ສປປ ລາວ ປະກາດໄຊຊະນະ ໃນບັນຮົບທີ່ 1 ສູ້ໄພໂຄວິດ-19

09:59 | 12/06/2020

ໃນວັນທີ 10 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສປປ ລາວ ປະກາດໄຊຊະນະ ໃນບ ນຮ ບທ 1 ສ ໄພໂຄວ ດ 19 ລາວ ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ ລວມເປັນ 19 ຄົນ
ສປປ ລາວ ປະກາດໄຊຊະນະ ໃນບ ນຮ ບທ 1 ສ ໄພໂຄວ ດ 19 ລາວ: ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເພີ່ມອີກ 1 ຄົນ
ສປປ ລາວ ປະກາດໄຊຊະນະ ໃນບ ນຮ ບທ 1 ສ ໄພໂຄວ ດ 19
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 (ພາບ: KPL)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນາຕີ ໄດ້ຖະແຫຼງວ່າ: ມາຮອດມື້ນີ້ ວັນທີ 10 ມິຖຸນາ 2020 ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນປະເທດລາວເຮົາ ຕົວເລກໄດ້ກາຍເປັນເລກ 0 ແລ້ວ, ຂ້າພະເຈົ້າຄິດວ່າປະຊາຊົນລາວຈະໄດ້ຮັບຮູ້ຂ່າວນີ້ແລ້ວແຕ່ວັນທີ 9 ມິຖຸນາຜ່ານມາແລ້ວ ເພາະເປັນມື້ທີ່ກະຊວງສາທາລະນະສຸກ ໄດ້ປະກາດອະນຸຍາດໃຫ້ຜູ້ຕິດເຊື້ອທີ່ປິ່ນປົວດີແລ້ວອອກໂຮງໝໍເປັນຄົນສຸດທ້າຍ, ເຊິ່ງນີ້ບໍ່ສະເພາະແຕ່ເປັນຂ່າວດີເທົ່ານັ້ນແຕ່ຍັງເປັນຄວາມທະນົງໃຈຂອງຄົນລາວເຮົາໃນທົ່ວປະເທດ ນັບທັງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດອີກດ້ວຍ.

ການທີ່ປະເທດເຮົາ ໄດ້ເປັນປະເທດປອດຈາກ ໂຄວິດ-19 ໃນມື້ນີ້ນັ້ນ, ກໍ່ໝາຍຄວາມວ່າ ບັ້ນຮົບທີ 1 ທີ່ໄດ້ເປີດສາກ ນັບແຕ່ມີຄໍາສັ່ງ 06/ນຍ, ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄຳສັ່ງເລກທີ 07/ຄລສພ, ລົງວັນທີ 06 ເມສາ 2020 ຊຶ່ງເປັນຄຳສັ່ງ ທີ່ທຸກໆຄົນໃນສັງຄົມລາວ ເຂົ້າຮ່ວມຢ່າງເປັນຂະບວນການ ແລະ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດນັ້ນ, ສາມາດເອົາຊະນະສັດຕູໂຕຮ້າຍກາດນີ້ໄດ້ໃນເບື້ອງຕົ້ນ ແລະ ເປັນບາດກ້າວທີ 1 ທີ່ສຳຄັນຍິ່ງ.

ພວກເຮົາເຄີຍໃຊ້ຊື່ໃຫ້ເຊື້ອພະຍາດນີ້ວ່າ ສັດຕູໂຕຮ້າຍກາດ ເປັນເພັດສະຄາດທີ່ໄຮ້ສຽງ. ມາຮອດມື້ນີ້ ໂຄວິດ-19 ຍັງແຜ່ເຊື້ອໄປຢ່າງກວ້າງຂວາງເກືອບທຸກປະເທດໃນທົ່ວໂລກ ແລະ ມີຜູ້ຕິດເຊື້ອທະລຸເຖິງ 7,3 ລ້ານກວ່າຄົນ, ມີຜູ້ເສຍຊີວິດເຖິງ 4,1 ແສນກວ່າຄົນ ນັບທັງປະເທດໃຫຍ່-ນ້ອຍ ແລະ ປະເທດທີ່ພັດທະນາແລ້ວ-ກໍາລັງພັດທະນາ.

ຂ້າພະເຈົ້າ ຂໍຕາງໜ້າໃຫ້ສູນກາງພັກ, ລັດຖະບານ ຂໍອະນຸຍາດຕີລາຄາເບື້ອງຕົ້ນຂອງຜົນສຳເລັດຄັ້ງນີ້ ຍ້ອນວ່າ: ພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດກັ້ນໄວ້ກ່ອນ ຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ: ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົງ ເປັນຕົ້ນ ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນໄລຍະໆຢ່າງມີການຄິດໄລ່; ການນຳຂັ້ນສູງສຸດ ໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງ ໃນການປະຕິບັດບັນດາມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່; ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມ ໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດ ບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.

ສປປ ລາວ ປະກາດໄຊຊະນະ ໃນບ ນຮ ບທ 1 ສ ໄພໂຄວ ດ 19 ລາວ ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ ລວມເປັນ 19 ຄົນ

ຍສໝ - ຕາມການຖະແຫຼ່ງຂ່າວຂອງກະຊວງສາທາລະນະສຸກ ສປປ.ລາວ ໃນວັນທີ 12 ເມສາ 2020 ໃຫ້ຮູ້ວ່າ: ໃນ 46 ຕົວຢ່າງທີ່ໄດ້ທົດສອບວິເຄາະ ໂດຍກະຊວງສາທາລະນະສຸກລາວ ໃນວັນທີ 11 ເມສາ, ໄດ້ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ, ມີປະຫວັດສໍາພັດພົວພັນ ກັບຜູ້ຕິດເຊື້ອທີ່ 16.

ສປປ ລາວ ປະກາດໄຊຊະນະ ໃນບ ນຮ ບທ 1 ສ ໄພໂຄວ ດ 19 ລາວ: ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເພີ່ມອີກ 1 ຄົນ

ຍສໝ - ໃນຕອນແລງວັນທີ 5 ເມສາ 2020, ທີ່ສູນປະຕິບັດງານ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid -19, ຜູ້ຕາງໜ້າ ກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ້ວ່າ ມາຮອດມື້ນີ້ ປະເທດລາວ ໄດ້ກວດພົບຜູ້ຕິດເຊື້ອ Covid -19 ເປັນກໍລະນີທີ 11 ແລ້ວ.

ສປປ ລາວ ປະກາດໄຊຊະນະ ໃນບ ນຮ ບທ 1 ສ ໄພໂຄວ ດ 19 60 ກໍລະນີ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​ໄດ້​ມີ​ຜົນ​ລົບ​ 1 ​ເທື່ອ​ຂຶ້ນ​​ໄປ

ໄລ່ມາຮອດຕອນເຊົ້າວັນທີ 29 ມີນາ, ຫວຽດນາມ ໄດ້ຢັ້ງຢືນມີ 179 ກໍລະນີຕິດເຊື້ອພະຍາດໂຄວິດ - 19, ໃນນັ້ນ, ມີ 21 ກໍລະນີໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.