ສ້າງພື້ນຖານເຮັດໃຫ້ການພົວພັນ ຫວຽດນາມ-ກາຕາ ເລິກເຊິ່ງກວ່າອີກ

ສ້າງພື້ນຖານເຮັດໃຫ້ການພົວພັນ ຫວຽດນາມ-ກາຕາ ເລິກເຊິ່ງກວ່າອີກ

ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ໃນຂອບເຂດການຢ້ຽມຢາມກາຕາ ຢ່າງເປັນທາງການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Tamim bin Hamad Al Thani ມະຫາກະສັດກາຕາ.

ຍົກ​ສູງ​ຄຸນ​ນະ​ພາບ​ການ​ສອນ​ພາສາຫວຽດ​ນາມ​ ໃຫ້​ນັກ​ສຶກ​ສາ​ລາວ

ຍົກ​ສູງ​ຄຸນ​ນະ​ພາບ​ການ​ສອນ​ພາສາຫວຽດ​ນາມ​ ໃຫ້​ນັກ​ສຶກ​ສາ​ລາວ

ຍສໝ - ນີ້​ແມ່ນໜ້າທີ່ຈຸດສຸມໜຶ່ງ​ຂອງ​ໂຮງຮຽນ​ມິດຕະພາບ T78 ໃນ​ສົກ​ຮຽນ 2024-2025 ທີ່​ທ່ານ ເລຟູຖັງ, ອຳນວຍ​ການ​ໂຮງຮຽນມິດຕະພາບ T78 ໃຫ້ຮູ້​ໃນ​ພິທີ​ເປີດ​ສົກຮຽນ​ໃໝ່ ​ໃນ​ວັນ​ທີ 29 ຕຸລາ​ນີ້.

ເລື່ອງລາວ “ຊ່ວຍນ້ອງໄປຮຽນ” ທີ່ຕື້ນຕັນໃຈ ຂອງທະຫານຊາຍແດນຫວຽດນາມ ສະຫງວນໃຫ້ເດັກນ້ອຍລາວ

ເລື່ອງລາວ “ຊ່ວຍນ້ອງໄປຮຽນ” ທີ່ຕື້ນຕັນໃຈ ຂອງທະຫານຊາຍແດນຫວຽດນາມ ສະຫງວນໃຫ້ເດັກນ້ອຍລາວ

ຍສໝ - ນີ້ແມ່ນເນື້ອໃນພິເສດນອນໃນຂອບເຂດ “ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2, ໂດຍກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ສົມທົບກັນຈັດຕັ້ງ.

ນໍາຂອບເຂດການພົວພັນໃໝ່ ຫວຽດນາມ-ອາເມລິກາ ເຂົ້າສູ່ລວງເລິກ

ນໍາຂອບເຂດການພົວພັນໃໝ່ ຫວຽດນາມ-ອາເມລິກາ ເຂົ້າສູ່ລວງເລິກ

ຍສໝ - ຕອນບ່າຍວັນທີ 31 ຕຸລາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ.

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຫວຽດນາມ ນອນໃນ top 2 ຂອງຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ລາວ

ຍສໝ - ຕາມ​ກົມ​ພັດທະນາ​ການທ່ອງທ່ຽວ​ຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ແລ້ວ, ​ໃນ 3 ​ເດືອນ​ຕົ້ນ​ປີ 2024, ປະ​ເທດນີ້ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1 ລ້ານ​ກວ່າ​ເທື່ອ​ຄົນ. ໃນນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ​ໄທ ເທົ່ານັ້ນ.

