ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19

11:46 | 05/03/2020

ຍສໝ - ຕອນເຊົ້າວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19 ຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19.

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19

ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການຝຶກຊ້ອມການສະກັດກັ້ນ, ຕ້ານໂລກລະບາດ Covid – 19. ພາບ: VGP

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຍ້ອງຍໍຊົມເຊີຍ ການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນຂອງກອງທັບນັບແຕ່ໂລກລະບາດ Covid - 19 ຫາກໍ່ເກີດຂຶ້ນແຕ່ຫົວທີ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມກໍ່ຊີ້ແຈ້ງເຖິງຄວາມຮຽກຮ້ອງ 5 ຢ່າງ: ບໍ່ໃຫ້ໂລກພະຍາດແຜ່ລະບາດ; ບໍ່ໃຫ້ຖັນແຖວແພດໝໍຕິດແປດໃສ່ຜູ້ຕໍ່ໆໄປ, ຫຼຸດຜ່ອນການຕາຍຂອງຜູ້ຕິດເຊື້ອໃຫ້ຢູ່ໃນລະດັບຕ່ຳສຸດ, ບໍ່ປະໃຫ້ມີການແຕກຕື່ນໃນສັງຄົມ, ບໍ່ປະໃຫ້ມີຜົນສະທ້ອນບໍ່ດີເຖິງການພັດທະນາເສດຖະກິດ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ໂລກລະບາດ Covid-19 ພວມແຜ່ລະບາດໄປທົ່ວໂລກຢ່າງກ້ວາງຂວາງ. ໂດຍມີຈຸດເລີ່ມຕົ້ນຈາກປະເທດ ຈີນ ນັບແຕ່ເດືອນ ທັນວາ ປີ 2019, ມາຮອດປັກຈຸບັນ, ໂລກລະບາດໄດ້ແຜ່ລາມອອກສູ່ 77 ປະເທດ ແລະ ເຂດແຄ້ວນໃນໂລກ. ນັບແຕ່ເມື່ອມີຂ່າວໂລກພະຍາດ Covid-19 ລະບາດຢູ່ ອູ່ຫັ້ນ, ປະເທດ ຈີນ ນັ້ນ, ຫວຽດນາມ ໄດ້ສ້າງແຜນການ, ວິທີການຮັບມືຢ່າງຮີບດ່ວນ ເພື່ອສະກັດກັ້ນ, ຕ້ານໂລກລະບາດ Covid-19 ດ້ວຍຄວາມຕັດສິນໃຈຢ່າງສູງ, ປະຕິບັດບັນດາມາດຕະການຢ່າງຄົບຊຸດ, ເປີດເຜີຍ, ໂປ່ງໃສ.

ໄລ່ມາຮອດຈຸດເວລານີ້, ຫວຽດນາມ ມີພຽງແຕ່ 16 ກໍລະນີຕິດເຊື້ອ Covid-19 ເທົ່ານັ້ນ ແລະ ລ້ວນແຕ່ໄດ້ຮັບການປິ່ນປົວດີໝົດແລ້ວ. ໝາກຜົນດັ່ງກ່າວ ໄດ້ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບມືກັບໂລກພະຍາດ, ໄດ້ປະກອບສ່ວນເຂົ້າໃນພາລະກິດສະກັດກັ້ນໂລກລະບາດຂອງໂລກ. ອີງໃສ່ຈິດໃຈເປັນເຈົ້າການ, ຂ້ຽວຂາດ, ມີປະສິດທິຜົນ, “ຕ້ານໂລກລະບາດຄືຕ້ານສັດຕູ”, ທົ່ວລະບົບການເມືອງ ພາຍໃຕ້ການຊີ້ນຳນຳພາຂອງພັກ, ການບໍລິຫານຂອງລັດ, ວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ຢູ່ ຫວຽດນາມ ໃນເບື້ອງຕົ້ນບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ. ສະນັ້ນ, ທີ່ການເຮັດວຽກກັບລັດຖະບານ ຫວຽດນາມ ຫວ່າງແລ້ວນີ້, ຜູ້ຕາງໜ້າອົງການ US CDC ໄດ້ສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດ Covid-19 ກັບປະຊາຄົມສາກົນ; ແບ່ງປັນຂໍ້ມູນກ່ຽວກັບແຜ່ນທີແຊນຂອງໄວຣັດກໍ່ໃຫ້ເກີດໂລກພະຍາດຢູ່ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ຈະສືບຕໍ່ຮ່ວມງານກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຢ່າງແໜ້ນແຟ້ນໃນການຮັບມືກັບໂລກລະບາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.