ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ.
ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ...
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ການາດາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມທ່ານນາງເອກອັກຄະລັດຖະທູດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຂອງ ຫວຽດນາມ.
ໃນໄລຍະຜ່ານມາ, ໜ່ວຍງານພາກລັດ ແລະ ພາກເອກະຊົນຂອງໄທ ກໍໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາຜົນກະທົບ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ ໂດຍໄດ້ມອບອຸປະກອນທາງການແພດ ແລະ ເງິນຊ່ວຍເຫລືອ ລວມມູນຄ່າຫລາຍກວ່າ 7 ລ້ານບາດ.
ຍສໝ - ທ່ານນາງ Elsbesh Akkerman - ເອກອັກຄະລັດຖະທະທູດໂຮງລັງ ປະຈຳຢູ່ຫວຽດນາມ ໄດ້ສະແດງຄວາມເສົ້າສະຫຼົດໃຈ ມາຍັງລັດຖະບານຫວຽດນາມ ຕໍ່ໜ້າບັນດາຄວາມເສຍຫາຍຢ່າງໜັກ ໃນດ້ານຊິວີດອິນຊີ, ສັບສິນ ແລະ ພື້ນຖານໂຄງລ່າງ.
ຍສໝ - ຕອນບ່າຍວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ພ້ອມດ້ວຍຄະນະ ໄດ້ເຮັດວຽກກັບແຂວງເຮົ້າຢ່າງ ກ່ຽວກັບວຽກງານການທູດຂອງປະຊາຊົນ.
ໃນວັນທີ 03 ພະຈິກ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ອໍາລາຂອງ ທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນ ປະເທດຢ່າງຖາວອນ ໃນເດືອນພະຈິກ 2020 ນີ້.
ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XIII ວ່າ ເປົ້າໝາຍດ້ານສິ່ງແວດລ້ອມ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳ ຫລາຍສະບັບເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ເປັນຕົ້ນ ສຳເລັດແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ຮອດປີ 2030, ໄດ້ປັບປຸງລະບົບ ການຂຶ້ນທະບຽນ, ອອກໃບຕາດິນທີ່ທັນສະໄໝໃນໄລຍະ 5 ປີ ຄາດວ່າຈະອອກໃບຕາດິນໄດ້ 610.000 ກວ່າຕອນ (ມະຕິສະພາ: 400.000 ຕອນ).
ລັດຖະບານ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມ ທີ່ກຳນົດໄວ້ ໂດຍສະເພາະ ແມ່ນການຍົກສູງຄຸນນະພາບ ການຮຽນ-ການສອນ ແລະ ການສະໜອງພື້ນຖານ ໂຄງລ່າງ ເພື່ອເປັນສິ່ງອຳ ນວຍຄວາມສະດວກ ໃຫ້ແກ່ການຮຽນ-ການສອນ ແລະ ການບໍລິການ ຮັກສາສຸຂະພາບ, ແນໃສ່ເພື່ອຮັບ ປະກັນໃຫ້ບັນດາຄາດໝາຍ ໃນຂົງເຂດສຶກສາ ແລະ ສາທາລະນະສຸກ ບັນລຸຕາມແຜນການທີ່ວາງໄວ້ ໃນຕໍ່ໜ້າ.
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງຄະນະປະຈຳສະພາແຫ່ງຊາດ ກໍຄືພາກສ່ວນ ທີ່ກ່ຽວຂ້ອງ ໃນການເລືອກຫົວຂໍ້ ການຕິດຕາມກວດກາການຈັດຕັ້ງປະຕິບັດ ກົດໝາຍທີ່ຕິດພັນກັບ ການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ເປັນບັນຫາຈຸດສຸມ ແລະ ເປັນບັນຫາທີ່ມີຄວາມຈຳເປັນ ຕ້ອງໄດ້ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຕາມກົດໝາຍແທ້.
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ລັດຖະບານ ຊີ້ແຈງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໂດຍໄດ້ເນັ້ນໃສ່ 3 ບັນຫາທີ່ສຳຄັນ ຄື: ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ, ການສ້າງສິ່ງ ແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.
ຍສໝ - ປະຊາຊົນຫວຽດນາມ ໄດ້ຟື້ນຟູການດຳເນີນທຸລະກິດປະຈຳວັນຂອງພວກເຂົາ. ໃນສະພາບການແຜ່ລະບາດ COVID-19 ຂອງໂລກ, ຫວຽດນາມ ເບິ່ງຄືວ່າຈະມີຄວາມປອດໄພ, ຍ້ອນຄວາມພະຍາຍາມຂອງລັດຖະບານ ແລະ ປະຊາຊົນ.
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ດໍາເນີນ ໃນວັນທີ 29 ຕຸລາ 2020 ນີ້, ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງແມ່ນວາລະ ຂອງການປະກອບຄໍາເຫັນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃສ່ຮ່າງບົດລາຍງານ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາສົກປີ 2020 ແລະ ທິດທາງແຜນການປະຈໍາປີ 2021.
ໃນວັນທີ 29 ຕຸລາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາ ຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ຮ່າງແຜນງົບປະມານ ປະຈໍາປີ 2021 ຢູ່ກອງປະຊຸມ ສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.
ປະຕິຮູບໂຄງສ້າງເສດຖະກິດເພື່ອຍູ້ເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວດ້ວຍຄຸນນະພາບທີ່ດີຂຶ້ນດ້ວຍການ ປະຕິຮູບໂຄງສ້າງເສດຖະກິດໃຫ້ມີຄວາມ ສົມດຸນຕາມຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ...
ສະຖານີວິທະຍຸໂທລະພາບນີ້ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ 118 ຕື້ດົງ, ໃນນີ້ລັດຖະ ບານລາວສົມທົບທຶນ 1,8 ຕື້ກີບໂດຍບໍລິສັດໂກເອໂກຫວຽດນາມຮັບເໝົາກໍ່ສ້າງແຕ່ເດືອນກຸມພາເປັນຕົ້ນມາ.
ຍສໝ - ອົງການພັດທະນາສາກົນອາເມລິກາ ໄດ້ຕັດສິນໃຈອຸປະຖຳມະນຸດສະທຳທີ່ມີມູນຄ່າ 200.000 USD ແນໃສ່ຊ່ວຍ ຫວຽດນາມ ແລະ ກຳປູເຈຍ ຮັບມືກັບຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ.
ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອຕອບໂຕ້ການແຜ່ ລະ ບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ໄດ້ອອກຄຳແນະນຳ, ແຈ້ງການ, ບັນດາມາດຕະການ ແລະ ຂໍ້ຜ່ອນຜັນຕ່າງໆ. ທັງນີ້, ກໍເພື່ອປ້ອງກັນບໍ່ໃຫ້ ເກີດການລະບາດ ຂອງພະຍາດດັ່ງກ່າວ ໃນຮອບໃໝ່.
ຍສໝ - ອົງການພັດທະນາສາກົນ ອາເມລິກາ ຈະຊ່ວຍໜູນຫ້ອງວ່າການລັດຖະບານ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ເພີ່ມທະວີການສົມທົບລະຫວ່າງບັນດາຂະແໜງການຢູ່ຫວຽດນາມ, ຍົກສູງລັກສະນະຄວາມໂປ່ງໃສ ແລະ ສືບຕໍ່ພັດທະນາປະຕູຖານບໍລິການແຫ່ງຊາດ.