ປະມານ 500 ຄົນເຂົ້າຮ່ວມວັນແຮງງານ ຫວຽດນາມ ຢູ່ຍີ່ປຸ່ນ ປີ 2024

ປະມານ 500 ຄົນເຂົ້າຮ່ວມວັນແຮງງານ ຫວຽດນາມ ຢູ່ຍີ່ປຸ່ນ ປີ 2024

ຍສໝ - ວັນ​ທີ 8 ທັນວາ, ສະຖານທູດ ​ຫວຽດນາມ ປະຈຳ ຍີ່ປຸ່ນ ​ແລະ ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ຫວຽດນາມ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ວັນ​ແຮງ​ງານ ຫວຽດນາມ ຢູ່ ຍີ່ປຸ່ນ 2024. ນີ້​ແມ່ນ​ເຫດການ​ສຳຄັນ​ທຳ​ອິດສຳລັບ​​ຜູ້​ອອກ​ແຮງ​ງານ ຫວຽດນາມ ຢູ່​ເຂດດີນແດນ​ຕາ​ເວັນ​ຂຶ້ນ.

64 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກູບາ: ສືບທອດມູນເຊື້ອ, ເປີດກວ້າງການຮ່ວມມືໃນອະນາຄົດ

64 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ກູບາ: ສືບທອດມູນເຊື້ອ, ເປີດກວ້າງການຮ່ວມມືໃນອະນາຄົດ

ຍສໝ - ຫວ່າງ​ມໍ່ໆມາ​ນີ້, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຖານ​ກົງສູນ​ໃຫຍ່​ສາທາລະນະ​ລັດ ກູ​ບາ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ກູ​ບາ ​ແລະ ຫວຽດນາມ (2 ທັນວາ 1960 - 2 ທັນວາ 2024).

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດ ຄັ້ງທີ 1

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດ ຄັ້ງທີ 1

ຫວ່າງແລ້ວນີ້, ຢູ່ Vinpearl Resort & Golf Nam Hoi An (ແຂວງ ກວາງນາມ), ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ຈະສົມທົບກັບອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ແລະຄະນະກຳມະການປະຊາຊົນແຂວງກວາງນາມ ຈັດກອງປະຊຸມສາກົນກ່ຽວກັບການທ່ອງທ່ຽວຊົນນະບົດ ຄັ້ງທີ 1 ແລະວາລະປະຊຸມປະຈຳປີເຄືອຂ່າຍບ້ານທ່ອງທ່ຽວດີທີ່ສຸດຂອງ UN Tourism.

ພິທີປິດຊຸດຝຶກອົບຮົມຫົວເລື່ອງສະເພາະວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ

ພິທີປິດຊຸດຝຶກອົບຮົມຫົວເລື່ອງສະເພາະວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ຫວ່າງ​ມໍ່ໆ​ນີ້, ວິທະຍາຄານ​ສັນຕິບານ​ປະຊາຊົນ ​​ໄດ້​ຈັດ​ພິທີ​ປິດ​ຊຸດ​ອົບຮົມຫົວຂໍ້ສະເພາະ​ກ່ຽວ​ກັບ​ວຽກງານ​ຕ້ານ​ການ​ເຄື່ອນ​ໄຫວ​ສວຍ​ໃຊ້​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ເພື່ອລ່ວງລະເມີດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ໃຫ້​ແກ່​ພະນັກງານ​ກະຊວງ​ປ້ອງກັນຄວາມສະຫງົບ ​ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.

ຫວຽດນາມ-ລາວ ລາດຕະເວນສອງຝ່າຍຢູ່ເຂດຊາຍແດນ

ຫວຽດນາມ-ລາວ ລາດຕະເວນສອງຝ່າຍຢູ່ເຂດຊາຍແດນ

ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ - ລາວ

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ກ່ຽວກັບວິຊາສະເພາະວຽກງານກຳມະບານໃນກອງທັບ ປີ 2024.

