ຍສໝ - ການຄົ້ນຄວ້າການນຳໃຊ້ເຕັກໂນໂລຊີ AI ໂດຍ ທ່ານ ປອ ເຈື່ອງວັນຕຽນ ໄດ້ເອົາລົງພິມໃນວາລະສານທີ່ມີຊື່ສຽງ 2 ສະບັບ ແລະ ວາລະສານອາເມລິກາ ຫຼາຍສະບັບຢູ່ອາເມລິກາໄດ້ລົງພິມຂ່າວ.
ຍສໝ - ຕໍ່ໜ້າບັນດາການກະທຳພຽງລຳພັງຝ່າຍດຽວຂອງຈີນ, ສະມາຄົມມິດຕະພາບແບນຊິກ - ຫວຽດນາມໄດ້ເນັ້ນໜັກວ່າ ຊາວປະມົງຫວຽດນາມຕ້ອງໄດ້ຮັບຄວາມປອດໄພໃນການຫາປາຢູ່ ເຂດທະເລຂອງປະເທດນີ້. ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກຄວນໄດ້ຮັບການແກ້ໄຂໃນຂອບເຂດຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ຍສໝ - ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນເຂດຍຸດທະສາດ, ແຕ່ຍັງ ເປັນເຂດເພື່ອຄວາມຢູ່ລອດ (ການພັດທະນາ ແລະ ຄວາມໝັ້ນຄົງ) ຂອງບັນດາປະເທດ ASEAN ເທົ່ານັ້ນ, ແຕ່ຍັງເປັນ ເສັ້ນທາງເສດຖະກິດທີ່ສຳຄັນ ແລະ ແມ່ນເສັ້ນທາງຂົນສົ່ງ “ສາຍເລືອດ” ຂອງພາກພື້ນອາຊີ - ປາຊີຟິກ ແລະ ຂອງໂລກ ອີກດ້ວຍ.
ໃນຈຳນວນ 19 ປະເທດໃນພາກພື້ນ ອາຊີ, ຫວຽດນາມ ຢືນອັນດັບທີ 4. ໃນນັ້ນ, ຫວຽດນາມ ນຳໜ້າພາກພື້ນໃນຂົງເຂດກົດໝາຍ ແລະ ນະໂຍບາຍ ພ້ອມກັບ ຟີລິບປິນ ແລະ ໄທ; ຢືນອັນດັບທີ 2 ໃນຂົງເຂດຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ ເຊິ່ງຖັດມາຈາກ ສິງກະໂປ.
ຍສໝ - ທ່ານ ຫງວຽນດຶກແທງ ອຸປະທູດການຄ້າຫວຽດນາມ ປະຈຳ ອີຕາລີ ໄດ້ແນະນຳກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ, ເປັນພື້ນຖານເສດຖະກິດເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນ.
ຍສໝ - ຂໍ້ມູນຢ່າງເປັນທາງການໃຫ້ຮູ້ວ່າ GDP ໄຕມາດທີ 2 ຂອງຫວຽດນາມ ຄາດວ່າເພີ່ມຂຶ້ນປະມານ 0,4%, ເຖິງວ່າໂລກລະບາດໄດ້ສ້າງບັນດາຜົນກະທົບທາງລົບຕໍ່ການທ່ອງທ່ຽວ ແລະ ສົ່ງອອກຫວຽດນາມກໍ່ຕາມ.
ຍສໝ - ເຫດການໄດ້ຈັດຂຶ້ນດ້ວຍຫຼາຍການເຄື່ອນໄຫວທາງດ້ານວັດທະນະທຳສີລະປະຄື: ເຕັ້ນສາກ, ບັນລະຍາຍດ້ວຍຫົວຂໍ້ “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ເປັນຊາວຫວຽດນາມ”.
