ເພີ່ມທະວີການຮ່ວມມືດ້ານການສື່ສານຖະແຫລງຂ່າວ ລະຫວ່າງ ສປປ.ລາວ ແລະ ສະຫະພາບເອີຣົບ

20:00 | 12/07/2020

ໃນ​​ວັນ​ທີ 11 ກໍລະກົດ 2020, ທ່ານ ກິ​ແກ້ວ ​ໄຂ​ຄຳ​ທິທູນ - ລັດຖະມົນຕີ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທໍາ ​ແລະ ທ່ອງ​ທ່ຽວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢຽມ​ອຳ​ລາ ຂອງ​ທ່ານ ​Leo Faber ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສະຫະພາບ​ເອີຣົບ ປະຈຳ ສປປ ລາວ ​ໃນ​ໂອກາ​ດສຳ​ເລັດ​ ການ​ປະຕິບັດໜ້າທີ່​ການ​ທູດ ຢູ່ ສປປ ລາວ.

ເພ ມທະວ ການຮ ວມມ ດ ານການສ ສານຖະແຫລງຂ າວ ລະຫວ າງ ສປປ ລາວ ແລະ ສະຫະພາບເອ ຣ ບ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ
ເພ ມທະວ ການຮ ວມມ ດ ານການສ ສານຖະແຫລງຂ າວ ລະຫວ າງ ສປປ ລາວ ແລະ ສະຫະພາບເອ ຣ ບ ເພີ່ມທະວີການຮ່ວມມືລະຫວ່າງ ສປປ.ລາວ ແລະ ສ.ອິນເດຍ

ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ​ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຊົມ​ເຊີຍ​ຕໍ່​ທ່ານ ​Leo Faber ທີ່​ໄດ້​ປະຕິບັດໜ້າທີ່​ຢ່າງ​ມີ​ຜົນສຳ​ເລັດ ​ເຊິ່ງ​​ໄດ້​ປະກອບ​ສ່ວນສຳຄັນ ​ເຂົ້າ​​ໃນ​ການ​ເພີ່ມ​ທະວີ​ການຮ່ວມ​ມື ສອງ​ຝ່າຍ, ​ພ້ອມ​ທັງຕີ​ລາຄາ​ສູງ​ຕໍ່​ສາຍ​ພົວພັນ ​ແລະ ການ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດ​ ລາວ-ສະຫະພັນ​ເອີຣົບ ທີ່ນັບ​ມື້​ໄດ້​ຮັບ​ການ​ເສີມ ຂະຫຍາຍ​ເປັນ​ກ້າວໆ ​ໂດຍ​ສະ​ເພາະ​ ດ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວເປັນຕົ້ນ ສາຍຮູບເງົາ, ເທສະການອາຫານ, ການສ້າງສາລະຄະດີຕ່າງໆ.

ເພ ມທະວ ການຮ ວມມ ດ ານການສ ສານຖະແຫລງຂ າວ ລະຫວ າງ ສປປ ລາວ ແລະ ສະຫະພາບເອ ຣ ບ
ທ່ານ ກິ​ແກ້ວ ​ໄຂ​ຄຳ​ພິທູນ ແລະ ທ່ານ ​Leo Faber ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສະຫະພາບ​ເອີຣົບ ປະຈຳສປປ.ລາວ. (ພາບ: KPL)

ສະ​ເພາະປີ 2019 ຈໍານວນຕົວເລກນັກທ່ອງທ່ຽວ ຈາກທະວີບເອີຣົບມາທ່ຽວລາວຫລາຍກວ່າ 182.000 ເທື່ອຄົນ ເພີ່ມຂຶ້ນ 10,05% ຖ້າທຽບໃສ່ປີ 2018, ນອກນີ້ ສະຫະພາບເອີຣົບ ຍັງໄດ້ສະໜັບ ສະໜູນດ້ານ​ເສ​ດຖະກິດ, ການ​ຄ້າ-ການ​ລົງທຶນ, ການ​ສຶກສາ, ວຽກງານ​ປົກ​ປ້ອງ​ສົ່ງ​ເສີມ​ສິດທິ​ມະນຸດ ​ແລະ ອື່ນໆ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ໃໝ່ ອັນມີກຽດຂອງທ່ານ. ​

ໃນ​ໂອກາ​ດດຽວ​ກັນ, ​ທ່ານ Leo Faber ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ການ​ຕ້ອນຮັບອັນ​ອົບ​ອຸ່ນ ຂອງທ່ານລັດຖະມົນຕີ ແລະ ຖືເອົາໂອກາດດີນີ້ ສະແດງຄວາມຂອບໃຈມາຍັງ ລັດຖະບານ​ ແລະ ປະຊາຊົນລາວບັນດາ​ເຜົ່າທີ່​ໄດ້​ໃຫ້ການ​ຮ່ວມ​ມື ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ ​ຕະຫລອດ​ໄລຍະ ​ການ​ປະຕິບັດ​ໜ້າທີ່​ຂອງ​ຕົນ ຢູ່ ສປປ ລາວ ​ຈົນໄດ້​ຮັບ​ຜົນສຳ​ເລັດ​ ຢ່າງ​ໜ້າ​ເພິ່ງພໍໃຈ.

ເພ ມທະວ ການຮ ວມມ ດ ານການສ ສານຖະແຫລງຂ າວ ລະຫວ າງ ສປປ ລາວ ແລະ ສະຫະພາບເອ ຣ ບ ລັດຖະບານ ສປປ.ລາວ ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່

ຍສໝ - ທ່ານ ກິແກ້ວ ຈັນທະບູຣີ - ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ.ລາວ ໃຫ້ຮູ້ວ່າ ລັດຖະບານ ສປປ.ລາວ ໄດ້ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່, ຟື້ນຟູການຜະລິດ.

ເພ ມທະວ ການຮ ວມມ ດ ານການສ ສານຖະແຫລງຂ າວ ລະຫວ າງ ສປປ ລາວ ແລະ ສະຫະພາບເອ ຣ ບ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ສປປ.ລາວ 5 ປີ ຄັ້ງທີ IX

ມາຮອດປັດຈຸບັນ, ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກຳນົດຈຸດໝາຍ ລວມຂອງແຜນການ 5 ປີຄັ້ງນີ້ ແມ່່ນສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງ ທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂ ການ ...

ເພ ມທະວ ການຮ ວມມ ດ ານການສ ສານຖະແຫລງຂ າວ ລະຫວ າງ ສປປ ລາວ ແລະ ສະຫະພາບເອ ຣ ບ ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຍສໝ - ນີ້ແມ່ນນ້ຳໃຈຂອງບັນດາພະນັກງານ, ລັດຖະກອນຂອງສະຖານທູດຫວຽດນາມ ປະຈຳ ສປປ.ລາວ ແລະ ອົງການຕ່າງໆນອກຈາກສະຖານທູດຫວຽດນາມ ເພື່ອປະກອບສ່ວນໃຫ້ລັດຖະບານ ແລະ ປະຊາຊົນລາວ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19.

la.qdnd.vn

ເຫດການ
302 Found

Found

The document has moved here.