MG ຫວຽດນາມ ຍູ້ແຮງການຮ່ວມມືຍຸດທະສາດພ້ອມກັບ HAXACO

MG ຫວຽດນາມ ຍູ້ແຮງການຮ່ວມມືຍຸດທະສາດພ້ອມກັບ HAXACO

ຍສໝ - ນະຄອນ ໂຮ່ຈີມິນ, ວັນທີ 24 ຕຸລາ 2024, ບໍລິສັດ SAIC Motor ຫວຽດນາມ ຈຳກັດ (SMV) ແລະ ບໍລິສັດຫຸ້ນສ່ວນການຜະລິດ, ການຄ້າ ແລະ ການບໍລິການລົດໂອໂຕ PTM (PTM) - ບໍລິສັດລູກຂຶ້ນກັບກຸ່ມບໍລິສັດ HAXACO ໄດ້ດຳເນີນພິທີລົງນາມຂໍ້ຕົກລົງຮ່ວມມືຍຸດທະສາດໃນຂອບເຂດຂອງງານ​ວາງສະ​ແດງ​ລົດໂອໂຕ ​ຫວຽດນາມ 2024.

ສະ​ເຫຼີມ​ສະ​ຫຼອງ 106 ປີ​ແຫ່ງ​ວັນ​ຊາດ ສ.ເຊັກ​ ຢູ່​ຫວຽດ​ນາມ: ເພີ່ມພູນຄູນສ້າງຄຸນ​ຄ່າ​ລວມ​ເພື່ອ​ອະ​ນາ​ຄົດ

ສະ​ເຫຼີມ​ສະ​ຫຼອງ 106 ປີ​ແຫ່ງ​ວັນ​ຊາດ ສ.ເຊັກ​ ຢູ່​ຫວຽດ​ນາມ: ເພີ່ມພູນຄູນສ້າງຄຸນ​ຄ່າ​ລວມ​ເພື່ອ​ອະ​ນາ​ຄົດ

ຍສໝ - ວັນ​ທີ 25 ຕຸລາ ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ສ.ເຊັກ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ມິດຕະພາບ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 106 ປີ​ແຫ່ງ​ວັນຊາດ ສ.​ເຊັກ (28 ຕຸລາ 1918 – 28 ຕຸລາ 2024). ຢູ່​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ທົບທວນຄືນນ້ຳໃຈຕິດພັນ​ອັນ​ເລິກ​ເຊິ່ງລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ຢືນຢັນ​ຄວາມ​ຕັດສິນ​ໃຈ​ເພີ່ມພູນຄູນສ້າງບັນດາ​ຄຸນຄ່າ​ລວມ, ນຳ​ການ​ພົວພັນ​ຫວຽດນາມ - ສ.​ເຊັກ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອະນາຄົດ.

ຄະນະປະຈຳພັກແຂວງ ຕ້ອນຮັບຄະນະປະຕິບັດງານແຂວງ ເຊກອງ (ລາວ)

ຄະນະປະຈຳພັກແຂວງ ຕ້ອນຮັບຄະນະປະຕິບັດງານແຂວງ ເຊກອງ (ລາວ)

ຍສໝ - ສະຫາຍ ນາງ ດິງທິຮົ່ງມິງ, ຮອງເລຂາພັກແຂວງ ໄດ້ຕ້ອນຮັບຄະນະປະຕິບັດງານຂອງຄະນະກຳມະການແນວລາວສ້າງຊາດ ແຂວງ ເຊກອງ ໄປຢ້ຽມຂ່ຳນັບການນຳແຂວງ.

ຮອງປະທານຜູ້ປະຈຳສະພາປະຊາຊົນ ແຂວງ ຢາລາຍ ຕ້ອນຮັບຄະນະພະນັກງານຂັ້ນສູງແຂວງ ສາລະວັນ

ຮອງປະທານຜູ້ປະຈຳສະພາປະຊາຊົນ ແຂວງ ຢາລາຍ ຕ້ອນຮັບຄະນະພະນັກງານຂັ້ນສູງແຂວງ ສາລະວັນ

ຍສໝ - ຕອນ​ບ່າຍ​ວັນ​ທີ 27 ຕຸລາ, ຢູ່​ສຳນັກງານ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ແລະ ສະພາປະຊາຊົນ​ແຂວງ, ຮອງ​ປະທານ​ຜູ້ປະຈໍາການສະພາ​ປະຊາຊົນ​ແຂວງ ​ຢາລາຍ ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ແຂວງ ​ສາລະ​ວັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ).

