ອີງຕາມຂໍ້ມູນຂອງກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ໃນເດືອນມິຖຸນາປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸໄດ້ 814,99 ລ້ານໂດລາສະຫະລັດ; ໃນນັ້ນ, ມູນຄ່າການສົ່ງອອກປະມານ 366,72 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 448,27 ລ້ານໂດລາສະຫະລັດ, ຂາດດຸນການຄ້າປະມານ 81,55 ລ້ານໂດລາສະຫາລັດ. ແຕ່ເດືອນ 1-6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 5.469,47 ລ້ານໂດລາສະຫະລັດ ໃນນັ້ນສົ່ງອອກປະມານ 2.743,69 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 2.725,77 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 17,92 ລ້ານໂດລາສະຫະລັດ.
ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູ ນິດຈີນ.
ຍສໝ - ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-15 ພະຈິກ, ສື່ມວນຊົນຂອງປະເທດ ສປປ.ລາວ ໄດ້ສົ່ງຂ່າວກ່ຽວກັບເຫດການດັ່ງກ່າວ, ແລະ ເຊິ່ງໄດ້ຕີລາຄາສູງຕໍ່ບົດບາດດຳລົງຕຳແໜ່ງປີປະທານອາຊຽນ 2020 ຂອງຫວຽດນາມ.
ໃນວັນທີ 11 ກໍລະກົດ 2020, ທ່ານ ກິແກ້ວ ໄຂຄຳທິທູນ - ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢຽມອຳລາ ຂອງທ່ານ Leo Faber ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ເມື່ອບໍ່ດົນມານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາເຣັນດຣາ ໂມດີ - ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເພື່ອຮັດແໜ້ນ ສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ.
ຍສໝ - ວັນທີ 2 ເມສາ, ຄະນະຜູ້ແທນທະຫານຊາຍແດນ ແຂວງກວາງຈີ້ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນປະກອບມີ ຜ້າບັງປາກ, ຢາວິຕາມິນ C, ຖົງມືການແພດ, ທາດລະລາຍຂ້າເຊື້ອ…ໃຫ້ພະນັກງານ, ນັກຮົບກອງຮ້ອຍ 322 ແລະ ປ້ອມຕຳຫຼວດ 92 ສປປ.ລາວ ຢູ່ຊາຍແດນ.
ຍສໝ - ຕອນບ່າຍຂອງວັນທີ 16 ກໍລະກົດ, ຢູ່ທີ່ສຳນັກງານສະພາແຫ່ງຊາດຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວ໋ຽນ ຖິ ກີມ ເງິນ ໄດ້ໃຫ້ກຽດຕ້ອນຮັບ ຜູ້ພິພາກສາ ສານປະຊາຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງສະຫະລັດ ອາເມລິກາ (USAID) ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ
ຍສໝ - ນັບຖອຍຫລັງເຫລືອພຽງ 4ເດືອນ ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດທ່ອງທ່ຽວອາຊຽນ ຂະນະທີ່ ສປປ ລາວ ຕັ້ງເປົ້າໝາຍສູ້ຊົນໄວ້ວ່າພາຍໃນປ 2023 ຈະດຶງດູດ ແລະ ຕ້ອນຮັບນັກທ່ອງທ່ຽວໃຫ້ບັນລຸ 2,5 ລ້ານກວ່າຄົນ ແລະ ຄາດວ່າປີ 2024 ຈະດຶງ ດູດນັກທ່ອງທ່ຽວໃຫ້ໄດ້ 2,7 ຄົນ. ຫວ່າງບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ
ໃນລະຫວ່າງຕົ້ນອາທິດທີ່ຜ່ານມາ, ຄະນະຜູ້ແທນລັດຖະບານສະຫະລັດອາເມລິກາ ນຳໂດຍທ່ານດຣ. ໂຣເບີດ ໂພບ, ຫົວໜ້າກົມຮ່ວມມືຫລຸດຜ່ອນໄພຂົ່ມຂູ່ (CTR), ອົງການຫລຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດ ອາເມລິກາ, ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ.