ຍສໝ - ຕາມ ສຳນັກຂ່າວສານ ຫວຽດນາມ ແລ້ວ, ໃນກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ທົບທວນຄືນຂັ້ນຕອນການຮ່ວມມືໃນຊຸມປີຜ່ານມາ. ວັນທີ 5 ເມສາ 1996, ການພົວພັນທາງການທູດໃນລະດັບເອກອັກຄະລັດຖະທູດລະຫວ່າງສອງປະເທດໄດ້ຮັບການສ້າງຕັ້ງ, ມາຮອດປະຈຸບັນນີ້ແມ່ນ 25 ປີ.
ຍສໝ - ໃນບົດຂຽນ “ກອງປະຊຸມປາຣີ ກ່ຽວກັບ ຫວຽດນາມ - ສິ່ງຍອດຍິ່ງທາງດ້ານວິທະຍາສາດ ແລະ ສິລະປະຂອງການທູດປະຊາຊົນໃນຍຸກສະໄໝໂຮ່ຈີມິນ”, ທ່ານ ປ.ອ ຫງວຽນບ໊າເຊີນ ໃຫ້ຮູ້ວ່າ: ວຽກງານການທູດໃນຊຸມປີທ້າຍທົດສະວັດ ທີ 1950 ປະສົບກັບຄວາມຫຍຸ້ງຍາກ, ເຄັ່ງຕຶງ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຂອງການຕໍ່ສູ້ແບບແນວຄວາມຄິດ.
ຍສໝ - ທຶນການສຶກສາຂອງ ລັດຖະບານສະຫະພັນ ລັດເຊຍ ສະໜອງທັງໝົດຄ່າຮຽນ, ເງິນອຸດໜູນໃນແຕ່ລະເດືອນ ແລະ ສັບຊ້ອນບ່ອນກິນຢູ່ໃນຫໍພັກດ້ວຍຄ່າໃຊ້ຈ່າຍຕ່ຳ. ນອກຈາກນັ້ນ, ຍັງໄດ້ຮັບເງິນທົດແທນຈາກລັດຖະບານ ຫວຽດນາມ ອີກດ້ວຍ.
ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.
ຍສໝ - ວັນທີ 5/5, ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Romania ເລວີງຖັງ ໄດ້ເຂົ້າຢ້ຽມຂຳນັບທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Romania Ana Tinca ແລະ ການນຳບາງກົມກອງທີ່ສຳຄັນຂອງກະຊວງການຕ່າງປະເທດ Romania ເຊັ່ນ: ຫົວໜ້າກົມອາຊີ - ປາຊີຟິກ ແລະ ອາເມລິກາລາຕິນ Diana Tase, ຫົວໜ້າກົມພິທີການ Florenta Ciobotaru.
ຍສໝ - ຕອນບ່າຍວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟ່ານແອງເຊີນ ໄດ້ມີການຕ້ອນຮັບເອກອັກຄະລັດຖະທູດ ຕວກກີ ປະຈຳ ຫວຽດນາມ, ທ່ານ Korhan Kemik.
ຍສໝ - ເວທີປາໄສທົ່ວໂລກ Maekyung ຄັ້ງທີ 30 ດ້ວຍຫົວຂໍ້ “ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ສ.ເກົາຫຼີ: ພ້ອມກັນມຸ່ງໄປເຖິງອະນາຄົດ” ໄດ້ໄຂຂຶ້ນໃນວັນທີ 23 ມິຖຸນາ ຢູ່ ນະຄອນຫຼວງ ເຊີອູນ.
ຍສໝ - ທ່ານ ປ.ອ ຟ້າມດຶກມິງ ກໍ່ຕີລາຄາວ່າການຢ້ຽມຢາມບັນລຸໄດ້ໝາກຜົນທີ່ແທດຈິງທີ່ສຸດ, ໃນນັ້ນນຳມາເຊິ່ງກຳລັງໜູນພັດທະນາ ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ - ເຊິ່ງແມ່ນສອງຂະແໜງປາຍແຫຼມຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຈະມາເຖິງ.