ກໍ່ສ້າງ​ເຂດ​ທະ​ເລ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະພັດທະນາ

ກໍ່ສ້າງ​ເຂດ​ທະ​ເລ​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະພັດທະນາ

ຍສໝ - ກຳ​ລັງຕຳຫຼວດທະເລຂອງ​ສອງປະເທດຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຫາກໍ່ສຳ​ເລັດ​ການ​ຊ້ອມ​ຮົບ​ຮ່ວມ​ຢູ່​ເຂດ​ທະ​ເລ​ນອກ​ຝັ່ງ​ທະ​ເລ​ແຂວງ ບາ​ເຣ້ຍ - ຫວຸງ​ເຕົ່າ ຢ່າງຈົບງາມ.ເຫດການນີ້ໄດ້ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, 2 ກຳລັງ; ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ, ນັກຮົບ​ຂອງ​ສອງ​ປະ​ເທດ​ໄດ້​ແລກປ່ຽນ, ຮ່ຳຮຽນ, ມີປະສົບການອັນ​ລ້ຳ​ຄ່າຕື່ມອີກ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມໝັ້ນຄົງ, ຄວາມ​ປອດ​ໄພ, ປະຕິບັດ​ກົດໝາຍ​ຢູ່​ທະ​ເລ.

ໂຄສະນາ ແລະເຜີຍແຜ່ພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ຢູ່ ອາເມລິກາ

ໂຄສະນາ ແລະເຜີຍແຜ່ພາບພົດຂອງປະເທດຊາດ, ວັດທະນະທຳ ແລະ ປະຊາຊົນ ຫວຽດນາມ ຢູ່ ອາເມລິກາ

ຍສໝ - ບັນດາ​ແຂກເຂົ້າ​ຮ່ວມ​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນດາ​ໝາກຜົນ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ, ປາດ​ຖະໜາ​ຢາກ​ຄົ້ນຫາ​ທັດສະນິຍະພາບ​ທີ່​ມີ​ຊື່​ສຽງ​ຢູ່ 3 ເຂດພາກ​ຂອງ​ປະ​ເທດ​ ຫວຽດນາມ ​ແລະ ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ.

ທ່ານ ຫງວຽນ​ວັນຫວູມິງ ດຳລົງ​ຕຳ​ແໜ່ງ​ເປັນປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໂຮນ​ລັງ ແຂວງ ດົ່ງ​ທາບ

ທ່ານ ຫງວຽນ​ວັນຫວູມິງ ດຳລົງ​ຕຳ​ແໜ່ງ​ເປັນປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ໂຮນ​ລັງ ແຂວງ ດົ່ງ​ທາບ

ຍສໝ -​ ວັນ​ທີ 31 ຕຸລາ, ຢູ່​ແຂວງ ດົ່ງ​ທາບ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ໂຮ​ນລັງ ​ແຂວງ ດົ່ງ​ທາບ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 3 ອາຍຸ​ການ 2024 – 2029.

ຫາຍເຢືອງ ແລະ ແທັງຮ໋ວາ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດາກອງທັບອາສາສະໝັກ ຫວຽດນາມ ຢູ່ລາວ

ຫາຍເຢືອງ ແລະ ແທັງຮ໋ວາ ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຂອງບັນດາກອງທັບອາສາສະໝັກ ຫວຽດນາມ ຢູ່ລາວ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ມູນ​ເຊື້ອທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ການ​ທະຫານ ​ຫວຽດນາມ ​ຊ່ວຍການ​ປະຕິວັດ​ລາວ, ຫາຍ​ເຢືອງ ​ແລະ ​ແທັງ​ຮ໋ວາ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ທົບທວນ​ຄືນມູນ​ເຊື້ອ​ທີ່ຢູ່ຄຽງ​ບ່າຄຽງໄຫຼ່​ຊາວ ​ລາວ​ ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ.

ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024): ສັນຍາລັກອັນຜ່ອງໃສຂອງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ

ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024): ສັນຍາລັກອັນຜ່ອງໃສຂອງນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ

ຍສໝ - ຕ້ອງຢັ້ງຢືນວ່າ ປະຫວັດສາດຕິດພັນກັນສະໜິດແໜ້ນອັນຍາວນານ ແລະມູນເຊື້ອສາມັກຄີຊ່ວຍເຫຼືອ, ອຸ້ມຊູ້ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງຊາດພວກເຮົາບໍ່ແມ່ນຍ້ອນຄວາມປາດຖະໜາຢຢາກພາວະວິໄສຂອງຝ່າຍໃດຝ່າຍໜຶ່ງ ເຊິ່ງເລີ່ມຈາກຕົວຈິງວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງຕິດພັນກັນສະໜິດແໜ້ນ, ພູຜາປ່າດົງແມ່ນ້ຳລຳເຊຫຼາຍສາຍຕິດຈອດກັນ, ອີງຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ຮ່ວມກິນນ້ຳແມ່ນ້ຳຂອງ, ມີຫຼາຍຈຸດຄ້າຍຄືກັນດ້ານປະຫວັດສາດ, ເສດຖະກິດ, ວັດທະນະທຳ, ປະຊາຊົນສອງປະເທດອົງອາດກ້າແກ່ນຕ້ານສັດຕູຜູ້ຮຸກຮານ, ເຕັມໄປດ້ວຍຄວາມເມດຕາ, ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ ແລະຄວາມມຸ່ງມາດປາດຖະໜາອັນຊອບທຳກ່ຽວກັບສັນຕິພາບ, ພັດທະນາ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ​ ສະເໜີ​ໃຫ້ກຸ່ມບໍ​ລິ​ສັດແຖວໜ້າ​ 4 ແຫ່ງຂອງ UAE ລົງ​ທຶນເຂົ້າໃນບັນດາຂົງ​ເຂດ​ຍຸດ​ທະ​ສາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ​ ສະເໜີ​ໃຫ້ກຸ່ມບໍ​ລິ​ສັດແຖວໜ້າ​ 4 ແຫ່ງຂອງ UAE ລົງ​ທຶນເຂົ້າໃນບັນດາຂົງ​ເຂດ​ຍຸດ​ທະ​ສາດ

ຍສໝ - ​ໂດຍ​ໃຫ້ຮູ້ວ່າ ຫວຽດນາມ ພວມ​ຍູ້​ແຮງ​ບັນດາ​ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດກ່ຽວກັບລະບອບລະບຽບການ, ພື້ນຖານ​ໂຄງ​ລ່າງ ​ແລະ ຊັບພະຍາກອນ​ມະນຸດ, ​ໃນ​ນັ້ນ ​ມີ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຍຸດ​ທະ​ສາດ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາກຸ່ມບໍລິສັດສະຫະນະຄອນ ອາຮັບ ເອມີເລັດ (UAE) ຮ່ວມ​ມື, ລົງທຶນ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ນີ້ ແລະ ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນອື່ນໆ.

ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ: ຄະນະພົວພັນຕ່າງປະເທດສູນ​ກາງ ຕ້ອງຕັ້ງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຊົນ​ເຜົ່າ​ເປັນ​ອັນ​ດັບ​ໜຶ່ງ

ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ: ຄະນະພົວພັນຕ່າງປະເທດສູນ​ກາງ ຕ້ອງຕັ້ງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ຊົນ​ເຜົ່າ​ເປັນ​ອັນ​ດັບ​ໜຶ່ງ