ຍສໝ - ທຸກໆການເຄື່ອນໄຫວລາດຕະເວນ ແລະ ດຳເນີນການຊ້ອມຮົບທະຫານຂອງ ໄທເປ ຢູ່ເຂດທະເລອ້ອມຂ້າງເກາະບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ແມ່ນການລະເມີດອະທິປະໄຕຫວຽດນາມ ຢ່າງຮ້າຍແຮງ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄທເປ ຢຸດຕິທຸກການເຄື່ອນໄຫວທີ່ຜິດກົດໝາຍນີ້ ແລະ ບໍ່ໃຫ້ເກີດຂຶ້ນຄືນໃນອະນາຄົດ…
ຍສໝ - ຫວຽດນາມ ໄດ້ລົງຄະແນນສຽງເຫັນດີຕໍ່ມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ແລະ ກ່າວປະນາມຢ່າງເຂັ້ມແຂງງ ຕໍ່ການໂຈມຕີພົນລະເຮືອນ ແລະ ພື້ນຖານໂຄງລ່າງພົນລະເຮືອນທີ່ສຳຄັນຢູ່ເຂດ Gaza.
ຍສໝ - ນັກສະແດງຍິງເຊື້ອຊາດ ຫວຽດນາມ Kelly Marie ເຈິ່ນ ລອດເຂົ້າຕອບບັນດາຊີລາຍຊື່ ຊາວອາຊີ 100 ຄົນທີ່ມີຜົນກະທົບໃນປີ 2021.
ຍສໝ - ໃນຕອນເຊົ້າຂອງວັນທີ 24 ກັນຍາ 2019, ກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບຄັ້ງທີ 4 (MSEAP 4) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Nur Sultan, ປະເທດ ກາຊັກສະຖານ.
ຍສໝ - ຄະນະປະຕິບັດງານຂອງຄະນະຈັດຕັ້ງການອຸປະຖຳສະໜັບສະໜູນປະຊາຊົນທີ່ຖືກຜົນເສຍຫາຍຍ້ອນໄພນ້ຳຖ້ວມຢູ່ເຂດຕາເວັນຕົກສ່ຽງໃຕ້ປະເທດ ເຢຍລະມັນ ຂຶ້ນກັບ ສູນການຄ້າ ດົ່ງຊວັນ ໄດ້ໄປຍັງນະຄອນ Mainz - ເມືອງຫຼວງຂອງ ລັດ Rheinland Pfalz ໂດຍແມ່ນລັດທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດໃນເຫດໄພນ້ຳຖ້ວມໃນໄລຍະຜ່ານມາ ເພື່ອມອບຂອງຂວັນເປັນຈຳນວນ 40.452,40 Euro.
ຍສໝ - ຫວ່າງແລ້ວນີ້, ໝາກອາໂວກາໂດ ແຊ່ເຢັນ ແນວພັນ Booth 7 ຈາກບັນດາແຂວງເຕີຍງວຽນຂອງ ຫວຽດນາມ ຈຳນວນ 3 ໂຕນ ໄດ້ຈຳໜ່າຍຢູ່ຕະຫຼາດ ອົດສະຕາລີ,
ໜັງສືພິມ The Sydney Morning Herald ໃຫ້ຮູ້ວ່າ, ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຈະແມ່ນສັນຍານທີ່ສະແດງໃຫ້ເຫັນວ່າ ອົດສະຕາລີ ພວມຍູ້ແຮງການຮ່ວມມືໃນຂົງເຂດຄວາມໝັ້ນຄົງ ກັບ ຫວຽດນາມ.
ຍສໝ - ຫລັງຈາກສະມາຊິກສະພາສູງອາເມລິກາ 4 ຄົນໄດ້ກ່າວປະນາມການກະທຳຂອງ ຈີນ, ສະມາຊິກສະພາສູງ ຜູ້ທີ 5, ທ່ານ Tom Cotton, ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ເຂດທະເລຂຶ້ນກັບໝູ່ເກາະ ເຈືອງຊາ ຂອງ ຫວຽດນາມຢູ່ທະເລຕາເວັນອອກ.
