ການພົບປະມິດຕະພາບລະຫວ່າງ ຊາວໜຸ່ມ ຫວຽດນາມ ແລະ ລາວ 2019

13:43 | 21/05/2019

ຍສໝ - ຕັ້ງແຕ່ວັນທີ 18-20 ພຶດສະພາ, ສະຫະພັນສູນກາງຄະນະຊາວໜູ່ມ ແຂວງກວ້າງບິ່ງ ຈັດກິດຈະກໍາ ພົບປະມິດຕະພາບ ຊາວຫນຸ່ມຫວຽດນາມ - ລາວ 2019.

ການເຂົ້າຮ່ວມໂຄງການແລກປ່ຽນດັ່ງກ່າວນີ້ ມີທ່ານ ປີຢາ ຢາທໍ່ຕູ້ - ຄະນະປະຈຳ, ຫົວໜ້າກົມຂະບວນການຊາວຫນຸ່ມສູນກາງ ສະຫະພັນຊາວຫນຸ່ມປະຊາຊົນປະຕິວັດລາວ; ທ່ານ ເລ ແທ່ງ ຕຸ໋ - ກຳມະການຄະນະບໍລິຫານງານ, ຮອງຫົວຫນ້າສະຫະພັນຊາວຫນຸ່ມ-ແຮງງານ ແລະ ຕົວເມືອງ ສູນກາງ ຮ່ວມກັບຄະນະຜູ້ແທນ 60 ຄົນຈາກປະເທດຈາກລາວ.

ງານການແລກປ່ຽນມິດຕະພາບ ຊາວໜຸ່ມຫວຽດນາມ ແລະ ລາວ 2019 ແມ່ນເຫດການທີ່ມີຄວາມຫມາຍອັນຍິ່ງໃຫຍ່ ສໍາລັບຊາວຫນຸ່ມສອງປະເທດເວົ້າລວມ, ເວົ້າສະເພາະແມ່ນຊາວຫນຸ່ມແຂວງ ກວ້າງ ບີ່ງ.

ການພົບປະມິດຕະພາບລະຫວ່າງ ຊາວໜຸ່ມ ຫວຽດນາມ ແລະ ລາວ 2019

ຄະນະຜູ້ແທນ ຫວຽດນາມ ມອບດອກໄມ້ໃຫ້ ຄະນະຜູ້ແທນລາວ ໃນໂອກາດໂຄງການມິດຕະພາບຊາວຫນຸ່ມຫວຽດນາມ - ລາວປີ 2019. (ພາບ: giaoducthoidai.vn)

ຄະນະຜູ້ແທນ 60 ຄົນຂອງລາວ ທີ່ເຂົ້າຮ່ວມງາມຄັ້ງນີ້ ໄດ້ມີການເຂົ້າຮ່ວມ ວາງດອກໄມ້ທູບທຽນໄຫວ້ອາໄລ ພົນເອກ ວໍ໊ ຫງວຽນ ຢ໋າບ; ອະນຸສາວະລີ ແມ່ ໂສ໋ດ; ທ່ຽວຊົມຊາຍຫາດທະເລ ເຍີດ ເຫຼະ, ທັດສະນີຍະພາບ ຖ້ຳ ຟັອງຍາ; ຮູບແບບການສ້າງວິຊາຊີບຂອງຊາວຫນຸ່ມ…

ນີ້ແມ່ນໂອກາດ ຂອງໄວໜຸ່ມທີ່ຈະໄດ້ຫວນຄືນເຖິງນ້ຳໃຈອັນໃກ້ຊິດສະໜິດແໜ້ນ ຂອງຊາວຫນຸ່ມ ແລະ ປະຊາຊົນສອງປະເທດ, ຮ່ວມກັນເຜີຍແຜ່ແບ່ງປັນເລື່ອງທີ່ດີ ແລະ ວິທີເຮັດວຽກມີຫົວຄິດປະດິດສ້າງ, ຈາກນັ້ນປະກອບສ່ວນຜົນງານເພື່ອເຮັດໃຫ້ສອງປະເທດ ມີຄວາມພັດທະນາ ສູ່ລະດັບໃຫມ່, ເພື່ອສັນຕິພາບ ແລະ ການພັດທະນາໃນທົ່ວໂລກ...

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.