ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງກາວບັ່ງ ໄດ້ຮັບການສ້າງຕັ້ງແຕ່ປີ 2013, ມາຮອດປະຈຸບັນ, ສະມາຄົມໄດ້ຜັນຂະຫຍາຍການເຄື່ອນໄຫວແທດຈິງ, ມີປະສິດທິຜົນຖືກຕາມແນວທາງ, ນະໂຍບາຍການທູດຂອງພັກ ແລະລັດ, ນັບມື້ນັບເສີມຂະຫຍາຍການເຄື່ອນໄຫວໃນວຽກງານການທູດປະຊາຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ຮັກສາ ແລະປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຊຸກຍູ້ການຮ່ວມມືສາກົນຫຼາຍຂະແໜງ, ຫຼາຍຂົງເຂດ ກໍ່ຄືພັດທະນາເຄືອຂ່າຍການເຄື່ອນໄຫວການທູດປະຊາຊົນໃນບໍລິເວນແຂວງ.
ຍສໝ - ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ກາຕາ ຢ່າງຈົບງາມ. ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບ ກາຕາ ແລະມີຄວາມໝາຍພິເສດດັ່ງລຸ່ມນີ້.
ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ໃນຂອບເຂດການຢ້ຽມຢາມກາຕາ ຢ່າງເປັນທາງການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Tamim bin Hamad Al Thani ມະຫາກະສັດກາຕາ.
ຍສໝ - ຕອນບ່າຍວັນທີ 31 ຕຸລາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ.
ຍສໝ - ວັນທີ 22 ຕຸລາ 2024, ກ່າວຄຳປາໄສທີ່ການພົບປະກັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສສ ຫວຽດນາມ ແຮ່ເວີຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ, ປະທານຄະນະຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ ກ່າວວ່າ: ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັດແໜ້ນ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
ຍສໝ - ແຕ່ວັນທີ 7-9 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ (ສປຊ) ທີ່ນິວຢອກ ໄດ້ໄຂກອງປະຊຸມຄະນະກຳມະການເສດຖະກິດ - ການເງິນ (ຄະນະກຳມະການ 2) ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79.
ຍສໝ - ວັນທີ 4 ມິຖຸນານີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທ່ງເຊີນ ໄດ້ໂອ້ລົມທາງໂທລະສັບກັບສະມາຊິກສະພາສູງ ທ່ານ Jeff Merkley, ປະທານອະນຸກຳມະການພາຍໃນ, ສິ່ງແວດລ້ອມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງກຳມາທິການການຈັດສັນງົບປະມານ ຂອງສະພາສູງ ອາເມລິກາ.
ຍສໝ - ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາແມ່ນໜຶ່ງໃນບັນດາເນື້ອໃນຈຸດສຸມໃນໜ້າທີ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ ແລະຊາຍແດນຂອງປະເທດຊາດ.
ຍສໝ - ການຮັບປະກັນຕ່ອງໂສ້ການສະໜອງຈະມີຄວາມລຸລ່ວງ; ການຊຸກຍຸ້ການຂຸດຄົ້ນບັນດາເສັ້ນທາງຄອນເທນເນີທາງລົດໄຟ; ການສ້າງຕັ້ງຫ້ອງການສົ່ງເສີມການຄ້າຂອງຫວຽດນາມ ຢູ່ ປະເທດຈີນ..." ແມ່ນບັນດາຂໍ້ສະເໜີຂອງທ່ານ ຫງວຽນຮົ່ງຢ່ຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ໃນກອງປະຊຸມຄັ້ງທີ 13 ຂອງຄະນະກໍາມະການຮ່ວມມືດ້ານເສດຖະກິດ ການຄ້າຫວຽດນາມ - ຈີນ ວັນທີ 29 ເດືອນກັນຍາ.
