ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງສາທາສືບຕໍ່ເອົາໃຈໃສ່ ແກ້ໄຂ 10 ຕົວຊີ້ວັດທີ່ຍັງຄົງຄ້າງ

00:54 | 15/05/2019

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະ ທິດທາງແຜນການສຳລັບ ປີ 2019 ໄດ້ດຳເນີນມາເປັນເວລາ 3 ວັນ ແລະ ໄດ້ສຳເລັດລົງໃນວັນທີ 28 ກຸມພານີ້ ທີ່ ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ.

ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງສາທາສືບຕໍ່ເອົາໃຈໃສ່ ແກ້ໄຂ 10 ຕົວຊີ້ວັດທີ່ຍັງຄົງຄ້າງ

ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ໂດຍເຂົ້າຮ່ວມເປັນກຽດຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ແຂກຖືກເຊີນທີ່ກ່ຽວຂ້ອງຈາກສູນກາງ-ແຂວງເຂົ້າຮ່ວມ. ທ່ານ ບຸນກອງ ສີຫາວົງ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເປັນການສະຫຼຸບຕີລາຄາຜົນສຳເລັດ, ບັນຫາຄົງຄ້າງ, ທ້າທາຍໃນການຈັດຕັ້ງປະຕິບັດແຜນພັດ ທະນາສາທາລະນະສຸກ ປະຈຳ ປີ 2018 ແລະ ສະເໜີທິດທາງແຜນພັດທະນາສາທາລະນະສຸກ ສໍາລັບປີ 2019 ທີ່ມີຈຸດປະສົງເລັ່ງໃສ່ການບັນລຸ 10 ຕົວຊີ້ວັດທີ່ສະພາແຫ່ງຊາດໄດ້ຮັບຮອງໃຫ້ກະຊວງສາທາລະນະສຸກຈັດຕັ້ງປະຕິບັດ, ການປັບປຸງຄຸນນະພາບ, ການບໍລິການດ້ານສາທາລະນະສຸກ, ການສ້າງຄວາມເຂັ້ມແຂງດ້ານການເງິນສາທາລະນະສຸກ ແລະ ກອງທຶນປະກັນສຸຂະພາບແຫ່ງຊາດຕາມກອບຍຸດທະສາດປະຕິຮູບສາທາລະນະສຸກໄລຍະ 2 ( 2016-2020 ), ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານສັກຢາກັນພະຍາດ, ການຈັດຕັ້ງປະຕິບັດກອງທຶນປະກັນສຸຂະພາບແຫ່ງ ຊາດກ່ຽວກັບການປັບປຸງຄຸນນະພາບ, ການບໍລິການປິ່ນປົວຂອງໂຮງໝໍ ແລະ ສຸກສາລາ, ການຈັດຕັ້ງປະຕິບັດນະໂຍບາຍ 5 ດີ, 1 ພໍໃຈ ແລະ ການປະຕິບັດດຳລັດ 349/ລບ ວ່າ ດ້ວຍການນະໂຍບາຍຈູງໃຈແກ່ພະນັກງານແພດໝໍ, ເພື່ອປຶກສາຫາລື ແລະ ແລກປ່ຽນແນວຄວາມຄິດເບື້ອງຕົ້ນໃນການຫັນໂຮງໝໍໃຫ້ກຸ້ມຕົນເອງເທື່ອລະກ້າວ, ສະເໜີຮ່າງແຜນພັດທະນາສາທາລະນະສຸກປະຈຳປີ 2020 ແລະ ຮ່າງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ 10 ( 2021-2025).

ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງສາທາສືບຕໍ່ເອົາໃຈໃສ່ ແກ້ໄຂ 10 ຕົວຊີ້ວັດທີ່ຍັງຄົງຄ້າງ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ໃນໂອກາດດັ່ງກ່າວທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມເພື່ອເປັນເຂັມຊີ້ທິດເຍືອງທາງຕໍ່ທີ່ປະຊຸມຊຶ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກະຊວງສາທາລະນະສຸກຍາດ ມາໄດ້ໃນໄລຍະທີ່ຜ່ານມາ ພ້ອມດຽວກັນນັ້ນທ່ານຍັງໄດ້ ເນັ້ນໜັກໃຫ້ກະຊວງສາທາ ລະນະສຸກເອົາໃຈໃສ່ບາງບັນຫາ ຊຶ່ງກ່ອນອື່ນໝົດຕ້ອງໄດ້ປັບປຸງພື້ນຖານໂຄງລ່າງ, ອຸປະກອນການແພດ ແລະ ການບໍລິການຂອງໂຮງໝໍສູນກາງ, ໂຮງໝໍແຂວງ ແລະ ສາທາລະນະສຸກຈຳນວນໜຶ່ງໃຫ້ມີຄຸນນະພາບ ແລະ ທັນສະໃໝຂຶ້ນກວ່າເກົ່າ, ເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມພະຍາດທີ່ຮ້າຍແຮງເຊັ່ນ, ໄຂ້ຍຸງລາຍ, ຖອກທ້ອງ ແລະ ອັກເສບລະບົບຫາຍໃຈຮຸນແຮງ ແລະ ພະຍາດຕິດຕໍ່ອື່ນໆ, ຂະຫຍາຍຕາໜ່າງການບໍລິການສາທາລະນະສຸກຮອດທ້ອງຖິ່ນຮາກຖານຊົນນະບົດ ແລະ ຫ່າງໄກສອກ ຫຼີກ, ປະຕິບັດນະໂຍບາຍ 5 ດີ, 1 ພໍໃຈ ( 5 ດີ. ສະດວກດີ, ຮັບຕ້ອນດີ, ສະອາດດີ, ບົ່ງມະຕິດີ, ປິ່ນປົວດີ ແລະ 1 ພໍໃຈ ຜູ້ມາຮັບບໍລິການພໍໃຈຢ່າງມີປະສິດທິຜົນ, ເຮັດໃຫ້ສາມາດແກ້ໄຂບັນຫາຫາງສຽງສັງຄົມໃຫ້ຫຼຸດລົງ, ເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດແມ່ ແລະ ເດັກແບບເຊື່ອມສານ ແລະ ປະຕິບັດນະໂຍບາຍເກີດລູກ, ປິ່ນປົວເດັກນ້ອຍລຸ່ມ 5 ປີບໍ່ເສຍຄ່າເຮັດໃຫ້ອັດຕາການຕາຍຂອງແມ່, ເດັກນ້ອຍລຸ່ມ 1 ປີ ຫຼຸດລົງ, ອັດຕາການນຳໃຊ້ນໍ້າສະອາດເພີ່ມຂຶ້ນ 83,9% ແລະ ວິດຖ່າຍເພີ່ມຂຶ້ນ 73% , ອັດຕາເດັກຂາດສານອາຫານຊໍາເຮື້ອຫຼຸດລົງຍັງເຫຼືອ 33% ສະຫຼຸບແລ້ວ 10 ຄາດໝາຍທີ່ສະພາແຫ່ງຊາດຮັບຮອງກໍໄດ້ຮັບການເອົາໃຈໃສ່ຈັດຕັ້ງປະຕິບັດເປັນຢ່າງດີ ແລະ ຫຼາຍຄາດໝາຍກໍໄດ້ບັນລຸ. ຜົນສຳເລັດກອງປະຊຸມເທື່ອນີ້ບັນດາສະຫາຍໄດ້ມາປຶກສາຫາລືກັນເພື່ອຊອກໃຫ້ເຫັນບັນຫາຄົງຄ້າງຜ່ານມາເພື່ອພ້ອມກັນແກ້ໄຂ 10 ຕົວຊີ້ວັດທີ່ຍັງເຫັນວ່າເຮັດບໍ່ທັນໄດ້ຕ້ອງໄດ້ເອົາໃຈໃສ່ຕື່ມ, ສຸຂະພາບເຂັ້ມແຂງແມ່ນຄວາມຕ້ອງການທີ່ທຸກຄົນປາຖະໜາຢາກໄດ້ຢາກມີເໜືອສິ່ງອື່ນໃດ, ສຳລັບການຂະຫຍາຍຕາໜ່າງຂອງຂະແໜງສາທາລະນະສຸກແມ່ນໃຫ້ເອົາມາດຕະການປ້ອງກັນໄປກ່ອນ ແລະ ເອົາການປິ່ນປົວຮັກສາໄປນໍາ ຖືເປັນການຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານແພດໝໍ ເພື່ອເປັນການສ້າງຄົນ, ສ້າງນາຍແພດ, ສ້າງພະຍາບານໃຫ້ດີຂຶ້ນນີ້ແມ່ນຄວາມຈໍາເປັນ, ຢາກປ້ອງກັນໄດ້ອີກອັນໜຶ່ງຕ້ອງອົບຮົມຄວາມຮູ້ໃຫ້ແກ່ປະຊາຊົນໃຫ້ເຂົ້າໃຈເລື່ອງສຸຂະພາບໃຫ້ເລິກເຊິ່ງກວ້າງຂວາງ ນອກຈາກນັ້ນພວກເຮົາຕ້ອງຍາດແຍ່ງເອົາຄວາມຮູ້-ບົດຮຽນ, ເອົາການຊ່ວຍເຫຼືອຈາກຕ່າງປະເທດໃຫ້ຫຼາຍ, ຢາກໃຫ້ມີການກວດກາຄືນ 5 ດີເຮົາສາມາດເຮັດໄດ້ຈັກຂໍ້ແລ້ວ, ເຮົາຈະປັບປຸງສຸກສາລາ, ໂຮງໝໍເມືອງ-ແຂວງເຮົາແນວໃດເພື່ອເຮັດໜ້າທີ່ບໍລິການປິ່ນປົວໃຫ້ມັນດີຂຶ້ນ, ສ້າງຈັນຍາບັນ, ຈັນຍາທຳໃຫ້ພະນັກງານແພດໝໍໃຫ້ດີຂຶ້ນ ແລະ ເປັນທີ່ຍອມຮັບຂອງປະຊາຊົນໃຫ້ເອົາໃຈໃສ່ແທ້ເລື່ອງການອົບຮົມຈັນຍາບັນ-ຈັນຍາທຳຂອງພະນັກງານແພດໝໍໃຫ້ດີຂຶ້ນເພື່ອຫຼຸດຜ່ອນການໄປປິ່ນປົວຢູ່ຕ່າງປະເທດ, ກວດກາຄືນການປິ່ນປົວໂດຍບໍ່ເສຍຄ່າບັນດາໂຮງໝໍລັດ, ພ້ອມນັ້ນສືບຕໍ່ສ້າງໃຫ້ຕົນເອງກຸ້ມຕົນເອງເພິ່ງຕົນເອງເທື່ອລະກ້າວເພື່ອບັນລຸເປົ້າໝາຍທີ່ວາງໄວ້.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.