີ່ການຕ້ອນຮັບ.(ພາບ: ສໍານັກຂ່າວສານຫວຽດນາມ)

ວັນທີ 4 ຕຸລາ 2019, ທ່ານ ຫງວຽນແທງຟອງ, ປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ຕ້ອນຮັບທ່ານນາງ Linda Dessau, ຜູ້ວ່າການລັດ Victoria (ອົດສະຕາລີ). ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະອົດສະຕາລີ ເວົ້າລວມ, ລັດ Victoria ເວົ້າສະເພາະພວມພັດທະນາຢ່າງແຮງ. ການນໍານະຄອນໂຮ່ຈີມິນ ຊົມເຊີຍໂອກາດຮ່ວມມືກັບບັນດາຄູ່ຮ່ວມມືທີ່ມາຈາກລັດ Victoria ໃນຂົງເຂດພັດທະນາລະບົບຊີວະພາບປ່ຽນແປງໃໝ່ປະດິດສ້າງ, ແລກປ່ຽນບົດຮຽນ, ກໍ່ສ້າງເລີ່ມທຸລະກິດ... ທ່ານນາງ Linda Dessau ຢັ້ງຢືນວ່າອໍານາດການປົກຄອງລັດ Victoria ແລະບັນດາວິສາຫະກິດຂອງລັດຕີລາຄາສູງຄວາມສາມາດບົ່ມຊ້ອນໃນການພັດທະນາຂອງນະຄອນໂຮ່ຈີມິນ ແລະປາດຖະໜາຢາກຍູ້ແຮງການຮ່ວມມືໃນຂົງເຂດຕ່າງໆທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ເລີ່ມທຸລະກິດປະດິດສ້າງ, ການສຶກສາ, ກະສິກໍາ, ຕົວເມືອງສະຫຼາດ, ນໍ້າສະອາດ, ພະລັງງານຜະລິດຄືນໃໝ່.

ການນໍານະຄອນໂຮ່ຈີມິນ ປາດຖະໜາຢາກເຕົ້າໂຮມບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ຮັບຟັງ ແລະ ຮັບເອົາຄໍາເຫັນ ເພື່ອສ້າງສໍາເລັດແຜນຮ່າງກໍ່ສ້າງນະຄອນໂຮ່ຈີມິນ ກາຍເປັນສູນການເງິນຂອງພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍມີຄວາມປາດຖະໜາວ່າ ໂດຍຜ່ານເວທີປາໄສ, ນັກປະຖະກະຖາ ແລະ ນັກຊ່ຽວຊານ ຈະຢືນຢັນຄວາມເປັນໄປໄດ້, ສ້າງຄວາມເຫັນດີເປັນເອກະພາບສູງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.