ຍສໝ - ຫວຽດນາມ ແມ່ນແບບຢ່າງທີ່ພົ້ນເດັ່ນໃນການຮ່ວມມືຢ່າງມີປະສິດທິຜົນ ແລະເພີ່ມພູນຄູນສ້າງການພົວພັນກັບ UNESCO ຢ່າງບໍ່ຢຸດຢັ້ງ.
ຍສໝ - ທ່ານປະທານາທິບໍດີ Michael D. Higgins ຕີລາຄາສູງຕໍ່ແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ; ໂດຍຢືນຢັນການຖືເປັນສໍາຄັນຕໍ່ທີ່ຕັ້ງ ແລະບົດບາດຂອງຫວຽດນາມ ຢູ່ພາກພື້ນອາຊີ-ປາຊີຟິກ.
ຍສໝ - ນີ້ແມ່ນການປະກອບຄໍາເຫັນຂອງ ທ່ານ ດ່ວານງອັກເລິມ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ກວ໋າງບິ່ງ ທີ່ງານຕອ້ນຮັບ ທ່ານ Lehocz Gabor ຫົວໜ້າສະຖານກົງສູນໃຫຍ່ ຮຸງກາຣີ ປະຈຳນະຄອນ ໂຮ່ຈີມິນ ແລະ ຄະນະເຮັດວຽກໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ ແຂວງ ກວ໋າງບິ່ງ ວັນທີ 25 ກັນຍາ ນີ້.
ຍສໝ - ການນຳສອງທ່ານມີຄວາມພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະມີປະສິດທິຜົນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະມົງໂກນ. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນການພົວພັນສອງຝ່າຍ ແລະມີຄວາມເຊື່ອໝັ້ນຕໍ່ອະນາຄົດ, ການນຳສອງທ່ານໄດ້ພ້ອມກັນຖະແຫຼງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ມົງໂກນ, ເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ຍສໝ - ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕອບສໍາພາດຕໍ່ສື່ມວນຊົນເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ເຖິງ ກູບາ ຢ່າງຈົບງາມ.
ຍສໝ - ນີ້ແມ່ນຄຳໝັ້ນສັນຍາຂອງທ່ານ Sasaki Hajime - ສະມາຊິກລັດຖະສະພາຕ່ຳ, ປະທານກຳມາທິການຄົມມະນາຄົມ, ທີ່ດິນ, ພື້ນຖານໂຄງລ່າງ ແລະ ທ່ອງທ່ຽວ - ຄະນະຜູ້ແທນສະມາຊິກລັດຖະສະພາຕ່ຳ ຍີ່ປຸ່ນ ໃນໂອກາດການໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ບິ່ງດິ້ງ ໃນຕອນເຊົ້າຂອງວັນທີ 6 ພຶດສະພາ.
ຍສໝ - ຕອນເຊົ້າວັນທີ 9 ພຶດສະພາ, ຢູ່ແຂວງ ກວາງນິງ, ໄດ້ດຳເນີນກອງປະຊຸມເຫັນດີເປັນເອກະສັນ ກ່ຽວກັບແຜນການຈັດຕັ້ງພິທີເປີດດ່ານຊາຍແດນສອງປະເທດຢ່າງເປັນທາງການຄື: ທາງເຂົ້າ ບັກຟອງຊິງ (ຫວຽດນາມ) - ລິຮ່ວາ (ຈີນ) ຢູ່ກມ 0 ແລະ ຂົວດ່ານຊາຍແດນ ຮ່ວາງໂມ - ດົ່ງຈູງ.
ຍສໝ - ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງ ສ. ກູບາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ.
ຍສໝ - ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບບາງເນື້ອໃນທີ່ກ່ຽວຂ້ອງເຖິງຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 25 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລັດເຊຍ ກ່ຽວກັບການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ ຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ.
ຍສໝ - ສະຫາຍ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 10 – 13 ກັນຍາ 2024. ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ມີການຕອບສຳພາດກັບນັກຂ່າວກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ບັນດາຈຸດສຸມໃນການພົວພັນສອງຝ່າຍລະຫວ່າງສອງປະເທດ.