ງານຕະຫຼາດນັດ​ສິນຄ້າ: ຂົວ​ເຊື່ອມຕໍ່​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ງານຕະຫຼາດນັດ​ສິນຄ້າ: ຂົວ​ເຊື່ອມຕໍ່​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ຍສໝ - ການຈັດ​ງານຕະຫຼາດນັດການຄ້າ​ລະຫວ່າງ​ຫວຽດນາມ - ລາວ ​ເປັນ​ປະຈຳ ​ບໍ່​ພຽງ​ແຕ່ມີບົດບາດເປັນ​ຂົວ​ຕໍ່ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ໄດ້​ພົບ​ປະ, ​ແລກປ່ຽນປະສົບການ, ຖ່າຍທອດ​ເຕັກ​ໂນ​ໂລຢີ, ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ຮ່ວມທຸລະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຫດການ​ການ​ເມືອງ, ​ເສດຖະກິດ - ສັງຄົມ​ທີ່​ມີ​ຄວາມ​ໝາຍ ເພື່ອປະກອບສ່ວນປັບປຸງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ - ລາວ.

ວັນບຸນເຝີຫວຽດນາມ ຢູ່ອາຟຼິກາໃຕ້- ໂຄສະນາອາຫານຫວຽດນາມ ເຖິງເພື່ອນມິດອາຟຼິກາ

ວັນບຸນເຝີຫວຽດນາມ ຢູ່ອາຟຼິກາໃຕ້- ໂຄສະນາອາຫານຫວຽດນາມ ເຖິງເພື່ອນມິດອາຟຼິກາ

ຍສໝ - ນັບ​ແຕ່​ຕອນເຊົ້າ, ຊາວ​ອາ​ຟຼິກາໃຕ້ຫຼາຍຄົນ, ສະມາຊິກ​ຄະນະ​ການ​ທູດ​ຈາກ​ບັນດາປະ​ເທດ​ຕ່າງໆ ​ແລະ ປະຊາ​ຄົມ​ຊາວຫວຽດນາມ ອາ​ໄສ, ​ເຮັດ​ວຽກ ​ແລະ ຮ່ຳຮຽນ​ຢູ່ອາ​ຟຼິກາໃຕ້ ​ໄດ້ລຽນແຖວຢູ່ເຂດແນະນຳ​​ເຝີ ແລະ ອາຫານຂອງ​ຫວຽດນາມ ​ຢ່າງກະຕືລືລົ້ນ.

ຫວຽດນາມ ແລະຄວາມຮັບຜິດຊອບສາກົນໃນວຽກງານປ້ອງກັນອັກຄີໄພ ແລະ ກູ້ຊີບກູ້ໄພຢູ່ ລາວ ແລະກຳປູເຈຍ

ຫວຽດນາມ ແລະຄວາມຮັບຜິດຊອບສາກົນໃນວຽກງານປ້ອງກັນອັກຄີໄພ ແລະ ກູ້ຊີບກູ້ໄພຢູ່ ລາວ ແລະກຳປູເຈຍ

ຍສໝ - ໃນ​ວຽກ​ງານ​ປ້ອງ​ກັນອັກຄີໄພ ​ແລະ ກູ້ຊີບກູ້​ໄພ, 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ​ໄດ້​ມີ​ການ​ຮ່ວມ​ມື​ທີ່ລະອຽດ ​ແລະ ​ແທດ​ຈິງ​ໃນ​ການ​ຝຶກ​ອົບຮົມ ​ແລະ ສົມທົບ​ກັນ, ໜູນ​ຊ່ວຍ​ວຽກ​ງານ​ດັບ​ເພີງ ​ແລະ ກູ້ຊີບກູ້​ໄພ​ຢູ່​ເຂດ​ຊາຍ​ແດນ ເຮັດໃຫ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ 3 ປະ​ເທດເລິກເຊິ່ງກວ່າ.

ບັນດາວິສາຫະກິດຝຣັ່ງ ຊອກຮູ້ກາລະໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ

ບັນດາວິສາຫະກິດຝຣັ່ງ ຊອກຮູ້ກາລະໂອກາດຮ່ວມມືລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ

ຍສໝ - ຫວ່າງແລ້ວນີ້, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນສະຫະພັນນາຍຈ້າງຝຣັ່ງ (MEDEF) ນໍາໂດຍທ່ານ Francois Corbin, ຜູ້ຕາງໜ້າພິເສດຂອງກະຊວງເອີລົບ ແລະການຕ່າງປະເທດຝຣັ່ງ, ທັງເປັນຮອງປະທານ MEDEF ທີ່ພວມຢ້ຽມຢາມ, ຊອກຮູ້ກາລະໂອກາດຮ່ວມມືລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.

