ນະຄອນໂຮ່ຈີມິນ - ລາວ ຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ

18:00 | 18/04/2019

ທີ່ການຕ້ອນຮັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ ທີ່ດໍາເນີນໃນວັນທີ 17 ເມສາ, ທ່ານ ຫງວຽນທ້ຽນເຍີນ ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ຢືນຢັນວ່າ: ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກ່ຽວກັບການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກກັບລາວ.

ນະຄອນໂຮ່ຈີມິນ - ລາວ ຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ

ທ່ານ ຫງວຽນທ້ຽນເຍີນ ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນໂຮ່ຈີມິນ. (ພາບ: ຊວນຢຸຍ)

ການສຶກສາແມ່ນເງື່ອນໄຂທີ່ດີ ເພື່ອຊ່ວຍໃຫ້ຄົນຮຸ່ນໜຸ່ມເສີມຂະຫຍາຍນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງປະເທດ. ທ່ານ ຫງວຽນທ້ຽນເຍີນ ກໍຝາກຄໍາອວຍພອນອັນດີງາມເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງ ລາວ, ພ້ອມທັງສະແດງຄວາມຫວັງວ່າດ້ວຍຄວາມມານະພະຍາຍາມຂອງຕົນ, ທ່ານນາງ ພິມພາ ແກ້ວມີໄຊ ຈະສືບຕໍ່ມີການປະກອບສ່ວນໃຫ້ສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ.

ທ່ານນາງ ພິມພາ ແກ້ວມີໄຊ ໄດ້ສະແດງຄວາມປາດຖະໜາຢາກໃນອາຍຸການຂອງຕົນຈະໄດ້ຮັບການສົມທົບກັບບັນດາຄະນະ, ຂະແໜງການຂອງນະຄອນ ເພື່ອຊຸກຍູ້, ເປີດກວ້າງສາຍພົວພັນສອງປະເທດກວ່າອີກ. ດ້ວຍຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງ ແລະໄວຂອງນະຄອນໂຮ່ຈີມິນ, ທ່ານນາງ ພິມພາ ແກ້ວມີໄຊ ຫວັງວ່າຈະຮຽນເອົາໄດ້ບົດຮຽນພັດທະນາ ແລະເພີ່ມທະວີການຮ່ວມມືໃນຂົງເຂດບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດຈາກນະຄອນໂຮ່ຈີມິນ.

(ແຫຼ່ງ​ຂໍ້​ມູນ​: ເກື່ອງດັ້ງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.