ຍສໝ - ທ່ານ​ເລຂາທິການ​ໃຫຍ່​ ສະເໜີໃຫ້ຄະນະພົວພັນຕ່າງປະເທດສູນ​ກາງຕ້ອງຖືການ​ກໍ່ສ້າງ​ຖັນແຖວພະນັກງານພົວພັນຕ່າງປະເທດທີ່ມີຄຸນນະທາດ​ດ້ານ​ການ​ເມືອງ​ຢ່າງ​ໝັ້ນຄົງເປັນສຳຄັນ, ຍາມ​ໃດ​ກໍ່​ຖື​ຜົນ​ປະ​ໂຫຍ​ດຂອງປະເທດຊາດ, ຊົນເຜົ່າ, ປະຊາຊົນ​ເປັນ​ອັນ​ດັບ​ໜຶ່ງ.

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ: ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະ ແລະການປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ: ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະ ແລະການປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ

ຍສໝ - ປະຫວັດສາດຂອງການພົວພັນສາກົນມີການພົວພັນຮ່ວມມື, ເປັນພັນທະມິດ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອຄວາມຄົງຕົວ ແລະຂະຫຍາຍຕົວຂອງປະເທດຕົນໃນດ້ານຕ່າງໆເປັນຕົ້ນດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ, ການຄ້າ, ການລົງທຶນ ແລະວັດທະນະທຳສັງຄົມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງຢູ່ໃນໂລກ ຊຶ່ງເປັນກົດເກນແຫ່ງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະລວງກວ້າງ.

ຮອຍຍ່າງຂອງທະຫານອາສາສະໝັກຫວຽດນາມ ບົນແຜ່ນດິນລາວ: ຄວາມຮັກແພງມິດຕະພາບທີ່ເຂັ້ມຂຸ້ນໄປດ້ວຍເລືອດເນື້ອ ແລະ ດອກໄມ້

ຮອຍຍ່າງຂອງທະຫານອາສາສະໝັກຫວຽດນາມ ບົນແຜ່ນດິນລາວ: ຄວາມຮັກແພງມິດຕະພາບທີ່ເຂັ້ມຂຸ້ນໄປດ້ວຍເລືອດເນື້ອ ແລະ ດອກໄມ້

ຍສໝ - ວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເປັນປະທານ, ຈັດຕັ້ງການສຳມະນາວິທະຍາສາດດ້ວຍຫົວຂໍ້: “ທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ - ຄວາມໝາຍປະຫວັດສາດ ແລະ ບົດຮຽນປະສົບການ”.

ກາລະໂອກາດຮ່ວມມືຫຼາຍດ້ານລະຫວ່າງນະຄອນ ໂຮ່ຈີມິນ ແລະ ລັດ Kansas (ອາເມລິກາ)

ກາລະໂອກາດຮ່ວມມືຫຼາຍດ້ານລະຫວ່າງນະຄອນ ໂຮ່ຈີມິນ ແລະ ລັດ Kansas (ອາເມລິກາ)

ຍສໝ - ນັ້ນ​ແມ່ນ​ຈິດ​ໃຈ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຫວໍວັນ​ຮວານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ໂຮ່ຈິ​ມິນ ​ແລະ ທ່ານ David Toland, ຮອງຜູ້ວ່າການລັດ Kansas (ອາເມລິກາ) ​ໃນ​ວັນ​ທີ 24 ຕຸລາ ຢູ່​ນະຄອນ​ ໂຮ່ຈິ​ມິນ.

ພັດທະນາສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ

ພັດທະນາສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກວ່າອີກ

ຍສໝ - ວັນທີ 11 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ສະຫາຍ ຫງວຽນເຟືອກລົກ, ຮອງເລຂາພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ຜາລົມ ລິນທອງ, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງ ວຽງຈັນ (ລາວ) ພ້ອມດ້ວຍຄະນະຜູ້ແທນສະມາຄົມນັກຮົບເກົ່າ ວຽງຈັນ.