ເພີ່ມທະວີສາຍພົວພັນທີ່ເຂັ້ມແຂງລະຫວ່າງຫວຽດນາມ ແລະ ລາວ

16:24 | 03/06/2019

ຍສໝ -ທ້າຍເດືອນທີ່ຜ່ານມາ, ທີ່ສູນປະຊຸມນະຄອນຫ໋າຍຟ່ອງ, ທ່ານ ຫງວຽນ ດິ່ງ ຈ໋ວຽນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ຫ໋າຍ ຟ່ອງ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານຂອງລັດຖະບານ ແລະ ສະພາກາແດງລາວ ໂດຍ ທ່ານ ວີໄລພອນ ສີສົມຫວັງ, ຮັກສາການຫົວໜ້າກົມ ສະຫວັດດິການສັງຄົມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ ເປັນຫົວຫນ້າ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຫ໋າຍ ຟ່ອງ.

ທີ່ກອງປະຊຸມ, ທ່ານ ຫງວຽນ ດິ່ງ ຈ໋ວຽນ ໄດ້ສະແດງຄວາມຍິນດີທີ່ໄດ້ຕ້ອນຮັບຄະນະຜູ້ແທນ ລາວ , ພ້ອມດຽວກັນນັ້ນ ກໍ່ໄດ້ລາຍງານກ່ຽວກັບບັນດໝາກຜົນກໍ່ຄືຜົນສຳເລັດ ຂອງການພັດທະນາເສດຖະກິດ - ສັງຄົມ ນະຄອນຫ໋າຍຟ່ອງ. ທ່ານ ຫງວຽນ ດິ່ງ ຈ໋ວຽນ ຫວັງເປັນຢ່າງຍິ່ງວ່າ: ໃນອະນາຄົດ, ສາຍພົວພັນຮ່ວມມືສອງຝ່າຍ ລະຫວ່າງ ແຂວງ ຫ໋າຍ ຟ່ອງ ແລະ ບັນດາແຂວງຂອງລາວ ດ້ານການຄ້າ, ກະສິກໍາ ແລະ ປ້ອງກັນ ແລະ ຕ້ານໄພທຳມະຊາດ...ນັບມື້ນັບແໜ້ນແຟ້ນຂື້ນຕື່ມ, ປະກອບສ່ວນເສີມສ້າງສາຍພົວພັນ ລະຫວ່າງ ຫວຽດນາມ - ລາວ ເກີດດອກອອກຜົນສວຍສົດງົດງາມ, ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

ເພີ່ມທະວີສາຍພົວພັນທີ່ເຂັ້ມແຂງລະຫວ່າງຫວຽດນາມ ແລະ ລາວ

ທ່ານ ຫງວຽນ ດິ່ງຈ໋ວຽນ ໄດ້ຕ້ອນຮັບຄະນະຜູ້ແທນຂອງລັດຖະບານ ແລະ ສະພາກາແດງລາວ. (ພາບ: baohaiphong)

ໃນກອງປະຊຸມພົບປະສອງຝ່າຍ ກັບ ການນຳຄະນະກຳມະການນະຄອນ, ຄະນະປະຕິບັດງານລັດຖະບານ ແລະ ສະພາກາແດງລາວ ກໍ່ເຮັດວຽກກັບ ພະແນກກະສິກໍາ ແລະ ພັດທະນາຊົນນະບົດ, ສະພາກາແດງນະຄອນ ຫ໋າຍ ຟ່ອງ ກ່ຽວກັບບັນຫາປ້ອງກັນ ແລະ ຕ້ານໄພທຳມະຊາດ ແລະ ຜົນກະທົບຂອງການປ່ຽນແປງສະພາບອາກາດ ສຳຫຼັບການພັດທະນາເສດຖະກິດຂອງແຕ່ປະເທດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.