ຍສໝ - ເຂົ້າຮ່ວມການເຄື່ອນໄຫວທຳການກຸສົນໜູນຊ່ວຍຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ຊີຣີ, ນັກສຶກສາຫວຽດນາມ ຢູ່ລັດເຊຍ ບໍ່ພຽງແຕ່ປະກອບສ່ວນຊ່ວຍຜູ້ປະສົບເຄາະຮ້າຍເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນມູນເຊື້ອ ຊ່ວຍເຫຼືອເຊິ່ງກັນແລະກັນຂອງຊາດ, ປະກອບສ່ວນໂຄສະນາພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ໄປຍັງເພື່ອນມິດສາກົນ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການນິຕິກຳ (ຄະນະກຳມະການເລກ 6) ສະມັດຊາໃຫຍ່ ສປຊ ຊຸດທີ 76 ຈັດວາລະປຶກສາຫາລືຄົບຄະນະກ່ຽວກັບຫົວຂໍ້ອຳນາດນິຕິບັນຍັດ ຢູ່ລະດັບຊາດ ແລະ ສາກົນທີ່ມີບົດບາດສຳຄັນໃນການຮັກສາສັນຕິພາບ - ຄວາມໝັ້ນຄົງສາກົນ, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນບັນດາສິດທິມະນຸດ.
ຍສໝ - ຕອນເຊົ້າວັນທີ 14 ມີນາ, ມີຊາວຫວຽດນາມ ນັບຮ້ອຍຄົນສືບຕໍ່ໄປຍັງອະນຸສາວາລີນັກຮົບ ງາກມາ ຈູດທູບໄຕ້ທຽນອາໄລຫານັກຮົບວິລະຊົນ 64 ຄົນທີ່ເສຍສະຫຼະຊີວິດເພື່ອປົກປັກຮັກສາສິດອະທິປະໄຕອັນສັກກະລະບູຊາຂອງປະເທດຊາດ.
ຍສໝ - ປຶ້ມດັ່ງກ່າວ ໄດ້ພິມອອກເປັນສອງພາສາ ຫວຽດນາມ - ອັງກິດ, ມີຄວາມໜາກວ່າ 300 ໜ້າ. ຜ່ານປຶ້ມດັ່ງກ່າວ, ບັນດາເພື່ອນມິດ, ບັນດາການເດີນທາງ ແລະ ການປະກອບສ່ວນຂອງຄະນະກຳມະການ ຫວຽດນາມ ສາມັກຄີ ແລະ ການຮ່ວມມື ອາຊີ - ອາຟຣິກາ - ອາເມລິກາລາຕິນ ສຳລັບເປົ້າໝາຍສັນຕິພາບ, ຄວາມສາມັກຄີ, ມິດຕະພາບ, ເອກະລາດແຫ່ງຊາດ, ຄວາມກ້າວໜ້າຂອງສັງຄົມ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ອາຊີ-ອາຟຣິກາ-ອາເມລິກາລາຕິນ ເວົ້າສະເພາະ ແລະ ທົ່ວໂລກ ເວົ້າລວມ ໄດ້ຍົກອອກຢ່າງພົ້ນເດັ່ນ.
ຍສໝ - ທ່ານຮອງສາດສະດາຈານ, ປອ.ເລືອງງອກເຂວ ໄດ້ແບ່ງປັນກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ປະເທດຫວຽດນາມ ແລະ ວິທີການທີ່ລັດຖະບານບັນດາປະເທດຮັບມືກັບໂລກລະບາດ Covid – 19.ບັນດາໝາກຜົນເບື້ອງຕົ້ນໃນວຽກງານປິ່ນປົວ ແລະ ຄວບຄຸມໂລກລະບາດ, ກໍ່ຄືບົດຮຽນປະສົບການຈຳນວນໜຶ່ງເພື່ອບັນລຸຄວາມສຳເລັດໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.