ຕອນບ່າຍວັນທີ 6 ທັນວາ ຢູ່ ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ໂດຍທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ນຳຫນ້າ ພວມຢູ່ຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ລາວ - ຫວຽດນາມ.
ຍສໝ - ນີ້ແມ່ນລາງວັນອັນປະເສີດເລີດລໍ້າຂອງລັດຫວຽດນາມ ແນໃສ່ຮັບຮູ້ຄວາມມານະພະຍາຍາມຂອງທ່ານ Ibnu Hadi ເອກອັກຄະລັດຖະທູດອິນໂດເນເຊຍ ໃນການຊຸກຍູ້ການພົວພັນສອງປະເທດ.
ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ໄດ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.
ຍສໝ - ທ່ານພົນຈັດຕະວາ ຫງວຽນກວ໋ກຢຸງ, ຜູ້ບັນຊາການພົນລະພາກຫຼວງ 11 ໄດ້ມອບຈໍານວນເງິນ 500 ລ້ານກີບ ແລະເຄື່ອງສີດຢາຂ້າເຊື້ອອັດຕະໂນມັດ 25 ໜ່ວຍ ໃຫ້ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ຍສໝ - ການຂະຫຍາຍໂຮງງານລວມມີການເພີ່ມການຜະລິດແລະຄວາມສາມາດໃນການຕິດຕັ້ງເພີ່ມເຄື່ອງສູບນ້ຳ, ສ້າງທໍ່ສົ່ງນ້ຳຈາກໂຄງການດູດນ້ຳໃນແມ່ນ້ຳດົງນາຍເປົ້າໝາຍ ຂອງການຂະຫຍາຍໂຮງງານແມ່ນເພື່ອຊ່ວຍຕອບສະໜອງ ຄວາມຕ້ອງການນ້ຳ ທີ່ພວມເພີ່ມຂຶ້ນຈາກຄອບຄົວ ແລະ ວິສາຫະກິດ ຢູ່ເທດສະບານເຕືນເບັ້ນ ເມືອງເຕິນອຽນ, ນະຄອນ ບິ່ງເຢືອງ ແລະ ນະຄອນທູເຢົາໝົດ (ແຂວງ ບິ່ງເຢືອງ).
ຍສໝ - ໃນຕອນເຊົ້າວັນທີ 12 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ ຜ່ານລະບົບທາງໄກດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ.
ຍສໝ - ທ່ານປະທານສະພາແຫ່ງຊາດສາທາລະນະລັດ ເກົາຫຼີ Park Byeong Seung ຢືນຢັນວ່າສາທາລະນະລັດ ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ເນັ້ນໜັກວ່າ ຫວຽດນາມ ທີ່ທີ່ຕັ້ງສຳຄັນໃນຍຸດທະສາດການພົວພັນຕ່າງປະເທດຂອງ ສາທາລະນະລັດ ເກົາຫຼີ ຢູ່ພາກພື້ນ.
ຍສໝ - ປະຊາຊົນຫວຽດນາມ ໄດ້ຟື້ນຟູການດຳເນີນທຸລະກິດປະຈຳວັນຂອງພວກເຂົາ. ໃນສະພາບການແຜ່ລະບາດ COVID-19 ຂອງໂລກ, ຫວຽດນາມ ເບິ່ງຄືວ່າຈະມີຄວາມປອດໄພ, ຍ້ອນຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ.
ຍສໝ - ຕອນບ່າຍວັນທີ 30 ຕຸລາ ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຫງຊວນລິກ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການສົນທະນາຖ່າຍທອດສົດ ກັບທ່ານພົນໂທ Sergey Shoigu - ລັດຖະມົນຕີກະຊວງປ້ອງກັນປະເທດສະຫະພັນລັດເຊຍ ເພື່ອແນໃສ່ຕີລາຄາໝາກຜົນຂອງການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງບັນດາກະຊວງປ້ອງກັນປະເທດຂອງສອງປະເທດ ໃນຊຸມປີຜ່ານມາ ແລະ ວາງທິດທາງໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ປະຈຸບັນນີ້, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ Plan International ໄດ້ມີການສະໜັບສະໜູນບັນດາແຂວງກວາງບິ່ງ ແລະ ກວາງຈີ້ (ພາກກາງຂອງປະເທດຫວຽດນາມ) ຫຼັງຈາກເກີດໄພພິບັດນ້ຳຖ້ວມ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ຈະມອງກວ້າງເຫັນໄກ່ກວ່າອີກ, ປະຕິບັດວຽກງານຄົ້ນຄວ້າ, ຊອກຮູ້ສະພາບການ ແລະ ຄາດຄະເນແງ່ຫວັງພັດທະນາໃຫ້ຖືກຕ້ອງ, ສະເໜີບັນດາບັນຫາຍຸດທະສາດສ້າງແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ, ລັດ, ປະກອບສ່ວນເຮັດໃຫ້ຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກໃຫ້ສົມບູນແບບ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມອບຫຼຽນໄຊແຮງງານຊັ້ນສອງ ໃຫ້ສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ, ເພື່ອເປັນການຮັບຮູ້ບັນດາຜົນງານດີເດັ່ນຂອງສະມາຄົມໃນວຽກງານ, ຕັ້ງໜ້າປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຍສໝ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸ໊ງ ໄດ້ຕີລາຄາຢ່າງສູງການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ສຳລັບຫວຽດນາມໃນບົດບາດເປັນປະທານຂອງອາຊຽນປີ 2020.
ຍສໝ - ຜູ້ອ່ານວາລະສານທ່ອງທ່ຽວທີ່ມີຊື່ສຽງຂອງອາເມລິກາ Condé Nast Traveler ໄດ້ລົງຄະແນນສຽງໃຫ້ຫວຽດນາມ ຢືນອັນດັບທີ 9 ໃນ 20 ປະເທດເປັນສະຖານທີ່ແຫ່ງຄວາມນິຍົມໃນປີ 2020 ດ້ວຍ 92,12 ຄະແນນ.
ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດໄດ້ຮັບຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານ ປ້ອງກັນ ແລະຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດ...
ຍສໝ - ໃນຂອບເຂດກອງປະຊຸມປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ສະໄໝທີ 75 ເຊິ່ງດໍາເນີນແຕ່ວັນທີ 22-29 ກັນຍາ 2020 ຢູ່ນິວຢອກ, ອາເມລິກາ. ວັນທີ 25 ກັນຍາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ມີສານສຳຄັນສົ່ງໄປຍັງ ກອງປະຊຸມດັ່ງກ່າວ.
ຍສໝ - ວັນທີ 22 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຫລາຍກວ່າ 220 ຄົນໄດ້ກັບຄືນບ້ານຢ່າງປອດໄພ.
ຍສໝ - ສາຍການບິນຫວຽດນາມ ພຽງແຕ່ຂາຍປີ້ໃຫ້ຄົນທີ່ມີວີຊາເຂົ້າເມືອງ ແລະ ທີ່ຢູ່ອາໄສໃນປະເທດຫວຽດນາມເທົ່ານັ້ນ. ໃນເວລາທີ່ຂາຍປີ້ຍົນ, ສາຍການບິນມີຄວາມຮັບຜິດຊອບໃນການກວດສອບໃບຮັບຮອງບໍ່ຕິດພະຍາດ COVID-19 ທີ່ໄດ້ອອກໂດຍອົງການທີ່ກ່ຽວຂ້ອງ.
ຍສໝ - ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.