ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ

ສປປ ລາວ ເປັນປະທານຮ່ວມເປີດ ປີສົ່ງເສີມເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ

ໃນວັນທີ 12 ມິຖຸນາ 2020 ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປັນ​ປະ​ທານ​ຮ່ວມ​ກັບ ທ່ານ ມຽວ ເຫວີຍ (MIAO WEI) ລັດຖະມົນຕີ ກະຊວງ ອຸດສະຫະກໍາ ແລະ ໄອຊີທີ ຂອງ ສປ ຈີນ ໃນ​ພິ​ທີ​ເປີດປີ​ສົ່ງ​ເສີມ ​ເສດ​ຖະ​ກິດ​ດິ​ຈິ​ຕອນ ລະ​ຫວ່າງ​ອາ​ຊຽນ ແລະ ສ​ປ ຈີນ ໂດຍ​ຜ່ານກອງ​ປະ​ຊຸມ​ທາງ​ໄກ.

ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສ.ອິນເດຍ

ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສ.ອິນເດຍ

ໃນຕອນແລງຂອງວັນທີ 12 ມິຖຸນາ 2020 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບ ກັບ ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.

ສປປ ລາວ ປະກາດໄຊຊະນະ ໃນບັນຮົບທີ່ 1 ສູ້ໄພໂຄວິດ-19

ສປປ ລາວ ປະກາດໄຊຊະນະ ໃນບັນຮົບທີ່ 1 ສູ້ໄພໂຄວິດ-19

ໃນວັນທີ 10 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່າແຮງໃນການຟື້ນຟູເສດຖະກິດ ໃນສປປ ລາວ ຫລັງໂຄວິດ-19 ຜ່ອນເບົາລົງ

ທ່າແຮງໃນການຟື້ນຟູເສດຖະກິດ ໃນສປປ ລາວ ຫລັງໂຄວິດ-19 ຜ່ອນເບົາລົງ

ທ່ານ ລີ​ເບີ ລີ​ບົວ​ປາວ ຍັງໃຫ້ຮູ້ວ່າ: ສໍາລັບ​ການ​ຟື້ນ​ຟູ​ ເສດຖະກິດ​ໄລຍະ​ສັ້ນ ​ແມ່ນ​ຕ້ອງ​ໃຊ້​ທ່າ​ແຮງ​ໃຊ້​ກໍ​ລັງ​ບົ່ມ​ຊ້ອນ ທີ່​ມີ​ຢູ່ພາຍ​ໃນ​ປະ​ເທດ​, ເຊິ່ງຍັງ​ສາມາດ​ເຮັດ​ໄດ້​ຢູ່ ​​ໂດຍ​ສະ​ເພາະ​ ການ​ທ່ອງ​ທ່ຽວພາຍ​ໃນ ​ແລະ ​ການ​ຜະລິດ​ກະສິກໍາ-​ຜະລິດ ​ສະບຽງອາຫານ ​ສະ​ນັ້ນ ການສົ່ງ​ເສີມ​ຜະລິດ ​ສິນຄ້າ​ຕອບ​ສະໜອງ ພາຍ​ໃນກໍ​ເປັນ​ໂອກາດດີ

47 ມື້ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ເພີ່ມ

47 ມື້ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ເພີ່ມ

ໃນວັນທີ 29 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີຖະແຫລງຂ່າວ ລາຍງານ ສະພາບການລະບາດ ຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນຈາກ ຫລາຍພາກສ່ວນເຂົ້າຮ່ວມ.

ສ.ອາເມລິກາ ມອບອຸປະກອນການແພດ ໃຫ້ ສປປ ລາວ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19

ສ.ອາເມລິກາ ມອບອຸປະກອນການແພດ ໃຫ້ ສປປ ລາວ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19

ໃນວັນທີ 26 ພຶດສະພາ 2020 ທີ່ສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ, ສະຖານທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບອຸປະກອນການແພດ ໃຫ້ແກ່ ສູນວິເຄາະ ແລະ ລະບາດວິທະຍາ ເພື່ອນຳໃຊ້ເຂົ້າ ໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດ ໂຄວິດ-19.

ທະນາຄານພັດທະນາອາຊີ ໄດ້ອະນຸມັດເງິນກູ້ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໃຫ້ ສປປ ລາວ ເພື່ອຕອບໂຕ້ການລະບາດ ພະຍາດ ໂຄວິດ-19

ທະນາຄານພັດທະນາອາຊີ ໄດ້ອະນຸມັດເງິນກູ້ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໃຫ້ ສປປ ລາວ ເພື່ອຕອບໂຕ້ການລະບາດ ພະຍາດ ໂຄວິດ-19

