ສະພາແຫ່ງຊາດ ສປປ.ລາວ ສະເໜີແຜນການ ສ້າງ ແລະ ປັບປຸງກົດໝາຍ 96 ສະບັບ

18:00 | 26/03/2021

ໃນ​ວາລະ​ດຳ​ເນີນ ກອງ​ປະຊຸມ​ຄັ້ງ​ປະ​ຖົມ​ມະລຶກ​ ຂອງ​ສະພາ​ແຫ່ງ​ຊາດສປປ.ລາວ​ ຊຸດທີ IX ​ ​ວັນ​ທີ 25 ມີນາ 2021 ນີ້, ຄະນະປະຈໍາສະພາແຫ່ງຊາດ ຊຸດທີ IX ​ໄດ້​ສະ​ເໜີ​ແຜນການ​ສ້າງ ​ແລະ ​ປັບປຸງ​ກົດໝາຍ ​ໃນ 5 ປີ ຂອງ​ສະພາ​ແຫ່ງ​ຊາດ ຊຸດທີ IX (2021-2025) ມີ​ທັງ​ໝົດ 96 ສະບັບ, ​ໃນ​ນັ້ນ, ​ກົດໝາຍສ້າງ​ໃໝ່ 38 ສະບັບ​ ແລະ ກົດໝາຍປັບປຸງ 58 ສະບັບ.

ສະພາແຫ ງຊາດ ສປປ ລາວ ສະເໜ ແຜນການ ສ າງ ແລະ ປ ບປ ງກ ດໝາຍ 96 ສະບ ບ ສະພາແຫ່ງຊາດ ຮັບຮອງເອົາການເຄື່ອນໄຫວວຽກງານ ຂອງອົງການກວດສອບ ແລະ ກວດກາ ແຫ່ງລັດ
ສະພາແຫ ງຊາດ ສປປ ລາວ ສະເໜ ແຜນການ ສ າງ ແລະ ປ ບປ ງກ ດໝາຍ 96 ສະບ ບ ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມເພື່ອຕ້ອງສະໜອງໄດ້ຄວາມຮຽກຮ້ອງໃນການພັດທະນາປະເທດຊາດ

ທ່ານ ຈະ​ເລີ​ນ ​ເຢຍ​ປາວ​ເຮີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາຍ​ງານ​ໃຫ້​ຮູ້​ ໃນ​ວັນ​ທີ 25 ມີນາ 2021 ນີ້​ວ່າ: ການສະ​ເໜີ​ແຜນການ​ສ້າງ ​ແລະ ​ປັບປຸງ​ກົດໝາຍ ຈຳນວນ 96 ສະບັບນັ້ນ, ​ໄດ້​ແບ່ງ​ອອກ​ເປັນ 5 ຂົງ​ເຂດ​ວຽກ​ງານ​ຄື: ຂົງ​ເຂດ​ການ​ປົກຄອງ ​ແລະ ຍຸຕິ​ທຳ ມີ 23 ສະບັບ, ສ້າງ​ໃໝ່ 5 ສະບັບ ​ແລະ ປັບປຸງ 18 ສະບັບ; ຂົງ​ເຂດ​ເສດຖະກິດ ມີ 36 ສະບັບ, ສ້າງ​ໃໝ່ 17 ສະບັບ, ປັບປຸງ 19 ສະບັບ; ​​ຂົງ​ເຂດ​ວັດທະນະທຳ-ສັງຄົມ ມີ 28 ສະບັບ, ສ້າງ​ໃໝ່ 11 ສະບັບ, ປັບປຸງ 17 ສະບັບ; ​ຂົງ​ເຂດ​ປ້ອງ​ກັນ​ຊາ​ດ-ປ້ອງ​ກັນ ​ຄວາມ​ສະຫງົບ ມີ 7 ສະບັບ, ສ້າງ​ໃໝ່ 3 ສະບັບ, ປັບປຸງ 4 ສະບັບ ​ແລະ ​ຂົງ​ເຂດ​ການ​ຕ່າງປະ​ເທດ (ກົດໝາຍ​ສ້າງ​ໃໝ່) ມີ 2 ສະບັບ.

