ກະຊວງສາທາລະນະສຸກ ສປປ ລາວ ຢັ້ງຢືນວ່າ ລາວ ປະສົບກັບກໍລະນີຕິດເຊື້ອ Covid-19 ເປັນ 2 ຄົນທຳອິດ

19:15 | 25/03/2020

ຍສໝ - ກະຊວງສາທາລະນະສຸກ ສປປ ລາວ ຢືນຢັນເວລາ 14:30 ນາທີຂອງວັນທີ 24 ມີນາ 2020 ທີ່ນະຄອນຫລວງວຽງຈັນວ່າພົບຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ 2 ຄົນ.

ໃນການປະຊຸມຂ່າວ, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດທີ່ ສປປ ລາວ ໄດ້ກວດພົບກໍລະນີຕິດເຊື້ອພະຍາດ Covid-19 ເຊິ່ງທັງສອງຄົນແມ່ນອາໃສຢູ່ນະຄອນຫລວງວຽງຈັນ ແລະ ກຳລັງໄດ້ຮັບການປິ່ນປົວຕາມລະບຽບຫລັກການຢູ່ໂຮງໝໍມິດຕະພາບ.

ກະຊວງສາທາລະນະສຸກ ສປປ ລາວ ຢັ້ງຢືນວ່າ ລາວ ປະສົບກັບກໍລະນີຕິດເຊື້ອ  Covid-19 ເປັນ 2 ຄົນທຳອິດ

ທ່ານ ພູທອນ ເມືອງປາກ ຢັ້ງຢືນວ່າ ລາວ ປະສົບກັບກໍລະນີຕິດເຊື້ອ Covid-19 ເປັນ 2 ຄົນທຳອິດ. (ພາບ: Laopost)

ກໍລະນີທຳອິດເປັນເພດຍິງ ອາຍຸ 36 ປີ, ສັນຊາດລາວ, ອາຊີບພະນັກງານນຳທ່ຽວ. ກ່ອນໜ້ານີ້ ຜູ້ກ່ຽວໄດ້ນຳພາກຸ່ມນັກທ່ອງທ່ຽວທີ່ມາຈາກປະເທດເອີຣົບ ເພື່ອມາທ່ອງທ່ຽວຢູ່ ສປປ ລາວ ເຊິ່ງກຸ່ມນັກທ່ອງທ່ຽວດັ່ງກ່າວ ເດີນທາງມາຮອດ ສປປ ລາວ ໃນວັນທີ 7 ມີນາ 2020 ຜ່ານສະໜາມບິນສາກົນວັດໄຕ ແລະ ໄດ້ພັກຢູ່ໂຮງແຮມຈຳນວນໜຶ່ງໃນນະຄອນຫລວງວຽງຈັນ. ໃນວັນທີ 8 ມີນາ ໄດ້ໄປທ່ຽວຫລາຍສະຖານທີ່ນັບທັງມີວັດຊຽງຄວນ ແລະ ວັງວຽງ. ຕໍ່ມາໃນວັນທີ 9 ມີນາ ໄດ້ເດີນທາງໄປຫລວງພະບາງ ຜ່ານກາສີ ແລະ ຈຸດຊົມວີວພູເກົ້າຫລັກ ແລະ ໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວຫລາຍໆບ່ອນຢູ່ຫລວງພະບາງເປັນເວລາ 2 ມື້ ເປັນຕົ້ນແມ່ນ: ວັດຊຽງທອງ, ຖ້ຳຕິ່ງ, ພູສີ ແລະ ບ່ອນອື່ນໆ ກ່ອນເດີນທາງໄປຊຽມລຽບ ປະເທດກຳປູເຈຍ ໃນຕອນບ່າຍວັນທີ 11 ມີນາ.

ກໍລະນີທີ 2 ເປັນເພດຊາຍອາຍຸ 28 ປີ ສັນຊາດລາວ ເປັນພະນັກງານໂຮງແຮມ Crown Plaza ໃນນະຄອນຫລວງວຽງຈັນ. ກ່ອນໜ້ານັ້ນ ຜູ້ກ່ຽວໄດ້ເດີນທາງໄປສຳມະນາຢູ່ທີ່ບາງກອກ ປະເທດໄທ ແລະ ເດີນທາງກັບມາ ລາວ ໃນວັນທີ 9 ມີນາ ໂດຍຜ່ານສະໜາມບິນສາກົນວັດໄຕ. ປະຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອປະຈຸບັນ 360.600 ຄົນ, ເສຍຊີວິດ 16.000 ກວ່າຄົນ ແລະ ປິ່ນປົວຫາຍດີແລ້ວ 97.600 ກວ່າຄົນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.