ຍສໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້.
ຍສໝ - ສານທີ່ກະຊວງແຜນການ ແລະ ການລົງໃຫ້ຮູ້ວ່າ, ປະຊາຊົນແມ່ນໃຈກາງໃນວິວັດການພັດທະນາ ແລະ ບັນດານະໂຍບາຍຂອງລັດຖະບານຫວຽດນາມລ້ວນແຕ່ມຸ່ງໄປສູ່ຄວາມສຸກຂອງປະຊາຊົນ.
ຍສໝ - ນີ້ແມ່ນກອງປະຊຸມຄັ້ງທີ 5 ໃນປີ 2020 ຂອງຄະນະທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີກັບປະຊາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ ແລະ ແມ່ນກອງປະຊຸມໂອ້ລົມສົນທະນາຄັ້ງທຳອິດກັບວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ.
ຍສໝ - ຫວຽດນາມມີຄວາມສາມາດບົ່ມຊ້ອນພັດທະນາຢ່າງໃຫຍ່ຫຼວງໃນຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານ ຍ້ອນມີແຫຼ່ງຊັບພະຍາກອນມະນຸດໜຸ່ມ ແລະ ສະພາບແວດລ້ອມແຫ່ງການລົງທຶນ ທີ່ດຶງດູດໃຈ, ກາຍເປັນໜຶ່ງໃນບັນດາຈຸດນັດພົບຂອງການລົງທຶນທີ່ພົ້ນເດັ່ນທີ່ສຸດໃນພາກພື້ນ ສຳລັບບັນຫາວິສາຫະກິດ ອິນເດຍ.
ຍສໝ - ໜຶ່ງໃນບັນດາປັດໄຈພົ້ນເດັ່ນເພື່ອກຳນົດທີ່ຕັ້ງຫວຽດນາມ ສຳລັບບັນດາປະເທດອື່ນແມ່ນຄວາມໄວໃນການເຕີບໂຕດ້ານເສດຖະກິດໄດ້ຮັບການປັບປຸງຍ້ອນພື້ນຖານການເມືອງທີ່ມີສະຖຽນລະພາບ. ເຂດພາກໃຕ້ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ ພວມແມ່ນກຳລັງໜູນພັດທະນາເສດຖະກິດຂອງທົ່ວປະເທດ ແລະ ສວມບົດບາດສຳຄັນໃນການຮັບເງິນທຶນ FDI.
ວັນທີ 24 ທັນວາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ທ່ານແລະທ່ານສີຈິ້ນຜິງປະທານປະເທດຈີນຈະລົງນາມຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງສອງປະເທດ.
ໃນການແຂ່ງຂັນກາຍເປັນ “ເສືອຂອງ ອາຊີ”, FDI ຂອງ ຫວຽດນາມ ບັນລຸລະດັບສະເລ່ຍກວ່າ 6% GDP.
ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍໄດ້ຈັດຕັ້ງກອງປະຊຸມ “ສົນທະນາ ເພື່ອແກ້ໄຂຄວາມຫຍຸ້ງຍາກສຳລັບບັນດາວິສາຫະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດໃນບໍລິເວນນະຄອນ ໃນສະພາບການໂລກລະບາດໂຄວິດ - 19”.
ຍສໝ - ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຍີ່ປຸ່ນ ເປັນນັກລົງທຶນໃຫຍ່ທີ 2, ເປັນຄູ່ຮ່ວມມືດ້ານການຄ້າທີ 4, ເປັນຄູ່ຮ່ວມມືໃຫຍ່ທີ 3 ດ້ານການທ່ອງທ່ຽວ ຂອງ ຫວຽດນາມ.
ຍສໝ - CAEXPO ແລະ CABIS ຄັ້ງທີ 20 ປີນີ້ ມີຫົວຂໍ້ “ພ້ອມກັນສ້າງຊາຍຄາລວມ, ປະຊາຄົມຮ່ວມຊາຕະກຳ ທີ່ມຸ່ງໄປເຖິງອະນາຄົດ - ຊຸກຍູ້ຂໍ້ລິເລີ່ມ ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງພັດທະນາທີ່ມີຄຸນນະພາບສູງ ແລະ ສ້າງສູນເຕີບໂຕເສດຖະກິດ”.
ຍສໝ - ທ່ານ ຮ່າກິມງອກ ເນັ້ນໜັກວ່າ ເພື່ອຊຸກຍູ້ການພົວພັນຮ່ວມມືໃນທຸກໆຂົງເຂດ ລະຫວ່າງ ຫວຽດນາມ - ອາເມລິກາ, ໃນໄລຍະທີ່ຜ່ານມາ, ໜຶ່ງໃນບັນດາບຸລິມະສິດແຖວໜ້າໃນສະພາບການປັດຈຸບັນແມ່ນຮັບປະກັນທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການຮ່ວມມດ້ານເສດຖະກິດ - ການຄ້າ - ການລົງທຶນ, ໜູນຊ່ວຍຕັ້ງໜ້າໃຫ້ແກ່ວິວັດການຟື້ນຟູເສດຖະກິດຂອງທັງສອງປະເທດພາຍຫຼັງ ໂລກລະບາດ Covid – 19.