ທຶນຊ່ວຍເຫຼືອຂອງ ຫວຽດນາມ ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງ ລາວ

ທຶນຊ່ວຍເຫຼືອຂອງ ຫວຽດນາມ ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງ ລາວ

ຍສໝ - ​ໄລຍະ 2021-2025, ຫຼາຍ​ໂຄງການ​ໜູນ​ຊ່ວຍ​ ຫວຽດນາມ ​ໄດ້ດຳເນີນການເຄື່ອນໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມຢ່າງ​ຕັ້ງໜ້າ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ຍົກສູງລາຍ​ຮັບ​ໃຫ້​ຄົນ​ງານ​ນັບ​ພັນ​ຄົນ, ​ເພີ່ມເຕີມແຫຼ່ງລາຍ​ຮັບ​ໃຫ້​ງົບປະມານ​ແຫ່ງ​ລັດ ລາວ...

ຊອກຫາເພື່ອນຮ່ວມກົມກອງໃນດິນແດນລ້ານຊ້າງ

ຊອກຫາເພື່ອນຮ່ວມກົມກອງໃນດິນແດນລ້ານຊ້າງ

ຍສໝ - ໃນຕະຫຼອດ 40 ປີຜ່ານມາ, ທຸກໆລະດູແລ້ງ, ພະນັກງານ, ນັກຮົບກອງທ້ອນໂຮມກອງບັນຊາ​ການ​ທະຫານ​ແຂວງ ​ເງ້ອານ ໄດ້​ເປ້​ກະ​ເປົ໋າ​ເດີນທາງ​ໄປ​ຊອກ​ຄົ້ນ, ​ເກັບ​ກູ້ ​ແລະ ນຳອັດຖິ​ຂອງ​ນັກຮົບທີ່ສະຫຼະຊີວິດເພື່ອຊາດ, ທະຫານອາສາ​ສະໝັກ, ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ຢູ່​ລາວ ກັບ​ຄືນ​ເມືອບ້ານ​ເກີດ​ເມືອງ​ນອນ. ນີ້​ບໍ່​ພຽງ​ແຕ່ຄວາມຮູ້ບຸນຄຸນ​ຜູ້​ເສຍ​ຊີວິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຢັ້ງຢືນ​ເຖິງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ.

ກອງຊ່າງແສງ, ແພດທະຫານຫວຽດນາມ ແລະອິນເດຍ ຝຶກແອບທັກສະກ່ຽວກັບການຮັກສາສັນຕິພາບ

ກອງຊ່າງແສງ, ແພດທະຫານຫວຽດນາມ ແລະອິນເດຍ ຝຶກແອບທັກສະກ່ຽວກັບການຮັກສາສັນຕິພາບ

ຍສໝ - ໃນຂອບເຂດການຝຶກຊ້ອມສອງຝ່າຍລະຫວ່າງຫວຽດນາມ ແລະອິນເດຍ ກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ ປີ 2024 (VINBAX 2024) ດ້ວຍຫົວຂໍ້ “ຜັນຂະຫຍາຍການເຄື່ອນໄຫວ ແລະປະຕິບັດໜ້າທີ່ຂອງກອງຊ່າງແສງ ສົມທົບກັບແພດທະຫານ ໃນຮູບແຖວກົມກອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ” ແຕ່ວັນທີ 3-24 ພະຈິກ ຢູ່ອິນເດຍ, ກໍາລັງຮັກສາສັນຕິພາບຂອງສອງປະເທດ ໄດ້ສົມທົບກັນຝຶກແອບປະຕິບັດບັນດາທັກສະປະຕິບັດໜ້າທີ່ ເມື່ອເກີດສະພາວະການໃຫ້ແທດເໝາະກັບສະພາບຕົວຈິງຂອງຄະນະປະຕິບັດງານ.

ກວດກາວຽກງານກະກຽມຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024

ກວດກາວຽກງານກະກຽມຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024

ຍສໝ - ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານກະກຽມຈັດຕັ້ງງານວາງສະແດງຢູ່ເຂດສະໜາມບິນຢາເລິມ, ຮ່າໂນ້ຍ. ທ່ານພົນໂທ ຟຸ່ງສີ໊ເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ໄດ້ເຂົ້າຮ່ວມພ້ອມກັບຄະນະ.

ກະຊວງປ້ອງກັນປະເທດຫວຽດນາມ ພົບປະສັງສັນນັກຮົບເກົ່າ ລັດເຊຍ

ກະຊວງປ້ອງກັນປະເທດຫວຽດນາມ ພົບປະສັງສັນນັກຮົບເກົ່າ ລັດເຊຍ

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສະຫະພັນລັດເຊຍ, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະອະນຸກຳມະການຫວຽດນາມ ໃນຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ຖະຫວາຍດອກໄມ້ທີ່ອະນຸສາວະລີປະທານ ໂຮ່ຈີມິນ ຢູ່ນະຄອນ Saint Petersburg ແລະເປັນປະທານການພົບປະນັກຮົບເກົ່າ ພ້ອມດ້ວຍຍາດຕິພີ່ນ້ອງຂອງນະຄອນ Saint Petersburg ທີ່ໄດ້ຊ່ວຍຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ.

ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ໂອຕຣິດ ໃນ 4 ຂົງເຂດຈຸດສຸມ

ສະເໜີຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ - ໂອຕຣິດ ໃນ 4 ຂົງເຂດຈຸດສຸມ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່ ​ຮ່າ​ໂນ້ຍ, ທ່ານ ​ເຈິນ​ຕວ໋ນ​ແອງ, ປະທານ​ສະມາຄົມ​ມິດຕະພາບ ​ຫວຽດນາມ - ໂອຕຣິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ໂອຕຣິດ ປະຈຳ ຫວຽດນາມ Philipp Agathonos ​ເພື່ອແນໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ສົມທົບກັນຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ.

ຍີ່ປຸ່ນ: ຫວຽດນາມ ຈະກາຍເປັນປະເທດນຳໜ້າຢູ່ພາກພື້ນອາຊີ ໂດຍໄວ

ຍີ່ປຸ່ນ: ຫວຽດນາມ ຈະກາຍເປັນປະເທດນຳໜ້າຢູ່ພາກພື້ນອາຊີ ໂດຍໄວ

ຍສໝ - ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານ Ishiba Shigeru ນາຍົກລັດຖະມົນຕີຍີ່ປຸ່ນ.

ຢືນຢັນການປະກອບສ່ວນຂອງທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ

ຢືນຢັນການປະກອບສ່ວນຂອງທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ

ຍສໝ - ວັນທີ 9 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ດ່າໜັງ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ.

ຫວຽດນາມ - ອິນເດຍ ດຳເນີນການຝຶກຊ້ອມສອງຝ່າຍຢູ່ພູມສາດຕົວຈິງ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2024

ຫວຽດນາມ - ອິນເດຍ ດຳເນີນການຝຶກຊ້ອມສອງຝ່າຍຢູ່ພູມສາດຕົວຈິງ ກ່ຽວກັບການຮັກສາສັນຕິພາບ ສປຊ ປີ 2024

ຍສໝ - ການຝຶກຊ້ອມສອງຝ່າຍກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ລະຫວ່າງຫວຽດນາມ ແລະອິນເດຍ ປີ 2024 (VINBAX 2024) ພວມດຳເນີນໄປດ້ວຍການເຄື່ອນໄຫວແທດຈິງຫຼາຍຢ່າງລະຫວ່າງກຳລັງການແພດທະຫານ, ທະຫານຊ່າງແສງ ຮັກສາສັນຕິພາບຂອງຫວຽດນາມ ແລະອິນເດຍ ທີ່ກອງພັນໃຫຍ່ຊ່າງແສງ 67 ຂຶ້ນກັບກອງພົນນ້ອຍຊ່າງແສງ 474, ທະຫານພາກຕາເວັນຕົກ ເຊິ່ງຕັ້ງທັບຢູ່ໃນ Ambala ແລະກອງພົນນ້ອຍ 474 ຢູ່ Chandimandir, Panchkula, Haryana ຂອງອິນເດຍ.