ບ້ວງເງິນກູ້ໃໝ່ນີ້ ແມ່ນສະໜອງໃຫ້ບົນພື້ນຖານການຊ່ວຍເຫລືອໃນຕົ້ນປີ 2020 ຕອນທີ່ໂຄງການປະກັນສຸ ຂະພາບອະນຸພາກ ພື້ນແມ່ນໍ້າຂອງ ພວມດຳເນີນໄດ້ປັບປຸງແຜນ ເພື່ອຈະສະໜອງທຶນມູນຄ່າ 860.000 ໂດລາສະຫະລັດ ໃຫ້ແກ່ລັດຖະບານຂອງ ສປປ ລາວ ເພື່ອຈັດຊື້ອຸປະ ກອນປ້ອງກັນໂຕ, ເຄື່ອງຈັກອ່ານຜົນຕໍ່ເນື່ອງທັນທີ, ເຄື່ອງວັດແທກອຸນຫະພູມອິນຟາເລດ, ເຄື່ອງຂ້າເຊື້ອດ້ວຍ ຄວາມຮ້ອນຈາກອາຍນໍ້າ ແລະ ພ້ອມດ້ວຍເຄື່ອງມືການສື່ສານ ແລະ ການສຶກສາຕ່າງໆ.

ສສ ຫວຽດນາມ ມອບສານປະສົມຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ

ສສ ຫວຽດນາມ ມອບສານປະສົມຜະລິດນ້ຳຢາລ້າງມືຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ

 ໃນວັນທີ 22 ພຶດສະພາ 2020 ຢູ່ທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ ຈາກ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ຊຶ່ງກ່າວມອບໂດຍແມ່ນ ທ່ານ ຮອງສາສະດາຈານ ປະລິນຍາເອກ ເຈີ່ນຕ່ວນແອງ ຮອງຫົວໜ້າສະພາ ບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ແລະ ກ່າວຮັບ ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍພະນັກງານ ທັງສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ສປປ ລາວ ສະເໜີອົງການແຮງງານສາກົນ ຊວ່ຍເຫລືອແກ້ໄຂ ຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19

ສປປ ລາວ ສະເໜີອົງການແຮງງານສາກົນ ຊວ່ຍເຫລືອແກ້ໄຂ ຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19

ໃນໂອກາດເຂົ້າຮວ່ມ ກອງປະຊຸມທາງໄກສະໄໝພິເສດ ຂອງລັດຖະມົນຕີ ແຮງງານອາຊຽນກ່ຽວກັບ ການຮັບມືຈາກຜົນກະທົບ ຂອງພະຍາດ ໂຄວິດ-19 (COVID-19) ຕໍ່ແຮງງານ ແລະ ການຈ້າງງານວັນທີ 14 ພຶດສະພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານ (Video Conference).

ວັນທີ 14 ພຶດສະພາ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ວັນທີ 14 ພຶດສະພາ: ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 14 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ຈັດພິທີຖະແຫ]ງຂ່າວ ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ພູທອນ ເມືອງປາກ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ, ມີສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມ.

ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ

ຍສໝ - ໃນ​ວັນ​ທີ 13 ພຶດສະພາ 2020, ທ່ານ ຫ​ງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່າ​ນັບ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ສປປ ລາວ​.

ສະວິດເຊີແລນ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການປ້ອງກັນພະຍາດໂຄວິດ-19

ສະວິດເຊີແລນ ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການປ້ອງກັນພະຍາດໂຄວິດ-19

ລັດຖະບານສະວິດເຊີແລນ ໄດ້ໃຫ້ການຊ່ວຍເຫລືອແກ່ ລັດຖະບານລາວ ຈຳນວນ 310.000 ໂດລາສະຫະລັດ ໂດຍຜ່ານ ອົງການອະນາໄມໂລກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ-19.

ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

ຂ່າວດີ ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕົວເລກສະສົມຍັງຢູ່ 19 ຄົນ

ຄະນະ​ສະ​ເພາະ​ກິດປ້ອງ​ກັນ, ຄວບ​ຄຸມ ​ແລະ ​ແກ້​ໄຂ​ການ​ລະບາດ​ ຂອງ​ພະຍາດ​ໂຄ ວິດ-19 ຢືນຢັນວ່າ​ ມາ​ຮອດ​ໃນ​ວັນ​ທີ 8 ພຶດສະພາ 2020  ສປປ ລາວ ຍັງບໍ່​ພົບ​ຜູ້ຕິດ​ເຊື້ອ​ໄວຣັດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ ຕິດ​ຕໍ່​ກັນ​ແລ້ວ 26 ມື້. ຄະນະ​ທີ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.569 ຄົນ ແລະ ເສຍຊີວິດ 2.069 ຄົນ. ສະເພາະກຸ່ມປະເທດອາຊຽນ ເຫັນວ່າຍັງມີບາງປະເທດ ທີ່ມີອັດຕາ ການຕິດເຊື້ອ​ໃໝ່ ​ໃນ​ວັນ​ທີ 7 ພຶດສະພາ ສູງ​ເຖິງ 741 ຄົນ​ ​ແລະ ເສຍຊີວິດ 62 ຄົນ. 

