ປຶກສາຫາລືວິທີແກ້ໄຂ ເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມ ຫວຽດນາມ ແລະ ລາວ

ປຶກສາຫາລືວິທີແກ້ໄຂ ເພື່ອເສີມຂະຫຍາຍບົດບາດຂອງຊາວໜຸ່ມ ຫວຽດນາມ ແລະ ລາວ

ຍສໝ - ວັນທີ 20 ສິງຫາ, ສະຖາບັນຊາວໜຸ່ມ ຫວຽດນາມໄດ້ຈັດຕັ້ງກອງປະຊຸມ ສົນທະນາ “ຄວາມຮັບຜິດຊອບ ແລະ ບົດບາດຂອງຊາວໜຸ່ມ ສອງປະເທດໃນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີແຫ່ງມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ”.

ການພົວພັນລະຫວ່າງຫວຽດນາມ ແລະ ລາວ ໄດ້ສືບຕໍ່ພັດທະນາຢ່າງດີງາມ

ການພົວພັນລະຫວ່າງຫວຽດນາມ ແລະ ລາວ ໄດ້ສືບຕໍ່ພັດທະນາຢ່າງດີງາມ

ຍສໝ - ຕອນບ່າຍວັນທີ 20 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດສປປ. ລາວ ບຸນປອນ ບຸດຕະນະວົງ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ຫວຽດນາມ ແລະ ລາວ ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບ

ຫວຽດນາມ ແລະ ລາວ ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບ

ຍສໝ - ໃນວັນທີ 15 ສິງຫາ, ທີ່ນະຄອນວິງ ແຂວງເງະອານ, ໄດ້ດໍາເນີນກອງປະຊຸມແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນລະຫວ່າງສອງແຂວງເງະອານ ແລະບໍລິຄໍາໄຊ.

ກອງທັບຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນການປົກປັກຮັກສາການເມືອງພາຍໃນ

ກອງທັບຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນການປົກປັກຮັກສາການເມືອງພາຍໃນ

ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ທີ່ສຳນັກງານໃຫຍ່ກະຊວງປ້ອງກັນປະເທດ, ທ່ານພົນໂທ ເຈີນ ກ່ວາງ ເຝືອງ, ກຳມະການສູນກາງພັກ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບປະຊາຊົນ ໄດ້ຕ້ອນຮັບ ທ່ານພົນຈັດຕະວາ ບຸນລຽນ ແສງພະຈັນ, ຫົວໜ້າກົມການປົກປ້ອງພາຍໃນ, ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ຫວຽດນາມ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ຍສໝ - ໃນວັນທີ 5 ສິງຫາ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະຜູ້ແທນຫ້ອງສະໝຸດ ກອງທັບຫວຽດນາມ ນຳ ໂດຍທ່ານນາງ ພັນເອກ ເຈີນ ຖິ ບີກ ເຫ໋ວ - ຜູ້ອຳນວຍການຫໍສະໝຸດ ໄດ້ມີການແລກປ່ຽນກັບຄະນະຜູ້ແທນຫ້ອງສະໝຸດກອງທັບລາວ ນຳພາ ໂດຍ ຜູ້ອຳນວຍການຫ້ອງສະໝຸດ ພັນຕີ ພີມຝ້າ ພານຍາຫຼັກ

ເພີ່ມທະວີຄວາມສາມັກຄີເຂດຊາຍແດນ ລະຫວ່າງຫວຽດນາມ ແລະ ລາວ

ເພີ່ມທະວີຄວາມສາມັກຄີເຂດຊາຍແດນ ລະຫວ່າງຫວຽດນາມ ແລະ ລາວ

ພາຍຫຼັງດໍາເນີນບັນດາການເຄື່ອນໄຫວຢູ່ສອງປະເທດ, ເປັນເວລາ 2 ມື້ (ວັນທີ 29 ແລະ 30 ກໍລະກົດ), ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

ການເຝິກອົບຮົມກອງທັບ ລະຫວ່າງຄະນະພະນັກງານກອງທັບ ຫວຽດນາມ ແລະ ລາວ

ການເຝິກອົບຮົມກອງທັບ ລະຫວ່າງຄະນະພະນັກງານກອງທັບ ຫວຽດນາມ ແລະ ລາວ

ຍສໝ - ໃນວັນທີ 1 ສິງຫາ, ກອງບັນຊາການທະຫານແຂວງແທງຮວາ, ໄດ້ຈັດຕັ້ງ ຊຸດເຝິກອົບຮົມວຽກງານເສນາທິການພະລາທິການ ແລະ ວຽກງານຄ້າຍທະຫານ ໂດຍກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ. ໄດ້ເຂົ້າຮ່ວມຊຸດເຝິກອົບຮົມ ມີຄະນະພະນັກງານພະລາທິການກອງທັບປະຊາຊົນລາວລວມມີສໍາມະນາກອນ 25 ຄົນ.

ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

ຊາວໜຸ່ມຫວຽດນາມ ແລະ ລາວ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ

ຍສໝ - ໃນຕອນເຊົ້າວັນທີ 31 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ ຄະນະອາສາສະໝັກໄວໜຸ່ມນະຄອນຫຼວງຮ່າໂນ້ຍ ນຳໂດຍທ່ານ ຫງວຽນດຶກຕຽນ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ໄປຢ້ຽມຢາມຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ແລະຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານ ໄກສອນ ພົມວິຫານ.

ນັກ​ຮ້ອງ​ ຫວຽດນາມ ແລະ ລາວ ​​ໄດ້ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ “ງານ​ປະ​ກວດສຽງເພງອາ​ຊຽນ + 3” ປີ 2019

ນັກ​ຮ້ອງ​ ຫວຽດນາມ ແລະ ລາວ ​​ໄດ້ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ “ງານ​ປະ​ກວດສຽງເພງອາ​ຊຽນ + 3” ປີ 2019

ງານປະກວດ “ສຽງເພງອາຊຽນ +3” ໄດ້ຈັດຂຶ້ນໃນວັນທີ 26 - 28 ກໍລະກົດ 2019 ຢູ່ ນະຄອນຫ້າລອງແຂວງກວ໋າງນີງ ສສ ຫວຽດນາມ.

ເພີ່ມທະວີການຮ່ວມມື ລະຫວ່າງ ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມື ລະຫວ່າງ ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ລາວ

ຍສໝ - ຕາມສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ, ຮັບຄຳເຊີນຂອງທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າສຳນັກງານນາຍົກ ແຫ່ງ ສປປ ລາວ ເພັດ ພົມພິພັກ, ລັດຖະມົນຕີກະ ຫົວໜ້າຫ້ອງວ່າສຳນັກງານນາຍົກຫວຽດນາມ, ທ່ານ ມາຍ ຕ໋ຽນ ຢຸ໋ງ ເປັນຫົວໜ້ານຳພາຄະນມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວໃນວັນທີ 19-20 ກໍລະກົດ.

ລັດຖະບານຫວຽດນາມ ແລະ ລາວ ເອກະພາບສືບຕໍ່ຊອກຫາ ບ່ອນບົ່ງສົບອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ລັດຖະບານຫວຽດນາມ ແລະ ລາວ ເອກະພາບສືບຕໍ່ຊອກຫາ ບ່ອນບົ່ງສົບອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ

ຍສໝ - ໃນວັນທີ 2 ກໍລະກົດ, ຢູ່ແຂວງ ຫຼວງພະບາງ - ລາວ, ໄດ້ຈັດຕັ້ງການພົບປະເຈລະຈາລະຫວ່າງຄະນະປະຕິບັດວຽກງານພິເສດຂອງລັດຖະບານສອງປະເທດ ຫວຽດນາມ - ລາວ.

ຊຸກຍູ້ການຮ່ວມມື ລະຫວ່າງ ກອງທັບ ຫວຽດນາມ ແລະ ລາວ

ຊຸກຍູ້ການຮ່ວມມື ລະຫວ່າງ ກອງທັບ ຫວຽດນາມ ແລະ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 4 ມິຖຸນາ 2019, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ໂງ ມິງ ຕຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກົມໂຮງຮຽນ-ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ໂດຍທ່ານພັນເອກ ຄຳຕາ ວົງວັນດີ, ຫົວໜ້າກົມເປັນຫົວໜ້າຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ເພີ່ມທະວີສາຍພົວພັນທີ່ເຂັ້ມແຂງລະຫວ່າງຫວຽດນາມ ແລະ ລາວ

ເພີ່ມທະວີສາຍພົວພັນທີ່ເຂັ້ມແຂງລະຫວ່າງຫວຽດນາມ ແລະ ລາວ

ຍສໝ -ທ້າຍເດືອນທີ່ຜ່ານມາ, ທີ່ສູນປະຊຸມນະຄອນຫ໋າຍຟ່ອງ, ທ່ານ ຫງວຽນ ດິ່ງ ຈ໋ວຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຫ໋າຍ ຟ່ອງ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານຂອງລັດຖະບານ ແລະ ສະພາກາແດງລາວ ໂດຍ ທ່ານ ວີໄລພອນ ສີສົມຫວັງ, ຮັກສາການຫົວໜ້າກົມ ສະຫວັດດິການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ເປັນຫົວຫນ້າ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຫ໋າຍ ຟ່ອງ.

ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

ຍສມ - ຕອບຮັບຄຳເຊີນຂອງ ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ, ແຕ່ວັນທີ 30/5-3/6, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະຈັດຄະນະຜູ້ແທນ ປະກອບມີຜູ້ແທນ 10 ທ່ານ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ຕໍາຫລວດ ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

ຕໍາຫລວດ ຫວຽດນາມ ແລະ ລາວ ແລກປ່ຽນບົດຮຽນວຽກງານວິຊາສະເພາະ

ເມື່ອມໍ່ໆມານີ້, ທີ່ກະຊວງປ້ອງກັນຄວາມສະຫງົບ, ກົມຕໍາຫລວດ ກວດຄົນ ເຂົ້າ-ອອກ ເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງ ປ້ອງກັນ ຄວາມສະຫງົບ ສປປ ລາວ ແລະ ກົມຄຸ້ມຄອງ ການເຂົ້າ-ອອກເມືອງ ກະຊວງ ຕໍາຫລວດ ສສ ຫວຽດນາມ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ.

ຫວຽດນາມ ແລະ ລາວ ປຶກສາຫາລືກ່ຽວກັບບົດບາດສື່ສານມວນຊົນໃນການພັດທະນາການທ່ອງທ່ຽວ

ຫວຽດນາມ ແລະ ລາວ ປຶກສາຫາລືກ່ຽວກັບບົດບາດສື່ສານມວນຊົນໃນການພັດທະນາການທ່ອງທ່ຽວ

ການທ່ອງທ່ຽວ ບໍ່ພຽງແຕ່ ເປັນພາກເສດຖະກິດ ທີ່ນໍາເອົາກຳໄລສ່ວນເກີນໃຫ້ແຕ່ລະປະເທດ, ແຕ່ຍັງເປັນຂົວຕໍ່ໃຫ້ແກ່ພື້ນຖານການວັດທະນະທໍາ ແລະ ສົ່ງເສີມການພົວພັນມິດຕະພາບລະຫວ່າງປະເທດ. ເພື່ອໄດ້ແນວນັ້ນ ຈໍາເປັນຕ້ອງມີການສະຫນັບສະຫນູນໃນການໂຄສະນາ.

ເປີດການພົບປະມິດຕະພາບຂອງຊາວຫນຸ່ມ ຫວຽດນາມ ແລະ ລາວ ປີ 2019 ຢູ່ ເຫງ້ ອານ

ເປີດການພົບປະມິດຕະພາບຂອງຊາວຫນຸ່ມ ຫວຽດນາມ ແລະ ລາວ ປີ 2019 ຢູ່ ເຫງ້ ອານ

ຍສໝ - ນີ້ແມ່ນໂອກາດ ໃນການຈັດງານພົບປະ ຄະນະຜູ້ແທນ ແລະ ຄະນະຊາວຫນຸ່ມ ຂອງ 2 ປະເທດ, ເພື່ອພົບປະ, ແລກປ່ຽນ ແລະ ແບ່ງປັນ ບົດຮຽນ ວຽກງານຊາວໜູ່ມ ແລະ ຂະບວນການເຍົາວະຊົນ ທັງເປັນໂອກາດດີ ສໍາລັບໄວຫນຸ່ມ ໃນການທົບທວນຄືນ ມູນເຊື້ອອັນສະຫງ່າງາມ ຂອງສາຍພົວພັນພິເສດ ຫວຽດນາມ - ລາວ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ຍສໝ - ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ແລະ ທ່ານນາງ ອາລຸນີ ກົມມະສິດ ປະທານຄະນະພະນັກງານການທູດເພດຍິງໃຫ້ຮູ້ວ່າການສ້າງຕັ້ງລາຍການພົບປະແລກປ່ຽນປະຈໍາປີລະຫວ່າງຄະນະພະນັກງານການທູດເພດຍິງ ຫວຽດນາມ - ລາວ ກໍ່ຊ່ວຍໜູນໃນການຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ.

ປະທານສະພາແຫ່ງຊາດຫວຽດນາມ ແລະ ລາວ ປຶກສານອກຮອບ ຢູ່ທີ່ກອງປະຊຸມ ລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27

ປະທານສະພາແຫ່ງຊາດຫວຽດນາມ ແລະ ລາວ ປຶກສານອກຮອບ ຢູ່ທີ່ກອງປະຊຸມ ລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27

ຍສໝ - ການພົບປະນອກຮອບ ໃນກອງປະຊຸມລັດຖະສະພາ ອາຊີ-ປາຊີຟິກ (APPF-27), ວັນທີ 15 ມັງກອນ ຢູ່ ສຽມລຽບ ປະເທດກຳປູເຈຍ, ທ່ານນາງ ຫງວ໋ຽນ ຖິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະກັບ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