ຍສໝ - ນີ້ແມ່ນການເຄື່ອນໄຫວທຳອິດຂອງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປເຖິງກຳລັງຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ
ງານປະກວດດົນຕີຕຳຫຼວດບັນດາປະເທດອາຊຽນ + 2022 ແມ່ນເຫດການພິເສດນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂອງກຳລັງຕຳຫຼວດປະຊາຊົນ (20 ກໍລະກົດ 1962 – 20 ກໍລະກົດ 2022) ໂດຍກະຊວງຕຳຫຼວດ ຊີ້ນຳຈັດຕັ້ງ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.
ຍສໝ - ໂດຍປະຕິບັດບັນດາເນື້ອໃນທີ່ໄດ້ລົງນາມ, ກອງບັນຊາການທະຫານແຂວງ ຮ່າຕິ້ງ ແລະ ບໍລິຄຳໄຊ ໄດ້ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ເຂດຊາຍແດນ.
ຍສໝ - ທ່ານພັນໂທ Loic Roy, ທູດການປ້ອງກັນຊາດຂອງສະຖານທູດ ການາດາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວທຳການກຸສົນດ້ວຍຄວາມສະໝັກໃຈໃນການຢ້ຽມຢາມຄືຂອງກຳປັ່ນທະຫານເຮືອ Regina ສະແດງໃຫ້ເປັນການພົວພັນຄູ່ຮ່ວມມືສາມັກຄີ, ຄວາມມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ການາດາ. ປັດຈຸບັນ, ສອງປະເທດ ພວມຮ່ວມມືເປັນຢ່າງດີໃນຂົງເຂດປ້ອງກັນຊາດ.
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອາເມລິກາ ຮ່າກິມງອກ ໄດ້ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາພວມພັດທະນາຢ່າງດີງາມ, ດ້ວຍນ້ຳໃຈມິດຕະພາບຂອງເພື່ອນມິດ, ຄູ່ຮ່ວມມືສະໜິດສະໜົມຂອງຫວຽດນາມຄືທ່ານ ສະມາຊິກສະພາຕ່ຳ Yoho.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຝຶກອົບຮົບບາງເຕັກນິກກ່ຽວກັບການຂຽນຂ່າວ, ບົດໂຄສະນາ, ສ່ອງແສງ, ປຶກສາຫາລື ແລະ ແລກປ່ຽນກ່ຽວກັບວິຊາການ, ປະສົບການໃນການຂຸດຄົ້ນ ແລະ ແກ້ໄຂຫົວຂໍ້.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ຕີລາຄາບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຝລັ່ງ ໃນໄລຍະທີ່ຜ່ານມາ ໃນບັນດາຂົງເຂດຄື ການເມືອງ, ເສດຖະກິດ, ການຄ້າ, ການບິນ… ພ້ອມທັງເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການພັດທະນາການພົວພັນຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.
ຍສໝ - ທີ່ການພົບປະທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 10 ພຶດສະພາ ກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍ ແລະ ຮ່ວມມືກັບ ລາວ ຢ່າງມີປະສິດທິຜົນໃນການພັດທະນາເສດຖະກິດ - ສັງຄົມ.
ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງຮອງປະທານປະເທດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 25 – 27 ເມສາ, ສື່ມວນຊົນ ລາວ ໄດ້ພ້ອມກັນລົງຂ່າວ ແລະ ບົດຍ້ອງຍໍຊົມເຊີຍກ່ຽວກັບນ້ຳໃຈສາມັກຄີແບບພິເສດ ລະຫວ່າງ ລາວ - ຫວຽດນາມ, ກໍ່ຄືມູນເຊື້ອສະຫງ່າອົງອາດຂອງສອງຊາດ.
ຍສໝ - ປັດຈຸບັນນາງ Vera Mazhirina ແມ່ນຜູ້ຮັບຜິດຊອບດ້ານຮູບພາບຂອງສະພາແຫ່ງຊາດ ລັດເຊຍ, ເລີ່ມທຳຄວາມຮູ້ຈັກເຖິງ ຫວຽດນາມ ນັບແຕ່ປີ 2016 ແລະ ໃນທັນທີໄດ້ດຶງດູດໃຈດ້ວຍຄວາມງາມຂອງປະເທດຊາດ ແລະ ຊາວ ຫວຽດນາມ.