ຄຳຖະແຫຼງ ຂອງທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດCOVID-19ຢູ່ ສປປ ລາວ

ຄຳຖະແຫຼງ ຂອງທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດCOVID-19ຢູ່ ສປປ ລາວ

ໃນ​ໂອ​ກາດຖະແຫຼງ​ຂ່າວກ່ຽວກັບສະພາບການສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດຂອງພະຍາດ​ໂຄວິດ-19ຢູ່ ສປປ ລາວເມື່ອ​ວັນ​ທີ15ເມ​ສາ2020ທີ່​ຫ້ອງວ່າ​ການ​ສຳ​ນັກ​ງາ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ທ່ານ​ທອງ​ລຸນ​ສີ​ສຸ​ລິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສ​ປ​ປ​ລາວໄດ້​ກ່າວ​ວ່າ:ລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020,   ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽນແປງແນວໃດ ຈຶ່ງແຈ້ງຕາມທີ່ຫຼັງ.

ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ

ບົດອວຍພອນປີໃໝ່ລາວ ປີຊວດ ພສ 2563 ຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ

ເນື່ອງ​ໃນ​ໂອ​ກາດ ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ລາວ, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ​ໄດ້​ກ່າວອວຍ​ພອນ​ໃຫ້ ພີ່​ນ້ອງ ຮ່ວມ​ຊາດ ແລະ ເຊື້ອ​ຊາດ​ລາວ ຈົ່ງ​ມີ​ແຕ່​ໂຊກ​ໄຊ, ຜົນ​ສຳ​ເລັດ​ໃຫຍ່ ແລະ ຢູ່​ເປັນ​ເປັນ​ສຸກ​ມາ​ສູ່​ປວງ​ຊົນ​ລາວ​ທັງ​ຊາດ.

ກະຊວງສາທາລະນະສຸກ ສປປ ລາວ ຢັ້ງຢືນວ່າ ລາວ ປະສົບກັບກໍລະນີຕິດເຊື້ອ  Covid-19 ເປັນ 2 ຄົນທຳອິດ

ກະຊວງສາທາລະນະສຸກ ສປປ ລາວ ຢັ້ງຢືນວ່າ ລາວ ປະສົບກັບກໍລະນີຕິດເຊື້ອ Covid-19 ເປັນ 2 ຄົນທຳອິດ

ຍສໝ - ກະຊວງສາທາລະນະສຸກ ສປປ ລາວ ຢືນຢັນເວລາ 14:30 ນາທີຂອງວັນທີ 24 ມີນາ 2020 ທີ່ນະຄອນຫລວງວຽງຈັນວ່າພົບຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ 2 ຄົນ.

ນາຍົກລັດຖະມົນຕີ ສປປ ລາວ ລົງຢ້ຽມຢາມກວດກາສະຖານທີ່ຮອງຮັບຜູ້ມີກໍລະນີສົງໄສຕິດເຊື້ອພະຍາດ Covid-19

ນາຍົກລັດຖະມົນຕີ ສປປ ລາວ ລົງຢ້ຽມຢາມກວດກາສະຖານທີ່ຮອງຮັບຜູ້ມີກໍລະນີສົງໄສຕິດເຊື້ອພະຍາດ Covid-19

ວັນທີ 23 ມີນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຄື່ອນໄຫວກວດກາສະຖານທີ່ຮອງຮັບໃນກໍລະນີສົງໄສວ່າມີຜູ້ຕິດເຊື້ອພະຍາດ Covid-19.

ຢູ່ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ເທື່ອ

ຢູ່ ສປປ ລາວ ຍັງບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ເທື່ອ

ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ມີຂ່າວ​ ທີ່​ໄດ້​ມີ​ການ​ເຜີ​ຍ​ແຜ່​ຢູ່ ​ໃນ​ສັງຄົມ​ອອນ​ລາຍ ວ່າ​ມີ​ກໍລະນີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ແຂວງ​ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ, ຄວາມ​ເປັນ​ຈິງ​ຍັງ​ບໍ່​ພົບ​ກໍລະນີ​ ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-9 ຢູ່ ສປປ ລາວ ​ເທື່ອ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ

ອີງຕາມຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ທຽບໃສ່ເດືອນມັງກອນ ຫລຸດລົງກວ່າ 20 ລ້ານໂດລາສະຫະລັດ.

ສປປ ລາວ ມີກໍລະນີສົງໄສຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ທັງໝົດ 85 ກໍລະນີ

ສປປ ລາວ ມີກໍລະນີສົງໄສຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ທັງໝົດ 85 ກໍລະນີ

ປັດຈຸບັນ, ສປປ ລາວ ມີກໍລະນີສົງໄສຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ໂຄວິດ-19 ທັງໝົດ 85 ກໍລະນີ (ເປັນຕົວເລກສະສົມ) ແລະ ໄດ້ເກັບຕົວຢ່່າງມາກວດທັງໝົດແລ້ວ, ໃນນັ້ນ 81 ກໍລະນີ ແມ່ນກວດບໍ່ພົບເຊື້ອພະຍາດ, ສ່ວນອີກ 4 ກໍລະນີ ຍັງລໍຖ້າຜົນກວດ; ພາຍຫລັງໄດ້ຮັບຜົນກວດແລ້ວ ຈະໄດ້ແຈ້ງໃຫ້ສັງຄົມຊາບໃນທັນທີ.

ເຫດການ