ຍສໝ - ທ່ານເອກອັກຄະລັດຖະທູດອິນໂດເນເຊຍ Ibnu Hadi ເນັ້ນໜັກເຖິງຄວາມມານະພະຍາຍາມ ແລະຂໍ້ລິເລີ່ມຕ່າງໆຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການລະບາດຂອງພະຍາດ Covid -19, ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍຫຼາຍໃນໂລກ.
ຍສໝ - ຕອນເຊົ້າວັນທີ 21 ສິງຫາ, ທ່ານນາງ ເລທິງວຽດ ຮອງຫົວໜ້າພະແນກພົວພັນຕ່າງປະເທດ ແຂວງແຄ໊ງຮ່ວາ ໃຫ້ຮູ້ວ່າ ຫາກໍ່ປະຕິບັດສຳເລັດການມອບຂອງຂວັນໃຫ້ແກ່ຊາວລັດເຊຍທີ່ພວມດຳລົງຊີວິດໃນບໍລິເວນນະຄອນ ຍາຈາງ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19.
ຍສໝ - ທ່ານຮອງສາດສະດາຈານ, ປອ.ເລືອງງອກເຂວ ໄດ້ແບ່ງປັນກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ປະເທດຫວຽດນາມ ແລະ ວິທີການທີ່ລັດຖະບານບັນດາປະເທດຮັບມືກັບໂລກລະບາດ Covid – 19.ບັນດາໝາກຜົນເບື້ອງຕົ້ນໃນວຽກງານປິ່ນປົວ ແລະ ຄວບຄຸມໂລກລະບາດ, ກໍ່ຄືບົດຮຽນປະສົບການຈຳນວນໜຶ່ງເພື່ອບັນລຸຄວາມສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ຍສໝ - ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ປີ 2020 ແມ່ນປີ ທີ່ຖັນແຖວພະນັກງານຂະແໜງສາທາລະນະສຸກ ໄດ້ມານະພະຍາຍາມສູ້ຊົນ, ໂດຍສະເພາະແມ່ນຜູ້ທີ່ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ດ້ວຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະ, ອຸທິດສ່ວນ… ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ຮັກສາສຸຂະພາບ, ປົກປ້ອງຊີວິດປະຊາຊົນເວົ້າສະເພາະ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ເວົ້າລວມ.
ຍສໝ - ໂດຍບໍ່ຫົວຊາຕໍ່ສະພາບການໂລກທີ່ພວມຖືກຮັບຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດ Covid -19, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດາອົງການການເງິນໃຫຍ່ລ້ວນແຕ່ຕີລາຄາດ້ວຍຄວາມປະເອີບໃຈກ່ຽວກັບຫວຽດນາມ.
ວັກຊິນກັນພະຍາດໂຄວິດ-19 ກຳລັງຈະສົ່ງມາຮອດຫວຽດນາມດ້ວຍຈຳນວນຫຼາຍ, ແຕ່ມີຫຼາຍຊະນິດ. ສະນັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ຕ້ອງຈັດແບ່ງໃຫ້ເໝາະສົມກັບແຕ່ລະທ້ອງຖິ່ນ ເພື່ອຮັບປະກັນຄວາມຄືບໜ້າໃນການສັກວັກຊີນໃຫ້ໄວທີ່ສຸດເທົ່າທີ່ສາມາດເຮັດໄດ້, ໂດຍສະເພາະແມ່ນຢູ່ບັນດາແຂວງທາງພາກຕາເວັນຕົກ ແລະ ເຂດ ໄຕ່ງວຽນ, ເຊີ່ງແມ່ນເຂດທີພະຍາດກຳລັງຜັນແປຢ່າງສັບສົນ.
ຍສໝ - ມີຫຼາຍອົງການ, ໜ່ວຍງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ຮ່ວມແຮງຮ່ວມໃຈສະໜັບສະໜູນທັນຍະຫານ, ອຸປະກອນການແພດໃຫ້ນະຄອນຫຼວງ ຮ່າໂນ້ຍ ເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ດ້ວຍເປົ້າໝາຍຮັບປະກັນສຸຂະພາບໃຫ້ແກ່ພົນລະເມືອງ, ສະກັດກັ້ນການແຜ່ລາມຂອງໂລກລະບາດ, ບໍລິສັດການບິນ Vietjet ໄດ້ປະຕິບັດບັນດາມາດຕະການກ່ຽວກັບຄວາມໝັ້ນຄົງ, ຄວາມປອດໄພຢ່າງເຂັ້ມງວດໃນຕະຫຼອດໄລຍະທາງ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນກາມແຣງຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ປະຈຸບັນ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ຍັງແມ່ນ 1.099 ຄົນຄືເກົ່າ.
