ໃນວັນທີ 29 ສິງຫາ 2020 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ຮ່ວມກັບກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ຈັດພິທີປະດັບຫຼຽນກາ ເສີມສ້າງມິດຕະພາບທາງດ້ານການທະຫານຂອງກະຊວງປ້ອງກັນປະເທດ ສ ຣັດເຊຍ ໃຫ້ແກ່ການນຳ ແລະ ພະນັກງານ - ນັກຮົບກອງທັບປະຊາຊົນລາວ.
ຍສໝ - ດ້ວຍການເຂົ້າຮ່ວມຂອງ 29 ປະເທດໃນພາກພື້ນ, 3 ຫົວຂໍ້ໃຫຍ່ໄດ້ຮັບການປຶກສາຫາລືແມ່ນ: “ຄວາມສຳຄັນ ແລະ ຜົນກະທົບຂອງ COVID-19 ແລະ ໄພນາບຂູ່ດ້ານສຸຂະພາບຂ້າມຊາດ ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ” "ຄວາມໝາຍ ແລະ ຜົນກະທົບຂອງເຕັກໂນໂລຢີໂທລະຄົມມະນາຄົມ 5G ຕໍ່ຄວາມໝັ້ນຄົງແຫ່ງຊາດ" ແລະ "ບົດບາດຂອງລັດທິຫຼາຍຝ່າຍໃນການສົ່ງເສີມອິນເດຍ - ປາຊີຟິກເສລີ ແລະ ເປີດກ້ວາງ".
ຍສໝ - ໃນວັນທີ 22 ກໍລະກົດ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ - ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Cho Han-Deog ຜູ້ອໍານວຍການອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ປະຈໍາ ຫວຽດນາມ.
ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດການນຳໃຊ້ແທ່ນສີລາຈາລຶກກອງຮ້ອຍຫີນເພັດວິລະຊົນ ຢ່າງເປັນທາງການ ຢູ່ທີ່ ສນຊ, ໃນວັນທີ 17 ກໍລະກົດ 2020 ນີ້.
ໃນວັນທີ 13 ກໍລະກົດ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວ ຮັກຊາດ (ຈຳນວນ 16 ທ່ານ) ຂອງລັດຖະບານຫຸ່ນຂາຍຊາດ ຝ່າຍວຽງຈັນ ຢູ່ທີ່ຄ້າຍໂພນເຄັງ ຢ່າງເປັນທາງການ.
ຍສໝ - ວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຜູ້ປະຈຳການຄະນະກຳມະການການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມສົນທະນາຖ່າຍທອດສົດ ກັບທ່ານ Atul Khare - ຮອງເລຂາທິການໃຫຍ່ສະຫະປະຊາຊາດ.
ຍສໝ - ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ - ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ລັດເຊຍ.
ເມື່ອບໍ່ດົນມານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງ ກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທວິໄລ ຫລ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ, ມີພະນັກງານການ ນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.
ເມື່ອບໍ່ດົນມານີ້, ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.
ຍສໝ - ໃນວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໂອ້ລົມສົນທະນາທາງອອນລາຍ ກັບທ່ານ Nishida Yasumori - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ.
ຍສໝ - ໃນຕອນເຊົ້າວັນທີ 15 ພຶດສະພາ ໃນນະຄອນຫຼວງຮ່າໂນ້ຍ (ຫວຽດນາມ) ໄດ້ຈັດກອງປະຊຸມອອນລາຍ ລະຫວ່າງບັນດາເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ເພື່ອປຶກສາຫາລືບັນຫາການສະກັດກັ້ນການລະບາດ ຂອງພະຍາດ Covid-19.
ໃນວັນທີ 23 ເມສາ, ຢູ່ດ່ານຊາຍແດນສາກົນມົກບ່່າຍ, ແຂວງໄຕນິງ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸອຸປະກອນການແພດ ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ແກ່ກະຊວງປ້ອງກັນປະເທດກຳປູເຈຍ ເພື່ອປ້ອງກັນ ແລະ ຕ້ານພະຍາດ Covid-19.
ຍສໝ - ຖະແຫຼງການຂອງ ກະຊວງປ້ອງກັນປະເທດ ອາເມລິກາໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຂໍ້ມູນຂ່າວສານກ່ຽວກັບເຫດກ່ຳປັ່ນຕຳຫຼວດທະເລຈີນ ໄດ້ ແຕະຕ້ອງ ແລະ ຕຳເຮືອຫາປາຂອງ ຫວຽດນາມຈົມນ້ຳຢູ່ບໍລິເວນໃກ້ກັບໝູ່ເກາະເຈືອງຊາ.
ຍສໝ - ວັນທີ 7 ເດືອນເມສາ 2020, ພິທີຕ້ອນຮັບຄະນະນັກຊ່ຽວຊານການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄປຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ພິທີມອບ-ຮັບວັດຖຸອຸປະກອນການແພດທີ່ມີມູນຄ່າກ່ວາ 3 ຕື້ດົ່ງ ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍກະຊວງປ້ອງກັນປະເທດ ລາວ ຕ້ານໂລກລະບາດໂຄວິດ-19 ຢູ່ດ່ານຊາຍແດນ ເກົ່າແຈວ ແຂວງຮ່າຕິງ ປະເທດຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19 ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19.
ຍສໝ - ວັນທີ 23 ເດືອນ ກຸມພາ, ກອງປະຊຸມວົງແຄບ ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ (ADMM ວົງແຄບ) ໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ.
ຍສໝ - ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເປັນປະທານອາຊຽນ ໃນປີ 2020 ຂອງ ຫວຽດນາມ, ກົນໄກການຮ່ວມມືຂອງ ADMM ແລະ ADMM + ຈະສືບຕໍ່ຢືນຢັນບົດບາດສຳຄັນຂອງຕົນໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.
ໃນວັນທີ 14 ກຸມພານີ້, ທີ່ດ່ານສາກົນບໍ່ເຕັນແຂວງຫຼວງ ນໍ້າທາ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ກະ ຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາເອົາເຄື່ອງອຸປະກອນການແພດ ສປ.ຈີນ ມູນຄ່າ 2 ຕື້ກີບ.
ກອງປະຊຸມເປີດກວ້າງຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ ປະຈຳປີ 2019 ແລະ ວາງທິດທາງແຜນ ການປະຈຳປີ 2020 ໄດ້ຈັດຂຶ້ນ ໃນວັນທີ 30 ທັນວານີ້.