ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

00:54 | 15/05/2019

ຍສໝ - ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ແລະ ທ່ານນາງ ອາລຸນີ ກົມມະສິດ ປະທານຄະນະພະນັກງານການທູດເພດຍິງໃຫ້ຮູ້ວ່າການສ້າງຕັ້ງລາຍການພົບປະແລກປ່ຽນປະຈໍາປີລະຫວ່າງຄະນະພະນັກງານການທູດເພດຍິງ ຫວຽດນາມ - ລາວ ກໍ່ຊ່ວຍໜູນໃນການຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ທ່ານນາງ ຫງວຽນ ເຟືອງ ງາ ແລະ ທ່ານນາງ ອາລຸນີ ກົມມະສິດ

ໂດຍຕອບຮັບຕາມຄໍາເຊີນຂອງ ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ປະທານກຸ່ມແມ່ຍິງຊຸມຊົນອາຊຽນທີ່ຮ່າໂນ້ຍ, ທ່ານນາງ ອາລຸນີ ກົມມະສິດ ປະທານຄະນະພະນັກງານການທູດເພດຍິງກະຊວງການຕ່າງປະເທດລາວ ໄດ້ນໍາພາຄະນະຜູ້ແທນພະນັກງານເພດຍິງກະຊວງການຕ່າງປະເທດລາວມາຫວຽດນາມເຂົ້າຮ່ວມລາຍການພົບປະແລກປ່ຽນປະຈໍາປີ ລະຫວ່າງ ຄະນະພະນັກງານການທູດເພດຍິງຂອງກະຊວງການຕ່າງປະເທດສອງປະເທດຫວຽດນາມ - ລາວ ໃນລະຫວ່າງວັນທີ 21-24 ມີນາ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ໄດ້ເນັ້ນຫນັກວ່າ, ພາຍຫຼັງເກືອບ 5 ປີ ຂອງການສ້າງຕັ້ງ, ກົນໄກນີ້ໄດ້ກາຍເປັນສິ່ງສໍາຄັນທີ່ສຸດ, ພ້ອມກັນກັບກົນໄກອື່ນໆທີ່ປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສໍາພັນ ລະຫວ່າງ ພະນັກງານການທູດເພດຍິງຂອງສອງກະຊວງຕ່າງປະເທດ, ປະຕິບັດຂໍ້ຕົກລົງວ່າດ້ວຍການເພີ່ມທະວີໃນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະ 2014-2020, ໂດຍຜ່ານນັ້ນກໍ່ແມ່ນການປະກອບສ່ວນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ລາວ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ໄດ້ສະແດງຄວາມຊົມເຊີຍຕໍ່ປະຊາຊົນລາວໃນບັນດາຜົນສໍາເລັດອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງບົດບາດຂອງປະເທດລາວໃນໄລຍະຜ່ານມາ. ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ເຊື່ອໝັ້ນວ່າຜ່ານກົນໄກແລກປ່ຽນປະຈໍາປີ, ພະນັກງານການທູດຍິງຂອງສອງປະເທດຈະມີເງື່ອນໄຂເພື່ອຮຽນຮູ້, ແລກປ່ຽນປະສົບການດ້ານການພົວພັນຕ່າງປະເທດສອງຝ່າຍ ແລະ ຫຼາຍຝ່າຍ.

ທ່ານນາງ ເອກອັກຄະລັດຖະທູດ ຫງວຽນ ເຟືອງ ງາ ກໍ່ໄດ້ສະເໜີພະນັກງານເພດຍິງທັງໝົດຂອງກະຊວງການຕ່າງປະເທດລາວຈົ່ງສະໜັບສະໜູນໃຫ້ແກ່ເອື້ອຍນ້ອງແມ່ຍິງຫວຽດນາມເກືອບ 50.000 ຄົນທີ່ກໍາລັງດໍາລົງຊີວິດ ແລະ ເຮັດວຽກຢູ່ລາວເພື່ອໃຫ້ເຂົາເຈົ້າໄດ້ຮັບຄວາມສະດວກສະບາຍໃນການເຮັດວຽກ ແລະ ຊີວິດປະຈໍາວັນ, ປະກອບສ່ວນໃນການພັດທະນາຂອງລາວ ແລະ ການພົວພັນມິດຕະພາບອັນພິເສດລະຫວ່າງສອງປະເທດ.

ຮັດແໜ້ນຄວາມສໍາພັນລະຫວ່າງພະນັກງານການທູດເພດຍິງ ຫວຽດນາມ ແລະ ລາວ ກວ່າອີກ

ສອງຝ່າຍໄດ້ຕົກລົງເພີ່ມທະວີໃນການປະສານງານ ແລະ ການສະຫນັບສະຫນູນເຊິ່ງກັນ ແລະ ກັນເພື່ອຊຸກຍູ້ໃນການເຄື່ອນໄຫວຂອງຊຸມຊົນອາຊຽນ, ໂດຍສະເພາະໃນກິດຈະກໍາກ່ຽວກັບຄວາມສະເຫມີພາບລະຫວ່າງຍິງ-ຊາຍ, ຍົກສູງຄວາມສາມາດຂອງແມ່ຍິງ ກໍ່ຄືບັນດາກິດຈະກໍາຕ່າງໆ ແລະ ຂໍ້ຄິດສ້າງໂດຍຫວຽດນາມເປັນປະທານເຊິ່ງໃນບົດບາດເປັນປະທານອາຊຽນ 2020.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.