ຍສໝ - ຫວຽດນາມ ຈະສ້າງທຸກເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ວິສາຫະກິດ ຈີນ ແລະ ອາຊຽນ ມາລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດ...
ຍສໝ - ທ່ານ Tim Evans ຜູ້ອຳນວຍການ HSBC ຫວຽດຫວຽດນາມໄດ້ໃຫ້ຂໍ້ສັງເກດວ່າ ໃນໂລກລະບາດ Covid – 19 ນີ້, ບໍລິສັດຫຼາຍແຫ່ງຫວຽດນາມສະແດງໃຫ້ເຫັນວ່າ ເຂົາເຈົ້າກໍ່ພວມຂຸດຄົ້ນກຳລັງແຮງຂອງເຕັກໂນໂລຢີເພື່ອຕອບສະໜອງການເຄື່ອນໄຫວດຳເນີນທຸລະກິດຢ່າງທັນການ ແລະ ທ່າອ່ຽງການຕະຫຼາດ.
ຍສໝ - ງານຕະຫຼາດນັດມີການເຂົ້າຮ່ວມຂອງຮ້ານວາງສະແດງຂາຍສິນຄ້າ 300 ຮ້ານ ຂອງ 150 ວິສາຫະກິດທີ່ມາຈາກບັນາດແຂວງ, ນະຄອນໃນທົ່ວປະເທດ
ຍສໝ - ທ່ານ Nicolas Audier ປະທານ EuroCham ໃຫ້ຮູ້ວ່າ: ການສຳຫຼວດດັດຊະນີ BCI ຄັ້ງນີ້ແມ່ນສິ່ງພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດໃນໂລກກ່ຽວກັບການຮັບມືກັບໂລກລະບາດ Covid – 19.
ຍສໝ - ທ່ານນາງ Mary Tarnowka ໃຫ້ຮູ້ວ່າ ເຖິງວ່າໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ມັນບໍ່ສາມາດກີດຂວາງຄວາມສົນໃຈ ແລະ ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດອາເມລິກາຕໍ່ຕະຫຼາດ ຫວຽດນາມ.
ຍສໝ - ໂດນແມ່ນເມືອງນອນຢູ່ທາງທິດຕາເວັນຕົກສ່ຽງໃຕ້ແຂວງລອງອານ, ເຂດດົ່ງທາບເມື່ອຍ, ທີ່ມີຊາຍແດນຕິດພັນກັບກຳປູເຈຍ, ວິງຮຶງຖືກຜົນກະທົບຢ່າງຮ້າຍແຮງຍ້ອນໄພແຫ້ງແລ້ງ ແລະ ນ້ຳທະເລຊືມເຂົ້າ ເຮັດໃຫ້ແຫຼ່ງນ້ຳຂອງທ້ອງຖິ່ນ ຖືກຈຳກັດ, ນ້ຳດື່ມ ແລະ ນ້ຳໃຊ້ໃນການດຳລົງຊີວິດຖືກຂາດເຂີນ.
ຍສໝ - ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ອາເມລິກາຖືວ່າ ໄລຍະ 1 ຂອງ ຂໍ້ຕົກລົງການຄ້າລະຫວ່າງປະເທດນີ້ກັບຈີນບໍ່ຈຳເປັນຕ້ອງສຳເລັດໃນເດືອນໜ້າ.
ບັນດາຕະຫຼາດທີ່ຫາກໍພົ້ນເດັ່ນຄື ຫວຽດນາມ ອາດຈະນຳມາເຊິ່ງໂອກາດເຕີບໂຕທີ່ມີກຳລັງບົ່ມຊ້ອນໃຫ້ແກ່ບັນດານັກລົງທຶນ ແລະ ການລົງທຶນເຂົ້າໃນຕະຫຼາດທີ່ຫາກໍພົ້ນເດັ່ນ ອາດຈະນຳມາເຊິ່ງສີສັນສະເພາະ ເພາະປະສິດທິຜົນການເຄື່ອນໄຫວຢູ່ແຕ່ລະປະເທດແມ່ນແຕກຕ່າງກັນ ເຊິ່ງຂຶ້ນກັບສະຖຽນລະພາບເສດຖະກິດ.
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະຫນາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ການລົງທຶນ ແມ່ນເສົາຄ້ຳ, ແມ່ນກຳລັງຫນູນຢ່າງແຮງໃນການພົວພັນລະຫວ່າງສອງປະເທດ ທີ່ພວມມີຄວາມບົ່ມຊ້ອນອັນໃຫຍ່ຫລວງ.