ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ

15:43 | 10/02/2022

ບັນດາຕະຫຼາດທີ່ຫາກໍພົ້ນເດັ່ນຄື ຫວຽດນາມ ອາດຈະນຳມາເຊິ່ງໂອກາດເຕີບໂຕທີ່ມີກຳລັງບົ່ມຊ້ອນໃຫ້ແກ່ບັນດານັກລົງທຶນ ແລະ ການລົງທຶນເຂົ້າໃນຕະຫຼາດທີ່ຫາກໍພົ້ນເດັ່ນ ອາດຈະນຳມາເຊິ່ງສີສັນສະເພາະ ເພາະປະສິດທິຜົນການເຄື່ອນໄຫວຢູ່ແຕ່ລະປະເທດແມ່ນແຕກຕ່າງກັນ ເຊິ່ງຂຶ້ນກັບສະຖຽນລະພາບເສດຖະກິດ.

ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ
ສິນຄ້າກະສິກຳການກະເສດສົ່ງອອກໄປຈີນຕິດຄ້າງຢູ່ທ່າກຳປັ່ນ, SPS ຫວຽດນາມຮ້ອງຟ້ອງຢ່າງຮີບດ່ວນ ສິນຄ້າກະສິກຳການກະເສດສົ່ງອອກໄປຈີນຕິດຄ້າງຢູ່ທ່າກຳປັ່ນ, SPS ຫວຽດນາມຮ້ອງຟ້ອງຢ່າງຮີບດ່ວນ
undefined
(ພາບປະກອບ: TTXVN)

ບັນດາຕະຫຼາດທີ່ຫາກໍພົ້ນເດັ່ນຄື ຫວຽດນາມ ອາດຈະນຳມາເຊິ່ງໂອກາດເຕີບໂຕທີ່ມີກຳລັງບົ່ມຊ້ອນໃຫ້ແກ່ບັນດານັກລົງທຶນ ແລະ ການລົງທຶນເຂົ້າໃນຕະຫຼາດທີ່ຫາກໍພົ້ນເດັ່ນ ອາດຈະນຳມາເຊິ່ງສີສັນສະເພາະ ເພາະປະສິດທິຜົນການເຄື່ອນໄຫວຢູ່ແຕ່ລະປະເທດແມ່ນແຕກຕ່າງກັນ ເຊິ່ງຂຶ້ນກັບສະຖຽນລະພາບເສດຖະກິດ.ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາໃນບົດຂຽນ ທີ່ໄດ້ເອົາລົງໃນເວັບໄຊ ETF Trends ຂອງ ອາເມລິກາ ຫວ່າງມໍ່ໆມານີ້. ຕາມບົດຂຽນແລ້ວ, ໃນສະພາບການໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຫຼາຍຢ່າງຕໍ່ບັນດາຕະຫຼາດທີ່ຫາກໍພົ້ນເດັ່ນໃນປີ 2020, ຫວຽດນາມ ແມ່ນຕົວແບບທີ່ພົ້ນເດັ່ນ ຍ້ອນມີປະຕິກິລິຍາໄວ ແລະ ຈະແຈ້ງຂອງລັດຖະບານ.

ໃນຂະນະນັ້ນ, ບົດລາຍງານຫຼ້າສຸດຂອງບໍລິສັດປະເມີນລຳດັບຄວາມໄວ້ວາງໃຈ Fitch Ratings ໃຫ້ຂໍ້ສັງເກດວ່າ ຂັ້ນຕອນການຟື້ນຟູຂອງ ຫວຽດນາມ ຈະໄດ້ຮັບກຳລັງໜູນເພີ່ມເຕີມໃນປີ 2022, ເມື່ອຄວາມຕ້ອງການຢູ່ພາຍໃນປະເທດໄດ້ເພີ່ມຂຶ້ນເປັນປົກກະຕິ ແລະ ການເຄື່ອນໄຫວສົ່ງອອກ-ນຳເຂົ້າ ຍັງດຳເນີນຢ່າງແຮງຄືໃນປັດຈຸບັນ. Fitch Ratings ຖືວ່າ ການເຕີບໂຕຂອງ ຫວຽດນາມ ຈະເພີ່ມຂຶ້ນ 7,9% ໃນປີ 2022 ແລະ 6,5% ໃນປີ 2023 ເມື່ອພື້ນຖານເສດຖະກິດໄດ້ຮັບການຟື້ນຟູ. ຕາມ Fitch Ratings ແລ້ວ, ຜົນສະທ້ອນຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ ຫວຽດນາມ ເບິ່ງຄືວ່າບໍ່ຮ້າຍແຮງປານໃດ ຍ້ອນລັດຖະບານ ຫວຽດນາມ ໄດ້ມີຍູ້ແຮງການສັກວັກຊິນ.

vov.world.vn

ເຫດການ
302 Found

Found

The document has moved here.