ຂະບວນການອາສາສະໝັກ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນໂຮ່ຈີມິນ

08:20 | 13/08/2018

ຕອນຄໍ່າວັນທີ 12 ສິງຫາ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນຂອງຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີ ແຫ່ງວັນດໍາເນີນບັນດາລາຍການ, ການເຄື່ອນໄຫວອາສາສະໝັກລະດູແລ້ງຂອງຊາວໜຸ່ມນະຄອນໂຮ່ຈີມິນ.

ຂະບວນການອາສາສະໝັກ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນໂຮ່ຈີມິນ

ພິທີປຸກລະດົມເດືອນຊາວໜຸ່ມ ປີ 2018 ຢູ່ນະຄອນໂຮ່ຈີມິນ.(ພາບ: hochiminhcity.gov.vn)

ໄລຍະ 25 ປີຜ່ານມາ, ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມຈໍານວນກວ່າ 2.100.000 ເທື່ອຄົນ ໄດ້ເຂົ້າຮ່ວມຂະບວນການອາສາສະໝັກ. ດ້ວຍກໍາລັງແຮງໜຸ່ມແໜ້ນ ແລະ ຄວາມກະຕືລືລົ້ນ, ບັນດາຊາວໜຸ່ມອາສາສະໝັກ ໄດ້ລົບລ້າງການກືກໜັງສືໃຫ້ເກືອບ 29.000 ຄົນ; ປູກຕົ້ນໄມ້ກວ່າ 3 ລ້ານຕົ້ນ, ກໍ່ສ້າງ ແລະ ຍົກລະດັບເສັ້ນທາງເປັນທາງເບຕົງລວມຄວາມຍາວກວ່າ 600 km; ກໍ່ສ້າງໃໝ່ ແລະ ສ້ອມແປງຂົວ, ໂຮງຮຽນ ແລະ ຫໍວັດທະນະທໍາບ້ານ ຢູ່ຫຼາຍທ້ອງຖ່ິນຈໍານວນ 450 ແຫ່ງ... ແຕ່ລະປີ, ບັນດາການເຄື່ອນໄຫວອາສາສະໝັກໄດ້ດັດປັບ ເປັນປະຈໍາຕາມທິດເປີດກວ້າງບໍລິເວນເຖິງເຂດໄຕງວຽນ, ທາງພາກກາງ, ເກາະແຫ່ງຕ່າງໆທີ່ເປັນດ່ານໜ້າຂອງປະເທດຊາດ, ນອກຈາກນັ້ນຍັງຂະຫຍາຍການເຄື່ອນໄຫວໄປຍັງປະເທດລາວ ແລະ ກໍາປູເຈຍອີກດ້ວຍ. ທ່ານ ໂງມິງຫາຍ, ຮອງເລຂາຄະນະຊາວໜຸ່ມນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:

“ຜ່ານແຕ່ລະປີ, ຂະບວນການອາສາສະໝັກຂອງຊາວໜຸ່ມນະຄອນ ໄດ້ພິສູດໃຫ້ເຫັນກໍາລັງໜຸ່ມແໜ້ນ ໂດຍຜ່ານບັນດາກິດຈະກໍາທີ່ມີປະສິດທິຜົນ, ຕິດພັນກັບການກໍ່ສ້າງຊົນນະບົດໃໝ່, ສ້າງຕົວເມືອງສິວິໄລ ແລະ ປົກປັກຮັກສາສິ່ງແວດລ້ອມ. ບົນພື້ນຖານ 25 ປີ ຜ່ານມາ, ຂະບວນການອາສາສະໝັກຂອງຊາວໜຸ່ມນະຄອນໂຮ່ຈີມິນ ຈະນັບມື້ນັບພັດທະນາ, ປະກອບສ່ວນພັດທະນາເສດຖະກິດຂອງນະຄອນ ແລະ ບັນດາແຂວງ, ນະຄອນທີ່ມີທິມງານອາສາສະໝັກເຂົ້າຮ່ວມ”.

ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ມີຄວາມເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນ 3 ໂດຍທ່ານປະທານປະເທດຫວຽດນາມມອບໃຫ້.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.