ຍສໝ - ການລົງທຶນຂອງ ຫວຽດນາມ ຢູ່ລາວສຸມໃສ່ບັນດາຂົງເຂດຄື: ເຄື່ອນໄຟຟ້າ, ຂຸດຄົ້ນໂລຫະ, ຄົມມະນາຄົມ, ປູກຕົ້ນໄມ້ອຸດສາຫະກຳ, ການບໍລິການ, ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງລາວ. ສ່ວນລັດຖະບານ ລາວຄາດຄະເນແຫຼ່ງລາຍຮັບການສົ່ງອອກຂອງປະເທດໃນປີນີ້ ຈະຫຼຸດລົງ 483,3 ລ້ານ USD ປະມານ 8,4% ເມື່ອທຽບໃສ່ 2019.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ເວິນໂດ່ນ, ບັນດາຜູ້ໂດຍສານ ແລະ ຈຸບິນທັງໝົດລ້ວນແຕ່ໄດ້ກວດສຸຂະພາບ ແລະ ໄດ້ແຍກຕົວຕາມຂໍ້ກຳນົດ.
ຍສໝ - ພາຍຫຼັງລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເຕິນເຊີນເຍິດ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ຫວຽດນາມສະໜັບສະໜູນເລື່ອງບັນດາຝ່າຍປະຕິບັດສັນຕິພາບຂອງ ສປຊ ໄດ້ປັບຕົວໃຫ້ແທດເໝາະກັບສະພາບການໃໝ່, ຮັບປະກັນການຜັນຂະຫຍາຍພາລະກິດ, ປົກປ້ອງຄວາມປອດໄພ, ສຸຂະພາບຂອງປະຊາຊົນ ແລະ ກຳລັງຮັກສາສັນຕິພາບ.
ຍສໝ - ເອື້ອຍ Patthida Bunchavalit (ເກີດປີ 1981 ມາຈາກປະເທດໄທ) ມາ ຫວຽດນາມ ເປັນນັກຄົ້ນຄວ້າ ແລະປ້ອງກັນບົດວິທະຍານິພົນປະລິນຍາເອກ ທີ່ ຄະນະພາສາສາດ, ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ (ຮ່າໂນ້ຍ), ໃຫ້ຮູ້ວ່າ: ຍ້ອນພະຍາດໂຄວິດ-19, ປີ 2021, ເອື້ອຍໄດ້ຢູ່ຫວຽດນາມ ຕ້ອນຮັບບຸນເຕັດ ແລະ ມີຄວາມຊົງຈຳທີ່ດີງາມຫຼາຍຢ່າງ.
ພາຍຫຼັງສຸມໃສ່ການປ້ອງກັນ, ຕ້ານໂລກລະບາດມາເປັນເວລາ 1 ເດືອນ, ແຂວງແຄັງຮ່ວາ ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອປະກາດສິ້ນສຸດໂລກລະບາດອັກເສບປອດຈາກໄວຣັດໂຄໂຣນາ ສາຍພັນໃໝ່ (Covid-19) ກໍ່ຂຶ້ນ.
ອົງການນີ້ ໄດ້ໜູນຊ່ວຍເງິນຈຳນວນ 4,7 ລ້ານ USD ເພື່ອຊ່ວຍ ຫວຽດນາມກະກຽມລະບົບຫ້ອງວິໄຈເຊື້ອພະຍາດໂຄວິດ - 19, ໜູນຊ່ວຍບັນດານັກຊ່ຽວຊານ, ເຕັກນິກ ກຽມຄວາມພ້ອມ ແລະ ຮັບມື, ປ້ອງກັນ, ສະກັດກັ້ນການແຜ່ລະບາດຢູ່ບັນດາຮາກຖານສາທາລະນະສຸກ, ກວດພະຍາດຢູ່ບັນດາດ່ານຊາຍແດນ…
ພາຍຫລັງ 01 ປີທີ່ຮັບມື ແລະ ປັບຕົວໃຫ້ແທດເໝາະກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ມີວິສາຫະກິດຫລາຍແຫ່ງ ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊອກໄດ້ທິດກ້າວເດີນຢ່າງເໝາະສົມ, ຄ່ອຍໆນຳການເຄື່ອນໄຫວດຳເນີນທຸລະກິດເປັນປົກກະຕິ ແລະ ກ້າວຂຶ້ນເທື່ອລະກ້າວ. ຕົວຈິງສະແດງໃຫ້ເຫັນວ່າ ເລື່ອງເປັນເຈົ້າການໃນການສ້າງວິທີການ ແລະ ມາດຕະການຢ່າງມີຫົວຄິດປະດິດສ້າງ, ໄຫວພິບແມ່ນປັດໄຈຫລັກແຫລ່ງ, ຕັດສິນຊີ້ຂາດເຖິງເລື່ອງວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດຄືແນວໃດ.
ຍສໝ - Jakarta Post ໃຫ້ຮູ້ວ່າ ມີຫຼາຍປັດໄຈນຳຜົນສຳເລັດມາໃຫ້ຫວຽດນາມ, ໃນນັ້ນຄວາມສຳຄັນແຖວໜ້າແມ່ນການຮັບມືກັບໂລກລະບາດຢ່າງທັນທີ.