ສະພາແຫ ງຊາດ ສປປ ລາວ ສະເໜ ແຜນການ ສ າງ ແລະ ປ ບປ ງກ ດໝາຍ 96 ສະບ ບ
ສະພາແຫ່ງຊາດ ສປປ.ລາວ ສະເໜີແຜນການ ສ້າງ ແລະ ປັບປຸງກົດໝາຍ 96 ສະບັບ. (ພາບ: KPl)

ກົດໝາຍ​ໃນ​ຂົງ​ເຂດ​ດັ່ງກ່າວ ​ແມ່ນ​ໄດ້​ກຳນົດ​ໄວ້​ ໃນ​ແຜນການ​ແລ້ວ, ຫາກ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ສ້າງ ຫລື ປັງ​ປຸງ​ກົດໝາຍ​ໃດ ກໍ​ສາມາດ​ສະ​ເໜີ​ ເຂົ້າ​ໃນ​ແຜ​ນການ​ສ້າງ ​ແລະ ປັບປຸງ​ກົດໝາຍ​ປະຈຳ​ປີ ​ເຊິ່ງການ​ຄາດ​ຄະ​ເນ​ ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ ​ໃນ​ແຕ່ລະ​ປີ ຂອງ​ສະພາ​ແຫ່ງ​ຊາດ ​ຊຸດທີ IX (2021-2025) ກົດໝາຍ​ທີ່​ຈະນຳ​ເຂົ້າ ​ພິຈະລາ​ນາ​ຮັບຮອງ​ເອົາ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດທີ IX ມີ 15 ສະບັບ, ສ້າງ​ໃໝ່ 4 ສະບັບ, ປັບປຸງ 11 ສະບັບ.

ກົດໝາຍ​ທີ່​ຈະ​ນຳ​ເຂົ້າ ພິຈາລະນາ​ຮັບຮອງ​ເອົາ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ ​ປະຈຳ​ປີ 2022 ຂອງ​ສະພາ​ແຫ່ງ​ຊາດ ຊຸດທີ IX ມີ 30 ສະບັບ, ສ້າງ​ໃໝ່ 12 ສະບັບ, ປັບປຸງ 18 ສະບັບ, ສ່ວນ​ປີ 2023 ມີ 21 ສະບັບ, ສ້າງ​ໃໝ່ 7 ສະບັບ, ປັບປຸງ 14 ສະບັບ, ​ປີ 2024 ມີ 18 ສະບັບ, ສ້າງ​ໃໝ່ 8 ສະ ບັບ, ປັບປຸງ 10 ສະບັບ ​ແລະ ກົດໝາຍທີ່​ຈະ​ນຳ​ເຂົ້າ ​ພິຈາລະນາ​ຮັບຮອງ​ເອົາ​ ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ ປະຈຳ​ປີ 2025 ມີ 12 ສະບັບ, ສ້າງ​ໃໝ່ 7 ສະບັບ, ປັບປຸງ 5 ສະບັບ.

ສະພາແຫ ງຊາດ ສປປ ລາວ ສະເໜ ແຜນການ ສ າງ ແລະ ປ ບປ ງກ ດໝາຍ 96 ສະບ ບ ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

ສະພາແຫ ງຊາດ ສປປ ລາວ ສະເໜ ແຜນການ ສ າງ ແລະ ປ ບປ ງກ ດໝາຍ 96 ສະບ ບ VUFO ຈະພ້ອມກັບສະຖານທູດລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດ ລະຫວ່າງ ສສ.ຫວຽດນາມ ແລະ ສປປ.ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ...

ສະພາແຫ ງຊາດ ສປປ ລາວ ສະເໜ ແຜນການ ສ າງ ແລະ ປ ບປ ງກ ດໝາຍ 96 ສະບ ບ ສະພາແຫ່ງຊາດ ສປປ.ລາວ ໄດ້ສຸມໃສ່ເຂົ້າໃນການຟື້ນຟູພື້ນຖານເສດຖະກິດ

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳສປປ.ລາວ, ໃນວັນທີ 27 ຕຸລາ, ກອງປະຊຸມສະພາແຫ່ງຊາດສປປ.ລາວ ຊຸດທີ VIII ຄັ້ງທີ 10 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍການສຸມໃສ່ບັນດາມາດຕະການ ເພື່ອຟື້ນຟູພື້ນຖານເສດຖະກິດ ທີ່ຖືກຮັບຜົນສະທ້ອນຢ່າງຮ້າຍແຮງຈາກການລະບາດຂອງພະຍາດ COVID-19.

ສະພາແຫ ງຊາດ ສປປ ລາວ ສະເໜ ແຜນການ ສ າງ ແລະ ປ ບປ ງກ ດໝາຍ 96 ສະບ ບ

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.